Monday, November 26, 2018

ໄລຍະວັນທີ 26 ພະຈິກ -02 ທັນວາ 2018 ນີ້ ກົດດັນອາກາດຂອງອາກາດເຢັນທີ່ປະເທດຈີນຈະເຂົ້າປົກຄຸມທຸກພາກຂອງປະເທດລາວ


ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ຄາດຄະເນສະພາບອາກາດໃນໄລຍະວັນທີ 26 ພະຈິກ ຫາ 02 ທັນວາ 2018 ວ່າ ໃນລະຫວ່າງວັນທີ 26-30 ພະຈິກ 2018 ຍ້ອນຄວາມກົດດັນອາກາດຂອງອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ປົກຄຸມດ້ວຍກຳລັງປານກາງ, ພ້ອມດຽວກັນລົມຕາເວັນອອກ - ຕາເວັນອອກສ່ຽງເໜືອຍັງຈະປົກຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະນີ້ຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນຢູ່ທົ່ວໄປ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ, ເຂດພູພຽງນາກາຍ ແລະ ເຂດພູພຽງບໍລິເວນ. ຈາກນັ້ນ, ວັນທີ 01 - 02 ທັນວາ 2018 ອາກາດຈະອຸ່ນຂຶ້ນຢູ່ແຂວງພາກເໜືອ ແລະ ອາກາດຈະຮ້ອນຂຶ້ນ ພ້ອມຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້ ແລະ ມີລົມແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ແລະ ຈະມີຝົນຕົກຢູ່ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຊຽງຂວາງ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ຈາກນັ້ນວັນທີ 1-2 ທັນວາ 2018 ອຸນຫະພູມຈະອຸ່ນຂຶ້ນເລັກໜ້ອຍ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງຈະເຢັນ ຫາ ໜາວເຢັນ ໂດຍສະເພາະຢູ່ແຂວງອຸດົມໄຊ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ພາກກາງ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ສ່ວນຕອນກາງເວັນອາກາດຈະຮ້ອນ, ຈາກນັ້ນ ໃນວັນທີ 1-2 ທັນວາ 2018 ອາກາດຈະຮ້ອນຂຶ້ນຕື່ມອີກເລັກໜ້ອຍ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ.
ສະເພາະເຂດພິເສດໄຊສົມບູນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງເຢັນຢູ່ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງບໍລິເວນ. ຈາກນັ້ນວັນທີ 1-2 ທັນວາ 201 ອາກາດຈະອຸ່ນຂຶ້ນເລັກໜ້ອຍ ແລະ ຈະມີໝອກບາງປົກຫຸ້ມໃນຕອນເຊົ້າ.
ພາກໃຕ້: ໃນໄລຍະວັນທີ 26-30 ພະຈິກ 2018 ໃນອາກາດຍັງຈະເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ ແລະ ເຊກອງ. ຈາກນັ້ນໃນວັນທີ 1-2 ພະຈິກ 2018 ອາກາດຈະຮ້ອນຂຶ້ນຕື່ມ ແລະ ມີລົມພັດແຮງໃນບາງໂອກາດ.
ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງສືບຕໍ່ໜາວເຢັນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ, ຈາກນັ້ນວັນທີ 1-2 ທັນວາ 2018 ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຈະເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມທົ່ວໄປ, ຈາກນັ້ນ ວັນທີ 1-2 ທັນວາ 2018 ອຸນຫະພູມອາກາດຈະຮ້ອນຂຶ້ນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາຄ່ຳ.

