Sunday, September 30, 2018

ສິນາມິຖະລົ່ມອິນໂດເນເຊຍ! ຕາຍ 832 ຄົນ ລັດຖະບານຍອມເປີດຮັບຄວາມຊ່ວຍເຫຼືອຈາກນານາປະເທດແລ້ວ


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນທີ 1 ຕຸລາ 2018ວ່າ ປະທານາທິບໍດີ ໂຈໂຄ ວິໂດໂດ ອະນຸມັດຄຳສັ່ງໃຫ້ເປີດຮັບຄວາມຊ່ວຍເຫຼືອຈາກນານາຊາດ ໃນການຊ່ວຍເຫຼືອປະຊາຊົນທີ່ເກາະສຸລາເວຊີ ຊຶ່ງກຳລັງເດືອດຮ້ອນຢ່າງໜັກຫຼັງເກີດແຜ່ນດິນໄຫວຮຸນແຮງ 7.5 ແມກນິຈູດ ແລະ ຕາມມາດ້ວຍສິນາມິ ເມື່ອວັນສຸກທີ່ຜ່ານມາ.

ຂະນະທີ່ທ່ານ ຊູໂຕໂປ ປູຣໂວ ນູໂກຣໂຮ ໂຄສົກສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດ (ບີເອັນພີບີ) ຍອມຮັບວ່າ ນອກເໜືອຈາກສິ່ງຂອງເພື່ອການບໍລິໂພກ ແລະ ອຸປະໂພກທີ່ຈຳເປັນແລ້ວ ສິ່ງທີ່ຂາດບໍ່ໄດ້ໃນຕອນນີ້ຄືເຄື່ອງມື ແລະ ອຸປະກອນສຳລັບຂຸດເຈາະ ໂດຍທຸກຝ່າຍເຊື່ອວ່າຜູ່ສູນຫາຍຈຳນວນຫຼາຍຍັງຄົງຕິດຢູ່ພາຍໃຕ້ຊາກຫັກພັງຂອງອາຄານ ແຕ່ຂະບວນການຊ່ວຍເຫຼືອເປັນໄປໄດ້ຢ່າງລຳບາກ ດ້ວຍຂໍ້ຈຳກັດດ້ານເຄື່ອງມື ແລະ ອຸປະກອນ.
ສຳລັບຈຳນວນຜູ່ເສຍຊີວິດຈາກເຫດການໄພພິບັດໃນຄັ້ງນີ້ມີ 832 ຄົນ ແຕ່ມີຄວາມເປັນໄປໄດ້ສູງທີ່ຈະເພີ່ມຈຳນວນຂຶ້ນອີກ "ອາດເຖິງຫຼັກພັນ" ຊຶ່ງເຈົ້າໜ້າທີ່ບາງສ່ວນເລີ່ມກຽມການປັບພື້ນທີ່ບາງແຫ່ງເຖິງເກາະສຸລາເວສີໃຫ້ເປັນສຸສານຂະໜາດໃຫຍ່ ເພື່ອເອົາໄວ້ຝັງຮ່າງຜູ່ເສຍຊີວິດຊຶ່ງມີການຄົ້ນພົບຢ່າງຕໍ່ເນື່ອງ.


ແຫລ່ງຂ່າວ: ເດລີເມລ

ຝ່າຍປະຕິບັດງານໄຟຟ້ານະຄອນຫຼວງແຈ້ງ! ມີສະຕິຢ່າຕົກເປັນເຫຍື່ອ ນັກຕົ້ມຕຸ໋ນແອບອ້າງເປັນພະນັກງານໄຟຟ້າ


ລັດວິສາຫະກິດໄຟຟ້າລາວ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໄດ້ອອກແຈ້ງການສະບັບເລກທີ 1832/ຟຟລ.ນວ, ລົງວັນທີ 28 ກັນຍາ 2018 ເຖິງພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໃນນະຄອນຫຼວງວຽງຈັນ ຊາບທົ່ວເຖິງກັນວ່າ: ປັດຈຸບັນມີຄົນບໍ່ຫວັງດີນຸ່ງຖືຊຸດກຳມະກອນໄຟຟ້າລາວ ແອບອ້າງຕົນເອງວ່າເປັນພະນັກງານຂອງລັດວິສາຫະກິດໄຟຟ້າລາວ ໄປເຄື່ອນໄຫວຕົວະຍົວະຫຼອກລວງພໍ່ແມ່ປະຊາຊົນຜູ່ທີ່ຕ້ອງການເອົາໄຟຟ້າເຂົ້າເຮືອນໃຫ້ໄດ້ໄວ ແລະ ຕົວະຍົວະຫຼອກລວງເອົາເງິນນຳພໍ່ແມ່ປະຊາຊົນຜູ່ທີ່ຕ້ອງການເອົາໄຟເຂົ້າເຮືອນໃນລາຄາສູງກວ່າທາງການກຳນົດ ຊຶ່ງໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ລັດວິສາຫະ ກິດໄຟຟ້າລາວຢ່າງຫຼວງຫຼາຍ, ເພາະຄວາມຈິງແລ້ວ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງບໍ່ມີນະໂຍບາຍ ແລະ ບໍ່ໄດ້ແຕ່ງຕັ້ງພະນັກງານຂອງຕົນ ອອກເຄື່ອນໄຫວປຸກລະດົມໃຫ້ພໍ່ແມ່ປະຊາຊົນເອົາໄຟເຂົ້າເຮືອນ ຫຼື ຕິດຕັ້ງໝໍ້ນັບໄຟໃນລັກສະນະດັ່ງກ່າວ, ສະນັ້ນ ເພື່ອບໍ່ໃຫ້ມີບັນຫາດັ່ງກ່າວເກີດຂຶ້ນອີກຈິ່ງຂໍໃຫ້ບັນດາທ່ານຜູ່ທີ່ຕ້ອງການເອົາໄຟຟ້າເຂົ້າເຮືອນໃໝ່ ຫຼື ຂໍຕິດຕັ້ງໝໍ້ນັບໄຟຟ້າແມ່ນໃຫ້ເຂົ້າໄປພົວພັນກັບພາກສ່ວນທີ່ກ່ຽວຂ້ອງ ຂອງສາຂາໄຟຟ້າເມືອງໃກ້ບ້ານຂອງທ່ານ, ຫາກທ່ານມີບັນຫາຕ່າງໆກ່ຽວກັບການຊົມໃຊ້ໄຟຟ້າສາມາດໂທສອບຖາມໄດ້ທາງສາຍດ່ວນຂອງໄຟຟ້ານະຄອນຫຼວງ 1199 ໄດ້ຕະຫຼອດ 24 ຊົ່ວໂມງ.

ແຫຼ່ງຂ່າວ: ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ

Friday, September 28, 2018

ທະນາຄານກາງ ກຳນົດອັດຕາແລກປ່ຽນບໍ່ໃຫ້ເກີນ 2%

ທະນາຄານແຫ່ງ ສປປ ລາວ (ທະນາຄານກາງ)  ໄດ້ຄວບຄຸມສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ຮ້ານແລກປ່ຽນບໍ່ໃຫ້ເກີນ 2% ໂດຍອີງຕາມບົດລາຍງານການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 12/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ກ່ຽວກັບມາດຕະການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ. ປັດຈຸບັນສາມາດຄວບຄຸມໄດ້ເງິນກີບ-ບາດ 1,66%, ກີບ/ໂດລາ ແມ່ນເກີນ 3,59% ຖ້າທຽບໃສ່ ສະພາແຫ່ງຊາດ ວາງໄວ້ບໍ່ໃຫ້ເໜັງຕີງເກີນ 5%  ເຫັນວ່າຍັງຢູ່ໃນກອບທີ່ກຳນົດໄວ້.
ການຄວບຄຸມຂອງທະນາຄານດັ່ງກ່າວ ໄດ້ມີການນຳໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ໂດຍມີການຕິດຕາມອັດຕາແລກປ່ຽນຕາມຮ້ານແລກປ່ຽນເງິນຕາ ທີ່ເປັນເປົ້າໝາຍປະມານ 40 ແຫ່ງ ເຊິ່ງມີການແຕ່ງຕັ້ງຄະນະລົງຕິດຕາມກວດກາ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເຈົ້າໜ້າທີ່ປ້ອງການຄວາມສະຫງົບ (ປກສ), ຕຳຫຼວດເສດຖະກິດ ພ້ອມທັງໄດ້ການແຈ້ງເຊີນບັນດາຜູ້ປະກອບການທຸລະກິດ,  ຮ້ານແລກປ່ຽນເງິນຕາເຂົ້າຮ່ວມຮັບຟັງກ່ຽວກັບລະບຽບຫຼັກການ ແລະ ຂໍ້ກຳນົດຕ່າງໆ ໃນການດຳເນີນທຸລະກິດດັ່ງກ່າວ ພ້ອມທັງມີການກ່າວເຕືອນວ່າ: ”ຖ້າຫາກມີຜົນກະທົບແຮງຈະມີການຖອນໃບອະນຸຍາດ”. ສຳລັບການກວດກາເງິນຕາຕ່າງປະເທດ ໃນພາກສ່ວນທະນາຄານ ໄດ້ມີການຈຳກັດການນຳໃຊ້ເງິນຕາຕ່າງປະເທດ ເພື່ອສົ່ງເສີມການຊໍາລະສິນຄ້າ-ການບໍລິການເປັນເງິນກີບ ແລະ ຊຸກຍູ້ໃຫ້ມີການຊຳລະຜ່ານລະບົບທະນາຄານ ດ້ວຍການຕິດຕັ້ງເຄື່ອງຮູດບັດ ເອທີເອັມ (ATM), ບັດວີຊາ (VISA Card), ນຳໃຊ້ການຊຳລະຄ່າທາງ, ຊຳລະພາສີ-ອາກອນຕ່າງໆຜ່ານຕູ້ ແລະ ລະບົບໃນໂທລະສັບມືຖື ທັງໝົດນີ້ມອບໃຫ້ທະນາຄານທຸລະກິດເປັນຜູ້ດຳເນີນການ.
ໃນການກຳນົດສ່ວນຕ່າງ ກ່ຽວກັບອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ ຂອງທະນາຄານດັ່ງກ່າວ,  ໄດ້ມີການສົມທຽບທົບທວນຄືນກ່ຽວກັບອັດຕາດອກເບ້ຍໃນໄລຍະຜ່ານມາ  ເຊິ່ງນໍາໃຊ້ຕະຫຼາດເປັນຕົວກຳນົດ. ໃນປັດຈຸບັນທະນາຄານກຳລັງທົບທວນຄືນ,  ຄົ້ນຄວ້າວິທີໃນການຄິດໄລ່  ແລະ ຄາດວ່າຈະໃຫ້ສຳເລັດໃນໄວໆນີ້.
 ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ຄັ້ງປະຫວັດສາດ! ທັບກະຕໍ້ລາວ ຍາດໄດ້ 2 ຫຼຽນຄຳ 1 ຫຼຽນທອງ ຈາກການແຂ່ງຂັນກະຕໍ້ຊິງແຊັ້ມໂລກ 2018 ທີ່ປະເທດໄທ


ການກະຕໍ້ຊິງແຊ້ມໂລກ 2018 ຊິງຂັນພະຣາດຊະທານເຈົ້າຊີວິດໄທ ຄັ້ງທີ 33 ທີ່ນະຄອນຣາດຊະສີມາ, ປະເທດໄທ ໃນວັນທີ 23-30 ກັນຍານີ້. ທັບນັກກີລາຈາກ ສປປ ລາວ ໄດ້ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການກະຕໍ້ລາວ ໂດຍການສ້າງຜົນງານອັນຍິ່ງໃຫຍ່ ຄວ້າຫຼຽນຄຳ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ.

ໃນວັນທີ 26 ກັນຍາ 2018 ທີ່ຜ່ານມາ ທີມກະຕໍ້ຍິງດ່ຽວລາວ ພົບກັບ ເກົາຫຼີໃຕ້ໃນຮອບຮອງຊະນະເລີດ ແຕ່ກໍ່ພາດທ່າເສຍໃຫ້ເກົາຫຼີໃຕ້ 0-2 ເຊັດ ດ້ວຍຄະແນນ 18-21 ແລະ 14-21 ເຮັດໃຫ້ທີມກະຕໍ້ຍິງລາວຍາດໄດ້ຫຼຽນທອງຫຼຽນທຳອິດໃນລາຍການມາຄອງ. ເຊິ່ງລາວເຮົາ ໄດ້ຫລຽນທອງຮ່ວມກັບ ອິນໂດເນເຊຍ ທີ່ເສຍໃຫ້ຫວຽດນາມ 0-2 ເຊັດ: 13-21 ແລະ 16-21.

ຕໍ່ມາໃນວັນທີ 27 ກັນຍາ 2018 ເປັນການພົບກັນລະຫວ່າງ ທີມກະຕໍ້ຄູ່ຊາຍລາວ ກັບ ອິນເດຍ ໃນຮອບຊິງຊະນະເລີດ ຊຶ່ງຜົນປະກົດວ່າ ທີມກະຕໍ້ຄູ່ຊາຍລາວເຮົາຄຸມເກມໄດ້ດີກວ່າ ຈິ່ງຊະນະ ທີມກະຕໍ້ຄູ່ຊາຍອິນເດຍ ໄປ 2-1 ເຊັດ ດ້ວຍຄະແນນ 20-22, 21-16 ແລະ 21-19 ຄວ້າແຊ້ມໂລກມາຄອງເປັນຄັ້ງທຳອິດໃນປະຫວັດສາດ ແລະ ໃນມື້ດຽວກັນ ທີມກະຕໍ້ຄູ່ຍິງລາວ ທີ່ພົບກັບເກົາຫຼີໃຕ້ ໃນຮອບຊິງຊະນະເລີດ ຜົນປະກົດວ່າ ທີມກະຕໍ້ຄູ່ຍິງລາວ ຫຼິ້ນເກມທີ່ເໜືອກວ່າ ສາມາດເອົາຊະນະ ໄປ 2-1 ເຊັດ: 12-21, 21-18 ແລະ 21-10 ເປັນຫລຽນຄຳຫຼຽນທີ 2 ປະເພດທີມຄູ່ຍິງ
ນີ້ຖືເປັນຄັ້ງປະຫວັດຂອງກະຕໍ້ລາວ ເນື່ອງຈາກໄລຍະຜ່ານມາລາວເຮົາເຂົ້າຮ່ວມໄດ້ພຽງ 1 ຫລຽນທອງຈາກປະເພດຄູ່ຊາຍໃນປີ 2011.


