ການກະຕໍ້ຊິງແຊ້ມໂລກ 2018 ຊິງຂັນພະຣາດຊະທານເຈົ້າຊີວິດໄທ ຄັ້ງທີ 33 ທີ່ນະຄອນຣາດຊະສີມາ, ປະເທດໄທ ໃນວັນທີ 23-30 ກັນຍານີ້. ທັບນັກກີລາຈາກ ສປປ ລາວ ໄດ້ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການກະຕໍ້ລາວ ໂດຍການສ້າງຜົນງານອັນຍິ່ງໃຫຍ່ ຄວ້າຫຼຽນຄຳ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ.
ໃນວັນທີ 26 ກັນຍາ 2018 ທີ່ຜ່ານມາ ທີມກະຕໍ້ຍິງດ່ຽວລາວ ພົບກັບ ເກົາຫຼີໃຕ້ໃນຮອບຮອງຊະນະເລີດ ແຕ່ກໍ່ພາດທ່າເສຍໃຫ້ເກົາຫຼີໃຕ້ 0-2 ເຊັດ ດ້ວຍຄະແນນ 18-21 ແລະ 14-21 ເຮັດໃຫ້ທີມກະຕໍ້ຍິງລາວຍາດໄດ້ຫຼຽນທອງຫຼຽນທຳອິດໃນລາຍການມາຄອງ. ເຊິ່ງລາວເຮົາ ໄດ້ຫລຽນທອງຮ່ວມກັບ ອິນໂດເນເຊຍ ທີ່ເສຍໃຫ້ຫວຽດນາມ 0-2 ເຊັດ: 13-21 ແລະ 16-21.
ຕໍ່ມາໃນວັນທີ 27 ກັນຍາ 2018 ເປັນການພົບກັນລະຫວ່າງ ທີມກະຕໍ້ຄູ່ຊາຍລາວ ກັບ ອິນເດຍ ໃນຮອບຊິງຊະນະເລີດ ຊຶ່ງຜົນປະກົດວ່າ ທີມກະຕໍ້ຄູ່ຊາຍລາວເຮົາຄຸມເກມໄດ້ດີກວ່າ ຈິ່ງຊະນະ ທີມກະຕໍ້ຄູ່ຊາຍອິນເດຍ ໄປ 2-1 ເຊັດ ດ້ວຍຄະແນນ 20-22, 21-16 ແລະ 21-19 ຄວ້າແຊ້ມໂລກມາຄອງເປັນຄັ້ງທຳອິດໃນປະຫວັດສາດ ແລະ ໃນມື້ດຽວກັນ ທີມກະຕໍ້ຄູ່ຍິງລາວ ທີ່ພົບກັບເກົາຫຼີໃຕ້ ໃນຮອບຊິງຊະນະເລີດ ຜົນປະກົດວ່າ ທີມກະຕໍ້ຄູ່ຍິງລາວ ຫຼິ້ນເກມທີ່ເໜືອກວ່າ ສາມາດເອົາຊະນະ ໄປ 2-1 ເຊັດ: 12-21, 21-18 ແລະ 21-10 ເປັນຫລຽນຄຳຫຼຽນທີ 2 ປະເພດທີມຄູ່ຍິງ
ນີ້ຖືເປັນຄັ້ງປະຫວັດຂອງກະຕໍ້ລາວ ເນື່ອງຈາກໄລຍະຜ່ານມາລາວເຮົາເຂົ້າຮ່ວມໄດ້ພຽງ 1 ຫລຽນທອງຈາກປະເພດຄູ່ຊາຍໃນປີ 2011.
ແຫຼ່ງຂ່າວ: ຂ່າວກີລາ Lao National TV
ຮູບປະກອບ: ອາຈານໃຈ ແກ້ວປະເສີດ & เซปัก ตะกร้อ – Sepak Takraw
ຮູບປະກອບ: ອາຈານໃຈ ແກ້ວປະເສີດ & เซปัก ตะกร้อ – Sepak Takraw




No comments:
Post a Comment