Wednesday, November 21, 2018

ປະທານ PS ພ້ອມຄະນະຖືກສານຕັດສິນທັງຈຳທັງປັບ! ສານຢຶດຊັບສິນມາໃຊ້ແທນໃຫ້ບັນດາຜູ້ເສຍຫາຍ


ໃນວັນທີ 21 ພະຈິກ 2018 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດຕັດອິດສະຫຼະພາບນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ (PS) ຈໍາຄຸກ 29 ປີ ແລະ ທ້າວ ປໍເຮີ ຈໍາຄຸກ 27 ປີ  ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ, ສໍ້ໂກງຊັບພົນລະເມືອງ, ຄອບຄອງສິ້ນສ່ວນ-ອະໄວຍະວະສັດປ່າປະເພດຫວງຫ້າມ ແລະ ຟອກເງິນ, ແຕ່ອີງຕາມຫລັກການຂອງມາດຕາ 45 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງປີ 2005 ສານຈຶ່ງເຫັນຄວນໃຫ້ ນາງ ສຸກນາລີ ເທບສີເມືອງ ໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.856 ລ້ານກີບ ແລະ ທ້າວ ປໍເຮີ ໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.846 ລ້ານກີບ.

ນອກຈາກນີ້, ສານຍັງໄດ້ຕັດສິນລົງໂທດຜູ້ສົມຮູ້ຮ່ວ່ມຄິດມີ: ທ້າວ ຈັນຄໍາ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 6 ລ້ານກີບ ໃນຂໍ້ຫາມີອາວຸດເສິກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ອານົງສັກ ພົງສະຫວັດ ຈໍາຄຸກ 12 ປີກັບ 3 ເດືອນ, ພ້ອມປັບໃໝ 704 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ຟອກເງິນ. ຕັດສິນລົງໂທດ ນາງ ໄມວັນ ພູມະນີວົງ ຈໍາຄຸກ 2 ປີ 6 ເດືອນ, ພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ຄໍາສິງ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 7 ລ້ານກີບ ໃນຂໍ້ຫາຊື້-ຂາຍອາວຸດເສີກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ໄຊຊົງ ຈໍາຄຸກ 4 ປີກັບ 9 ເດືອນ, ພ້ອມປັບໃໝ 26 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ບຸນທໍາ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ແກ້ວ ຈໍາຄຸກ 5 ປີ, ພ້ອມປັບໃໝ 28 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດນາງ ຈັນສະໝອນ ແກ້ວມະນີ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສີນລົງໂທດທ້າວ ໄຊດວງສີ ຊົງຈື ຈໍາຄຸກ 4 ປີກັບ 6 ເດືອນ, ພ້ອມປັບໃໝ 25 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ໄຈເຮີ ຈໍາຄຸກ 5 ປີ, ພ້ອມປັບໃໝ 30 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ສ່ວນວັດຖຸຊັບສິນຕ່າງໆ ເຊັ່ນ: ເງິນ, ທີ່ດິນ, ອາຄານ, ​ພາຫະນະ, ກົນຈັກ ແລະ ອື່ນໆ ຂອງພວກກ່ຽວ ໂດຍເຈົ້າໜ້າທີ່ໄດ້ກວດກາລະອຽດແລ້ວ ແລະ ໄດ້ອາຍັດ ແລະ ຍຶດໄວ້ນັ້ນ ສານໄດ້ຕັດສິນນໍາເອົາວັດຖຸຊັບສິນດັ່ງກ່າວມາປະຕິບັດພາງໃຊ້ແທນໃຫ້ບັນດາໂຈດທາງແພ່ງຕາມລະບຽບກົດໝາຍ.

Monday, November 19, 2018

ປີ 2019 ລັດຖະບານຈະຫລຸດໂຄຕາລັດຖະກອນໃໝ່ລົງຕື່ມ! ການເພີ່ມດັດສະນີເງິນເດືອນຈະໂຈະໄວ້ກ່ອນ



ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018 ໂດຍມື້ທຳອິດຂອງການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການຈຸດສຸມ 2019; ລວມທັງແຜນພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມໂດຍໄດ້ເນັ້ນວ່າ: ລັດຖະບານຈະຫລຸດໂຄຕາພະນັກງານລັດຖະກອນໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ເສຍກ່ອນ ໃນເງື່ອນໄຂທີ່ເຮົາມີຄວາມຫຍຸ້ງຍາກທາງດ້ານງົບປະມານປັດຈຸບັນ. ທ່ານ ນາຍົກລັດຖະມົນຕີ ຫວັງວ່າ ພະນັກງານລັດຖະກອນເຮົາຈະສືບຕໍ່ເສຍສະຫລະ ແລະ ອົດທົນໄປໄລຍະໜຶ່ງກ່ອນ.

