ໃນວັນທີ 20 ກັນຍາ 2018 ໜັງສືພິມພັດທະນາລາວ ລາຍງານຄວາມຄືບໜ້າຄະດີຄາດຕະກຳທ້າວ ໄຊຊະນະ ຫຍົດສະຫວັດ (ຫລີຈາວເຟີງ) ອາຍຸ 42 ປີ, ເຊື້ອຊາດຈີນ, ສັນຊາດລາວ, ອາຊີບນັກທຸລະກິດ ທັງເປັນເຈົ້າຂອງໂຮງແຮມຕີ້ຮາວ ຢູ່ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ສິງຫາທີ່ຜ່ານມາ.
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ ໃນເວລາ 11 ໂມງຂອງວັນທີ 12 ສິງຫາ 2018 ໄດ້ຮັບແຈ້ງວ່າມີເຫດຄາດຕະກໍາຢູ່ບ້ານສີໄຄທົ່ງ, ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ຜູ້ເສຍຊີວິດຊື່ທ້າວ ໄຊຊະນະ ຫຍົດສະຫວັດ, ສະພາບສົບຖືກແທງດ້ວຍຂອງມີຄົມດ້ານຫລັງ 3 ຈຸດ ແລະ ຕູ້ເຊັບພາຍໃນເຮືອນຖືກຄົນຮ້າຍເອົາໄປ ແລະ ຜ່ານການເກັບກໍາຂໍ້ມູນຫລັກຖານ ແລະ ພະຍານແວດລ້ອມ ຮູ້ວ່າໃນເວລາປະມານ 4:23 ໂມງຂອງມື້ເກີດເຫດ, ໄດ້ມີຄົນຮ້າຍສອງຄົນໃສ່ຊຸດດໍາເຂົ້າໄປໃນເຮືອນຫລັງດັ່ງກ່າວ, ຈົນຮອດເວລາ 7:12 ໂມງຂອງວັນດຽວກັນຄົນຮ້າຍທັງສອງໄດ້ປີນອອກຈາກເຮືອນ ພ້ອມຖືກະເປົາສີດໍາ 3 ໜ່ວຍໄປພ້ອມ, ໂດຍຄົນຮ້າຍໄດ້ໄປເອົາລົດຈັກທີ່ຈອດໄວ້ໃກ້ຮ້ານຂາຍເຄື່ອງຫ່າງຈາກຈຸດເກີດເຫດປະມານ 100 ແມັດແລ້ວຫລົບໜີໄປຕາມເສັ້ນ ທາງເລກ 13 ເໜືອລ້ຽວເຂົ້າເສັ້ນທາງທົ່ງປົ່ງ ແລະ ເຂົ້າໄປບ້ານໂພນສົມບູນ, ເມືອງສີໂຄດຕະບອງ ແລ້ວໄດ້ຖີ້ມລົດໄວ້ໃນເຂດບ້ານດັ່ງກ່າວ. ມາຮອດວັນທີ 21 ສິງຫາ 2018 ເຈົ້າໜ້າທີ່ໄດ້ເອົາລົດຈັກຄັນດັ່ງກ່າວມາກວດກາພົບວ່າຄົນຮ້າຍໄດ້ຊື້ມາຈາກຮ້ານຂາຍລົດມືສອງຢູ່ບ້ານໜອງແຕ່ງ, ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ສປ ຈີນ ກວດກາສອງຄົນດັ່ງກ່າວແລ້ວຮູ້ວ່າໄດ້ອອກຈາກປະ ເທດລາວໄປຈີນແລ້ວ, ຈາກນັ້ນໄດ້ປະສານສົມທົບກັບຕໍາຫລວດແຂວງຫູໜານ ສປ ຈີນ ກັກຕົວທັງສອງໃນວັນທີ 31 ສິງຫາ 2018 ຄົນເຊິ່ງຄົນຮ້າຍຊື່ທ້າວ ຊິງຍົງ ອາຍຸ 44 ປີ ແລະ ທ້າວ ເຊີນເພີງເຜິ້ງ ອາຍຸ 34 ປີ ສັນຊາດຈີນ.
ຜ່ານການສຶບສວນ-ສອບສວນ ທັງສອງໄດ້ຮັບສາລະພາບວ່າໄດ້ຮ່ວມກັນລົງມືຄາດຕະກໍາທ້າວໄຊຊະນະແທ້ ໂດຍໃຊ້ມີດ 2 ດວງ ແລະ ປືນສັ້ນ 2 ກະບອກ, ພາຍຫລັງກໍ່ເຫດແລ້ວໄດ້ເອົາເງິນໃນຕູ້ເຊັບໜີໄປ ລວມມີເງິນກີບ 150 ລ້ານກີບ, 560 ພັນຢວນ (ສະກຸນເງິນຈີນ), 58.200 ບາດ (ສະກຸນເງິນໄທ), 5 ລ້ານກວ່າດົງ (ສະກຸນເງິນຫວຽດນາມ), 47 ພັນໂດລາຮົງກົງ (ສະກຸນເງິນຮົງກົງ) ແລະ ຊັບສີນອື່ນໆຈໍານວນໜຶ່ງ. ພ້ອມທັງຊັດທອດຜູ້ບົງການສອງຄົນຄື: ທ້າວ ເຕິງຈີຫລິງ ແລະ ທ້າວ ຖັງອີ້ຊຸ້ຍ ສັນຊາດຈີນ ເຮັດທຸລະກິດຢູ່ລາວ, ພັກເຊົາຢູ່ອາພາດເມັນຕະຫລາດຊັງຈຽງ, ນະຄອນຫລວງວຽງຈັນ. ຈຶ່ງໄດ້ນໍາກໍາລັງເຂົ້າກັກຕົວໃນວັນທີ 2 ກັນຍາ 2018 ເພື່ອມາດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຜ່ານການສືບສວນເບື້ອງຕົ້ນເຫດຄາດຕະກໍາໃນຄັ້ງນີ້ມີແຮງຈູງໃຈມາຈາກຂໍ້ຂັດແຍ່ງທາງທຸລະກິດ.
ແຫຼ່ງຂ່າວ: www.laophattananews.com



No comments:
Post a Comment