ຕາມຄຳຖະແຫຼງຂອງຫົວໜ້າອົງການໄອຍະສານການປະຊາຊົນ ແຂວງຈຳປາສັກ ຢູ່ຫ້ອງປະຊຸມສານໃຫ້ຮູ້ວ່າ: ເມື່ອວັນທີ 21 ເມສາ 2018 ຄອບຄົວຂອງທ້າວ ທູນ (ຈຳເລີຍ) ຢູ່ບ້ານ ນາພູຄຳ ໄດ້ຈັດງານແຕ່ງດອງໃຫ້ລູກນ້າ ຊື່ ທ້າວ ເຕົ່າ ອາຍຸ 18 ປີ ແລ້ວໄດ້ໄປສົ່ງເຂີຍຢູ່ບ້ານດຽວກັນ, ສ່ວນທ້າວ ທູນ ແມ່ນລໍຖ້າຢູ່ເຮືອນ ປະມານເວລາ 9:00ໂມງ ນາງ ນີວັນ ຜູ່ເປັນເມຍຂອງຈຳເລີຍ ພ້ອມດ້ວຍຍາດຕິພີ່ນ້ອງໄດ້ກັບມາແຕ່ສົ່ງເຂີຍ ຈາກນັ້ນ, ໄດ້ພາກັນດື່ມເບຍຈົນຮອດເວລາປະມານ 14:00ໂມງຂອງວັນດຽວກັນ, ທ້າວ ໄຊ ຄົນບ້ານດຽວກັນຈິ່ງໄດ້ບອກໃຫ້ທ້າວ ທູນ ໄປເອີ້ນນາງ ສຳລີ ຄົນບ້ານດຽວກັນມາດື່ມເບຍນຳ. ຈາກນັ້ນ ທ້າວ ທູນຈິ່ງໄດ້ຂັບລົດຈັກເພື່ອໄປຮັບເອົານາງ ສຳລີ ພໍໄປຮອດປະມານ 500 ແມັດ ທ້າວ ທູນ ຈິ່ງໄດ້ຫຼຽວເຫັນນາງ ເຫງົ້າ ອາຍຸ 10 ປີ (ຜູ່ເສຍຊີວິດ) ພ້ອມໝູ່ຍິງອີກ 5 ຄົນ ເມື່ອເຫັນແນວນັ້ນ ຈຳເລີຍຈິ່ງມີຄວາມຄິດຢາກຂົ່ມຂືນ ຈິ່ງໄດ້ວາງແຜນຕົວະຢົວະນາງ ເຫງົ້າ ວ່າ: ໃຫ້ພາໄປຕົນເອງຫາທ້າວ ສີພູນ ແຕ່ເພາະບໍ່ຮູ້ເຮືອນ, ດ້ວຍຄວາມຫວັງດີ ນາງ ເຫງົ້າ (ຜູ່ເສຍຊີວິດ) ຈຶ່ງໄດ້ພາໄປ ໂດຍຂຶ້ນລົດຈັກຊ້ອນທ້າຍໄປນຳ ແຕ່ບໍ່ເຫັນທ້າວ ສີພູນ, ຈາກນັ້ນ ຈິ່ງໄດ້ຂີ່ລົດພາຜູ່ເຄາະຮ້າຍໄປໃນປ່າ ຫ່າງຈາກບ້ານປະມານ 2 ກິໂລແມັດ ແລ້ວຈອດລົດໄວ້ ຈິ່ງໄດ້ອຸ້ມເອົາ (ຜູ່ເສຍຊີວິດ) ເຂົ້າໄປໃນປ່າປະມານ 12 ແມັດ ແລະ ໄດ້ລົງມືຂົ່ມຂືນທຳສຳເລົາ ແຕ່ຜູ່ເສຍຊີວິດບໍ່ຍອມ ພ້ອມຮ້ອງໄຫ້, ຈຳເລີຍຈິ່ງເອົາກຳປັ້ນຕີໃສ່ໜ້າ ແລະ ຕົນຕົວຂອງນາງ ເຫງົ້າ ປະມານ 6 ບາດ ເຮັດໃຫ້ນາງ ເຫງົ້າ ໝົດແຮງຈິ່ງໄດ້ລົງມືຂົ່ມຂືນຈົນສຳເລັດ.
ຈາກນັ້ນ, ທ້າວ ທູນ (ຈຳເລີຍ) ຢ້ານ ນາງ ເຫງົ້າ ໄປບອກພໍ່-ແມ່ ຈິ່ງໄດ້ຕັດສິນໃຈຂ້າ ໂດຍເອົກຳປັ້ນຕີໃສ່ໜ້າ 9 ບາດ ເຮັດໃຫ້ນາງ ເຫງົ້າ ໝົດສະຕິ ແລະ ໄດ້ຫັກຄໍນາງ ເຫງົ້າຕື່ມ, ເມື່ອເຫັນວ່າເສຍຊີວິດແລ້ວ ທ້າວ ທູນ ຈິ່ງໄດ້ກັບເມືອເຮືອນ ແລ້ວຊວນເມຍໄປບ້ານ ປົ່ງດົງ ເມືອງອາດສະພັງທອງ ພ້ອມທັງຕົວະເມຍວ່າ ພີ່ນ້ອງຂອງຕົນເກີດອຸບັດຕິເຫດ ຕໍ່ມາເມື່ອວັນທີ 22 ເມສາ 2018 ທ້າວ ທູນ ກໍ່ຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີ.
ໃນຕອນເຊົ້າຂອງວັນທີ 18 ກັນຍາ 2018 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສານປະຊາຊົນຂັ້ນຕົ້ນແຂວງ ຈຳປາສັກ ໄດ້ເປີດພິຈາລະນາຕັດສິນຄະດີ ຜ່ານການໄຕ່ສວນຄະດີໃນທີ່ປະຊຸມສານ ເຫັນວ່າການກະທຳດັ່ງກ່າວເປັນອັນຕະລາຍຕໍ່ສັງຄົມ, ເປັນການກຳທຳຜິດຕໍ່ແມ່ຍິງ ແລະ ເດັກນ້ອຍ ທີ່ບໍ່ຮູ້ດຽງສາຫຍັງ, ເປັນພຶດຕິກຳທີ່ສະເທືອນຂວັນແກ່ປະຊາຊົນ, ພຶດຕິກຳດັ່ງກ່າວເຫັນວ່າເປັນການກະທຳຜິດຕໍ່ກົດໝາຍອາຍາມາດຕາ 128 ວັນ 4. ດັ່ງນັ້ນ, ຄະນະສານອາຍາຂັ້ນຕົ້ນຈິ່ງໄດ້ມີຄຳຕັດສິນ ລົງໂທດຕັດອິດສະຫຼະພາບທ້າວ ທູນ (ຈຳເລີຍ) ໂດຍໃຫ້ຈຳຄຸກຕະຫຼອດຊີວິດ ແລະ ປັບໃໝໂດຍການຈ່າຍຄ່າເຮັດບຸນສິນກິນທານໃນຕໍ່ໜ້າເປັນຈຳນວນເງິນ 50.000.000ກີບ ໃຫ້ຜູ່ປົກຄອງຂອງຜູ່ເສຍຊີວິດ (ໂຈດທາງແພ່ງ).
ແຫຼ່ງຂ່າວ: https://www.lsecuritynews.com/19032



No comments:
Post a Comment