ແຫຼ່ງຂ່າວ: ຂ່າວກີລາ Lao National TV
ຮູບປະກອບ: ອາຈານໃຈ ແກ້ວປະເສີດ & เซปัก ตะกร้อ – Sepak Takraw

ຄອບຄົວປະທານປະເທດ ເຈິ່ນ ດ໋າຍ ກວາງ ຕ້ອງການໃຫ້ຝັງສົບທີ່ບ້ານເກີດ ແທນທີ່ຈະຝັງຢູ່ສຸສານວິລະຊົນໃນນະຄອນຫຼວງຮ່າໂນຍ

ເມື່ອວັນທີ 27 ກັນຍາ 2018 ສຳນັກຂ່າວເອພີລາຍງານວ່າ ມີປະຊາຊົນຊາວຫວຽດນາມອອກມາຮວມຕົວກັນເຕັມສອງຝາກທາງໃນນະຄອນຫຼວງຮ່າໂນ່ຍ ເພື່ອສະແດງຄວາມເຄົາລົບ ແລະ ໄວ້ອາໄລເທື່ອສຸດທ້າຍຕໍ່ທ່ານ ເຈິ່ນ ດ໋າຍ ກວາງ ປະທານປະເທດຫວຽດນາມຜູ່ລ່ວງລັບ ຂະນະທີ່ຂະບວນປືນໃຫຍ່ນຳໂລງສົບບັນຈຸສົບຂອງປະທານປະເທດເຈິ່ນ ດ໋າຍ ກວາງ ທີ່ຄຸມດ້ວຍທຸງຊາດຫວຽດ ນາມ ແຫ່ໄປຕາມຖະໜົນໃນນະຄອນຫຼວງຮ່າໂນຍ ໃນລັດພິທີສົບທີ່ຈັດໃຫ້ແກ່ຜູ່ນຳຫວຽດນາມທີ່ລ່ວງລັບຢ່າງສົມກຽດ

ຫຼັງຈາກສຳເລັດລັດພິທີສົບ ຮ່າງຂອງປະທານປະເທດ ເຈິ່ນ ດ໋າຍ ກວາງ ທີ່ເສຍຊີວິດລົງດ້ວຍໄວອາຍຸ 61 ປີ, ຫຼັງຈາກປ່ວຍຍ້ອນການຕິດເຊື້ອໄວຣັສຮ້າຍແຮງ ໃນວັນທີ 21 ກັນຍາ 2018 ຈະຖືກນຳໄປຝັງທີ່ບ້ນເກີດທີ່ໝູ່ບ້ານໃນແຂວງ ນິນບິນ ທາງພາກເໜືອຂອງຫວຽດນາມ, ໃນຕອນແລງວັນດຽວກັນ ຊຶ່ງເປັນຕາມເຈດຕະນາຂອງຄອບຄົວທ່ານ ເຈິ່ນ ດ໋າຍ ກວາງ ແທນທີ່ຈະນຳສົບໄປຝັງທີ່ສຸສານວິລະຊົນແຫ່ງຊາດໝາຍຫຍິກ ໃນນະຄອນຫຼວງຮ່າໂນຍ ຊຶ່ງເປັນສະຖານທີ່ຝັງສບຂອງເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫວຽດນາມ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽນ ຊວນ ຟຸກ ຂຶ້ນເວທີກ່າວຄຳຖະແຫຼງໃນທີ່ປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (ຢູເອັນຈີເອ) ທີ່ນະຄອນນິວຢອກ ຂອບໃຈທີ່ປະຊຸມທີ່ຢືນໄວ້ອາໄລເປັນເວລາ 1 ນາທີ ແລະ ການຫຼຸດທຸງສັນຍາລັກຢູເອັນລົງ ເພື່ອຮ່ວມລຳລຶກ ແລະ ເປັນກຽດໃຫ້ກັບປະທານປະເທດຂອງປະເທດຫວຽດນາມທີ່ເສຍຊີວິດ.

ແຫຼ່ງຂ່າວ: matichon.co.th

Thursday, September 27, 2018

ບໍ່ລອດ! ຈັບ 2 ໂຈນສັນຊາດຫວຽດນາມກໍ່ເຫດປຸ້ນຮ້ານຄຳ ຕະຫຼາດດາຣາ ແຂວງຫຼວງພະບາງ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ ຊຽງຂວາງ ກຳລັງດຳເນີນການສືບສວນ-ສອບສວນ ຄົນຮ້າຍສອງຄົນ ທີ່ກໍ່ເຫດປຸ້ນຮ້ານຄຳ ຢູ່ຕະຫຼາດດາຣາ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ໃນວັນທີ 26 ກັນຍາ 2018.
ຫຼັງຈາກກໍ່ເຫດ ຄົນຮ້າຍໄດ້ເອົາຕົວຫຼົບໜີໄປແຂວງ ຊຽງຂວາງ ໃນມື້ກໍ່ເຫດເລີຍ ພ້ອມຂອງກາງທີ່ລັກມາໄດ້, ຫຼັງຈາກຮັບແຈ້ງເຫດເຈົ້າໜ້າທີ່ຕໍາຫຼວດກໍໄດ້ເຂົ້າພິສູດຫຼັກຖານຢູ່ຮ້ານຄຳດັ່ງກ່າວ ແລະ ຈັດຕັ້ງເຈົ້າໜ້າທີ່ເລັ່ງນຳຈັບຕົວພວກກ່ຽວໄດ້ໃນເວລາຕໍ່ມາທີ່ແຂວງ ຊຽງຂວາງ.
ທ່ານ ພັທ ຄຳກ້ຽວ ວົງຂັນ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ຊຽງຂວາງ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບການ ລາຍງານຈາກກຳລັງວິຊາສະເພາະ ປກສ ແຂວງ ຫຼວງພະບາງ ວ່າ: ມີຄົນຮ້າຍ 2 ຄົນ ກໍ່ເຫດປຸ້ນຮ້ານຄຳຢູ່ຕະຫຼາດດາຣາ ນະຄອນ-ຫຼວງພະບາງ ແຂວງ ຫຼວງພະບາງ, ເຊິ່ງພວກກ່ຽວກຳລັງເດີນທາງຕາມເສັ້ນທາງເລກທີ 13 ເໜືອ. ຈາກນັ້ນ, ຈຶ່ງໄດ້ຈັດກຳລັງສະກັດຢູ່ເສັ້ນທາງແຂວງ, ຜ່ານການຕິດຕາມກວດກາຮອດເວລາປະມານ 17:00 ໂມງ ຂອງວັນທີ 26 ກັນຍາ 2018 ຈຶ່ງສາມາດສະກັດຈັບຜູ້ລົງມືປຸ້ນໄດ້ຢູ່ເມືອງພູກູດ ຊື່ທ້າວ ຫງວຽນຈຸ້ງແທ່ງ ອາຍຸ 33 ປີ ເຊື້ອຊາດ, ສັນຊາດຫວຽດນາມ ຢູ່ແຂວງ ເຫງະອານ ສສ ຫວຽດນາມ, ໃນຂະນະທີ່ກຳລັງເດີນທາງດ້ວຍລົດໂດຍສານ.
ສ່ວນຜູ້ທີສອງ ຊື່ທ້າວ ຫງວຽນວັນເຫຼີມ ອາຍຸ 28 ປີ ເຊື້ອຊາດ, ສັນຊາດຫວຽດນາມ ຢູ່ແຂວງ ເຫງະອານ ສສ ຫວຽດ ນາມ ແມ່ນຈັບໄດ້ເວລາປະມານ 24:00 ໂມງ ໃນວັນດຽວກັນ ຢູ່ເມືອງ ແປກ ແຂວງ ຊຽງຂວາງ ເຊິ່ງເປັນຜູ້ທີ່ຂັບຂີ່ລົດຈັກ ຕາມຫຼັງລົດເມໂດຍສານໄປຊຽງຂວາງ.
ຜ່ານການສອບສວນໃນເບື້ອງຕົ້ນ ພວກກ່ຽວຮັບສາລະພາບວ່າ: ພາຍຫຼັງກໍ່ເຫດແມ່ນໄດ້ແຍກກັນຫຼົບໜີເຈົ້າໜ້າທີ່ຕໍາຫຼວດທີ່ກຳລັງນຳຈັບຕົວ ໂດຍນັດພົບກັນຢູ່ແຂວງ ຊຽງຂວາງ ເຊິ່ງໃຫ້ທ້າວ ຫງວຽນຈຸ້ງແທ່ງ ເປັນຄົນຂີ່ລົດໂດຍ ສານໄປກ່ອນ ສ່ວນທ້າວ ຫງວຽນວັນເຫຼີມ ແມ່ນຂັບຂີ່ລົດຈັກທີ່ໃຊ້ໃນການກໍ່ເຫດໃນຄັ້ງນີ້ ໄປຕາມຫຼັງລົດໂດຍສານ ພໍເດີນທາງໄປຮອດແຂວງ ຊຽງຂວາງຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.
ສ່ວນລາຍລະອຽດຂອງຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ ປກສ ແຂວງ ຊຽງຂວາງ ໄດ້ສົມທົບກັບ ປກສ ແຂວງ ຫຼວງພະບາງ ກຳລັງດຳເນີນການສືບສວນ-ສອບສວນ ເພື່ອໃຫ້ກະຈ່າງແຈ້ງ ແລ້ວຈຶ່ງຈະນຳສະເໜີຂ່າວສູ່ສັງຄົມອີກ.

ຂ່າວຈາກ: ໜັງສືພິມ ປກສ.

Wednesday, September 26, 2018

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີວາງພວງມາລາ ທີ່ ສສ.ຫວຽດນາມ ຕໍ່ການເສຍຊີວິດຂອງ ອະດີດປະທານປະເທດຫວຽດນາມ


ສຳນັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ ຕອນເຊົ້າຂອງວັນທີ 27 ກັນຍາ 2018, ຄະນະການນຳຈາກລາວຈະໄດ້ຮ່ວມກັບການນຳຂັ້ນສູງ ພັກ-ລັດ ແຫ່ງ ສສ.ຫວຽດນາມ ເຂົ້າຮ່ວມພິທີໄຫວ້ອາໄລຢ່າງເປັນທາງການ ໃຫ້ແກ່ ສະຫາຍ ເຈິນ ດ໋າຍ ກວາງ ກ່ອນທີ່ຈະເຄື່ອນສົບໄປຈັດພິທີສົ່ງສະການ ຕາມປະເພນີຢູ່ບ້ານເກີດຂອງເພິ່ນ ທີ່ ແຂວງນິງບິ່ງ.


ໃນລະວ່າງວັນທີ 26-27 ກັນຍາ 2018, ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ, ໄດ້ນຳພາຄະນະເຂົ້າຮ່ວມພິທີ ໄຫວ້ອາໄລ ສະຫາຍ ເຈິນ ດ໋າຍ ກວາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທີ່ ນະຄອນຫລວງຮ່າໂນ້ຍ.

ຄະນະລັດຖະບານລາວ ໄດ້ໄປວາງພວງມາລາ ແລະ ຂຽນປື້ມ ທີ່ ຫໍຊາປະນະກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫລວງຮ່າໂນ້ຍ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ, ຜູ້ທີ່ບໍ່ພຽງແຕ່ເປັນຜູ້ນໍາທີ່ສໍາຄັນຂອງ ສສ.ຫວຽດນາມ ແຕ່ຍັງເປັນເພື່ອນມິດທີ່ໃກ້ຊິດ ສະໜິດສະໜົມ ຂອງ ສປປ ລາວ. ການຈາກໄປຂອງສະຫາຍ ເຈິນ ດ໋າຍ ກວາງ ທີ່ບໍ່ມີວັນຫວນຄືນມາ ເປັນການສູນເສຍອັນໃຫຍ່ຫລວງ ບໍ່ພຽງແຕ່ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍ ຂອງ ພັກ-ລັດ ແລະ ປະຊາຊົນລາວ ອີກດ້ວຍ.

ໃນວັນດຽວກັນ, ສະຫາຍ ພັນຄຳ ວິພາວັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາ ທິການໃຫຍ່ພັກກອມມູນິດຫວຽດນາມ, ເພື່ອສະແດງຄວາມເສົ້າໂສກເສຍໃຈອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດ໋າຍ ກວາງ, ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫລົດໃຈ ຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ທຸກບັນດາການນຳຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການສູນເສຍອັນໃຫຍ່ຫລວງໃນຄັ້ງນີ້, ໂດຍສະເພາະແມ່ນຄອບຄົວ, ເພື່ອນມິດຂອງສະຫາຍ ເຈິນ ດ໋າຍ ກວາງ ດ້ວຍ.


ແຫຼ່ງຂ່າວ ແລະ ຮູບປະກອບ: ຂ່າວສານປະເທດລາວ

ດາຣາດັງຣັດເຊຍຟິວຂາດ! ບຸກຕົບ "ຜູ່ຊົມ" ໃນຫ້ອງອັດລາຍການສົດ ຖານບອກລູກນາງເປັນເດັກດາວຊິນໂດຣມ ສັງຄົມບໍ່ຕ້ອງການ


ເຫດການຊວນອຶ້ງນີ້ເກີດຂຶ້ນເມື່ອວັນທີ 17 ກັນຍາ 2018 ທີ່ຜ່ານມາ ໃນຂະນະກຳລັງບັນທຶກລາຍການສົດ ຜ່ານທາງໂທລະທັດຣັດເຊຍ-1 ເມື່ອອິຟໄລນາ ເບຣເດນ ພິທີກອນ- ນັກສະແດງຊື່ດັງຂອງຣັດເຊຍ ໄວ 49 ປີ ແລະ ຕອນນີ້ກຳລັງຖືພາອ່ອນໆ ເປັນໜຶ່ງໃນແຂກຮັບເຊີນໃນລາຍການ On Air Live (ເປັນລາຍການສົດ) ເກີດຟິວຂາດລຸກຍ່າງໄປຕົບໜ້າຍິງຄົນໜຶ່ງທີ່ເປັນຜູ່ຊົມໃນຫ້ອງສະຕູດິໂອ ຈົນເກີດເປັນປະເດັນຮ້ອນໃນໂລກອອນໄລນ໌

ທ້າວ ອັນເດຣ ຄາມາລອຟ ພິທີກອນລາຍການ ໄດ້ເຊີນ ດາຣາສາວ ອິຟໄລນາ ມາຮ່ວມສົນທະນາເຖິງເລື່ອງຕ່າງໆ ໃນຊີວິດຂອງນາງ ທັງເລື່ອງສຸຂະພາບ ແລະ ຄວາມຮູ້ສຶກຂອງນາງກ່ຽວກັບການຖືພາລູກຄົນທີ 3, ອິຟໄລນາ ກ່າວວ່າ "ການຖືພາຄັ້ງນີ້ເກີດຈາກວິທີເຮັດຫຼອດແກ້ວ ເຊິ່ງຕ້ອງຜ່ານຂັ້ນຕອນຫຼາຍຢ່າງ ນາງມີຄວາມດີໃຈຫຼາຍທີ່ສາມາດຖືພາໄດ້ສຳເລັດ ນາງຫວັງວ່າລູກໃນທ້ອງຄົນນີ້ຈະເກີດມາເປັນລູກສາວ ເພາະນາງໄຝ່ຝັນຈາກມີລູກສາວມາດົນແລ້ວ ເນື່ອງຈາກວ່ານາງມີລູກຊາຍ 2 ຄົນ ຊາຍກົກຊື່ ນິໂຄໄລ ສ່ວນຄົນນ້ອງຊື່ທ້າວ ເຊມມອນ ອາຍຸ 6 ປີ ຊຶ່ງປ່ວຍເປັນດາວຊິນໂດຣມ"  

ທຳອິດບັນຍາກາດໃນຫ້ອງອັດລາຍການດຳເນີນປດ້ວຍດີ ຈົນເມື່ອເຖິງເວລາ ພິທີກອນ ໄດ້ເຂົ້າໄປສອບຖາມຄວາມເຫັນຂອງຜູ່ຊົມໃນຫ້ອງສະຕູດີໂອກ່ຽວກັບຂ່າວດີຄັ້ງນີ້ຂອງ ອິຟໄລນາ ໂດຍມີຜູ່ຊົມຍິງຄົນໜຶ່ງຊື່ ເອເລນາ ເລເບເດວາ ນາງກ່າວວ່າ "ປົກກະຕິແລ້ວການທີ່ແມ່ຍິງຖືພາ ແລະ ເກີດລູກໃນລະຫວ່າງອາຍຸ 35-40 ປີ ມັນກໍ່ເປັນເລື່ອງທີ່ອັນຕະລາຍຫຼາຍຢູ່ແລ້ວ ນາງບໍ່ເຂົ້າໃຈວ່າ ອິຟໄລນາ ຄິດຫຍັງຢູ່ ເພາະປັດຈຸບັນນາງກໍ່ມີອາຍຸ 49ປີ ແລະ ບໍ່ມີໃຜສາມາດຢືນຢັນໄດ້ວ່າຜົນລັບມັນຈະອອກມາແນວໃດ" ອິຟໄລນາ ພະຍາຍາມກ່າວໂຕ້ແຍ້ງ ແຕ່ກໍ່ບໍ່ມີໂອກາດໄດ້ອະທິບາຍ ແລະ ເອເລນາກໍ່ເວົ້າຕໍ່ໄປເລື້ອຍໆ

