Monday, November 26, 2018
ໄລຍະວັນທີ 26 ພະຈິກ -02 ທັນວາ 2018 ນີ້ ກົດດັນອາກາດຂອງອາກາດເຢັນທີ່ປະເທດຈີນຈະເຂົ້າປົກຄຸມທຸກພາກຂອງປະເທດລາວ
ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ຄາດຄະເນສະພາບອາກາດໃນໄລຍະວັນທີ 26 ພະຈິກ ຫາ 02 ທັນວາ 2018 ວ່າ ໃນລະຫວ່າງວັນທີ 26-30 ພະຈິກ 2018 ຍ້ອນຄວາມກົດດັນອາກາດຂອງອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ປົກຄຸມດ້ວຍກຳລັງປານກາງ, ພ້ອມດຽວກັນລົມຕາເວັນອອກ - ຕາເວັນອອກສ່ຽງເໜືອຍັງຈະປົກຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະນີ້ຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນຢູ່ທົ່ວໄປ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ, ເຂດພູພຽງນາກາຍ ແລະ ເຂດພູພຽງບໍລິເວນ. ຈາກນັ້ນ, ວັນທີ 01 - 02 ທັນວາ 2018 ອາກາດຈະອຸ່ນຂຶ້ນຢູ່ແຂວງພາກເໜືອ ແລະ ອາກາດຈະຮ້ອນຂຶ້ນ ພ້ອມຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້ ແລະ ມີລົມແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ແລະ ຈະມີຝົນຕົກຢູ່ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຊຽງຂວາງ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ຈາກນັ້ນວັນທີ 1-2 ທັນວາ 2018 ອຸນຫະພູມຈະອຸ່ນຂຶ້ນເລັກໜ້ອຍ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງຈະເຢັນ ຫາ ໜາວເຢັນ ໂດຍສະເພາະຢູ່ແຂວງອຸດົມໄຊ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ພາກກາງ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ສ່ວນຕອນກາງເວັນອາກາດຈະຮ້ອນ, ຈາກນັ້ນ ໃນວັນທີ 1-2 ທັນວາ 2018 ອາກາດຈະຮ້ອນຂຶ້ນຕື່ມອີກເລັກໜ້ອຍ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດ.
ສະເພາະເຂດພິເສດໄຊສົມບູນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງເຢັນຢູ່ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງຢູ່ບາງບໍລິເວນ. ຈາກນັ້ນວັນທີ 1-2 ທັນວາ 201 ອາກາດຈະອຸ່ນຂຶ້ນເລັກໜ້ອຍ ແລະ ຈະມີໝອກບາງປົກຫຸ້ມໃນຕອນເຊົ້າ.
ພາກໃຕ້: ໃນໄລຍະວັນທີ 26-30 ພະຈິກ 2018 ໃນອາກາດຍັງຈະເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ ແລະ ເຊກອງ. ຈາກນັ້ນໃນວັນທີ 1-2 ພະຈິກ 2018 ອາກາດຈະຮ້ອນຂຶ້ນຕື່ມ ແລະ ມີລົມພັດແຮງໃນບາງໂອກາດ.
ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຍັງສືບຕໍ່ໜາວເຢັນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ, ຈາກນັ້ນວັນທີ 1-2 ທັນວາ 2018 ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 26-30 ພະຈິກ 2018 ອາກາດຈະເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມທົ່ວໄປ, ຈາກນັ້ນ ວັນທີ 1-2 ທັນວາ 2018 ອຸນຫະພູມອາກາດຈະຮ້ອນຂຶ້ນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍຫາຄ່ຳ.
Wednesday, November 21, 2018
ປະທານ PS ພ້ອມຄະນະຖືກສານຕັດສິນທັງຈຳທັງປັບ! ສານຢຶດຊັບສິນມາໃຊ້ແທນໃຫ້ບັນດາຜູ້ເສຍຫາຍ
ໃນວັນທີ 21 ພະຈິກ 2018 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດຕັດອິດສະຫຼະພາບນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ (PS) ຈໍາຄຸກ 29 ປີ ແລະ ທ້າວ ປໍເຮີ ຈໍາຄຸກ 27 ປີ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ, ສໍ້ໂກງຊັບພົນລະເມືອງ, ຄອບຄອງສິ້ນສ່ວນ-ອະໄວຍະວະສັດປ່າປະເພດຫວງຫ້າມ ແລະ ຟອກເງິນ, ແຕ່ອີງຕາມຫລັກການຂອງມາດຕາ 45 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງປີ 2005 ສານຈຶ່ງເຫັນຄວນໃຫ້ ນາງ ສຸກນາລີ ເທບສີເມືອງ ໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.856 ລ້ານກີບ ແລະ ທ້າວ ປໍເຮີ ໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.846 ລ້ານກີບ.
ນອກຈາກນີ້, ສານຍັງໄດ້ຕັດສິນລົງໂທດຜູ້ສົມຮູ້ຮ່ວ່ມຄິດມີ: ທ້າວ ຈັນຄໍາ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 6 ລ້ານກີບ ໃນຂໍ້ຫາມີອາວຸດເສິກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ອານົງສັກ ພົງສະຫວັດ ຈໍາຄຸກ 12 ປີກັບ 3 ເດືອນ, ພ້ອມປັບໃໝ 704 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ຟອກເງິນ. ຕັດສິນລົງໂທດ ນາງ ໄມວັນ ພູມະນີວົງ ຈໍາຄຸກ 2 ປີ 6 ເດືອນ, ພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ຄໍາສິງ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 7 ລ້ານກີບ ໃນຂໍ້ຫາຊື້-ຂາຍອາວຸດເສີກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ໄຊຊົງ ຈໍາຄຸກ 4 ປີກັບ 9 ເດືອນ, ພ້ອມປັບໃໝ 26 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ບຸນທໍາ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ແກ້ວ ຈໍາຄຸກ 5 ປີ, ພ້ອມປັບໃໝ 28 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດນາງ ຈັນສະໝອນ ແກ້ວມະນີ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສີນລົງໂທດທ້າວ ໄຊດວງສີ ຊົງຈື ຈໍາຄຸກ 4 ປີກັບ 6 ເດືອນ, ພ້ອມປັບໃໝ 25 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ໄຈເຮີ ຈໍາຄຸກ 5 ປີ, ພ້ອມປັບໃໝ 30 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.