Wednesday, November 14, 2018

ໄວຮຸ່ນອິນໂດເນເຊຍກຳລັງນິຍົມຕັ້ງວົງ “ດື່ມນໍ້າຕົ້ມຜ້າອານາໄມ” ແທນແອລກໍຮໍ ແລະ ຢາເສບຕິດ

ເມື່ອວັນທີ 12 ພະຈິກ 2018 ສື່ອິນໂດເນເຊຍລາຍງານວ່າ ຕຳຫຼວດອິນໂດເນເຊຍໄດ້ເຂົ້າຈັບກຸມໄວຮຸ່ນຈຳນວນຫຼາຍ ໃນຫຼາຍເມືອງ ຮວມທັງເມືອງຈາກາຕາ ເມືອງຫຼວງຂອງປະເທດ ທີ່ກຳລັງຕົ້ມນໍ້າຜ້າອະນາໄມ ແລະ ດື່ມກິນເພື່ອໃຫ້ຕົວເອງມີອາການມຶນເມົາເມີ່ລອຍ.
ຕາມການລາຍງານລະບຸວ່າ ກຸ່ມໄວຮຸ່ນທີ່ມີເງິນບໍ່ຫຼາຍພໍຈະຊື້ເຄື່ອງດື່ມແອລກໍຮໍ ຫຼື ຢາເສບຕິດ ກຳລັງຫັນມາດື່ມນໍ້າຕົ້ມຜ້າອະນາໄມກັນຫຼາຍຂຶ້ນ ເຊິ່ງພຶດຕິກຳແປກໃໝ່ນີ້ ເລີ່ມມີຕັ້ງແຕ່ປີ 2017 ຈາກເມື່ອກ່ອນມີພຽງບໍ່ພໍເທົ່າໃດຄົນ ແຕ່ປັດຈຸບັນມີຈຳນວນເພີ່ມສູງຂຶ້ນ, ສ່ວນຫຼາຍຈະເປັນໄວຮຸ່ນຢູ່ໃນຊ່ວງອາຍຸປະມານ 13-16 ປີ ອາໄສຢູ່ໃນຊຸມຊົນຍາກຈົນ ແລະ ແຖວຊານເມືອງ ໃນຕອນທຳອິດພວກເຂົາຈະຊອກເກັບເອົາຜ້າອະນາໄມທີ່ຜ່ານການໃຊ້ແລ້ວທີ່ຖືກຖິ້ມຢູ່ນຳຂີ້ເຫຍື້ອມາຕົ້ມດື່ມ ແຕ່ດຽວນີ້ພວກເຂົາປ່ຽນມາໃຊ້ຜ້າອະນາໄມທີ່ຍັງບໍ່ທັນໄດ້ໃຊ້ມາຕົ້ມດື່ມແທນ.
ນັກວິໄຈດ້ານເຄມີຂອງສະຖາບັນເຕັກໂນໂລຢີບັນດຸງ ອອກມາເຕືອນວ່າ ຜ້າອະນາໄມ ຫຼື ຜ້າອ້ອມ ເປັນຜະລິດຕະພັນທີ່ໃຊ້ໃນການຊຶມຊັບ ຈະມີສານໂພລິເມີດູດຊັບຂອງເຫຼວ ເມື່ອສານນີ້ເຂົ້າສູ່ຮ່າງກາຍຈະເຮັດໃຫ້ມີອາການມຶນເມົາຮູ້ສຶກເມີ່ລອຍ ແຕ່ກໍ່ເປັນສານກໍ່ຄວາມລະຄາຍເຄືອງໄດ້ຢ່າງຮຸນແຮງ ທັງຍັງເຮັດໃຫ້ເກີດອາການຕາແຫ້ງ ເຊິ່ງເລື່ອງນີ້ ຖືເປັນເລື່ອງທີ່ໜ້າກັງວົນຫຼາຍ ເພາະສານໂພລິເມີຢູ່ໃນຜ້າອະນາໄມບໍ່ໄດ້ຢູ່ໃນບັນຊີສານເສບຕິດ ທາງເຈົ້າໜ້າທີ່ຈື່ງບໍ່ສາມາດດຳເນີນຄະດີກັບຜູ້ທີ່ເສບນໍ້າຕົ້ມຜ້າອະນາໄມໄດ້.