"ເຈົ້າຢາກເກີດລູກອອກມາເປັນດາວຊິນໂດຣມເພີ່ມອີກຄົນບໍ ບໍ່ມີໃຜຕ້ອງການເດັກແບບນີ້ ສັງຄົມບໍ່ຕ້ອງການມັນ ແມ່ນແຕ່ເຈົ້າເອງກໍ່ຄົງຈະບໍ່ຢາກໄດ້ ເຈົ້າກຳລັງເຮັດໃຫ້ຊີວິດລູກຂອງເຈົ້າກາຍເປັນພາລະສັງຄົມ" 

ຫຼັງຈາກທີ່ເອເລນາເວົ້າຈົບລົງ ວະລາດິມີ ໂດລິນສກີ ໜຶ່ງໃນແຂກຮັບເຊີນທີ່ມາຮ່ວມລາຍການ ໄດ້ລຸກຄຂຶ້ນຢືນດ້ວຍຄວາມບໍ່ພໍໃຈແຮງ ເຂົາບອກພິທີກອນຢຸດການສຳພາດນາງທັນທີ ເພາະສິ່ງທີ່ນາງກຳລັງກ່າວອອກມາມັນຫຍາບຄາຍຫຼາຍ ແລະ ຂໍໃຫ້ທີມງານເຊີນນາງອອກໄປ ໃນຂະນະນັ້ນເອງ ອິຟໄລນາໄດ້ລຸກຈາກຕັ່ງແລ້ວຍ່າງໄປຫາເອເລນາ ກ່າວວ່ານາງໄດ້ຍິນທຸກຢ່າງທີ່ເອເລນາເວົ້າອອກມາ ແລະ ໄດ້ຍົກມືຕົບໜ້າເອເລນາໄປ 2 ຄັ້ງ ພ້ອມຕອບກັບດ້ວຍຄຳຫຍາບຄາຍທີ່ນາງໄດ້ເວົ້າກ່ອນໜ້ານີ້

"ຕົບນີ້ສຳລັບລູກຂອງຂ້ອຍ ຈື່ໄວ້ ເຈົາຈະດ່າຂ້ອຍແນວໃດກໍ່ໄດ້ ແຕ່ຢ່າບັງອາດມາຫຍຸ້ງກັບລູກຂອງຂ້ອຍ " ອິຟໄລນາຊີ້ນິ້ວພ້ອມກະແທກສຽງໃສ່ໜ້າຂອງເອເລນາ

ດ້ານແພດຍິງຄົນໜຶ່ງທີ່ເປັນແຂກຮັບເຊີນໃນລາຍການ ໄດ້ກ່າວວ່າ ຢາກໃຫ້ທຸກຄົນໃນຫ້ອງສະຕູດິໂອນີ້ຮັບຮູ້ໄວ້ວ່າ ຫາກວັນໜຶ່ງນາງເອເລນາລົ້ມປ່ວຍແລ້ວເຂົ້າມາຮັກສາທີ່ຄຣີນິກຂອງນາງໃນອານາຄົດ ນາງຈະບອກໄປຕົງໆວ່າ ບໍ່ມີໃຜຕ້ອງການປິ່ນປົວ (ເອເລນາ) ແນ່ນອນ. 


ຮູບຈາກ: Instagram bledans, 
ຂ່າວ ແລະ ຮູບຈາກ: Россия 1

ຈີນເພີ່ມຫຼັກສູດ "ຂຽນໂປຣແກຣມ" ໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຮຽນ! ບອກເປັນພາສາທີສາມ


ສຳນັກຂ່າວຊິນຫົວລາຍງານວ່າ ຄະນະກຳມະການສຶກສາໃນເຂດເທດສະບານນະຄອນສົງຊິງລະບຸວ່າ ໃນອານາຄົດການຂຽນໂປຣແກຣມຄອມພິວເຕີກຳລັງຈະກາຍເປັນຫຼັກສູດການບັງຄັບໃຊ້ສຳລັບນັກຮຽນຕັ້ງແຕ່ຊັ້ນປະຖົມ ແລະ ມັດທະຍົມໃນເຂດເທດສະບານນະຄອນສົງຊິງ 
ເຊິ່ງໄດ້ມີແຜນໃຫ້ນັກຮຽນຊັ້ນປະຖົມນັບຕັ້ງແຕ່ ປ 3 - ປ 6 ຄວນມີເວລາຮຽນຫຼັກສູດການຂຽນໂປຣແກຣມບໍ່ຕ່ຳກວ່າ 36 ຊົ່ວໂມງ ໃນຂະນະທີ່ນັກຮຽນຊັ້ນມັດທະຍົມສຶກສາ ຄວນມີເວລາຮຽນຂຽນໂປຣແກຣມ 36 ຊົ່ວໂມງ ແລະ ກຳນົດເນື້ອຫາຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງປະເທດ ໂດຍແຕ່ລະໂຮງຮຽນຄວນຈ້າງຄູຜູ່ຊ່ຽວຊານດ້ານການຂຽນໂປຣແກຣມແບບເຕັມເວລາຢ່າງໜ້ອຍ 1 ຄົນ
ທ່ານ ຫຼີ່ ເຄີ່ ເຈົ້າໜ້າທີ່ຈາກສະຖາບັນວິໄຈວິທະຍາສາດເພື່ອການສຶກສາແຫ່ງສົງຊິງກ່າວວ່າ ການຂຽນໂປຣແກຣມຖືເປັນ "ພາສາທີສາມ" ສຳລັບນັກຮຽນລະດັບປະຖົມ ແລະ ມັດທະຍົມສຶກສາໃນອານາຄົດ ຮອງຈາກພາສາແມ່ ແລະ ພາສາຕ່າງປະເທດ. 
ທ່ານ ຫລີ່ ກ່າວເພີ່ມອີກວ່າ ການເຮັດໃຫ້ການຂຽນໂປຣແກຣມເປັນຫຼັກສູດສາກົນສຳລັບນັກຮຽນລະດັບປະຖົມ ແລະ ມັດທະຍົມນັ້ນ ຈະຊ່ວຍສ້າງຜູ່ມີຄວາມສາມາດດ້ານກົນລະຍຸດຂໍ້ມູນຂະໜາດໃຫຍ່ຂອງສົງຊິງໄດ້.

ໄຊຊະນະພົ້ນໂທດປະຫານຊີວິດຄັ້ງທີ 2 ເຫຼືອໂທດພຽງຕິດຄຸກຕະຫຼອດຊີວິດ


ມື້ນີ້, ເວລາ 9:00 ໂມງ ຂອງວັນທີ 26 ກັນຍາ 2018 ທີ່ສານອາຍາ ຣັດຊະດາທິເບດ(ໄທ) ໄດ້ມີການນັດຟັງຄຳພິພາກສາຄະດີຢາເສບຕິດ ທີ່ເຈົ້າໜ້າທີ່ໄອຍະການຄະດີຢາເສບຕິດ 10 ເປັນໂຈດຟ້ອງທ້າວ ໄຊຊະນະ ແກ້ວພິມພາມ, ທ້າວ ຊຸມພອນ ພະນົມໄພ ແລະ ທ້າວ ຣັດຊະພົນ ຣັດຊະພົນພະກອນ ຫຼື ກິມເລ້ງ ເປັນຈຳເລີຍທີ 1-3 ໃນຄວາມຜິດຖານຮ່ວມກັນຄ້າຢາເສບຕິດ  ເຊິ່ງກ່ອນໜ້ານີ້ ທ້າວ ໄຊຊະນະ ໄດ້ປະຕິເສດທຸກຂໍ້ກ່າວຫາ. 
ຫຼ້າສຸດ ສານອາຍາມີຄຳພິພາກສາປະຫານຊີວິດທ້າວ ໄຊຊະນະ ແລະ ທ້າວ ຊຸມພົນ ຈຳເລີຍທີ 1-2 ທີ່ຮວມກັນຄ້າຢາເສບຕິດ 1 ລ້ານເມັດເມື່ອຊ່ວງເດືອນ ສິງຫາ 2016 ຫຼັງຈາກມີພະຍານຫຼັງຖານການໃຊ້ຂໍ້ມູນທາງໂທລະສັບຕິດຕໍ່ກັນໃຫ້ຈັດຫາລົດກະບະມືສອງມາຊຸກຊ້ອນຢາບ້າທີ່ຮັບຈາກລາວໄປສົ່ງ. ແຕ່ຄຳໃຫ້ການໃນຊັ່ນສອບສວນ ແລະ ຄຳເບີກຄວາມບາງສ່ວນຂອງຈຳເລີຍທີ 1-2 ເປັນປະໂຫຍດຕໍ່ການພິຈາລະນາຢູ່ແດ່ ຈິ່ງຫຼຸດໂທດໃຫ້ 1 ໃນ 3 ຈາກໂທດປະຫານຊີວິດ ເຫຼືອພຽງຕິດຄຸກຕະຫຼອດຊີວິດ.
ນອກຈາກນີ້, ສານຍັງພິພາກສາຍົກຟ້ອງ ຈຳເລີຍທີ 3 ຖືກກ່າວຫາຮັບໂອນເງິນຄ້າຢາ ເນື່ອງຈາກພະຍານຫຼັກຖານໂຈດມີຂໍ້ສົງໃສຕາມສົມຄວນ ແລະ ສານພິພາກສາຍົກຟ້ອງຈຳເລີຍທັງສາມໃນສ່ວນທີ່ກ່າວຫາສົມຮູ້ຮ່ວມຄິດຄ້າຢາບ້າຈຳນວນ 2.381.400 ເມັດ ເນື່ອງຈາກພະຍານຫຼັງຖານໂຈດຍັງມີຂໍ້ສົງໃສຕາມສົມຄວນ. 
ນີ້ຖືເປັນຄັ້ງທີ 2 ທີ່ທ້າວ ໄຊຊະນະ ແກ້ວພິມພາ ຖືກຫຼຸດໂທດປະຫານຊີວິດ ເຫຼືອພຽງໂທດຕິດຄຸກຕະຫຼອດຊີວິດ, ຄັ້ງທຳອິດທ້າວ ໄຊຊະນະ ໄດ້ຖືກສານຕັດສິນໂທດປະຫານຊີວິດ ໃນວັນທີ 20 ມີນາ 2018 ຖານຮ່ວມກັນຄ້າຢາບ້າ ຈຳນວນ 1.2 ລ້ານເມັດ.ແຕ່ຈຳເລີຍໃຫ້ການຮັບສາລະພາບໃນຊັ້ນສອບສວນ ເປັນປະໂຫຍດແກ່ການພິຈາລະນາຄະດີຢູ່ແດ່ ຈຶ່ງຫຼຸດໂທດ 1 ໃນ 3 ຄົງເຫຼືອຕິດຄຸກຕະຫຼອດຊີວິດ. 

ແຫຼ່ງຂ່າວ: www.thairath.co.th

Tuesday, September 25, 2018

ສານຕັດສິນຈຳຄຸກຕະຫຼອດຊີວິດ ຈຳເລີຍ "ຂົ່ມຂືນແລ້ວຂ້າ" ເດັກນ້ອຍຍິງອາຍຸ 10 ປີ


ຜົນການຕັດສິນຄະດີເທືອນຂວັນ ຂົ່ມຂື່ນ ແລ້ວຄາດຕະກຳ ເດັກນ້ອຍຍິງ ອາຍຸ 10 ປີ ຢູ່ປ່າເຂດບ້ານ ນາພູຄຳ ເມືອງຊະນະສົມບູນ ແຂວງສະຫວັນນະເຂດ ເມື່ອເດືອນ ເມສາ 2018ທີ່ຜ່ານມາ.

ຕາມຄຳຖະແຫຼງຂອງຫົວໜ້າອົງການໄອຍະສານການປະຊາຊົນ ແຂວງຈຳປາສັກ ຢູ່ຫ້ອງປະຊຸມສານໃຫ້ຮູ້ວ່າ: ເມື່ອວັນທີ 21 ເມສາ 2018 ຄອບຄົວຂອງທ້າວ ທູນ (ຈຳເລີຍ) ຢູ່ບ້ານ ນາພູຄຳ ໄດ້ຈັດງານແຕ່ງດອງໃຫ້ລູກນ້າ ຊື່ ທ້າວ ເຕົ່າ ອາຍຸ 18 ປີ ແລ້ວໄດ້ໄປສົ່ງເຂີຍຢູ່ບ້ານດຽວກັນ, ສ່ວນທ້າວ ທູນ ແມ່ນລໍຖ້າຢູ່ເຮືອນ ປະມານເວລາ 9:00ໂມງ ນາງ ນີວັນ ຜູ່ເປັນເມຍຂອງຈຳເລີຍ ພ້ອມດ້ວຍຍາດຕິພີ່ນ້ອງໄດ້ກັບມາແຕ່ສົ່ງເຂີຍ ຈາກນັ້ນ, ໄດ້ພາກັນດື່ມເບຍຈົນຮອດເວລາປະມານ 14:00ໂມງຂອງວັນດຽວກັນ, ທ້າວ ໄຊ ຄົນບ້ານດຽວກັນຈິ່ງໄດ້ບອກໃຫ້ທ້າວ ທູນ ໄປເອີ້ນນາງ ສຳລີ ຄົນບ້ານດຽວກັນມາດື່ມເບຍນຳ. ຈາກນັ້ນ ທ້າວ ທູນຈິ່ງໄດ້ຂັບລົດຈັກເພື່ອໄປຮັບເອົານາງ ສຳລີ ພໍໄປຮອດປະມານ 500 ແມັດ ທ້າວ ທູນ ຈິ່ງໄດ້ຫຼຽວເຫັນນາງ ເຫງົ້າ ອາຍຸ 10 ປີ (ຜູ່ເສຍຊີວິດ) ພ້ອມໝູ່ຍິງອີກ 5 ຄົນ ເມື່ອເຫັນແນວນັ້ນ ຈຳເລີຍຈິ່ງມີຄວາມຄິດຢາກຂົ່ມຂືນ ຈິ່ງໄດ້ວາງແຜນຕົວະຢົວະນາງ ເຫງົ້າ ວ່າ: ໃຫ້ພາໄປຕົນເອງຫາທ້າວ ສີພູນ ແຕ່ເພາະບໍ່ຮູ້ເຮືອນ, ດ້ວຍຄວາມຫວັງດີ ນາງ ເຫງົ້າ (ຜູ່ເສຍຊີວິດ) ຈຶ່ງໄດ້ພາໄປ ໂດຍຂຶ້ນລົດຈັກຊ້ອນທ້າຍໄປນຳ ແຕ່ບໍ່ເຫັນທ້າວ ສີພູນ, ຈາກນັ້ນ ຈິ່ງໄດ້ຂີ່ລົດພາຜູ່ເຄາະຮ້າຍໄປໃນປ່າ ຫ່າງຈາກບ້ານປະມານ 2 ກິໂລແມັດ ແລ້ວຈອດລົດໄວ້ ຈິ່ງໄດ້ອຸ້ມເອົາ (ຜູ່ເສຍຊີວິດ) ເຂົ້າໄປໃນປ່າປະມານ 12 ແມັດ ແລະ ໄດ້ລົງມືຂົ່ມຂືນທຳສຳເລົາ ແຕ່ຜູ່ເສຍຊີວິດບໍ່ຍອມ ພ້ອມຮ້ອງໄຫ້, ຈຳເລີຍຈິ່ງເອົາກຳປັ້ນຕີໃສ່ໜ້າ ແລະ ຕົນຕົວຂອງນາງ ເຫງົ້າ ປະມານ 6 ບາດ ເຮັດໃຫ້ນາງ ເຫງົ້າ ໝົດແຮງຈິ່ງໄດ້ລົງມືຂົ່ມຂືນຈົນສຳເລັດ.

