Wednesday, September 19, 2018

ຕົວແມ່ວົງການບັນເທີງຈີນ "ຟ່ານ ປິງປິງ" ຖືກລັດຖະບານຈີນຈັບກຸມໃນຂໍ້ຫາຫຼີກລ່ຽງຈ່າຍພາສີ


ຍັງຢູ່ໃນຄວາມສົນໃຈຂອງແຟນຄລັບໃນຫລາຍປະເທດ ສຳລັບນາງເອກສາວ ຟ່ານ ປິງປິງ ຊຸບເປີ້ສະຕຣາສາວຊາວຈີນ ໄວອາຍຸ 37 ປິ ຫຼັງມີຂ່າວຖືກລັດຖະບານຈີນຄວບຄຸມຕົວໃນຂໍ້ຫາຫຼີກລ່ຽງການຈ່າຍພາສີ ເຮັດໃຫ້ນາງເອກສາວຄົນນີ້ຫາຍໜ້າໄປຈາກສາທາລະນະ ຮວມເຖິງໂລກໂຊຊ້ຽວມາລາຍເດືອນແລ້ວ 

ແຕ່ຫຼ້າສຸດ ເດິສະຕຣາອອນໄລນ໌ ລາຍງານວ່າ ເກີດເລື່ອງທີ່ເຮັດໃຫ້ແຟນຄລັບຕ້ອງແປກໃຈ ເມື່ອຢູ່ດີໆມີຊາວເນັດສັງເກດເຫັນຄວາມເຄື່ອນໄຫວບາງຢ່າງຂອງນາງເອກສາວໃນ ເວ໋ຍປໍ ສື່ສັງຄົມອອນໄລນ໌ຂອງປະເທດຈີນ ເມື່ອວັນທີ 16 ກັນຍາ 2018ທີ່ຜ່ານມາ ກ່ອນບັນຊີເວ໋ຍປໍຂອງນາງ ຈະຂຶ້ນສະຖານະອອນໄລນ໌ພຽງ 5 ນາທີເທົ່ານັ້ນ ກ່ອນຂໍ້ຄວາມແຈ້ງເຕືອນວັນເກີດຂອງນາງຈະຫາຍໄປຢ່າງໄວວາ

ຫຼາສຸດມີສື່ຈີນອອກມາໃຫ້ຂ່າວວ່າ ຟ່ານ ປິງປິງ ໄດ້ກັບມາຢູ່ເຮືອນຢ່າງປອດໄພຫຼັງຈາກຖືກສອບສວນເລື່ອງພາສີ ແຕ່ບໍ່ໄດ້ຮັບອະນຸຍາດໃຫ້ມີການຖະແຫຼງຂ່າວໃດໆ ຫຼື ຕິດຕໍ່ກັບໂລກພາຍນອກຈົນກວ່າຜົນການສອບສວນຈະອອກມາ. 

No comments:

Post a Comment