ສ່ວນວັດຖຸຊັບສິນຕ່າງໆ ເຊັ່ນ: ເງິນ, ທີ່ດິນ, ອາຄານ, ພາຫະນະ, ກົນຈັກ ແລະ ອື່ນໆ ຂອງພວກກ່ຽວ ໂດຍເຈົ້າໜ້າທີ່ໄດ້ກວດກາລະອຽດແລ້ວ ແລະ ໄດ້ອາຍັດ ແລະ ຍຶດໄວ້ນັ້ນ ສານໄດ້ຕັດສິນນໍາເອົາວັດຖຸຊັບສິນດັ່ງກ່າວມາປະຕິບັດພາງໃຊ້ແທນໃຫ້ບັນດາໂຈດທາງແພ່ງຕາມລະບຽບກົດໝາຍ.
Monday, November 19, 2018
ປີ 2019 ລັດຖະບານຈະຫລຸດໂຄຕາລັດຖະກອນໃໝ່ລົງຕື່ມ! ການເພີ່ມດັດສະນີເງິນເດືອນຈະໂຈະໄວ້ກ່ອນ
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018 ໂດຍມື້ທຳອິດຂອງການດຳເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການຈຸດສຸມ 2019; ລວມທັງແຜນພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມໂດຍໄດ້ເນັ້ນວ່າ: ລັດຖະບານຈະຫລຸດໂຄຕາພະນັກງານລັດຖະກອ
Wednesday, November 14, 2018
ໄວຮຸ່ນອິນໂດເນເຊຍກຳລັງນິຍົມຕັ້ງວົງ “ດື່ມນໍ້າຕົ້ມຜ້າອານາໄມ” ແທນແອລກໍຮໍ ແລະ ຢາເສບຕິດ
ເມື່ອວັນທີ 12 ພະຈິກ 2018 ສື່ອິນໂດເນເຊຍລາຍງານວ່າ ຕຳຫຼວດອິນໂດເນເຊຍໄດ້ເຂົ້າຈັບກຸມໄວຮຸ່ນຈຳນວນຫຼາຍ ໃນຫຼາຍເມືອງ ຮວມທັງເມືອງຈາກາຕາ ເມືອງຫຼວງຂອງປະເທດ ທີ່ກຳລັງຕົ້ມນໍ້າຜ້າອະນາໄມ ແລະ ດື່ມກິນເພື່ອໃຫ້ຕົວເອງມີອາການມຶນເມົາເມີ່ລອຍ.
ຕາມການລາຍງານລະບຸວ່າ ກຸ່ມໄວຮຸ່ນທີ່ມີເງິນບໍ່ຫຼາຍພໍຈະຊື້ເຄື່ອງດື່ມແອລກໍຮໍ ຫຼື ຢາເສບຕິດ ກຳລັງຫັນມາດື່ມນໍ້າຕົ້ມຜ້າອະນາໄມກັນຫຼາຍຂຶ້ນ ເຊິ່ງພຶດຕິກຳແປກໃໝ່ນີ້ ເລີ່ມມີຕັ້ງແຕ່ປີ 2017 ຈາກເມື່ອກ່ອນມີພຽງບໍ່ພໍເທົ່າໃດຄົນ ແຕ່ປັດຈຸບັນມີຈຳນວນເພີ່ມສູງຂຶ້ນ, ສ່ວນຫຼາຍຈະເປັນໄວຮຸ່ນຢູ່ໃນຊ່ວງອາຍຸປະມານ 13-16 ປີ ອາໄສຢູ່ໃນຊຸມຊົນຍາກຈົນ ແລະ ແຖວຊານເມືອງ ໃນຕອນທຳອິດພວກເຂົາຈະຊອກເກັບເອົາຜ້າອະນາໄມທີ່ຜ່ານການໃຊ້ແລ້ວທີ່ຖືກຖິ້ມຢູ່ນຳຂີ້ເຫຍື້ອມາຕົ້ມດື່ມ ແຕ່ດຽວນີ້ພວກເຂົາປ່ຽນມາໃຊ້ຜ້າອະນາໄມທີ່ຍັງບໍ່ທັນໄດ້ໃຊ້ມາຕົ້ມດື່ມແທນ.
ນັກວິໄຈດ້ານເຄມີຂອງສະຖາບັນເຕັກໂນໂລຢີບັນດຸງ ອອກມາເຕືອນວ່າ ຜ້າອະນາໄມ ຫຼື ຜ້າອ້ອມ ເປັນຜະລິດຕະພັນທີ່ໃຊ້ໃນການຊຶມຊັບ ຈະມີສານໂພລິເມີດູດຊັບຂອງເຫຼວ ເມື່ອສານນີ້ເຂົ້າສູ່ຮ່າງກາຍຈະເຮັດໃຫ້ມີອາການມຶນເມົາຮູ້ສຶກເມີ່ລອຍ ແຕ່ກໍ່ເປັນສານກໍ່ຄວາມລະຄາຍເຄືອງໄດ້ຢ່າງຮຸນແຮງ ທັງຍັງເຮັດໃຫ້ເກີດອາການຕາແຫ້ງ ເຊິ່ງເລື່ອງນີ້ ຖືເປັນເລື່ອງທີ່ໜ້າກັງວົນຫຼາຍ ເພາະສານໂພລິເມີຢູ່ໃນຜ້າອະນາໄມບໍ່ໄດ້ຢູ່ໃນບັນຊີສານເສບຕິດ ທາງເຈົ້າໜ້າທີ່ຈື່ງບໍ່ສາມາດດຳເນີນຄະດີກັບຜູ້ທີ່ເສບນໍ້າຕົ້ມຜ້າອະນາໄມໄດ້.