ຂ່າວຈາກ: ລາວໂພສ

Friday, November 9, 2018

ເຈັບໃຈແຮງ! "ສຸອາພອນ" ຂໍໂທດ ແລະ ຂໍຖອນຕົວຈາກການແຂ່ງຂັນບານເຕະຊິງແຊັມອາຊຽນ.


ການແຂ່ງຂັນເຕະບານຊາຍຊິງແຊ້ມອາຊຽນ ຫລື AFF Suzuki Cup 2018 ຮອບແບ່ງກຸ່ມ ນັດທີ 1 ຂອງກຸ່ມ A ທິມຊາດລາວ ເປີດສະໜາມກີລາແຫ່ງຊາດ ຫລັກ 16 ຕ້ອນຮັບທິມຊາດຫວຽດນາມແຊ້ມປີ 2008 ຕົວເຕັງແຊ້ມລາຍການນີ້ ເກມຈົບລົງເປັນໄປຕາມຄາດໝາຍ ທີມຊາດຫວຽດນາມບຸກຊະນະທິມຊາດລາວ 3-0 ຈາກ ຫງຽວນ ກົງເຟືອງ ນາທີ 11' ຫວງຽນ ແອັງດຶກ ນາທີ 45+2' ແລະ ຫວງຽນ ກວາງ ຮ໊າຍ ນາທີ 68'.

ໃນວັນທີ 9 ພະຈິກ 2018 ສຸອາພອນ ວົງຈຽງຄຳ ກອງກາງທີມຊາດລາວ ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຂໍໂທດທີ່ບໍ່ສາມາດຊ່ວຍທີມຊາດລາວໄດ້ ພ້ອມທັງຂໍຖອນຕົວຈາກການແຂ່ງຂັນບານເຕະຊິງແຊັມອາຊຽນ.

ທີມຊາດລາວເສຍໃຫ້ທີມຊາດຫວຽດນາມ 10 ນັດຊ້ອນ! ໂດຍສະເພາະ 7 ນັດຫລັງສຸດບໍ່ສາມາດຍິງປະຕູທິມຊາດຫວຽດນາມ ເສຍເຖິງ 37 ປະຕູ. ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທີມຊາດກຳປູເຈຍ ເປີດບ້ານເສຍໃຫ້ທີມຊາດມາເຊຍ 0-1 ຈາກ ນໍຊາຣຸນ ນາທີ 30'.

ນັດທີ 2 ທິມຊາດລາວຈະໄປຢາມທີມຊາດມາເລເຊຍ ຢູ່ນະຄອນຫລວງກົວລາລຳເປີ ໃນວັນທີ 12 ພະຈິກນີ້ ຂະນະທີ່ທີມຊາດຫວຽດນາມ ຈະເປີດບ້ານຕ້ອນຮັບ ມາເລເຊຍ ໃນວັນທີ 16 ພະຈິກ 2018.