ຈາກນັ້ນ, ທ້າວ ທູນ (ຈຳເລີຍ) ຢ້ານ ນາງ ເຫງົ້າ ໄປບອກພໍ່-ແມ່ ຈິ່ງໄດ້ຕັດສິນໃຈຂ້າ ໂດຍເອົກຳປັ້ນຕີໃສ່ໜ້າ 9 ບາດ ເຮັດໃຫ້ນາງ ເຫງົ້າ ໝົດສະຕິ ແລະ ໄດ້ຫັກຄໍນາງ ເຫງົ້າຕື່ມ, ເມື່ອເຫັນວ່າເສຍຊີວິດແລ້ວ ທ້າວ ທູນ ຈິ່ງໄດ້ກັບເມືອເຮືອນ ແລ້ວຊວນເມຍໄປບ້ານ ປົ່ງດົງ ເມືອງອາດສະພັງທອງ ພ້ອມທັງຕົວະເມຍວ່າ ພີ່ນ້ອງຂອງຕົນເກີດອຸບັດຕິເຫດ ຕໍ່ມາເມື່ອວັນທີ 22 ເມສາ 2018 ທ້າວ ທູນ ກໍ່ຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີ.

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2018 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສານປະຊາຊົນຂັ້ນຕົ້ນແຂວງ ຈຳປາສັກ ໄດ້ເປີດພິຈາລະນາຕັດສິນຄະດີ ຜ່ານການໄຕ່ສວນຄະດີໃນທີ່ປະຊຸມສານ ເຫັນວ່າການກະທຳດັ່ງກ່າວເປັນອັນຕະລາຍຕໍ່ສັງຄົມ, ເປັນການກຳທຳຜິດຕໍ່ແມ່ຍິງ ແລະ ເດັກນ້ອຍ ທີ່ບໍ່ຮູ້ດຽງສາຫຍັງ, ເປັນພຶດຕິກຳທີ່ສະເທືອນຂວັນແກ່ປະຊາຊົນ, ພຶດຕິກຳດັ່ງກ່າວເຫັນວ່າເປັນການກະທຳຜິດຕໍ່ກົດໝາຍອາຍາມາດຕາ 128 ວັນ 4. ດັ່ງນັ້ນ,​ ຄະນະສານອາຍາຂັ້ນຕົ້ນຈິ່ງໄດ້ມີຄຳຕັດສິນ ລົງໂທດຕັດອິດສະຫຼະພາບທ້າວ ທູນ (ຈຳເລີຍ) ໂດຍໃຫ້ຈຳຄຸກຕະຫຼອດຊີວິດ ແລະ ປັບໃໝໂດຍການຈ່າຍຄ່າເຮັດບຸນສິນກິນທານໃນຕໍ່ໜ້າເປັນຈຳນວນເງິນ 50.000.000ກີບ ໃຫ້ຜູ່ປົກຄອງຂອງຜູ່ເສຍຊີວິດ (ໂຈດທາງແພ່ງ).


ແຫຼ່ງຂ່າວ: https://www.lsecuritynews.com/19032

ລັດຖະບານລາວ ມອບເງິນຊ່ວຍເຫລືອ ໃຫ້ແກ່ປະຊາຊົນຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ


ໃນວັນທີ 25 ກັນຍາ 2018 ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ, ໄດ້ຕາງ ໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມອບເງິນຊ່ວຍເຫລືອ ຈຳນວນ 100.000 ໂດລາສະຫະລັດ ໃຫ້ແກ່ປະຊາຊົນຍີ່ປຸ່ນ, ທີ່ໄດ້ຮັບຜົນກະທົບຈາກໄພ ພິບັດທາງທໍາມະຊາດນໍ້າຖ້ວມ ແລະ ດິນເຈື່ອນ ຢູ່ພາກຕາເວັນຕົກຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍ ລະກົດ 2018 ທີ່ຜ່ານມາ. ຕາງໜ້າລັດຖະບານຍີ່ປຸ່ນ ຮັບໂດຍ, ທ່ານ ຕາເກຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີບັນດາພະນັກງານ ຈາກຂະແໜງການທີ່ກ່ຽວຂ້ອງ ທັງ ສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມເຫສົ້າສະຫລົດໃຈ ຢ່າງສຸດ ຊຶ້ງ ຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ, ພ້ອມທັງສະແດງຄວາມຫວັງວ່າ ໃນການຊ່ວຍເຫລືອໃນຄັ້ງນີ້, ຈະເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫລືອ ເພື່ອເປັນການແບ່ງເບົາຄວາມທຸກໂສກຂອງບັນດາຜູ້ປະສົບໄພ ແລະ ກໍເປັນການສະແດງໃຫ້ເຫັນເຖິງນໍ້າໃຈມິດ ຕະພາບ ແລະ ຄວາມສາມັກຄີຮັກແພງຂອງປະຊາຊົນລາວ ຕໍ່ ປະຊາຊົນຍີ່ປຸ່ນ. 

ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ຍັງມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ ນໍາ-ນໍາພາຂອງລັດຖະ ບານຍີ່ປຸ່ນ ບວກກັບຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງປະຊາຊົນຍີ່ປຸ່ນ, ຜູ້ປະສົບໄພ ຈະຜ່ານຜ່າວິກິດການນີ້ໄປໄດ້ດ້ວຍດີ ແລະ ຂໍໃຫ້ຜູ້ປະສົບໄພໃນຄັ້ງນີ້, ຈົ່ງເຂັ້ມແຂງ ແລະ ມີກຳລັງໃຈໃນການຕໍ່ສູ້ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.



ແຫຼ່ງຂ່າວ: ຂ່າວສານປະເທດລາວ

Monday, September 24, 2018

ໂລກຮ້ອນເປັນໄຟ! ຫຼັງ ໂດນັລ ທຣັມ ພັດທະນາໃຊ້ເງິນໂດລາເປັນອາວຸດທີ່ຈະຮຸກຮານປະເທດຕ່າງໆ ໂດຍສະເພາະຈີນ



ໃນປີ 1973 ສະຫະລັດໄດ້ເຮັດຂໍ້ຕົກລົງກັບປະເທດຊາອຸດິອາຣະເບຍວ່າຕ້ອງຂາຍນ້ຳມັນໃນຮູບຂອງໂດລາ ແລະ ເງິນທີ່ໄດ້ຈາກການຂາຍນ້ຳມັນ ຊາອຸດິອາຣະເບຍຕ້ອງຊື້ອາວຸດຈາກສະຫະລັດ ໂດຍສະຫະລັດຈະປົກປ້ອງຊາອຸດິອາຣະເບຍຈາກການໂຈມຕີຂອງອິສຣາເອລ ຫຼັງຈາກນັ້ນຫຼາຍປະເທດໃນຕາເວັນອອກກາງກໍ່ເຂົ້າຮ່ວມກັບໂຄງການນີ້ ເຮັດໃຫ້ເງິນໂດລາກາຍເປັນເງິນທີ່ທົ່ວໂລກຕ້ອງການ ເພື່ອແລກກັບການຊື້ນ້ຳມັນ ເວົ້າງ່າຍໆຄືສະຫະລັດສາມາດພິມເງິນເພີ່ມໄດ້ອີກໂດຍທີ່ບໍ່ກໍ່ໃຫ້ເກີດບັນຫາເງິນເຟີ້ພາຍໃນປະເທດ ລະບົບນີ້ຖືກຮຽກວ່າ “Petrodollar - ປີໂຕຣໂດລາ” ຄືການປ່ຽນຈາກໂດລາແລກຄຳມາເປັນການປ່ຽນໂດລາແລກນ້ຳມັນ

ມາຮອດສະໄໝປະທານາທິບໍດີ ໂດນັລ ທຣັມໃນປັດຈຸບັນ ກໍ່ເລີ່ມພັດທະນາໃຊ້ເງິນໂດລາເປັນອາວຸດທີ່ຈະຮຸກຮານປະເທດຕ່າງໆ ໂດຍສະເພາະຈີນ ແລະ ບໍລິສັດໃຫຍ່ໆຂ້າມຊາດຂອງທຸກປະເທດ ໂດຍມີລັດຖະບັນຍັດໃຫ້ອຳນາດປະທານາທິບໍດີເຖິງ 3 ສະບັບ ປະກອບກັບໄດ້ຮັບຄວາມຮ່ວມມືຈາກຂໍ້ມູນຂອງລະບົບການໃຫ້ຂ່າວຂອງທະນາ ຄານ ແລະ ການເງິນລະຫວ່າງປະເທດທົ່ວໂລກທາງດິຈິທັລ ເຮັດໃຫ້ສະຫະລັດອາເມລິກາສາມາດຄວບຄຸມກິດຈະກຳທາງເສດຖະກິດທົ່ວໂລກໄດ້ຢ່າງກວ້າງຂວາງເລິກຊຶ້ງ ດັ່ງນັ້ນເປົ້າໝາຍການລົງໂທດທາງເສດຖະກິດຂອງສະຫະລັດທີ່ມີຕໍ່ບຸກຄົນ ນິຕິບຸກຕິບຸກ ລະບອບການປົກຄອງໃດໜຶ່ງ ຫຼື ປະເທດໃດໜຶ່ງ ແລະ ການຄວບຄຸມບໍລິສັດຂ້າມຊາດ ສະຖາບັນການເງິນ ບຸກຄົນ ຫຼື ນິຕິບຸກຄົນ ໂດຍໃຊ້ເງິນໂດລາຈະຖືກລົງໂທດຢ່າງໜັກທັນທີ ເພາະເງິນໂດລາຍັງຄົງຍິ່ງໃຫຍ່ທີ່ສຸດໃນໂລກນັ້ນເອງ 

ແລະ ນີ້ ຄືສະຖານະການທາງເສດຖະກິດທີ່ປັ່ນປ່ວນຢູ່ໃນໂລກປັດຈຸບັນ ກໍ່ເນື່ອງຈາກການເປີດສົງຄາມການຄ້າຂອງປະທານທິບໍດີ ໂດນັລ ທຣັມ ຕໍ່ຈີນ ຮວມເຖິງການລົງໂທດທາງເສດຖະກິດທີ່ເຂັ້ມງວດຕໍ່ຣັສເຊຍ ແລະ ອິຫລ່ານ ເຊິ່ງສະເທືອນໄປທົ່ວຢຸໂຣບ ແລະ ຍີ່ປຸ່ນນັ້ນເອງ. 

ຮອງຜູ້ນຳຍິງຫວຽດນາມຂຶ້ນເປັນຜູ້ຮັກສາການປະທານປະເທດ


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອວັນທີ 24 ກັນຍາ 2018 ວ່າ ສະພາແຫ່ງຊາດຂອງຫວຽດນາມ ອອກຖະແຫຼງຂ່າວເມື່ອວັນອາທິດທີ່ຜ່ານມາ ແຕ່ງຕັ້ງທ່ານນາງ ດັ່ງ ຖິ ຫງັອກ ຖິງ ຮອງປະທານປະເທດໃຫ້ປະຕິບັດໜ້າທີ່ຮັກສາການໃນຕຳແໜ່ງປະທານປະເທດ ຂອງຫວຽດນາມຢ່າງເປັນທາງການ ຈົນກວ່າຈະມີມະຕິແຕ່ງຕັ້ງຜູ້ດຳລົງຕຳແໜ່ງປະທານປະເທດຄົນໃໝ່ ໂດຍການປະຊຸມຄັ້ງຕໍ່ໄປຂອງສະພາແຫ່ງຊາດຫວຽດນາມ ຈະມີຂຶ້ນໃນວັນທີ 22 ຕຸລາ 2018 ນີ້.
ທັງນີ້, ຕາມລັດຖະທຳມະນູນຂອງຫວຽດນາມແລ້ວຖືວ່າ ທ່ານນາງ ຖິງ ດຳລົງຕຳແໜ່ງດັ່ງກ່າວຕັ້ງແຕ່ວັນສຸກທີ່ຜ່ານມາ ເຊິ່ງເປັນວັນດຽວກັບປະທານປະເທດ ເຈິ່ນ ດ້າຍ ກວາງ ເຖິງແກ່ມໍລະນະກຳ ໂດຍທ່ານນາງ ຖິງ ໄວອາຍຸ 59 ປີ ສ້າງປະຫວັດສາດເປັນນັກການເມືອງຄົນທຳອິດຂອງຫວຽດນາມທີ່ຂຶ້ນຮັກສາການໃນຕຳແໜ່ງປະທານປະເທດ.

