Thursday, September 20, 2018

ແຈັກໝ່າ ຍົກເລີກສັນຍາຈ້າງງານ 1 ລ້ານຕຳແໜ່ງໃນສະຫະລັດ


ສຳນັກຂ່າວ ຊິນຫົວຂອງລັດຖະບານຈີນລາຍງານວ່າ ເມື່ອວັນທີ 19 ກັນຍາ 2018 ທ່ານ ແຈັກ ໝ່າ ປະທານບໍລິຫານ ແລະ ຜູ່ກໍ່ຕັ້ງບໍລິສັດ ອາລີບາບາ ຍັກໃຫຍ່ອີຄອມເມິຣຊຂອງຈີນ ໄດ້ຕັດສິນໃຈຍົກເລີກແຜນການສ້າງວຽກ 1 ລ້ານຕຳແໜ່ງໃນສະຫະລັດ ຫຼັງຈາກທີ່ເຄີຍໃຫ້ສັນຍາໃນຂະນະເຂົ້າທ່ານປະທານາທິບໍດີ ໂດນັລທຣ້ຳ ເມື່ອເດືອນ ມັງກອນ 2017ທີ່ຜ່ານມາ.

ເຊິ່ງການຕັດສິນໃຈຍົກເລີກແຜນສ້າງງານກັບສະຫະລັດ ທ່ານ ແຈັກ ໝ່າ ໄດ້ກ່າວວ່າ “ຄຳສັນຍານີ້ໄດ້ເຮັດຂຶ້ນບົນພື້ນຖານຂອງການເປັນຫຸ້ນສ່ວນທີ່ມີມິດຕະພາບລະຫວ່າງຈີນກັບສະຫະລັດ ແລະ ບົນຄວາມສຳພັນທາງການຄ້າທີ່ມີເຫດຜົນ ໃນເມື່ອພື້ນຖານດັ່ງກ່າວບໍ່ປະກົດອີກຕໍ່ໄປໃນວັນນີ້ ເຮົາຈິ່ງບໍ່ອາດເຮັດຕາມຄຳສັນຍາໄດ້”

ການເຄື່ອນໄຫວ ແລະ ການສະແດງຄວາມຄິດເຫັນດັ່ງກ່າວຂອງຜູ່ບໍລິຫານລະດັບສູງອາລີບາບາ ມີຂຶ້ນທ່າມກາງການເຮັດສົງຄາມທາງການຄ້າລະຫວ່າງຈີນ ແລະ ສະຫະລັດ ໂດຍປະທານາທິບໍດີ ໂດນັລທຣ້ຳ ປະກາດຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນວົງເງິນ 2 ແສນລ້ານໂດລາໃນອັດຕາ 10% ໃຫ້ເລີ່ມມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 24 ກັນຍາ 2018 ເປັນຕົ້ນໄປ ຈາກນັ້ນຈະເພີ່ມເປັນ 25% ເລີ່ມຕັ້ງແຕ່ໄລຍະຕົ້ນປີ 2019.

ຂະນະທີ່ທາງການຈີນ ຕອບໂຕ້ຄືນດ້ວຍການຮຽກເກັບພາສີສິນຄ້ານຳເຂົ້າຈາກສະຫະລັດໃນອັດຕາພາສີ 5-10% ຄິດເປັນວົງເງິນ 6 ໝື່ນລ້ານໂດລາ ໃຫ້ມີຜົນບັງຄັບໃຊ້ໃນວັນທີ 24 ກັນຍາ 2018 ນີ້ຄືກັນ.


ແຫຼ່ງຂ່າວ: www.bangkokbiznews.com

No comments:

Post a Comment