Thursday, November 8, 2018

ຊິນຫົວເປີດຕົວຜູ້ປະກາດຂ່າວຫຸ່ນຍົນຕົວທຳອິດຂອງໂລກ


ເມື່ອວັນທີ 8 ພະຈິກ 2018 ສຳນັກຂ່າວຊິນຫົວສື່ດັງຂອງປະເທດຈີນໄດ້ເປີດຕົວຜູ້ປະກາດຂ່າວປັນຍາປະດິດ ຫຼື AI "ຄົນ" ທຳອິດຂອງໂລກໃນງານປະຊຸມອິນເຕີເນັດໂລກ (World Internet Conference) ຄັ້ງທີ 5 ທີ່ເມືອງ ອູເຈິ້ນ ມົນທົນເຈີຈຽງ ປະເທດຈີນ. ໂດຍຜູ້ປະກາດຂ່າວຄົນນີ້ຖືກພັດທະນາຂຶ້ນພາຍໃຕ້ການຮ່ວມມືລະຫວ່າງສຳນັກຂ່າວຊິນຫົວ ກັບ Sogou.com ບໍລິສັດເສິຣຊເອນຈິນຂອງຈີນ ໂດຍໄດ້ນຳເອົາສຽງ ແລະ ຮູບລັກສະນະມາຈາກທ້າວ ຈາງຈ້າວ ຜູ້ປະກາດຂ່າວພາສາອັງກິດຂອງສຳນັກຂ່າວຊິນຫົວມາເປັນຕົ້ນແບບໃນການສ້າງ.

ຜູ້ປະກາດຂ່າວ AI ຄົນນີ້ສາມາດຮຽນຮູ້ຈາກການເບິ່ງວິດີໂອຖ່າຍທອດສົດຈຳນວນຫຼາຍດ້ວຍຕົວເອງ ແລະ ຍັງສາມາດອ່ານຂ່າວອອກອາກາດໄດ້ເປັນທຳະຊາດ ຄ້າຍຄືຜູ້ປະກາດຂ່າວມືອາຊີບ ດ້ານສຳນັກຂ່າວຊິນຫົວລະບຸວ່າ "ເຂົາ" ໄດ້ກາຍເປັນສະມາຊິກໃໝ່ຂອງທີມລາຍງານຂ່າວ ແລະ ສາມາດເຮັດວຽກໄດ້ຕະລອດ 24 ຊົ່ວໂມງ ໃນທຸກວຽກສື່ສັງຄົມອອນໄລນ໌ ເຊິ່ງສາມາດລຸດຕົ້ນທຶນການນຳສະເໜີຂ່າວ ແລະ ສາມາດພັດທະນາສັກກະຍາພາບໃນການເຮັດວຽກໄປໄດ້ພ້ອມໆກັນ.

ໃບຂັບຂີ່ລາວໃຊ້ໄດ້ຮອດແຕ່ເຂດໜອງຄາຍ-ອຸດອນເທົ່ານັ້ນ


ຈາກກໍລະນີມີຄົນລາວຄົນໜຶ່ງຂັບລົດຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍໃຊ້ໃບຂັບຂີ່ຍານພາຫະນະລາວ ແລ້ວຖືກຕຳຫຼວດໄທກັກຕົວ ພ້ອມປັບໄໝເປັນເງິນ 400 ບາດ ສຳລັບເຫດການນີ້ໄດ້ສ້າງຄວາມສົນໃຈໃຫ້ແກ່ປະຊາຊົນຊາວລາວ ໂດຍສະເພາະຜູ້ທີ່ມັກຂັບລົດສ່ວນຕົວຂ້າມໄປຝັ່ງໄທ ຫຼື ຄົນທີ່ມີແຜນຈະລອງຂັບລົດສ່ວນຕົວຂ້າມໄປ ເພື່ອໃຫ້ຂໍ້ສົງໃສນີ້ມີຄຳຕອບກັບທຸກຄົນດັ່ງນັ້ນ, ທາງນັກຂ່າວລາວໂພສ ຈິ່ງໄດ້ໂທລະສັບໄປສອບຖາມທາງສະຖານທູດໄທປະຈຳນະຄອນຫຼວງວຽງຈັນກ່ຽວກັບເລື່ອງການຖືໃບຂັບຂີ່ຍານພາຫະນະລາວຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍທາງເຈົ້າໜ້າກົງສູນຄົນໜຶ່ງໄດ້ໃຫ້ຄຳຕອບວ່າ ສຳລັບໃບຂັບຂີ່ຍານພາຫະນະລາວນັ້ນ ແມ່ນສາມາດນຳໃຊ້ເດີນທາງເຂົ້າ-ອອກໃນເຂດໜອງຄາຍ-ອຸດອນທານີເທົ່ານັ້ນ ແຕ່ຫາກທ່ານໃດມີຈຸດປະ ສົງຈະເດີນທາງໄປໄກກວ່ານີ້ແມ່ນໃຫ້ນຳໃຊ້ໃບຂັບຂີ່ສາກົນ.