ແຫຼ່ງຂ່າວ: dailynews.co.th, ລາວໂພສ

ລັດຈະເລີ່ມເກັບອາກອນທີ່ດິນ ຜ່ານລະບົບທະນາຄານ ໃນທ້າຍປີນີ້


ໜັງສືພິມວຽງຈັນໃໝ່ ລາຍງານເມື່ອວັນທີ 24 ກັນຍາ 2018ວ່າ  ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮັກ­ສາ​ການ​ຜູ້​ວ່າ­ການ​ທະ­ນາ­ຄານ ແຫ່ງ ສປປ ລາວ (ທຫລ) ໄດ້​ໃຫ້​ສຳ­ພາດ​ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ລັດ­ຖະ­ບານ​ເປີດ​ກວ້າງ ຄັ້ງ​ທີ 2 ວ່າ: ຜ່ານ​ມາ ທຫລ ສາ­ມາດ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ​ໃນ​ການ​ຮັກ­ສາ​ສະ­ຖຽນ​ລະ​ພາບ​ເງິນ­ຕາ ເປັນ­ຕົ້ນ ໄດ້​ປະ­ກອບ­ສ່ວນ​ຮັກ­ສາ​ອັດ­ຕາ​ເງິນ​ເຟີ້ ຄຸ້ມ​ຄອງ​ທະ­ນາ­ຄານ ແລະ ສະ​ຖາ​ບັນ​ການ​ເງິນ​ຕ່າງໆ​ຕາມ​ລະ­ບຽບ​ກົດ­ໝາຍ​ຄວບ​ຄຸມ​ປະ­ລິ­ມານ​ເງິນ ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ກຳ­ນົດ​ໄວ້ ອັດ­ຕາ​ແລກ­ປ່ຽນ​ກໍ່​ຢູ່​ໃນ​ກອບ​ທີ່​ສະ­ພາ​ແຫ່ງ​ຊາດ​ຮັບ­ຮອງ ນອກ​ນີ້ ຍັງ​ພັດ­ທະ­ນາ​ລະ­ບົບ​ການ​ຊຳ­ລະ​ສະ​ສາງ​ຫັນ​ສູ່​ທັນ​ສະ­ໄໝ ເປັນ­ຕົ້ນ ການ​ເກັບ​ເງິນ​ຄ່າ​ທຳ­ນຽມ​ທາງ ການ​ເສຍ​ອາ­ກອນ​ຕ່າງໆ​ຜ່ານ​ລະ­ບົບ​ທະ­ນາ­ຄານ ແລະ ໃນ​ທ້າຍ​ປີ​ນີ້​ຈະ​ມີ​ການ​ເກັບ​ອາ­ກອນ​ທີ່​ດິນ​ຜ່ານ​ລະ­ບົບ​ທະ­ນາ­ຄານ.
    ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 12/ນຍ ກ່ຽວ​ກັບ 8 ມາດ​ຕະ­ການ​ກະ​ຕຸ້ນ​ເສດ­ຖະ­ກິດ ທຫລ ຈະ​ເອົາ­ໃຈ­ໃສ່​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ດັ່ງ­ກ່າວ ທີ່​ຕິດ​ພັນ​ກັບ​ການ​ປະ­ຕິ­ບັດ​ປະ­ລິ­ມານ​ເງິນ​ໃຫ້​ຢູ່​ໃນ​ອັດ­ຕາ​ທີ່​ໄດ້​ກຳ­ນົດ​ໄວ້ ອັດ­ຕາ​ແລກ­ປ່ຽນ​ກໍ່​ໃຫ້​ມີ​ສະ­ຖຽນ​ລະ​ພາບ​ທີ່​ບໍ່​ແຕກ​ໂຕນ​ກັນ​ຫຼາຍ ໂດຍ​ສະ­ເພາະ​ອັດ­ຕາ​ແລກ­ປ່ຽນ​ລະ­ຫວ່າງ​ໃນ​ລະ­ບົບ ແລະ ນອກ​ລະ­ບົບ​ທະ­ນາ­ຄານ ກໍ່​ບໍ່​ໃຫ້​ຫ່າງ​ກັນ​ເກີນ 2% ພ້ອມ​ຮັກ­ສາ​ອັດ­ຕາ​ສ່ວນ​ຕ່າງໆ​ຂອງ​ອັດ­ຕາ​ດອກ​ເບ້ຍ​ເງິນ​ກູ້ ແລະ ເງິນ​ຝາກ ໃຫ້​ຢູ່​ໃນ​ກອບ​ທີ່​ກຳ­ນົດ​ໄວ້ ທຫລ ຈະ​ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ອັດ­ຕາ​ແລກ­ປ່ຽນ ໂດຍ​ຕິດ­ຕາມ​ການ­ເຄື່ອນ­ໄຫວ​ຂອງ​ຮ້ານ​ແລກ­ປ່ຽນ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ຈາກ ທຫລ ໃຫ້​ເຂັ້ມ​ງວດ​ຕາມ​ລະ­ບຽບ​ການ​ປະ­ຕິ­ບັດ​ອັດ­ຕາ​ອ້າງ​ອີງ​ໃຫ້​ກັບ​ທະ­ນາ­ຄານ ແລະ ຮ້ານ​ແລກ­ປ່ຽນ​ຕາມ​ກອບ​ຢູ່​ທີ່ ທຫລ ກຳ­ນົດ​ໃນ​ຜ່ານ​ມາ​ເຫັນ​ວ່າ ຍັງ​ມີ​ຮ້ານ​ແລກ­ປ່ຽນ​ຈຳ­ນວນ​ໜຶ່ງ​ທີ່​ບໍ່​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ ແລະ ທຫລ ໄດ້​ຮ່ວມ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ​ໄດ້​ມີ​ການ​ກ່າວ​ເຕືອນ ແລະ ນຳ​ໃຊ້​ມາດ​ຕະ­ການ​ທີ່​ເໝາະ​ສົມ ສຳ­ລັບ​ການ​ແລກ­ປ່ຽນ​ຊະ­ຊາຍ​ນັ້ນ ປັດ­ຈຸ­ບັນ ທຫລ ໄດ້​ມີ​ການ​ຄຸ້ມ​ຄອງ ແຕ່​ມັນ​ໄດ້​ຕິດ​ພັນ​ກັບ​ຫຼາຍ​ພາກ­ສ່ວນ ໂດຍ​ສະ­ເພາະ ຄວາມ​ຕ້ອງ­ການ​ເງິນ­ຕາ​ຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ນຳ​ເຂົ້າ​ສິນ­ຄ້າ ທີ່​ຍັງ​ມີ​ຄວາມ​ຕ້ອງ­ການ​ເງິນ ທີ່​ໃຊ້​ໃນ​ການ​ຊຳ­ລະ​ທີ່​ກັບ​ຕ່າງ­ປະ­ເທດ ເພາະ­ວ່າ​ການ​ສະ­ໜອງ​ເງິນ­ຕາ​ຂອງ​ລະ­ບົບ​ທະ­ນາ­ຄານ ໄດ້​ສະ­ໜອງ​ຕາມ​ເອ­ກະ­ສານ​ນຳ​ເຂົ້າ​ສິນ­ຄ້າ​ແຈ້ງ​ຜ່ານ​ຂະ­ແໜງ­ການ​ດັ່ງ­ກ່າວ​ຢ່າງ​ຖືກ­ຕ້ອງ ທຫລ ຈຶ່ງ​ຈະ​ສະ­ໜອງ​ເງິນ­ຕາ​ຕ່າງ­ປະ­ເທດ​ໃຫ້.
    ບັນ­ຫາ​ເງິນ​ເຟີ້​ເກີດ​ມາ​ຈາກ​ຫຼາຍ​ປັດ​ໄຈ ແຕ່​ໃນ​ນີ້​ລາ­ຄາ​ສິນ­ຄ້າ​ແພງ​ຂຶ້ນ​ຈາກ​ປັດ​ໄຈ​ພາຍ​ນອກ ເປັນ­ຕົ້ນ ລາ­ຄາ​ນ້ຳ­ມັນ ແລະ ພາຍ​ໃນ1-2 ເດືອນ​ຜ່ານ​ມາ ລາ­ຄາ​ນ້ຳ­ມັນ​ໂລກ​ເພີ່ມ​ຂຶ້ນ ລັດ­ຖະ­ບານ​ໄດ້​ພິ­ຈາ­ລະ­ນາ​ໂຄງ​ສ້າງ​ລາ­ຄາ​ນ້ຳ­ມັນ ຫາກ​ລາ­ຄາ​ນ້ຳ­ມັນ​ແພງ ການ​ຜະ­ລິດ​ການ​ຂົນ­ສົ່ງ​ກໍ່​ມີ​ຕົ້ນ​ທຶນ​ສູງ​ຂຶ້ນ ເຮັດ​ໃຫ້​ລາ­ຄາ​ສິນ­ຄ້າ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ບັນ­ຫາ​ຕິດ​ພັນ​ກັບ​ທະ­ນາ­ຄານ​ໃນ​ໄລ­ຍະ​ຫຼັງ​ມາ​ນີ້ ຈະ​ເຫັນ​ອັດ­ຕາ​ແລກ­ປ່ຽນ​ມີ​ການ​ເໜັງ​ຕີງ ຍ້ອນ​ວ່າ​ຄ່າ​ເງິນ​ໂດ​ລາ​ໃນ​ຕະ­ຫຼາດ​ສາ­ກົນ​ແຂງ​ຄ່າ ເຮັດ​ໃຫ້​ເງິນ​ພາຍ​ໃນ​ຂົງ­ເຂດ​ອ່ອນ​ຄ່າ ເງິນ​ກີບ​ອ່ອນ​ຄ່າ ມັນ​ຈະ​ກະ­ທົບ​ຕໍ່​ລາ­ຄາ​ສິນ­ຄ້າ​ທີ່​ນຳ​ເຂົ້າ ແລະ ລາ­ຄາ​ນ້ຳ­ມັນ​ຈະ​ເພີ່ມ​ຂຶ້ນ ບັນ­ຫາ​ເງິນ​ເຟີ້​ຈະ​ຂຶ້ນ ລົງ ຍ້ອນ​ປັດ​ໄຈ​ການ​ສະ­ໜອງ​ກັບ​ຄວາມ​ຕ້ອງ­ການ​ຫຼາຍ​ກວ່າ​ຜົນ​ຜະ­ລິດ ພືດ​ພັນ​ທັນ​ຍາ​ຫານ ສະ­ບຽງ​ອາ­ຫານ​ຕ່າງໆ ແຕ່​ໃນ​ໄລ­ຍະ​ດຽວ​ກັນ ຜົນ​ການ​ຜະ­ລິດ​ພັດ​ໄດ້​ຖືກ​ນ້ຳ​ຖ້ວມ ອາດ​ເຮັດ​ໃຫ້​ລາ­ຄາ​ສິນ­ຄ້າ​ເພີ່ມ​ຂຶ້ນ ເພາະ­ວ່າ​ການ​ຜະ­ລິດ​ໄດ້​ຫຼຸດ​ລົງ ການ​ສະ­ໜອງ​ກໍ່​ຫຼຸດ​ລົງ ແຕ່​ຄວາມ​ຕ້ອງ­ການ​ພັດ​ຍັງ​ຄື­ເກົ່າ ແຕ່​ເຖິງ​ຢ່າງ­ໃດ​ກໍ່​ຕາມ​ເພື່ອ​ບໍ່​ໃຫ້​ມີ​ການ​ສວຍ­ໂອ­ກາດ​ເກງ​ກຳ­ໄລ​ຈາກ​ສະ­ພາບ​ດັ່ງ­ກ່າວ ຫຼື ຂຶ້ນ​ລາ­ຄາ​ສິນ­ຄ້າ​ເກີນ​ຄວາມ​ເປັນ​ຈິງ​ນັ້ນ ຕ້ອງ​ໄດ້​ມີ​ການ​ສະ­ກັດ​ກັ້ນ​ດ້ວຍ​ການ​ສຶກ​ສາ​ອົບ­ຮົມ​ໃຫ້​ທຸກ​ພາກ­ສ່ວນ​ບໍ່​ໃຫ້​ເອົາ​ປຽບ ເຊິ່ງ​ກັນ ແລະ ກັນ ເພາະ​ມັນ​ຈະ​ກະ­ທົບ​ຕໍ່​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ພະ­ນັກ­ງານ​ທະ­ຫານ ຕຳ­ຫຼວດ ແລະ ປະ­ຊາ­ຊົນ​ເຮົາ.

ແຫຼ່ງຂ່າວ: www.vientianemai.net

Friday, September 21, 2018

ສາວເອື້ອຍ "ສາວິກາ ທຳມະວົງ" ເຈົ້າແມ່ແຫ່ງວົງການຂາຍເຄື່ອງອອນໄລນ໌


ທຸລະກິດຂາຍເຄື່ອງອອນໄລນ໌ແມ່ນໄດ້ຮັບຄວາມນິຍົມສູງໃນທົ່ວໂລກ  ແລະ ໃນປັດຈຸບັນການຂາຍເຄື່ອງທາງອອນໄລນ໌ໃນປະເທດລາວກຳລັງເຕີບໂຕຂຶ້ນຢ່າງຕໍ່ເນື່ອງ ຍ້ອນຄ່ານິຍົມຂອງສັງຄົມທີ່ມີການຫັນປ່ຽນໃຫ້ເຂົ້າກັບຍຸກ 4.0 ຫຼາຍຂຶ້ນ ເຮັດໃຫ້ການຊື້-ການຂາຍງ່າຍພຽງທ່ານສຳພັດໜ້າຈໍ ແລະ ເຫດຜົນຫຼັກທີ່ຄົນໃຫ້ຄວາມສົນຫັນມາຂາຍເຄື່ອງທາງອອນໄລນ໌ຫຼາຍຂຶ້ນກໍ່ຍ້ອນວ່າ:​ ບໍ່ຕ້ອງເສຍຄ່າເຊົ່າຮ້ານສະຖານທີ່ຂາຍເຄື່ອງ, ຕະຫຼາດໃນອອນໄລນ໌ເປັນຕະຫຼາດໃຫຍ່ຄົນທົ່ວໂລກສາມາດເຫັນສິນຄ້າຂອງເຮົາ,​ ງົບໃນການຈ່າຍຄ່າໂຄສະນາແມ່ນຖືກກວ່າການໂຄສະນາໃນຮູບແບບອື່ນ, ຄົນທີ່ມີວຽກເຮັດປະຈຳ ຫຼື ກຳລັງຮຽນຢູ່ກໍ່ສາມາດຂາຍເຄື່ອງອອນໄລນ໌ໄດ້, ການຕິດຕໍ່ກັບລູກຄ້າກໍ່ວ່ອງໄວທັນໃຈ.


ອາຊີບຂາຍເຄື່ອງທາງອອນໄລນ໌ແມ່ນໄດ້ສ້າງລາຍຮັບໃຫ້ກັບຄົນທຸກເພດທຸກໄວ, ມື້ນີ້ພວກເຮົາກໍ່ມີບຸກຄົນທີ່ປະສົບຄວາມສຳເລັດຈັດໃນອັນດັບຕົ້ນໆໃນວົງການຂາຍເຄື່ອງທາງອອນໄລນ໌ ຈົນຫຼາຍຄົນຍອມໃຫ້ ແລະ ໃຫ້ສາຍາວ່າ "ເຈົ້າແມ່ແຫ່ງວົງການຂາຍເຄື່ອງອອນໄລນ໌" ນັ້ນກໍ່ຄື ສາວເອື້ອຍ "ສາວິກາ ທຳມະວົງ" ສາວງາມທີ່ເຕັມໄປດ້ວຍຄວາມສາມາດໃນການບໍລິຫານ ແລະ ມີທັກສະໃນການຂາຍທີ່ເປັນເລີດຈົນກາຍເປັນບຸກຄົນຕົ້ນແບບຂອງຫຼາຍຄົນ ດ້ວຍປະສົບ ການໃນການຂາຍທີ່ມີມາຫຼາຍກວ່າ 5 ປີ ແລະ ປັດຈຸບັນສາວເອື້ອຍ ສາວິກາ ມີສະມາຊິກຕົວແທນຈຳໜ່າຍທົ່ວປະເທດ.


ສາວເອື້ອຍ ສາວິກາ ຍັງໄດ້ໃຫ້ຄຳປຶກສາແກ່ສະມາຊິກທີ່ຮັກໃນການຂາຍພ້ອມຊ່ວຍພັກດັນ ການສ້າງຍອດຂາຍໃຫ້ສະມາຊິກເລີ່ມຈາກ 100.000-200.000 ກີບ ໃຫ້ເກີດຜົນກຳໄລ 10.000.000 - 20.000.000ກີບ ແລະ 40.000.000 - 50.000.000 ກີບ ແລະ ບາງຄົນມີຍອດຂາຍຫຼັກ 100 ລ້ານ ພາຍໃນ 1ເດືອນ.


ຄືດັ່ງທີ່ເຮົາຮູ້ກັນແລ້ວວ່າການຂາຍເຄື່ອງອອນໄລນ໌ແມ່ນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງເປັນເງິນໄດ້ ສຳລັບຄົນທີ່ສົນໃຈສາມາດຕິດຕໍ່ເພິ່ນໄດ້ທີ່ ເຟສບຸ໊ກ Savika Thammavong ຫຼື ເຂົ້າໄປຕິດຕາມເຟສບຸ໊ກຂອງເພິ່ນໄດ້ ເພາະໄລຍະນີ້ທາງເພສເພິ່ນມີການແຈກລາງວັນ.









ພຣະຣາຊະໂອວາດ ພຣະເຈົ້າຟ້າງຸ່ມຕໍ່ເສນາອາມາດ ແລະ ປະຊາລາດສະດອນ



ປີ ຄສ 1357 ພຣະເຈົ້າຟ້າງຸ່ມແຫຼ່ງຫຼ້າທໍລະນີມະຫາຣາດ ໄດ້ທ້ອນໂຮມແຜ່ນດິນລາວສຳເລັດ ເປັນອານາຈັກລ້ານຊ້າງ ທີ່ກວ້າງໃຫຍ່ໄພສານ ແລະ ໄດ້ສະຫຼອງໄຊຢູ່ນະຄອນຫຼວງວຽງຈັນ 7 ມື້ 7 ຄືນ ແລະ ໄດ້ມີການແຕ່ງຕັ້ງໃຫ້ບ່າຄຸ້ມ (ໝື່ນຈັນ) ເປັນເຈົ້າເມືອງວຽງຈັນ, ແຕ່ງຕັ້ງໃຫ້ພຣະຍາເພົາ (ຄົນໃໝ່) ເປັນເຈົ້າເມືອງວຽງຄຳ ແລະ ນັກຮົບນາຍທະຫານຄົນອື່ນໆ ທີ່ມີຜົນງານໃນການທຳເສິກສົງຄາມທ້ອນໂຮມປະເທດຊາດ ລ້ວນແຕ່ໄດ້ຮັບຄວາມດີຄວາມຊອບຕາມຜົນງານໜ້ອຍຫຼາຍທີ່ໄດ້ສ້າງທຳຂອງແຕ່ລະຄົນ.

