ມື້ນີ້, ເວລາ 9:00 ໂມງ ຂອງວັນທີ 26 ກັນຍາ 2018 ທີ່ສານອາຍາ ຣັດຊະດາທິເບດ(ໄທ) ໄດ້ມີການນັດຟັງຄຳພິພາກສາຄະດີຢາເສບຕິດ ທີ່ເຈົ້າໜ້າທີ່ໄອຍະການຄະດີຢາເສບຕິດ 10 ເປັນໂຈດຟ້ອງທ້າວ ໄຊຊະນະ ແກ້ວພິມພາມ, ທ້າວ ຊຸມພອນ ພະນົມໄພ ແລະ ທ້າວ ຣັດຊະພົນ ຣັດຊະພົນພະກອນ ຫຼື ກິມເລ້ງ ເປັນຈຳເລີຍທີ 1-3 ໃນຄວາມຜິດຖານຮ່ວມກັນຄ້າຢາເສບຕິດ ເຊິ່ງກ່ອນໜ້ານີ້ ທ້າວ ໄຊຊະນະ ໄດ້ປະຕິເສດທຸກຂໍ້ກ່າວຫາ.
ຫຼ້າສຸດ ສານອາຍາມີຄຳພິພາກສາປະຫານຊີວິດທ້າວ ໄຊຊະນະ ແລະ ທ້າວ ຊຸມພົນ ຈຳເລີຍທີ 1-2 ທີ່ຮວມກັນຄ້າຢາເສບຕິດ 1 ລ້ານເມັດເມື່ອຊ່ວງເດືອນ ສິງຫາ 2016 ຫຼັງຈາກມີພະຍານຫຼັງຖານການໃຊ້ຂໍ້ມູນທາງໂທລະສັບຕິດຕໍ່ກັນໃຫ້ຈັດຫາລົດກະບະມືສອງມາຊຸກຊ້ອນຢາບ້າທີ່ຮັບຈາກລາວໄປສົ່ງ. ແຕ່ຄຳໃຫ້ການໃນຊັ່ນສອບສວນ ແລະ ຄຳເບີກຄວາມບາງສ່ວນຂອງຈຳເລີຍທີ 1-2 ເປັນປະໂຫຍດຕໍ່ການພິຈາລະນາຢູ່ແດ່ ຈິ່ງຫຼຸດໂທດໃຫ້ 1 ໃນ 3 ຈາກໂທດປະຫານຊີວິດ ເຫຼືອພຽງຕິດຄຸກຕະຫຼອດຊີວິດ.
ນອກຈາກນີ້, ສານຍັງພິພາກສາຍົກຟ້ອງ ຈຳເລີຍທີ 3 ຖືກກ່າວຫາຮັບໂອນເງິນຄ້າຢາ ເນື່ອງຈາກພະຍານຫຼັກຖານໂຈດມີຂໍ້ສົງໃສຕາມສົມຄວນ ແລະ ສານພິພາກສາຍົກຟ້ອງຈຳເລີຍທັງສາມໃນສ່ວນທີ່ກ່າວຫາສົມຮູ້ຮ່ວມຄິດຄ້າຢາບ້າຈຳນວນ 2.381.400 ເມັດ ເນື່ອງຈາກພະຍານຫຼັງຖານໂຈດຍັງມີຂໍ້ສົງໃສຕາມສົມຄວນ.
ນີ້ຖືເປັນຄັ້ງທີ 2 ທີ່ທ້າວ ໄຊຊະນະ ແກ້ວພິມພາ ຖືກຫຼຸດໂທດປະຫານຊີວິດ ເຫຼືອພຽງໂທດຕິດຄຸກຕະຫຼອດຊີວິດ, ຄັ້ງທຳອິດທ້າວ ໄຊຊະນະ ໄດ້ຖືກສານຕັດສິນໂທດປະຫານຊີວິດ ໃນວັນທີ 20 ມີນາ 2018 ຖານຮ່ວມກັນຄ້າຢາບ້າ ຈຳນວນ 1.2 ລ້ານເມັດ.ແຕ່ຈຳເລີຍໃຫ້ການຮັບສາລະພາບໃນຊັ້ນສອບສວນ ເປັນປະໂຫຍດແກ່ການພິຈາລະນາຄະດີຢູ່ແດ່ ຈຶ່ງຫຼຸດໂທດ 1 ໃນ 3 ຄົງເຫຼືອຕິດຄຸກຕະຫຼອດຊີວິດ.
ແຫຼ່ງຂ່າວ: www.thairath.co.th

No comments:
Post a Comment