ຂ່າວຈາກ: ລາວໂພສ
Friday, November 9, 2018
ເຈັບໃຈແຮງ! "ສຸອາພອນ" ຂໍໂທດ ແລະ ຂໍຖອນຕົວຈາກການແຂ່ງຂັນບານເຕະຊິງແຊັມອາຊຽນ.
ການແຂ່ງຂັນເຕະບານຊາຍຊິງແຊ້ມອາຊຽນ ຫລື AFF Suzuki Cup 2018 ຮອບແບ່ງກຸ່ມ ນັດທີ 1 ຂອງກຸ່ມ A ທິມຊາດລາວ ເປີດສະໜາມກີລາແຫ່ງຊາດ ຫລັກ 16 ຕ້ອນຮັບທິມຊາດຫວຽດນາມແຊ້ມປີ 2008 ຕົວເຕັງແຊ້ມລາຍການນີ້ ເກມຈົບລົງເປັນໄປຕາມຄາດໝາຍ ທີມຊາດຫວຽດນາມບຸກຊະນະທິມຊາດລາວ 3-0 ຈາກ ຫງຽວນ ກົງເຟືອງ ນາທີ 11' ຫວງຽນ ແອັງດຶກ ນາທີ 45+2' ແລະ ຫວງຽນ ກວາງ ຮ໊າຍ ນາທີ 68'.
ໃນວັນທີ 9 ພະຈິກ 2018 ສຸອາພອນ ວົງຈຽງຄຳ ກອງກາງທີມຊາດລາວ ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຂໍໂທດທີ່ບໍ່ສາມາດຊ່ວຍທີມຊາດລາວໄດ້ ພ້ອມທັງຂໍຖອນຕົວຈາກການແຂ່ງຂັນບານເຕະຊິງແຊັມອາຊຽນ.
ທີມຊາດລາວເສຍໃຫ້ທີມຊາດຫວຽດນາມ 10 ນັດຊ້ອນ! ໂດຍສະເພາະ 7 ນັດຫລັງສຸດບໍ່ສາມາດຍິງປະຕູທິມຊາດຫວຽດນາມ ເສຍເຖິງ 37 ປະຕູ. ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທີມຊາດກຳປູເຈຍ ເປີດບ້ານເສຍໃຫ້ທີມຊາດມາເຊຍ 0-1 ຈາກ ນໍຊາຣຸນ ນາທີ 30'.
ນັດທີ 2 ທິມຊາດລາວຈະໄປຢາມທີມຊາດມາເລເຊຍ ຢູ່ນະຄອນຫລວງກົວລາລຳເປີ ໃນວັນທີ 12 ພະຈິກນີ້ ຂະນະທີ່ທີມຊາດຫວຽດນາມ ຈະເປີດບ້ານຕ້ອນຮັບ ມາເລເຊຍ ໃນວັນທີ 16 ພະຈິກ 2018.
Thursday, November 8, 2018
ຊິນຫົວເປີດຕົວຜູ້ປະກາດຂ່າວຫຸ່ນຍົນຕົວທຳອິດຂອງໂລກ
ເມື່ອວັນທີ 8 ພະຈິກ 2018 ສຳນັກຂ່າວຊິນຫົວສື່ດັງຂອງປະເທດຈີນໄດ້ເປີດຕົວຜູ້ປະກາດຂ່າວປັນຍາປະດິດ ຫຼື AI "ຄົນ" ທຳອິດຂອງໂລກໃນງານປະຊຸມອິນເຕີເນັດໂລກ (World Internet Conference) ຄັ້ງທີ 5 ທີ່ເມືອງ ອູເຈິ້ນ ມົນທົນເຈີຈຽງ ປະເທດຈີນ. ໂດຍຜູ້ປະກາດຂ່າວຄົນນີ້ຖືກພັດທະນາຂຶ້ນພາຍໃຕ້ການຮ່ວມມືລະຫວ່າງສຳນັກຂ່າວຊິນຫົວ ກັບ Sogou.com ບໍລິສັດເສິຣຊເອນຈິນຂອງຈີນ ໂດຍໄດ້ນຳເອົາສຽງ ແລະ ຮູບລັກສະນະມາຈາກທ້າວ ຈາງຈ້າວ ຜູ້ປະກາດຂ່າວພາສາອັງກິດຂອງສຳນັກຂ່າວຊິນຫົວມາເປັນຕົ້ນແບບໃນການສ້າງ.
ຜູ້ປະກາດຂ່າວ AI ຄົນນີ້ສາມາດຮຽນຮູ້ຈາກການເບິ່ງວິດີໂອຖ່າຍທອດສົດຈຳນວນຫຼາຍດ້ວຍຕົວເອງ ແລະ ຍັງສາມາດອ່ານຂ່າວອອກອາກາດໄດ້ເປັນທຳະຊາດ ຄ້າຍຄືຜູ້ປະກາດຂ່າວມືອາຊີບ ດ້ານສຳນັກຂ່າວຊິນຫົວລະບຸວ່າ "ເຂົາ" ໄດ້ກາຍເປັນສະມາຊິກໃໝ່ຂອງທີມລາຍງານຂ່າວ ແລະ ສາມາດເຮັດວຽກໄດ້ຕະລອດ 24 ຊົ່ວໂມງ ໃນທຸກວຽກສື່ສັງຄົມອອນໄລນ໌ ເຊິ່ງສາມາດລຸດຕົ້ນທຶນການນຳສະເໜີຂ່າວ ແລະ ສາມາດພັດທະນາສັກກະຍາພາບໃນການເຮັດວຽກໄປໄດ້ພ້ອມໆກັນ.