ໃນງານສະຫຼອງມະຫາໄຊ 7 ມື້ 7 ຄືນ ບໍລິບູນແລ້ວ ພຣະເຈົ້າຟ້າງຸ່ມແຫຼ່ງຫຼ້າທໍລະນີມະຫາຣາດ ໄດ້ມີໂອວາດຕໍ່ເສນາອາມາດ ແລະ ປະຊາລາດສະດອນວ່າ:
  1. ສູ່ເຈົ້າທັງຫຼາຍຮັກສາບ້ານເມືອງ ຢ່າໃຫ້ມີຂີ້ລັກ ຄົນໂຈນ ອັນໜຶ່ງຢ່າໄດ້ຂ້າຟັນກັນ ແມ່ນວ່າຂ້ອຍຕົນຜິດກໍ່ດີ ເມຍຕົນຜິດກໍ່ດີ ເສນາ ແລະ ລູກຄ້າມາຜິດກໍ່ດີ ຕົນຢ່າໄດ້ຫຼອນຂ້າຟັນເສຍ ໃຫ້ຜູ້ອື່ນພິຈາລະນາດູກ່ອນ ເປັນໂທດອັນໜັກແທ້ຈິ່ງທຳຕາມເຫດນັ້ນ ໂທດບໍ່ໜັກຢ່າໄດ້ຂ້າ ທໍ່ວ່າໃຫ້ໃສ່ຄອກຄາຂັງໄວ້ ສົມໂທດແລ້ວໃຫ້ປ່ອຍໄປຫາວຽກຫາການສົມບັດອັນຈັກເກີດມາໃນແຜ່ນດິນນີ້, ມີຄົນ ສົມບັດກໍ່ຈິ່ງມີ ຄັນບໍ່ມີຄົນ ສົມບັດເຂົ້າຂອງກໍ່ຫາບໍ່ໄດ້ແລ ເຮົາບໍ່ໃຫ້ຂ້າຄົນເພື່ອດັ່ງນັ້ນແລ.
  2. ອັນໜຶ່ງເຈົ້າທັງຫຼາຍກໍ່ຢ່າຜິດຂ້າກັນໃຫ້ພ້ອມກັນດູຂອບບ້ານຂອບເມືອງທັງມວນ ຕ່າງບ້ານຕ່າງເມືອງເຂົາຈະກະທຳບຽດບຽນບ້ານເມືອງເຮົາໃຫ້ເຫັນແຈ້ງ.
  3. ອັນໜຶ່ງສອງເດືອນໃດໃຫ້ໃຊ້ຄົນເມືອໄຫວ້ສາຫາເຮົາສູ່ບ້ານສູ່ເມືອງໃຫ້ເຮົາຮູ້ອັນຮ້າຍອັນດີ ສາມປີຈິ່ງໃຫ້ຕົວເຈົ້າທັງຫຼາຍຂຶ້ນເມືອໄຫວ້ເຮົາເມືອຮອດຊຽງດົງຊຽງທອງພຸ້ນແລ້ວ ເຮົາຈະໄດ້ບູຊາແຖນຟ້າຄືນ ທັງແຖນຄົນ ແຖນແຕ່ງ ແຖນຊັ່ງ ແຖນເຖືອກ ທັງເຖົ້າເຍີ ເຖົ້າໄລ່ ແມ່ຍ່າງາມ ແມ່ມົດ ທັງເທວະດາ ອັນຮັກສາຜາຕິ່ງ ແລະ ສົບອູທັງຫຼັກໝັ້ນທ້າຍຂັນທັງນາໄຮ່ດຽວ ພູເຂົາກ້າ ອ້າຍມ້າ ອ້າຍຄອງຢູ່ໜອງລຸ່ມພູເຂົາກ້າຫັ້ນ ທັງຜາຫຼວງກ້ອນຟ້າຢ້ຽມ ທັງກ້ອນກ່າຍຟ້າອັນໝາຍໄວ້ທີ່ຊຽງດົງຊຽງທອງນັ້ນ ຄັນເມືອຮອດແລ້ວ ເຮົາຈັກໄດ້ບູຊາ ຜີຟ້າຜີແຖນທັງຫຼາຍຝູງນີ້ ຄັນເຖິງເດືອນຈຽງໃຫ້ຂຶ້ນສູ່ບ້ານສູ່ເມືອງ ເດືອນ 3 ໃຫ້ຮອດເມືອງ ຊວາ ຄັນໃຜບໍ່ຂຶ້ນ ເຮົາບໍ່ວ່າຊື່ຕໍ່ເຮົາແລ ອັນວ່າໃຫ້ລ້ຽງຟ້າ ລ້ຽງແຖນ ປູ່ເຈົ້າຟ້າຫຼວງໂງ່ມ ຫາກໄດ້ສັ່ງເຮົາໄວ້ໃຫ້ເຮົາຮູ້ຈັກຫົວໃຈເຈົ້າຂຸນທັງມວນ ອັນຢູ່ເມືອງລ້ານຊ້າງຜູ່ຊື່ ແລະ ຜູ່ຄົດຈາກເຈົ້າແຜ່ນດິນຫັ້ນແລ ປູ່ເຈົ້າຟ້າຫຼວງໂງ່ມ ໄດ້ສັ່ງໄວ້ສືບໆມາດັ່ງນີ້ແລ.
  4. ອັນໜຶ່ງເຈົ້າທັງຫຼາຍຢ່າເອົາໄພ່ (ພົນລະເມືອງ) ເມືອເປັນຂ້ອຍ ໄພ່ຜິດກັນເປັນອັນໜັກ ເປັນຕົ້ນວ່າມີຊູ້ສູ່ເມຍທ່ານ ໃຫ້ໄໝເອົາແຕ່ 5 ບາດ ເຂົາຫາກຂ້າກັນຕາຍ ເອົາຕົວມັນແທນຜູ້ຕາຍນັ້ນ.
  5. ອັນໜຶ່ງໄປເສິກຢ່າໄດ້ເອົາຄ່າຫົວໄພ່ ແຕ່ບາດໜຶ່ງເຖິງສອງຕໍ່ເທົ່າເຖິງຮ້ອຍວ່າເປັນວ່າຫົວແລ ເຈົ້າຂຸນຢ່າໄໝໄພ່ກາຍຮ້ອຍຂຶ້ນໄປ ເຖິງຜູ່ໃດຍັງໄໝຈັກເສຍໜ້າຕົວມັນຈະເອົາໃຊ້ຕາງໄພ່.


ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ (ລາວໂພສ)
ຂໍ້ມູນອ້າງອີງ: ປື້ມປະຫວັດສາດເມືອງໄຊເສດຖາ
ຂຽນໂດຍ: ນັກປະພັນແຫ່ງຊາດ ດວງໄຊ ຫຼວງພະສີ
ຈັດພິມໂດຍ: ອົງການປົກຄອງເມືອງ ໄຊເສດຖາ ສະຫງວນລິຂະສິດ 2016
ຮູບປະກອບ: www.laovietinsurance.com

ນໍ້າຄາວປາອຸດຕັນຫຼອດເລືອດປອດ! ພາວະສ່ຽງທີ່ແພດກໍ່ຄາດບໍ່ເຖິງ



ພາວະນໍ້າຄາວປາອຸດຕັນປອດ ເປັນພາວະທີ່ອັນຕະລາຍທີ່ສຸດສຳລັບແມ່ຍິງຖືພາ ເຊິ່ງຫຼາຍທ່ານອາດຈະບໍ່ຄຸ້ນຫູໃນເລື່ອງນີ້ ເຊິ່ງພາວະນໍ້າຄາວປາອຸດຕັນປອດເປັນພາວະສຸກເສີນທີ່ພົບໃນແມ່ຍິງຖືພາ ແຕ່ມີອັດຕາການເກີດພາວະແບບນີ້ໜ້ອຍທີ່ສຸດສະເລ່ຍ 1 ຕໍ່ 80,000ຄົນ ແຕ່ກໍ່ຈັດໄດ້ວ່າເປັນພາວະແຊກຊ້ອນທີ່ມີຄວາມຮຸນແຮງຫຼາຍ ເພາະຜູ້ປ່ວຍສ່ວນໃຫຍ່ມີອັດຕາການເສຍຊີວິດສູງ ແລະ ໃນປັດຈບັນຍັງບໍ່ສາມາດສະລຸບສາເຫດຂອງການເກີດໄດ້ຊັດເຈນເທື່ອ ແຕ່ປັດໄຈທີ່ມີສ່ວນກ່ຽວຂ້ອງກັບພາວະນີ້ ປະກອບດ້ວຍ ແມ່ຍິງຖືພາທີ່ມີອາຍຸຫຼາຍ, ອ້ວນ, ການຖືພາຫຼາຍກວ່າ 5 ຄັ້ງ,​ ການເກີດລູກກ່ອນກຳນົດ, ການຊັກນຳການເກີດດ້ວຍຢາ, ການຜ່າຕັດເກີດລູກ,​ພາວະສາຍແຮ່ເກາະຕ່ຳ, ພາວະສາຍແຮ່ລອກຕົວກ່ອນກຳນົດ, ພາວະຊັກຈາກຄັນເປັນພິດ ແລະ ພາວະລູກຄຽດໃນຄັນ ເຖິງແມ່ນວ່າປັດໄຈເຫຼົ່ານີ້ອາດຈະບໍ່ແມ່ນສາເຫດໂດຍກົງ ແຕ່ມີຄວາມກ່ຽວຂ້ອງກັບພາວະນ້ຳຄາວປາອຸດຕັນປອດ ແລະ ບໍ່ສາມາດຄາດເດົາໄດ້ວ່າ ຈະເກີດຂຶ້ນ ຫຼື ບໍ່ ແລະ ຈະເກີດຂຶ້ນເມື່ອໃດ ອີກທັງຍັງບໍ່ສາມາດປ້ອງກັນໄດ້.

ຄວາມຜິດປົກກິຕິທີ່ເກີດຂຶ້ນພາໃນຄັນ
ຖົງນ້ຳຄາວປາທີ່ຫຸ້ມຕົວລູກຂະນະທີ່ຢູ່ໃນທ້ອງເກີດແຕກອອກໃນຊ່ວງທີ່ແມ່ເລີ່ມເຈັບທ້ອງ ຫຼື ຊ່ວງເກີດ ເຮັດໃຫ້ນ້ຳຄາວປາ ແລະ ຊິ້ນສ່ວນຂອງລູກເກີດຫຼຸດເຂົ້າໄປຕາມຮູແຕກບ່ອນເສັ້ນເລືອດທີ່ຕົວມົດລູກ ໄປອຸດຕັນຢູ່ຕາມເສັ້ນເລືອດນ້ອຍໆ ຂອງອະໄວຍະວະຕ່າງໆ ພາຍໃນຮ່າງກາຍ ແລະ ທີ່ສຳຄັນທີ່ສຸດຄື ປອດ ເຮັດໃຫ້ເກີດການອຸດຕັນ ແລະ ການຫົດຕົວຂອງເສັ້ນເລືອດໃນປອດ ຮ່າງກາຍຈິ່ງຂາດອາກາດ ແລະ ເຮັດໃຫ້ຫົວໃຈລົ້ມເຫຼວ ເຫດການເຫຼົ່ານີ້ຈະເກີດຂຶ້ນຢ່າງໄວວາ ຈົນຄາດບໍ່ເຖິງ ແລະ ອະທິບາຍບໍ່ໄດ້ ເມື່ອເກີດພາວະນ້ຳຄາວປາອຸດຕັນປອດຂຶ້ນແລ້ວຈະພົບອັດຕາການເສຍຊີວິດ ໄດ້ເຖິງ 20-90% ຂຶ້ນຢູ່ກັບຄວາມພ້ອມຂອງໂຮງໝໍໃນແຕ່ລະແຫ່ງ.
ອາການຜິດປົກກະຕິຂອງຮ່າງກາຍທີ່ພົບ
  • ກະວົນກະວາຍ
  • ຫາຍໃຈລຳບາກ
  • ປາກ, ເລັບ ແລະ ຜິວໜັງຕາມຕົວຂຽວຊ້ຳ
  • ຊັອກ ຊັກຕົວແຂງ ໝົດສະຕິ
  • ເລືອດບໍ່ແຂງຕົວ ແລະ ເສຍຊີວິດໃນທີ່ສຸດ
ສ່ວນລູກຈະເສຍຊີວິດຕາມແມ່ເພາະຂາດອົກຊີເຈນ ແຕ່ກໍ່ຈະມີແມ່ສ່ວນໜ້ອຍທີ່ຈະລອດຊີວິດ ເຊິ່ງອາດເປັນເພາະນ້ຳຄາວປາທີ່ຫຼຸດເຂົ້າມີຈຳນວນບໍ່ຫຼາຍ ແລະ ການອຸດຕັນບໍ່ເກີດຊ້ຳ ຮ່າງກາຍຈິ່ງຂາດອາກາດບໍ່ດົນ ແລະ ບໍ່ຫຼາຍ ເຮັດໃຫ້ແພດມີເວລາຊ່ວຍເຫຼືອ ແລະ ແກ້ໄຂບັນຫາໄດ້ສຳເລັດ ແລະ ຫາກແມ່ລອດຊີວິດກໍ່ຈະພົບວ່າມີການບາດເຈັບທາງລະບົບປະສາດຢ່າງຮຸນແຮງໄດ້ຫຼາຍເຖິງ 85% ສ່ວນລູກໃນຄັນນັ້ນຍັງມີອັດຕາການເສຍຊີວິດເຖິງ 20-60% ແລະ ໃນສ່ວນຂອງລູກທີ່ລອດຊີວິດຈະມີລະບົບປະສາດປົກກະຕິ 50%ເທົ່ານັ້ນ.

ແນວທາງການຮັກສາ ແລະ ປ້ອງກັນ
ປັດຈຸບັນຍັງບໍ່ມີວິທີໃດທີ່ແນ່ນອນ ທີ່ຈະບອກວ່າເປັນໂຣກນີ້ ແລະ ຍັງບໍ່ມີວິທີໃດທີ່ດີທີ່ສຸດໃນການຮັກສາພາວະນີ້ໄດ້ ມີພຽງການຮັກສາຕາມອາການ ແລະ ແກ້ໄຂເຫດການສະເພາະໜ້າ ເຊັ່ນ: ການໃສ່ທໍ່ຊ່ວຍຫາຍໃຈ ການໃຫ້ເລືອດ ຫຼື ການໃຫ້ຢາບາງຕົວ ເພື່ອບໍ່ໃຫ້ໂຣກນີ້ເກີດຊໍ້າ ແຕ່ເຖິງຢ່າງໃດກໍ່ຕາມໂອກາດທີ່ແມ່ຈະລອດຊີວິດກໍ່ຍາກ.

ເຖິງແມ່ນວ່າພາວະແຊກຊ້ອນຫຼາຍໆຢ່າງທີ່ອາດເກີດຂຶ້ນໃນທ້ອງ ແຕ່ວ່າການຝາກທ້ອງຕັ້ງແຕ່ເລີ່ມຕົ້ນຖືພາ ແລະ ສະໝ່ຳສະເໝີກໍ່ເປັນສິ່ງທີ່ຄົນຖືພາຄວນປະຕິບັດ ເພາະຊ່ວຍລຸດຄວາມສ່ຽງຂອງບັນຫາທີ່ຈະເກີດໂຣກຕ່າງໆ ແລະ ແພດຈະໄດ້ປ້ອງກັນຄວາມຜິດປົກກະຕິທີ່ຈະເກີດຂຶ້ນ ເພື່ອຊ່ວຍໃຫ້ແມ່ ແລະ ລູກມີສຸຂະພາບແຂງແຮງສົມບູນ.

ປະທານປະເທດຫວຽດນາມເຖິງແກ່ມໍລະນະກຳແລ້ວ ຫຼັງປ່ວຍໜັກຫຼາຍເດືອນ


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນຍ ປະເທດຫວຽດນາມ ເມື່ອວັນທີ 21 ກັນຍາ 2018ວ່າ ສຳນັກຂ່າວຫວຽດນາມສື່ທາງການຂອງຫວຽດນາມລາຍງານວ່າ ປະທານປະເທດ ດີເຈິ່ນ ດ້າຍ ກວາງ ແຫ່ງຫວຽດນາມໄດ້ເຖິງແກ່ມໍລະນະກຳແລ້ວທີ່ໂຮງໝໍທະຫານ 108 ໃນນະຄອນຫຼວງຮ່າໂນຍ ເມື່ອວັນສຸກທີ 21 ກັນຍາ 2018 ດ້ວຍໄວອາຍຸ 61 ປີ  ຫຼັງຈາກປ່ວຍໜັກໃນຊ່ວງໄລຍະຫຼາຍເດືອນທີ່ຜ່ານມາ ແລະ ໄດ້ເຂົ້າຮັກສາຕົວທັງໂຮງໝໍໃນຫວຽດນາມ ແລະ ໂຮງໝໍໃນຕ່າງປະເທດ.