ປະເທດລາວເປັນໜຶ່ງໃນປະເທດພາຄີຄູ່ສັນຍາກ່ຽວກັບການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ບຸກຄົນຂ້າມແດນ ເຊິ່ງໄດ້ມີການລົງນາມກັນຄັ້ງທຳອິດໃນວັນທີ 26 ພະຈິກ 1999 ທີ່ນະຄອນຫຼວງວຽງຈັນ ແລະ ໄດ້ມີການແກ້ໄຂຄັ້ງສຸດທ້າຍໃນວັນທີ 19 ກັນຍາ 2003 ທີ່ເມືອງຕ້າລີ່ ເຊິ່ງລັດຖະບານປະເທດພາຄີໄດ້ເຫັນດີເຮັດຂໍ້ຕົກລົງສຳເລັດໃນປີ 2005 ໂດຍສັນຍາດັ່ງກ່າວລະບຸໄວ້ມີ 6 ປະເທດພາຄີຄື: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເຊິ່ງປະເທດຄູ່ພາຄີຈະຍອມຮັບໃບອະນຸຍາດຂັບຂີ່ພາຍໃນປະເທດທີ່ອອກໂດຍໜ່ວຍງານທີ່ມີອຳນາດອອກໃບອະນຸຍາດຂັບຂີ່ຂອງປະເທດຜູ້ສົ່ງ ຍົກເວັນໃບອະນຸຍາດຂັບຂີ່ປະເພດຫັດຂັບ, ໃບຂັບຂີ່ໝົດອາຍຸ, ໃບຂັບຂີ່ປະເພດຊົ່ວຄາວ ຫຼື ໃບອະນຸຍາດຂັບຂີ່ທີ່ຖືກພັກ ແລະ ອື່ນໆ ທີ່ມີລັກສະນະດຽວກັນ.

ນອກຈາກນີ້ ຍັງມີຂໍ້ມູນຈາກບົດສຳພາດຂອງທ່ານ ສະນິດ ພົມວົງ, ອະທິບໍດີກົມການຂົນສົ່ງທາງບົກ ໂດຍກ່າວວ່າ ສຳລັບຊາວຕ່າງຊາດທີ່ເຂົ້າມາໃນປະເທດໄທ ແລະ ຕ້ອງການຂັບຂີ່ລົດ ສິ່ງທຳອິດແມ່ນຕ້ອງມີໃບອະນຸຍາດຂັບຂີ່ຍານພະຫະ ໃນກໍລະນີທີ່ເຂົ້າມາໄທແລ້ວມີຄວາມປະສົງຕ້ອງການຂັບລົດແຕ່ຍັງບໍ່ທັນມີໃບຂັບຂີ່ເທື່ອ ກໍ່ສາມາດມາເຮັດໃບຂັບຂີ່ໃນປະເທດໄທໄດ້ ມາຕິດຕໍ່ກັບກົມການຂົນສົ່ງທາງບົກ ສຳນັກງານການຂົນສົ່ງປະຈຳຈັງຫວັດທົ່ວປະເທດ ສຳລັບເອກະສານທີ່ຈະນຳມາປະກອບຈະຕ້ອງມີ ປື້ມຜ່ານແດນເຂົ້າ-ອອກປະເທດຢ່າງຖືກຕ້ອງຕາມກົດໝາຍ, ສຳເນົາວີຊ່າ, ໃບອະນຸຍາດເຮັດວຽກ ຫຼື ໃບຮັບຮອງສະຖານທີ່ອາໃສໃນໄທ, ໃບຮັບຮອງແພດບໍ່ເກີນ 1 ເດືອນ ຫຼັງຈາກນັ້ນກໍ່ຈະມີການສອບເສັງເອົາໃບຂັບຂີ່.

ແຫລ່ງຂ່າວ: ລາວໂພສ