ໃບຂັບຂີ່ລາວໃຊ້ໄດ້ຮອດແຕ່ເຂດໜອງຄາຍ-ອຸດອນເທົ່ານັ້ນ
ຈາກກໍລະນີມີຄົນລາວຄົນໜຶ່ງຂັບລົດຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍໃຊ້ໃບຂັບຂີ່ຍານພາຫະນະລາວ ແລ້ວຖືກຕຳຫຼວດໄທກັກຕົວ ພ້ອມປັບໄໝເປັນເງິນ 400 ບາດ ສຳລັບເຫດການນີ້ໄດ້ສ້າງຄວາມສົນໃຈໃຫ້ແກ່ປະຊາຊົນຊາວລາວ ໂດຍສະເພາະຜູ້ທີ່ມັກຂັບລົດສ່ວນຕົວຂ້າມໄປຝັ່ງໄທ ຫຼື ຄົນທີ່ມີແຜນຈະລອງຂັບລົດສ່ວນຕົວຂ້າມໄປ ເພື່ອໃຫ້ຂໍ້ສົງໃສນີ້ມີຄຳຕອບກັບທຸກຄົນດັ່ງນັ້ນ, ທາງນັກຂ່າວລາວໂພສ ຈິ່ງໄດ້ໂທລະສັບໄປສອບຖາມທາງສະຖານທູດໄທປະຈຳນະຄອນຫຼວງວຽງຈັນກ່ຽວກັບເລື່ອງການຖືໃບຂັບຂີ່ຍານພາຫະນະລາວຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍທາງເຈົ້າໜ້າກົງສູນຄົນໜຶ່ງໄດ້ໃຫ້ຄຳຕອບວ່າ ສຳລັບໃບຂັບຂີ່ຍານພາຫະນະລາວນັ້ນ ແມ່ນສາມາດນຳໃຊ້ເດີນທາງເຂົ້າ-ອອກໃນເຂດໜອງຄາຍ-ອຸດອນທານີເທົ່ານັ້ນ ແຕ່ຫາກທ່ານໃດມີຈຸດປະ ສົງຈະເດີນທາງໄປໄກກວ່ານີ້ແມ່ນໃຫ້ນຳໃຊ້ໃບຂັບຂີ່ສາກົນ.
ປະເທດລາວເປັນໜຶ່ງໃນປະເທດພາຄີຄູ່ສັນຍາກ່ຽວກັບການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ບຸກຄົນຂ້າມແດນ ເຊິ່ງໄດ້ມີການລົງນາມກັນຄັ້ງທຳອິດໃນວັນທີ 26 ພະຈິກ 1999 ທີ່ນະຄອນຫຼວງວຽງຈັນ ແລະ ໄດ້ມີການແກ້ໄຂຄັ້ງສຸດທ້າຍໃນວັນທີ 19 ກັນຍາ 2003 ທີ່ເມືອງຕ້າລີ່ ເຊິ່ງລັດຖະບານປະເທດພາຄີໄດ້ເຫັນດີເຮັດຂໍ້ຕົກລົງສຳເລັດໃນປີ 2005 ໂດຍສັນຍາດັ່ງກ່າວລະບຸໄວ້ມີ 6 ປະເທດພາຄີຄື: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເຊິ່ງປະເທດຄູ່ພາຄີຈະຍອມຮັບໃບອະນຸຍາດຂັບຂີ່ພາຍໃນປະເທດທີ່ອອກໂດຍໜ່ວຍງານທີ່ມີອຳນາດອອກໃບອະນຸຍາດຂັບຂີ່ຂອງປະເທດຜູ້ສົ່ງ ຍົກເວັນໃບອະນຸຍາດຂັບຂີ່ປະເພດຫັດຂັບ, ໃບຂັບຂີ່ໝົດອາຍຸ, ໃບຂັບຂີ່ປະເພດຊົ່ວຄາວ ຫຼື ໃບອະນຸຍາດຂັບຂີ່ທີ່ຖືກພັກ ແລະ ອື່ນໆ ທີ່ມີລັກສະນະດຽວກັນ.
ນອກຈາກນີ້ ຍັງມີຂໍ້ມູນຈາກບົດສຳພາດຂອງທ່ານ ສະນິດ ພົມວົງ, ອະທິບໍດີກົມການຂົນສົ່ງທາງບົກ ໂດຍກ່າວວ່າ ສຳລັບຊາວຕ່າງຊາດທີ່ເຂົ້າມາໃນປະເທດໄທ ແລະ ຕ້ອງການຂັບຂີ່ລົດ ສິ່ງທຳອິດແມ່ນຕ້ອງມີໃບອະນຸຍາດຂັບຂີ່ຍານພະຫະ ໃນກໍລະນີທີ່ເຂົ້າມາໄທແລ້ວມີຄວາມປະສົງຕ້ອງການຂັບລົດແຕ່ຍັງບໍ່ທັນມີໃບຂັບຂີ່ເທື່ອ ກໍ່ສາມາດມາເຮັດໃບຂັບຂີ່ໃນປະເທດໄທໄດ້ ມາຕິດຕໍ່ກັບກົມການຂົນສົ່ງທາງບົກ ສຳນັກງານການຂົນສົ່ງປະຈຳຈັງຫວັດທົ່ວປະເທດ ສຳລັບເອກະສານທີ່ຈະນຳມາປະກອບຈະຕ້ອງມີ ປື້ມຜ່ານແດນເຂົ້າ-ອອກປະເທດຢ່າງຖືກຕ້ອງຕາມກົດໝາຍ, ສຳເນົາວີຊ່າ, ໃບອະນຸຍາດເຮັດວຽກ ຫຼື ໃບຮັບຮອງສະຖານທີ່ອາໃສໃນໄທ, ໃບຮັບຮອງແພດບໍ່ເກີນ 1 ເດືອນ ຫຼັງຈາກນັ້ນກໍ່ຈະມີການສອບເສັງເອົາໃບຂັບຂີ່.