ປະທານປະເທດ ດີເຈິ່ນ ດ້າຍ ກວາງ ເປັນປະທານປະເທດຄົນປັດຈຸບັນຂອງຫວຍດນາມ ໂດຍໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງປະທານປະເທດຫວຽດນາມ ເມື່ອວັນທີ 2 ເມສາ 2016 ແລະ ກ່ອນໜ້ານີ້ເຄີຍດຳລົງຕຳແໜ່ງອະດີດລັດຖະມົນຕີກະຊວງຄວາມໝັ້ນຄົງສາທາລະນະຂອງຫວຽດນາມ.


ແຫຼ່ງຂ່າວ:​ thairath.co.th

Thursday, September 20, 2018

ປະເພນີສຸດແປກຊົນເຜົ່າກລຽງ ໃນກຳປູເຈຍ "ພໍ່ແມ່ປຸກຕູບແຫ່ງຮັກ" ໄວ້ໃຫ້ລູກສາວຫຼັບນອນກັບຜູ່ຊາຍ



ຊາວກລຽງທີ່ອາໃສແຍກອອກມາຈາກຕົວເມືອງ ແຂວງ ຣັດຕະນະຄີລີ ປະເທດ ກຳປູເຈຍ ເປັນກຸ່ມຊົນເຜົ່າທີ່ຂີ້ອາຍ ແຕ່ມີປະເພນີ ແລະ ພິທີກຳເລືອກຄູ່ທີ່ສຸດແປກ ໂດຍແມ່ຍິງຊາວກລຽງສາມາດປ່ຽນຄູ່ນອນໄດ້ຈົນກວ່າພວກນາງຈະພົບຄົນທີ່ຖືກໃຈແລ້ວແຕ່ງງານເປັນຄູ່ຊີວິດ ໂດຍເຮືອນຫຼັງໃດທີ່ມີລູກສາວ ເມື່ອລູກສາວທີອາຍຸ 13ປີຂຶ້ນໄປ ຕາມປະເພນີຂອງຊາວກລຽງແລ້ວຜູ່ເປັນພໍ່ຈະສ້າງຕູບໃຫ້ລູກສາວໄວ້ອາໃສ ແລະ ອະນຸຍາດໃຫ້ຊາຍໜຸ່ມມາຫຼັບນອນກັບລູກສາວໄດ້.

ຊາຍຄົນໜຶ່ງໃນໝູ່ບ້ານໄດ້ໃຫ້ເຫດຜົນວ່າ ການສ້າງຕູບໃຫ້ລູກສາວຈະເປີດໂອກາດໃຫ້ລູກໄດ້ໃຊ້ເວລາລົມກັບໝູ່ເພື່ອນໂດຍທີ່ບໍ່ລົບກວນພໍ່ແມ່.

ຟີໂອນາ ແມັກເກຣເກີ ນັກຂຽນຜູ່ໃຊ້ເວລາຫຼາຍເດືອນທີ່ອາໃສຢູ່ໃນໝູ່ບ້ານກລຽງ ເພື່ອສຶກສາປະເພນີຂອງພວກເຂົາ ນາງໄດ້ກ່ວວ່າ: 
"ເມື່ອເຈົ້າໃຊ້ເວລາລົມກັບຍິງສາວຊາວກລຽງຫຼາຍຂຶ້ນ ເຈົ້າຈະເລີ່ມຮູ້ວ່າມັນມີຫຍັງຫຼາຍກວ່າການລົມກັນ ແມ່ຍິງບາງຄົນເປັນທີ່ຮູ້ຈັກຂອງຊາຍໜຸ່ມໃນໝູ່ບ້ານວ່າ ນາງເປີດຕູບໃຫ້ພວກເຂົາໄປຫາຄວາມສຸກ ແລະ ພວກນາງກໍ່ຈະມີຊາຍໜຸ່ມໃໝ່ໆຫຼາຍຄົນປ່ຽນກັນເຂົ້າມາພົວພັນ ແຕ່ບໍ່ແນ່ໃຈວ່າພວກນາງຍອມມີເພດສຳພັນກັບທຸກຄົນຫຼືບໍ່"

ໃນຕອນກງເວັນໄວລຸ້ນຍິງ-ຊາຍ ຈະແຍກກັນໄປເຮັດໜ້າທີ່ຂອງຕົນ ແຕ່ພໍຕາເວັນຕົກດິນພວກເຂົາກໍ່ຈະມາຢູ່ຮ່ວມກັນ ມີການຫຼິ້ນມ່ວນຊື່ນ ແລະ ເມື່ອຕົກເດິກ ຍິງສາວກໍ່ຈະກັບເຂົ້າໄປໃນຕູບເພື່ອລໍຖ້າຊາຍໜຸ່ມມາຫາ.

ແມ່ຍິງຊາວກລຽງຈະໄດ້ຮັບປະສົບການທາງເພດຢ່າງເສລີຕ່າງໄປຈາກໄວລຸ້ນບ່ອນອື່ນ ບາງຄົນເຊື່ອວ່າມັນເປັນບົດຮຽນທີ່ຕ້ອງຮຽນຮູ້ ແມ່ຍິງຊາວກລຽງມີສິດອຳນາດຝ່າຍດຽວໃນການຕັດສິນໃຈເລືອກຄູ່ນອນ ເພາະກ່ອນທີ່ພວກນາງຈະນອນກັບໃຜພວກນາງຈະມີການສົນທະນາສຶກສານິໃສ ໃຈຄໍ ຂອງຊາຍຄົນນັ້ນກ່ອນ ຫາກຊາຍຄົນນັ້ນຖືກໃຈພວກນາງຈິ່ງຍອມມີເພດສຳພັນຮ່ວມ. ຫາກເປັນຊາຍໜຸ່ມທຳມະດາແມ່ນກ່ອນຕາເວັນຂຶ້ນພວກເຂົາຈະອອກຈາກຕູບໄປ ມີພຽງຊາຍທີ່ເປັນຄູ່ໝັ້ນໝາຍເທົ່ານັ້ນທີ່ຈະໄດ້ຮັບອະນຸຍາດໃຫ້ນອນຄ້າງຈົນຮອດແຈ້ງ.

ຍັງບໍ່ເຄີຍມີຂໍ້ມູນວ່າແມ່ຍິງໃນຊົນເຜົ່ານີ້ຖືກຂົ່ມຂືນ ຫຼື ຖືກທຳຮ້າຍຮ່າງກາຍ ແຕ່ຕູບແຫ່ງຮັກນີ້ມີທັງຂໍ້ດີ ແລະ ຂໍ້ເສຍ ເພາະຍິງສາວບາງຄົນຖືພາໂດຍບໍ່ໄດ້ໃຈ ຫາກບໍ່ມີຊາຍໃດຮັບພິຊອບນາງຈະຕ້ອງເປັນຄົນລ້ຽງລູກເອງຄົນດຽວ.


ແຫຼ່ງຂ່າວ: www.sabynews.com

ເຈົ້າແຂວງ ຊຽງຂວາງ ຊີ້ແຈງສາເຫດການເລື່ອນຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI



ອີງຕາມການລາຍງານຂອງວິທະຍຸກະຈາຍສຽງແຫ່ງຊາດໃຫ້ຮູ້ວ່າ: ຈາກກໍລະນີທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການເລກທີ 1525/ຫສນຍ.ກລຂ ລົງວັນທີ 14 ກັນຍາ 2018 ເຫັນດີໃຫ້ເລື່ອນການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຈະເປັນເຈົ້າພາບໃນລະຫວ່າງວັນທີ 11 – 21 ພະຈິກ 2018 ອອກໄປເປັນ ວັນທີ 11 – 21 ພະຈິກ 2019 ນັ້ນ, ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງ ແຂວງຊຽງຂວາງ ໄດ້ໃຫ້ສຳພາດເພື່ອຊີ້ແຈງກ່ຽວກັບເລື່ອງນີ້ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ II ປີ 2018 ເຊິ່ງຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 17 ຫາ 18 ກັນຍາ 2018 ນີ້. ທ່ານໄດ້ກ່າວວ່າ: ເຫດຜົນທີ່ລັດຖະບານເຫັນດີໃຫ້ເລື່ອນການຈັດການແຂ່ງຂັນກິລາແຫ່ງຊາດຄັ້ງນີ້ ບໍ່ໄດ້ແມ່ນຍ້ອນສາເຫດທີ່ວ່າແຂວງຊຽງຂວາງ ກະກຽມພື້ນ ຖານໂຄງລ່າງບໍ່ທັນ ແຕ່ຢ່າງໃດ, ເພາະລັດຖະບານກໍ່ໄດ້ສະໜອງງົບປະມານເຂົ້າໃນການກະກຽມພື້ນຖານໂຄງລ່າງ ຢ່າງພຽງພໍກັບຄວາມຕ້ອງການແລ້ວ, ເປັນຕົ້ນ: ສະໜາມ ທີ່ຈະໃຊ້ເຂົ້າໃນພິທີເປີດ-ປິດ, ສະໜາມແຂ່ງຂັນກິລາແຕ່ລະປະເພດ, ສະຖານທີ່ພັກເຊົາຂອງຄູເຝິກ ແລະ ນັກກິລາ ແລະ ອື່ນໆ. ເຫດຜົນທີ່ແທ້ຈິງກໍ່ຄື ເນື່ອງຈາກໃນໄລຍະລະດູຝົນປີນີ້, ຫລາຍແຂວງໃນທົ່ວປະເທດໄດ້ປະສົບກັບໄພນໍ້າຖ້ວມຢ່າງຮ້າຍແຮງ ເຮັດໃຫ້ສູນເສຍຊີວິດ ແລະ ຊັບສິນເປັນຈຳນວນຫລວງຫລາຍ ໂດຍສະເພາະຢູ່ເມືອງສະໜາມໄຊ, ແຂວງອັດຕະປື

ການແຂ່ງຂັນກິລາຖືວ່າແມ່ນການເຄື່ອນໄຫວກິດຈະກຳປະເພດຫນຶ່ງທີ່ສ້າງຄວາມເບິກບານມ່ວນຊື່ນ ແຕ່ເມື່ອໄພທຳມະຊາດໄດ້ເກີດຂຶ້ນຢ່າງຮ້າຍແຮງແບບນີ້ ຈົນເຮັດໃຫ້ປະຊາຊົນລາວທັງຫລາຍຕ້ອງຕົກຢູ່ໃນຄວາມໂສກເສົ້າ, ບວກກັບຫລາຍແຂວງ ກໍ່ຍັງຂາດງົບປະມານທີ່ພຽງພໍໃນການກະກຽມກິລາ ເຊິ່ງຈະເຮັດໃຫ້ຫລາຍແຂວງ, ເຖີງວ່າຈະສາມາດສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນໄດ້ ແຕ່ກໍ່ອາດເປັນການເຂົ້າຮ່ວມການແຂ່ງຂັນທີ່ບໍ່ເຕັມເມັດເຕັມໜ່ວຍ ຫລື ເຂົ້າຮ່ວມຕາມຂະບວນການ ເທົ່ານັ້ນ.

ເຈົ້າແຂວງ ແຂວງຊຽງຂວາງ ໄດ້ກ່າວຢໍ້າຕື່ມວ່າ: ການທີ່ລັດຖະບານເຫັນດີໃຫ້ເລື່ອນການຈັດງານມະຫາກຳກິລາແຫ່ງຊາດຄັ້ງນີ້ ອອກໄປ ຖືວ່າເປັນການຕັດສິນໃຈທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງແລ້ວ. ອົງການປົກຄອງແຂວງ ຊຽງຂວາງ ຈຶ່ງເຫັນ ດີນຳ ແລະ ໄດ້ແຈ້ງຂ່າວໃຫ້ປະຊາຊົນພາຍໃນແຂວງ ໄດ້ຮັບຮູ້ແລ້ວ, ຊຶ່ງທຸກຄົນກໍ່ເຫັນດີ ເປັນເອກະພາບນຳເຊັ່ນກັນ ແລະ ເຂົ້າໃຈກ່ຽວກັບສະຖານນະການທີ່ເກີດຂຶ້ນ, ເຖີງແມ່ນວ່າ ປະຊາຊົນ ກໍ່ຄື ຫົວໜ່ວຍທຸລະກິດຈຳນວນໜຶ່ງພາຍໃນແຂວງ ຈະໄດ້ກະກຽມຕ້ອນຮັບຄະນະນຳ ແລະ ນັກກິລາ, ລວມເຖີງນັກທ່ອງທ່ຽວທີ່ຈະເດີນທາງໄປທ່ອງທ່ຽວໃນໂອກາດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ນີ້ແລ້ວກໍ່ຕາມ. ຈາກນີ້ໄປ, ແຂວງ ຊຽງຂວາງ ກໍ່ຈະມີເວລາຍາວອອກໄປຕື່ມ ເພື່ອກະກຽມຈັດງານກິລາຄັ້ງນີ້ຢ່າງເຕັມທີ່ ແລະ ຈະເຮັດໃຫ້ການເປັນເຈົ້າພາບໃນຄັ້ງນີ້ ບັນລຸຜົນສຳເລັດຕາມທີ່ຄາດໝາຍໄວ້ທຸກປະການ.

ນີ້ຖືວ່າເປັນຄັ້ງທີ 2 ແລ້ວ ທີ່ມີການເລື່ອນການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XI ຢູ່ແຂວງຊຽງຂວາງ, ພາຍຫລັງທີ່ເຄີຍເລື່ອນມາແລ້ວຄັ້ງໜຶ່ງໃນທ້າຍປີ 2017, ເນື່ອງຈາກການກະກຽມພື້ນຖານໂຄງລ່າງ ໂດຍສະເພາະສະໜາມເປີດ-ປິດການແຂ່ງຂັນ ບໍ່ສາມາດກໍ່ສ້າງສຳເລັດແລ້ວທັນ ຕາມເວລາທີ່ໄດ້ກຳນົດໄວ້.


ຂ່າວໂດຍ: ບຸນຕຽງ ຈັນທະວົງ
ແຫຼ່ງຂ່າວ: raosukunfung.com

ຈັບ 2 ຄົນຮ້າຍຄາດຕະກຳເຈົ້າຂອງໂຮງແຮມຕີ້ຮາວ! ພ້ອມທາວເຖິງຜູ້ບົງການປົມຂັດແຍ້ງທາງທຸລະກິດ

ໃນວັນທີ 20 ກັນຍາ 2018 ໜັງສືພິມພັດທະນາລາວ ລາຍງານຄວາມຄືບໜ້າຄະດີຄາດຕະກຳທ້າວ ໄຊຊະນະ ຫຍົດສະຫວັດ (ຫລີຈາວເຟີງ) ອາຍຸ 42 ປີ, ເຊື້ອຊາດຈີນ, ສັນຊາດລາວ, ອາຊີບນັກທຸລະກິດ ທັງເປັນເຈົ້າຂອງໂຮງແຮມຕີ້ຮາວ ຢູ່ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ສິງຫາທີ່ຜ່ານມາ.
 

ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ ໃນເວລາ 11 ໂມງຂອງວັນທີ 12 ສິງຫາ 2018 ໄດ້ຮັບແຈ້ງວ່າມີເຫດຄາດຕະກໍາຢູ່ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ຜູ້ເສຍຊີວິດຊື່ທ້າວ ໄຊຊະນະ ຫຍົດສະຫວັດ, ສະພາບສົບຖືກແທງດ້ວຍຂອງມີຄົມດ້ານຫລັງ 3 ຈຸດ ແລະ ຕູ້ເຊັບພາຍໃນເຮືອນຖືກຄົນຮ້າຍເອົາໄປ ແລະ ຜ່ານການເກັບກໍາຂໍ້ມູນຫລັກຖານ ແລະ ພະຍານແວດລ້ອມ ຮູ້ວ່າໃນເວລາປະມານ 4:23 ໂມງຂອງມື້ເກີດເຫດ, ໄດ້ມີຄົນຮ້າຍສອງຄົນໃສ່ຊຸດດໍາເຂົ້າໄປໃນເຮືອນຫລັງດັ່ງກ່າວ, ຈົນຮອດເວລາ 7:12 ໂມງຂອງວັນດຽວກັນຄົນຮ້າຍທັງສອງໄດ້ປີນອອກຈາກເຮືອນ ພ້ອມຖືກະເປົາສີດໍາ 3 ໜ່ວຍໄປພ້ອມ, ໂດຍຄົນຮ້າຍໄດ້ໄປເອົາລົດຈັກທີ່ຈອດໄວ້ໃກ້ຮ້ານຂາຍເຄື່ອງຫ່າງຈາກຈຸດເກີດເຫດປະມານ 100 ແມັດແລ້ວຫລົບໜີໄປຕາມເສັ້ນ ທາງເລກ 13 ເໜືອລ້ຽວເຂົ້າເສັ້ນທາງທົ່ງປົ່ງ ແລະ ເຂົ້າໄປບ້ານໂພນສົມບູນ, ເມືອງສີໂຄດຕະບອງ ແລ້ວໄດ້ຖີ້ມລົດໄວ້ໃນເຂດບ້ານດັ່ງກ່າວ. ມາຮອດວັນທີ 21 ສິງຫາ 2018 ເຈົ້າໜ້າທີ່ໄດ້ເອົາລົດຈັກຄັນດັ່ງກ່າວມາກວດກາພົບວ່າຄົນຮ້າຍໄດ້ຊື້ມາຈາກຮ້ານຂາຍລົດມືສອງຢູ່ບ້ານໜອງແຕ່ງ, ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ສປ ຈີນ ກວດກາສອງຄົນດັ່ງກ່າວແລ້ວຮູ້ວ່າໄດ້ອອກຈາກປະ ເທດລາວໄປຈີນແລ້ວ, ຈາກນັ້ນໄດ້ປະສານສົມທົບກັບຕໍາຫລວດແຂວງຫູໜານ ສປ ຈີນ ກັກຕົວທັງສອງໃນວັນທີ 31 ສິງຫາ 2018 ຄົນເຊິ່ງຄົນຮ້າຍຊື່ທ້າວ ຊິງຍົງ ອາຍຸ 44 ປີ ແລະ ທ້າວ ເຊີນເພີງເຜິ້ງ ອາຍຸ 34 ປີ ສັນຊາດຈີນ.


ຜ່ານການສຶບສວນ-ສອບສວນ ທັງສອງໄດ້ຮັບສາລະພາບວ່າໄດ້ຮ່ວມກັນລົງມືຄາດຕະກໍາທ້າວໄຊຊະນະແທ້ ໂດຍໃຊ້ມີດ 2 ດວງ ແລະ ປືນສັ້ນ 2 ກະບອກ, ພາຍຫລັງກໍ່ເຫດແລ້ວໄດ້ເອົາເງິນໃນຕູ້ເຊັບໜີໄປ ລວມມີເງິນກີບ 150 ລ້ານກີບ, 560 ພັນຢວນ (ສະກຸນເງິນຈີນ), 58.200 ບາດ (ສະກຸນເງິນໄທ), 5 ລ້ານກວ່າດົງ (ສະກຸນເງິນຫວຽດນາມ), 47 ພັນໂດລາຮົງກົງ (ສະກຸນເງິນຮົງກົງ) ແລະ ຊັບສີນອື່ນໆຈໍານວນໜຶ່ງ. ພ້ອມທັງຊັດທອດຜູ້ບົງການສອງຄົນຄື: ທ້າວ ເຕິງຈີຫລິງ ແລະ ທ້າວ ຖັງອີ້ຊຸ້ຍ ສັນຊາດຈີນ ເຮັດທຸລະກິດຢູ່ລາວ, ພັກເຊົາຢູ່ອາພາດເມັນຕະຫລາດຊັງຈຽງ, ນະຄອນຫລວງວຽງຈັນ. ຈຶ່ງໄດ້ນໍາກໍາລັງເຂົ້າກັກຕົວໃນວັນທີ 2 ກັນຍາ 2018 ເພື່ອມາດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຜ່ານການສືບສວນເບື້ອງຕົ້ນເຫດຄາດຕະກໍາໃນຄັ້ງນີ້ມີແຮງຈູງໃຈມາຈາກຂໍ້ຂັດແຍ່ງທາງທຸລະກິດ.
 
 
 
 
ແຫຼ່ງຂ່າວ: www.laophattananews.com

ລັດຖະບານໃຫ້ຢຸດຕິການອະນຸມັດການພັດທະນາເຂື່ອນຂະໜາດນ້ອຍໄວ້ກ່ອນ




ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2018 ທີ່ຈັດຂຶ້ນໃນວັນທີ 17-18 ກັນຍາ 2018ທີ່ຜ່ານມາ ລັດຖະບານໄດ້ຊີ້ນຳໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ປັບປຸງຄືນບົດສະຫຼຸບຜົນເສຍຫາຍຈາກໄພພິ ບັດໃນທົ່ວປະເທດໃຫ້ແທດເໝາະກັບຕົວຈິງ, ສ່ວນເມືອງສະໜາມໄຊ ແມ່ນໃຫ້ຄະນະປະເມີນຜົນເສຍຫາຍ ແລະ ຟື້ນຟູຮີບຮ້ອນປະເມີນຜົນເສຍຫາຍໃຫ້ສຳເລັດໂດຍໄວ ພ້ອມທັງໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດລາຍງານຕົວເລກຜູ່ສູນຫາຍຢູ່ເມືອງສະໜາມໄຊຢ່າງເປັນທາງການ ເພື່ອໃຫ້ລັດຖະບານພິຈາລະຮັບຮອງ. ພ້ອມກັນນີ້, ຍັງມອບໃຫ້ບັນດາກະຊວງ, ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າກຳນົດລາຍລະອຽດໃນການຊ່ວຍເຂດໄພພິບັດນ້ຳຖ້ວມໃຫ້ມີປະສິດທິພາບ. 

ເນື້ອໃນກອງປະຊຸມຍັງແຈ້ງໃຫ້ບັນດາແຂວງຢຸດຕິການອະນຸມັດການພັດທະນາເຂື່ອນຂະໜາດນ້ອຍໄວ້ກ່ອນ ສ່ວນໂຄງການທີ່ໄດ້ຮັບອະນຸຍາດທີ່ເລີ່ມກໍ່ສ້າງຜ່ານມາກໍ່ໃຫ້ກວດກາຄືນການສຳຫຼວດ, ອອກແບບ ແລະ ກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຂຶ້ນອີກ ແລະ ຫາກໂຄງການໃດບໍ່ໄດ້ຮັບປະກັນທາງດ້ານເຕັກນິກກໍ່ໃຫ້ໂຈະການກໍ່ສ້າງທັນທີ.




ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ລັດຖະບານເລັ່ງຟື້ນຟູເຂດໄພພິບັດນ້ຳຖ້ວມ ພ້ອມມອບໃຫ້ກະຊວງຜ່ອນຜັນການເກັບພາສີ-ອາກອນ


ເມື່ອວັນທີ 18 ກັນຍາ 2018 ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກ, ໂຄສົກລັດຖະບານໄດ້ຖະແຫຼງຜົນກອງປະຊຸມລັດ ຖະບານເປີດກວ້າງ ຄັ້ງທີ II ປີ 2018 ທີ່ຈັດຂຶ້ນໃນວັນທີ 17-18 ກັນຍາ 2018 ວ່າ ລັດຖະບານໄດ້ຊີ້ນຳໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ປັບປຸງຄືນບົດສະຫຼຸບຜົນເສຍຫາຍຈາກໄພພິ ບັດໃນທົ່ວປະເທດໃຫ້ແທດເໝາະກັບຕົວຈິງ, ສ່ວນເມືອງສະໜາມໄຊ ແມ່ນໃຫ້ຄະນະປະເມີນຜົນເສຍຫາຍ ແລະ ຟື້ນຟູຮີບຮ້ອນປະເມີນຜົນເສຍຫາຍໃຫ້ສຳເລັດໂດຍໄວ ພ້ອມທັງໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດລາຍງານຕົວເລກຜູ່ສູນຫາຍຢູ່ເມືອງສະໜາມໄຊຢ່າງເປັນທາງການ ເພື່ອໃຫ້ລັດຖະບານພິຈາລະຮັບຮອງ.

ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ເອົາໃຈໃສ່ຕິດຕາມການບໍລິຫານນ້ຳ, ຈັດການນ້ຳຢູ່ເຂື່ອນຕ່າງໆ ໂດຍໃຫ້ຈັດເວນຍາມຕະຫຼອດ 24 ຊ່ວໂມງ. ສຳລັບບັນດາເຂື່ອນທີ່ມີຄວາມຫຼໍ່ແຫຼມແມ່ນຕ້ອງເຝົ້າລະວັງກໍລະນີມີສະພາບພົ້ນເດັ່ນກໍ່ໃຫ້ຮີບຮ້ອນລາຍງານ ແລະ ແກ້ໄຂບັນຫາໃຫ້ທັນສະພາບການ, ນອກຈາກນີ້ ໃຫ້ຄົ້ນຄວ້າກ່ຽວກັບນະໂຍບາຍຫຼຸດຜ່ອນລາຄາກະແສໄຟຟ້າໃນການຜະລິດລະດູແລ້ງເພື່ອທົດແທນຕົ້ນທຶນໃນການຜະລິດສິນຄ້າທົດແທນເຂດທີ່ຖືກນ້ຳຖ້ວມ.

 ກະຊວງສຶກສາ ແລະ ກີລາ ເອົາໃຈໃສ່ກວດກາ, ຊຸກຍູ້ຊ່ວຍເຫຼືອບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບໃນໄລຍະນ້ຳຖ້ວມ ໃຫ້ສາມາດສືບຕໍ່ການຮຽນ-ການສອນໃຫ້ເປັນປົກກະຕິ ແລະ ໃຫ້ທາງກະຊວງສາທາລະນະສຸກ ເອົາໃຈໃສ່ກວດກາການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນຫຼັງນ້ຳຖ້ວມ.

ກະຊວງການເງິນ ສົມທົບກັບ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄົ້ນຄວ່າກ່ຽວກັບການຜ່ອນຜັນ ຫຼື ໂຈະການເກັບພາສີທີ່ດິນໃນເຂດທີ່ເກີດໄພພິບັດ, ພ້ອມນີ້ ບັນດາຂະແໜງການ ແລະ ທ້ອງຖິ່ນໃຫ້ກະກຽມສ້າງເງື່ອນໄຂເພື່ອກຽມການຜະລິດລະດູແລ້ງທົດແທນຜົນເສຍຫາຍຈາກໄພນ້ຳຖ້ວມ.

ກະຊວງການເງິນ ຄົ້ນຄວ້າກ່ຽວກັບການນຳໃຊ້ງົບປະມານສຸກເສີນ ເພື່ອແກ້ໄຂໄພພິບັດໃຫ້ມີປະສິດທິພາບ ແລະ ທັນກັບສະພາບ ການ ພ້ອມທັງຄົ້ນຄວ້ານະໂຍບາຍຫຼຸດອັດຕາພາສີ-ອາກອນ ໃນການນຳເຂົ້າປັດໄຈການຜະລິດເຊັ່ນ: ຝຸ່ນ, ປຸ໋ຍ, ແນວພັນພືດ ແລະ ສັດ, ກະຊວງກະສິກຳ ແລະ ປ່າໄມ້ຄົ້ນຄວ້າ ແລະ ກະກຽມສະໜັບສະ ໜູນ ແລະ ໃຫ້ການຊ່ວຍເຫຼືອພິເສດໃນເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນແມ່ນສະໜອງນ້ຳໃຫ້ແກ່ການຜະລິດໃນລະດູແລ້ງ, ການສະໜັບສະໜູນທາງດ້ານສັດຕະວະແພດ, ການປາບປາມສັດຕູພືດ, ການໃຫ້ຄວາມຮູ້ທາງດ້ານເຕັກນິກວິຊາການ.

ພ້ອມກັນນີ້ກໍ່ໃຫ້ຄົ້ນຄວ້າກຳນົດເງື່ອນໄຂລະອຽດ ເພື່ອປັດໄຈກະຕຸກຊຸກຍູ້ໃນການເຮັດນາແຊງ, ປູກພືດ ແລະ ລ້ຽງສັດ ເພື່ອໃຫ້ການຊຸກຍູ້ ແລະ ສະໜັບສະໜູນໃນແຕ່ລະດ້ານ ພ້ອມທັງຄົ້ນຄວ້າກ່ຽວກັບງົບປະມານທີ່ຈະນຳໃຊ້ເຂົ້າໃນບັນດາວຽກງານດັ່ງກ່າວ ເພື່ອສະເໜີຄວາມຕ້ອງການຢ່າງລະອຽດຈະແຈ້ງ.

ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບວາງແຜນຈັດສັນງົບປະມານບູລິມະສິດ ສຸມໃສ່ຊຳລະໃຫ້ບໍລິສັດແກ້ໄຂສຸກເສີນບັນດາເສັ້ນທາງໃນແຂວງຕ່າງໆທີ່ເກີດອຸທົກກະໄພ ໃນປີ 2018-2019. ພ້ອມກັນນັ້ນ ກໍ່ໃຫ້ຄົ້ນຄວ້າຊອກຫາງົບປະມານເພື່ອແກ້ໄຂໜີ້ສິນຄ້າງຊຳລະແຕ່ປີ 2010 ຈົນຮອດປັດຈຸບັນ. ໃນນັ້ນ ໃຫ້ກວດຄືນໄລ່ລຽງມູນຄ່າຂອງບັນດາໂຄງການຕ່າງໆທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບຄວາມເປັນຈິງ ພ້ອມທັງປ້ອງກັນບໍ່ໃຫ້ມີໂຄງການນອກແຜນ ແລະ ຮັບປະກັນການສ້ອມແປງໃຫ້ໄດ້ຄຸນນະພາບຕາມມາດຕະຖານ-ເຕັກນິກ. ພ້ອມກັນນີ້, ກໍ່ໃຫ້ບັນດາກະຊວງສົມທົບກັບແຂວງຕ່າງໆ ເພື່ອຮ່ວມກັນຄົ້ນຄວ້າ ແລະ ກຳນົດຄວາມຮັບຜິດຊອບອັນໃດມອບໃຫ້ແຂວງແກ້ໄຂ, ອັນໃດແມ່ນຄວາມຮັບຜິດຊອບຂອງກະຊວງກ່ຽວຂ້ອງ.

ການຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ປຶກສາຫາລືກັນລະອຽດກ່ຽວກັບການປັງກອງທຶນ SMEs, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານພັດທະນາລາວ ເພື່ອສ້າງເງື່ອນໄຂກອງທຶນ ແລະ ສະຖາບັນການເງິນດັ່ງກ່າວ ໃຫ້ມີຄວາມສາມາດສະໜອງສິນເຊື່ອໃນໄລຍະເກີດ ແລະ ການຟື້ນຟູອຸທົກກະໄພ. ແນໃສ່ຖືເອົາວິກິດການດັ່ງກ່າວປັບປຸງປ່ຽນແປງໂດຍໃຫ້ເຮັດແຜນລະອຽດສະເໜີລັດຖະບານ.

ໃຫ້ບັນດາແຂວງຢຸດຕິການອະນຸມັດການພັດທະນາເງື່ອນຂະໜາດນ້ອຍໄວ້ກ່ອນ ສ່ວນໂຄງການທີ່ໄດ້ຮັບອະນຸຍາດທີ່ເລີ່ມກໍ່ສ້າງຜ່ານມາກໍ່ໃຫ້ກວດກາຄືນການສຳຫຼວດ, ອອກແບບ ແລະ ກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຂຶ້ນອີກ ແລະ ຫາກໂຄງການໃດບໍ່ໄດ້ຮັບປະກັນທາງດ້ານເຕັກນິກກໍ່ໃຫ້ໂຈະການກໍ່ສ້າງທັນທີ.


ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