Thursday, September 20, 2018
8 ລັດຖະກອນຂະແໜງການເງິນຖືກປົດ! ຖານມີຄວາມຜິດສໍ້ລາດບັງຫລວງ
ເມື່ອວັນທີ 6 ກັນຍາ 2018ທີ່ຜ່ານມາ ກະຊວງການເງິນໄດ້ອອກຂໍ້ຕົກລົງວ່າດ້ວຍການປະຕິ ບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ສັງກັດກະຊວງການເງິນ ຈຳນວນ 8 ຄົນ ທີ່ມີຄວາມຜິດໃນຂໍ້ຫາສໍ້ລາດບັງຫລວງ ຕາມມາຕາ 174 ຂໍ້ 1, ຂໍ້11 ຂອງກົດໝາຍອາຍາ ແລະກົດໝາຍວ່າດ້ວຍພະນັກ ງານ-ລັດຖະກອນ ມາດຕາ 68 , ດ້ວຍການລົງວິໄນຂັ້ນສີ່, ລົບຊື່ອອກຈາກການເປັນລັດຖະກອນຂະແໜງການເງິນ.
ມາດຕາ 174 ກົດໝາຍອາ ຍາ(ປັບປຸງໃໝ່): ການສໍ້ລາດບັງຫລວງ; ຂໍ້ 1: ຕັດອິດສະ ຫລະພາບແຕ່ໜຶ່ງປີຫາສອງປີ ແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍ(1%)ຂອງມູນຄ່າຄວາມເສຍຫາຍ ແຕ່ 1.000.000 ກີບ ຫາ 20.000.000 ກີບ. ຂໍ້11: ຕັດອິດສະຫລະພາບຕະຫລອດຊີວິດ ແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍ(1%) ຂອງມູນຄ່າຄວາມເສຍກາຍເກີນກວ່າ 2.000.000 ກີບ ຂຶ້ນໄປ. ຊັບສິນ ແລະ ດອກເບ້ຍທີ່ໄດ້ມາຈາກການສໍ້ລາດບັງຫລວງຈະຖືກຮິບເປັນຂອງລັດ ຫລື ສົ່ງຄືນການຈັດຕັ້ງ, ບຸກຄົນ ຫລືນິຕິບຸກຄົນທີ່ເປັນເຈົ້າຂອງຊັບ.
ກົດໝາຍວ່າດ້ວຍພະນັກງານ ລັດຖະກອນ, ມາດຕາ 68: ພະນັກງານ-ລັດຖະກອນ ທີ່ໄດ້ລະເມີດລະບຽບວິໄນຢ່າງຮ້າຍແຮງ ຫລືໄດ້ກະທຳຜິດທາງອາຍາ ໂດຍມີຄຳຕັດສິນຂອງສານ ແລະ ຂໍ້ຕົກລົງໃຫ້ອອກຈາກລັດຖະກອນແລ້ວ ຜູ້ກ່ຽວກໍຈະສິ້ນສຸດການເປັນພະນັກງານ-ລັດຖະກອນ.
ແຫຼ່ງຂ່າວ: ປະເທດລາວ Pathedlao
Subscribe to:
Post Comments (Atom)

No comments:
Post a Comment