ແຫລ່ງຂ່າວ: ລາວໂພສ
Wednesday, November 7, 2018
ບິວເກດນຳສະເໜີ "ວິດຖ່າຍແຫ່ງອານາຄົດ" ບໍ່ຕ້ອງໃຊ້ນ້ຳ ແລະ ທໍ່ລະບາຍໃດໆ ໃຊ້ສານເຄມີປ່ຽນອຸຈາຣະມະນຸດໃຫ້ກາຍເປັນປຸ໋ຍ
ເມື່ອວັນທີ 6 ພະຈິກ 2018ທີ່ຜ່ານມາໃນງານ “Reinvented Toilet Expo” ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ທ່ານ ບິລເກດ ຜູ້ກໍ່ຕັ້ງໄມໂຄຣຊອຟ ໄດ້ສ້າງຄວາມປະຫຼາດໃຈໃຫ້ບັນດາຜູ້ເຂົ້າຮ່ວມງານ ໂດຍບິວເກດ ໄດ້ນຳຂວດແກ້ວທີ່ພາຍໃນບັນຈຸອຸຈາຣະທີ່ຜ່ານການຍ່ອຍສະລາຍແລ້ວ ທັງລະບຸວ່າເປັນໜຶ່ງໃນນະວັດຕະກຳໃໝ່ທີ່ຮຽນວ່າ "ວິດຖ່າຍແຫ່ງອານາຄົດ" ຫົວວິດແບບກົດ (ຊັກໂຄກ) ທີ່ບໍ່ຕ້ອງໃຊ້ນ້ຳ ແລະ ທໍ່ລະບາຍໃດໆ ແຕ່ໃຊ້ສານເຄມີປ່ຽນອຸຈາຣະມະນຸດໃຫ້ກາຍເປັນປຸ໋ຍ ເຊິ່ງເປັນນະວັດຕະກຳທີ່ມູນນິທິບິລ ແລະ ເມລິນດາ ເກສ ໃຫ້ການສະໜັບສະໜູນດ້ວຍງົບປະມານສູງເຖິງ 200 ລ້ານໂດລາ.
ລາຍງານລະບຸວ່າ ກົນໄກຫຼັກຂອງນະວັດຕະກຳວິດຖ່າຍຂອງທ່ານ ບິລເກດ ຈະໃຊ້ສານເຄມີໃນການແຍກຂອງເສຍໃນການຂັບຖ່າຍທີ່ເປັນຂອງແຂງ ແລະ ຂອງເຫຼວອອກຈາກກັນ ຫຼັງຈາກນັ້ນຈະໃຊ້ຂະບວນການທີ່ເປັນມິດກັບສິ່ງແວດລ້ອມແປສະພາບໃຫ້ກາຍເປັນປຸ໋ຍອິນຊີແທນ ເຊິ່ງສາມາດຍ່ອຍສະລາຍໄດ້ຕາມທຳມະຊາດ.
ທ່ານ ບິລເກດຍັງໄດ້ຍົກຕົວຢ່າງສະຖິຕິການເສຍຊີວິດຂອງເດັກນ້ອຍທີ່ເກີດໃນປະເທດທີ່ມີລະບົບສຸຂະອານາໄມທີ່ບໍ່ຖືກສຸຂະລັກສະນະຫຼາຍກວ່າປີລະ 5 ແສນຄົນ ເຊິ່ງອົງກອນຂອງບິລເກດໄດ້ຮ່ວມມືກັບນານາຊາດໃນການຊ່ວຍເຫຼືອປະເທດທີ່ທຸກຍາກທີ່ມີອັດຕາການເຕີບໂຕທາງເສດຖະກິດ ແລະ ປະຊາກອນຢ່າງ ອິນເດຍ, ປາກິສຖານ ແລະ ບັງກາລາເທດ ໃນການຈັດການດ້ານສຸຂະອານາໄມຢ່າງເໝາະສົມ ນອກຈາກນີ້ທ່ານ ບິລເກດ ຍັງເບິ່ງຕະຫຼາດທີ່ກ່ຽວກັບລະບົບສຸຂະອານາໄມຈະເຕີບໂຕຂຶ້ນຫຼາຍໃນປີ 2030 ເນື່ອງຈາກການເພີ່ມຂຶ້ນຂອງປະຊາກອນໂລກ.
Monday, November 5, 2018
ເກົາຫຼີເໜືອຂູ່ຈະທົວສອບນິວເຄຣຍຄືນໃໝ່ໃຈຮ້າຍໃຫ້ສະຫະລັດບໍ່ຢຸດໃຊ້ມາດຕະການຄວ້ຳບາດ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ພະຈິກ 2018ວ່າ ກະຊວງການຕ່າງປະເທດເກົາຫຼີເໜືອໄດ້ອອກຖະແຫຼງການເມື່ອຕອນແລງຂອງວັນທີ 2 ພະຈິກ 2018ທີ່ຜ່ານມາ ລະບຸວ່າ ເກົາຫຼີເໜືອຈະກັບໄປໃຊ້ນະໂຍບາຍ "ພະຍອງຈິນ" ເຊິ່ງເປັນນະໂຍບາຍຂອງການພັດທະນາຄວບຄູ່ກັນໄປລະຫວ່າງຄວາມສາມາດດ້ານນິວເຄຣຍກັບການພັດທະນາເສດຖະກິດຂອງປະເທດ ຫາກສະຫະລັດອາເມລິກາບໍ່ຍອມປ່ຽນແປງທ່າທີທີ່ມີຢູ່ຕໍ່ເກົາຫຼີເໜືອໃນປັດຈຸບັນ.
"ຄຳວ່າພະຍອງຈິນອາດຈະກັບຄືນມາອີກຄັ້ງ ແລະ ອາດມີການທົບທວນກັນຢ່າງຈິງຈັງກ່ຽວກັບການປ່ຽນແປງທີ່ຈະເກີດຂຶ້ນ" ຄຳຖະແຫຼງການທີ່ສຳນັກຂ່າວ KCNA ຂອງເກົາຫຼີເໜືອນຳອອກມາເຜີຍແຜ່ລະບຸ ແລະ ຍັງກ່າວວ່າ ສະຫະລັດບໍ່ຍອມເຮັດຕາມຄຳໝັ້ນທີ່ມີຂຶ້ນໃນລະຫວ່າງການພົບປະກັນຂອງທ່ານ ຄິມ ຈອງ ອຶນ ຜູ້ນຳເກົາຫຼີເໜືອ ກັບ ປະທານາທິບໍດີ ໂດນັລ ທຣ້ຳ ຂອງສະຫະລັດ ເມື່ອເດືອນມິຖຸນາ 2018 ທີ່ສິງກະໂປ ໃນການເດີນໜ້າທຳງານເພື່ອໃຫ້ແຫຼມເກົາຫຼີປອດໄພຈາກນິວເຄຣຍ ແຕ່ກັບມີຄວາມຄືບໜ້າໜ້ອຍຫຼາຍ ແລະ ລັດຖະບານວໍຊິງຕັນຍັງເດີນໜ້າມາດຕະການຄວ້ຳບາດຕໍ່ເກົາຫຼີເໜືອ ແລະ ລະບຸວ່າ "ການຍົກລະດັບຄວາມສຳພັນ ກັບການຄວ້ຳບາດມັນເຂົ້າກັນບໍ່ໄດ້".
Lion Air ເຜີຍສາເຫດໂບອິ້ງ 737 Max8 ຕົກທະເລເພາະມາດຕາວັດຄວາມໄວເກີດບັນຫາ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຈາກາຣ໌ຕາ ປະເທດອິນໂດເນເຊຍ ເມື່ອວັນທີ 6 ພະຈິກ 2018ວ່າ ປະທານຄະນະກຳມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດຂອງອິນໂດເນເຊຍ ຖະແຫຼງການໃນວັນຈັນ ກ່ຽວກັບຄວາມຄືບໜ້າໃນການກວດສອບກ່ອງດຳກ່ອງທຳອິດຂອງເຮືອບິນໂດຍສານການບິນ Lion Air ເຮືອບິນໂບອິ້ງ 737 Max8 ທ້ຽວບິນ JT610 ເຊິ່ງຕົກໃນທະເລຊວາ ເມື່ອວັນທີ 19 ຕຸລາ 2018 ທີ່ຜ່ານມາ ຫຼັງຈາກຜູ້ຊ່ຽວຊານດາວໂຫລດຂໍ້ມູນເບື້ອງຕົ້ນຈາກກ່ອງດຳ ກໍ່ສາມາດຮູ້ສາເຫດຍ້ອນເຮືອບິນພົບບັນຫາມາດຕາວັດຄວາມໄວ.
ຈາກຜົນຂອງການວິເຄາະຊິ້ນສ່ວນຂອງເຮືອບິນທີ່ເກັບກູ້ໄດ້ ຊີ້ໃຫ້ຮູ້ວ່າ ເຮືອບິນໂບອິ້ງ 737 Max8 ທ້ຽວບິນ JT610 ບໍ່ໄດ້ລະເບີດກາງອາກາດ ແຕ່ຕົກກະແທກກັບຜິວນ້ຳ "ດ້ວຍຄວາມໄວສູງ" ແລ້ວຈິ່ງຈົມລົງສູ່ກົ້ນທະເລ ດ້ານ Kion Air ແລະ ບໍລິສັດໂບອິ້ງຂອງສະຫະລັດເຊິ່ງມີຜູ້ຜະລິດເຮືອບິນຮຸ່ນນີ້ຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ ແຕ່ເຄທີເອທີ ໄດ້ແຈ້ງຂໍ້ມູນໄປທີ່ສຳນັກງານໃຫຍ່ຂອງໂບອິ້ງທີ່ເມືອງຊິຄາໂກ ແລະ ຄະນະກຳມະການຄວາມປອດໄພການຂົນສົ່ງແຫ່ງຊາດຂອງສະຫະລັດໃຫ້ຊາບແລ້ວ.
ຢ່າງໃດກໍ່ຕາມໃນຕອນນີ້ ເຄເອັນເຄທີຍັງບໍ່ສາມາດສະຫຼຸບສາເຫດການຕົກຂອງເຮືອບິນເຈທີ 610 ໄດ້ຢ່າງເປັນທາງການ ເນື່ອງຈາກຍັງບໍ່ພົບກ່ອງດຳທີ່ຍັງເຫຼືອອີກໜຶ່ງກ່ອງ ເຊິ່ງເປັນກ່ອງບັນທຶກສຽງພາຍໃນຫ້ອງນັກບິນ.
9-11 ພະຈິກ 2018 ຈະໜາວຂຶ້ນ ແລະ ມີຝົນຕົກ! ພາກເໜືອ-ພາກກາງກຽມຮັບມື
ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ຄາດຄະເນສະພາບອາກາດ ນັບຕັ້ງແຕ່ວັນທີ 5-11 ພະຈິກ 2018 ເລີ່ມຕັ້ງແຕ່ວັນທີ 5 ພະຈິກ 2018 ຍ້ອນຄວາມກົດດັນອາກາດສູງຂອງອາກາດເຢັນຈະຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ພ້ອມດຽວກັນລົມຕາເວັນອອກພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງໃນລັກສະນະນີ້ຈະເຮັດໃຫ້ອາກາດເຢັນຫາໜາວ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກບາງປົກຫຸ້ມຢູ່ທົວ່ໄປໃນຕອນກາງຄືນ ຫາ ຕອນເຊົ້າ. ຈາກນັ້ນວັນທີ 9-11 ພະຈິກ 2018 ຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສຽງເໜືອພັດປກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ແຸນຫະພູມຈະເຢັນລົງ 1-3 ອົງສາ ໂດຍສະເພາະຢູ່ພາກເໜືອດ້ານຕາເວັນອອກ, ແຂວງ ໄຊສມບູນ, ເຂດເມືອງ ນາກາຍ, ຫຼັກ 20, ເມືອງວຽງທອງ ແລະ ເຂດພູພຽງບໍລິເວນ ພ້ອມຈະມີໝອກປົກຄຸມຢູ່ທົ່ວໄປຫຼາຍຂຶ້ນ ແລະ ຈະມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນເຂດຮ່ອມພູ, ສຳ ລັບພາກໃຕ້ຍັງຈະຮ້ອນໃນຕອນກາງເວັນ ແລະ ມີລົມແຮງໃນບາງໂອກາດ.
ລົດເມຈີນເສຍຫຼັກຕົກຂົວນ້ຳແຍງຊີຈຽງ ຄາດຕາຍ 15 ສົບ! ເຫດເພາະຜູ້ໂດຍສານ ແລະ ຄົນຂັບລົດຕີກັນ
ສຳນັກຂ່າວຊິນຫົວລາຍງານວ່າ ເມື່ອເວລາ 10:02 ນາທີ ຂອງວັນທີ 28 ຕຸລາ 2018ທີ່ຜ່ານມາ ໄດ້ເກີດອຸບັດຕິເຫດລົດເມປະຈຳທາງ ຕົກຂົວແມ່ນ້ຳແຍງຊີກຽງ ໃນນະຄອນສົງຊິງ ທາງຕາເວັນຕົກສຽງໃຕ້ຂອງຈີນ ທີມໜ່ວຍກູ້ໄພຈີນໄດ້ເຮັດການວາງແຜນກູ້ຊາກລົດເມທີ່ຈົມລົງໄປໃນນ້ຳເລິກກວ່າ 71 ແມັດ ພ້ອມທັງຄົ້ນຫາຜູ້ໂດຍສານ ແລະ ຄົນຂັບລວມ 15 ຄົນທີ່ຕົກລົງໄປພ້ອມກັບລົດ.
ຫຼ້າສຸດ, ຕຳຫຼວດນະຄອນສົງຊິງຂອງຈີນໄດ້ເປີດເຜີຍກັບສຳນັກຂ່າວຊິນຫົວ ເມື່ອວັນທີ 2 ພະຈິກ 2018ວ່າ ຈາກຜົນການກວດສອບກ່ອງດຳຂອງລົດເມ ພົບສາເຫດມາຈາກການຜິດຖຽງກັນລະຫວ່າງຄົນຂັບລົດກັບຜູ້ໂດຍສານຍິງຄົນໜຶ່ງທີ່ມີຊື່ວ່າ ນາງ ຫຼິວ ອາຍຸ 48 ປີ ນັ່ງລົດເມກາຍຈຸດທີ່ນາງຕ້ອງການລົງ ນາງຈິ່ງໄດ້ບອກໃຫ້ຄົນຂັບລົດທີ່ມີຊື່ວ່າ ທ້າວ ຫຼານ ອາຍຸ 43 ປີ ຈອດລົດໃຫ້ນາງທັນທີ ໃນຂະນະທີ່ລົດເມກຳລັງແລ່ນຢູ່ເທິງຂົວ ແຕ່ຄົນຂັບປະຕິເສດບໍ່ຍອມຈອດ ນາງ ຫຼິວ ຈິ່ງເກີດຄວາມໂມໂຫ ແລະ ໃຊ້ມືຖືຕົບໄປທີ່ຫົວຂອງທ້າວ ຫຼານ (ຄົນຂັບລົດ) ເຫດການໂຕ້ຖຽງກັນໄດ້ບານປາຍກາຍເປັນການລົງມືຕົບຕີຕໍ່ສູ້ ສົ່ງຜົນໃຫ້ທ້າວ ຫຼານສູນເສຍການຄວບຄຸມລົດທີ່ກຳລັງແລ່ນຢູ່ເທິງຂົວ ໂດຍຕົວລົດໄດ້ຫັກລ້ຽວກະທັນຫັນໄປຕຳກັບລົດຄັນສີແດງກ່ອນຈະຕຳກັບຮາວເຫຼັກກັ້ນຂົວແລ້ວຕົກລົງແມ່ນ້ຳແຍງຊີກຽງ ເຮັດໃຫ້ລົດທີ່ຕົກລົງໄປມີສະພາບເສຍຫາຍໜັກ ແລະ ໃນວັນພຸດທີ 31 ສິງຫາ 2018 ເຈົ້າໜ້າທີ່ກູ້ໄພສາມາດກູ້ສົບຜູ່ເສຍຊີວິດຂຶ້ນຈາກນ້ຳໄດ້ 13 ສົບ ແລະ ຍັງຄົ້ນຫາຜູ່ສູນຫາຍອີກ 2 ຄົນ. ສ່ວນຍິງເຈົ້າຂອງລົດຄັນສີແດງທີ່ຖືກຕຳແມ່ນບໍ່ໄດ້ຮັບບາດເຈັບຮ້າຍແຮງ.
Thursday, November 1, 2018
ແຮງງານລາວຖືກຍິງເສຍຊີວິດທີ່ຈັງຫວັດພະເຍົາ! ຕຳຫຼວດເລັ່ງຫາຕົວມືຍິງມາລົງໂທດ
ເມື່ອເວລາ 20.30 ນາທີ ຂອງວັນທີ 1 ພະຈິກ 2018 ເຈົ້າໜ້າທີ່ ປກສ ເມືອງ ພະເຍົາ ຈັງຫວັດພະເຍົາ ໄດ້ຮັບແຈ້ງເຫດວ່າມີການຍິງກັນຕາຍທີ່ຮ້ານທອງພູນຄ້າໄມ້ ຕຳບົນບ້ານ ຕ໋ອມ ອຳເພີເມືອງ ຈັງຫວັດພະເຍົາ ເມື່ອເຈົ້າໜ້າທີ່ໄດ້ໄປຮອດສະຖານທີ່ເກີດເຫດ ກໍ່ພົບສົບຊາຍໜຶ່ງຄົນ ໂດຍຮູ້ຊື່ວ່າ ທ້າວ ຫຸ້ມພັນ ຈັນຈະເລີນ ອາຍຸ 23ປີ ສັນຊາດລາວ ສະພາບນອນຫງາຍຖືກຍິງເຂົ້າທີ່ແກ້ມຊ້າຍ ຂະໝັບຊ້າຍ ຈຳນວນ 2 ຈຸດ ຫ່າງຈາກສົບປະມານ 2 ແມັດ ພົບກະບອກປືນຈຸດ 38 ຕົກຢູ່ຈຳນວນ 1 ກະບອກ ສ່ວນຄົນຍິງໄດ້ຫຼົບໜີໄປ ເຊິ່ງຜູ່ກໍ່ເຫດຍິງມີຊື່ວ່າ ທ້າວ ປັນ ໃຈມາ ອາຍຸ 40 ປີ ເປັນຄົນຈັງຫວັດຊຽງຣາຍ ເຊິ່ງເປັນຄົນງານຄືກັນ.
ຕາມການໃຫ້ການຂອງເຈົ້າຂອງຮ້ານໃຫ້ຮູ້ວ່າ ທ້າວ ຫຸ້ມທອງ ມາເຮັດວຽກທີ່ຮ້ານນີ້ໄດ້ປະມານ 6 ເດືອນ ສ່ວນທ້າວ ປັນ ໃຈມາ ມາເຮັດວຽກໃນຮ້ານນີ້ໄດ້ 2 ປີ ເຊິ່ງເປັນກຳມະກອນໃນຮ້ານຄືກັນ ທັງສອງມີປາກສຽງຜິດຖຽງກັນເປັນປະຈຳ ກ່ອນເກີດເຫດແມ່ນໄດ້ຍິນທັງສອງຜິດຖຽງກັນ ແລະ ໄດ້ຍິນສຽງປືນ 2 ນັດ ພໍອອກມາເບິ່ງກໍ່ເຫັນທ້າວ ຫຸ້ມພັນ ນອນເສຍຊີວິດແລ້ວ.
ສ່ວນທ້າວ ປັນ ໃຈມາ ຜູ່ກໍ່ເຫດ ໄດ້ຫຼົບໜີໄປ ນາຍແພດນິຕິເວດໂຮງໝໍ ແລະ ເຈົ້ານ້າທີ່ຕຳຫຼວດພິສູດຫຼັກຖານຮ່ວມກັນເຮັດການຊັນນະສູດສົບ ແລະ ໄດ້ນຳສົບໄປໄວ້ທີ່ໂຮງໝໍພະເຍົາ ເພື່ອໃຫ້ຍາດພີ່ນ້ອງມາຮັບສົບໄປຈັດການຕາມປະເພນີ ສ່ວນເຈົ້າໜ້າທີ່ຕຳຫຼວດຈະຕິດຕາມທ້າວ ປັນ ມາດຳເນີນຄະດີຕໍ່ໄປ.
ນ້ຳກາຊວນ 64 ຕັນຈາກຈີນຖືກສົ່ງເຂ້າມາຕະຫຼາດນ້ຳມັນລາວເປັນຄັ້ງທຳອິດ
ເວັບຂ່າວ ຊິນຫົວ ລາຍງານເມື່ອວັນທີ 31 ຕຸລາທີ່ຜ່ານມາວ່າ ຢູ່ທີ່ດ່ານຊາຍແດນລາວ-ຈີນ ເມືອງບໍ່ແຕນ ບໍລີສັດ PetroChina ຂອງຈີນ ໄດ້ສົ່ງມອບນ້ຳມັນກາຊວນກວ່າ 64 ຕັນ ໃຫ້ແກ່ບໍລິສັດລາວ ຖືເປັນຄັ້ງທຳອິດທີ່ຈີນສົ່ງອອກນ້ຳມັນຣີໄຟນ໌ (Refined Oil) ສູ່ຕະຫຼາດລາວ.
ກ່ອນທີ່ຈະສົ່ງນ້ຳມັນຈີນອອກສູ່ຕະຫຼາດນ້ຳມັນລາວນັ້ນ ບໍລິສັດ PetroChina International (Yunnan) Co. Ltd ເຊິ່ງເປັນບໍລິສັດລູກຂອງກຸ່ມບໍລິສັດ PetroChina Group ໄດ້ທຳການສຶກສາຄົ້ນຄວ້າແລະກະກຽມມາເປັນເວລາ 2 ປີ ນັບຕັ້ງແຕ່ປີ 2016.
ໂດຍມີເປົ້າໝາຍໃນການຂະຫຍາຍສິນຄ້າປິໂຕຣລຽມອອກສູ່ອາຊີຕາເວັນອອກສ່ຽງໃຕ້ ແລະເພື່ອເປັນການຊອກຫາເສັ້ນທາງໃໝ່ສູ່ຕະຫຼາດ ບໍລິສັດ PetroChina ພ້ອມດ້ວຍຄູ່ຮ່ວມຍຸດທະສາດລາວ ໄດ້ມີການສຶກສາຄົ້ນຄວ້າ ບໍ່ວ່າຈະເປັນເລື່ອງຄວາມຕ້ອງການຂອງຕະຫຼາດ, ການເຂົ້າເຖິງຕະຫຼາດ, ຂັ້ນຕອນລະບຽບການພາສີ, ການຂົນສົ່ງ ແລະອື່ນໆ.
ຈົນໃນທີ່ສຸດ ນ້ຳມັນຖັງທຳອິດຂອງຈີນ ບັນທຸກໃສ່ລົດ ຈາກຂຸນໝິງ ແຂວງຢຸນໜານ ກໍໄດ້ອອກເດີນທາງໃນໄລຍະທາງກວ່າ 700 ກິໂລແມັດ ສູ່ຈຸດນຳເຂົ້າທີ່ດ່ານບໍ່ແຕນ ເຂດຊາຍແດນລາວ-ຈີນ ຫ່າງຈາກນະຄອນຫຼວງວຽງຈັນໄປທາງພາກເໜືອກວ່າ 370 ກິໂລແມັດ.
ທ່ານ ຈິນດາສັກ ຍົດໝັ້ນຄົງ ອຳນວຍການບໍລິສັດ Nationwide Trading Petroleum Public Company (NTP) ບໍລິສັດລາວຜູ້ນຳເຂົ້ານ້ຳມັນຈາກຈີນ ໄດ້ກ່າວກັບສຳນັກຂ່າວ Xinhua ໃນວັນພຸດທີ່ຜ່ານມາວ່າ ຜົນສຳເລັດນີ້ ເປັນຂີດໝາຍອັນສຳຄັນ ເພາະເຮັດໃຫ້ປະເທດລາວມີເສັ້ນທາງແລະແຫຼ່ງນຳເຂົ້າປິໂຕຣລຽມ ເພີ່ມຂຶ້ນອີກແຫ່ງ ແຕ່ກ່ອນ ປະເທດລາວ ນຳເຂົ້າສິນຄ້າປິໂຕຣລຽມຈາກຫຼືຜ່ານ ໄທແລະຫວຽດນາມ ເປັນສ່ວນໃຫຍ່.
“ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ ທີ່ໄດ້ມີສ່ວນຮ່ວມໃນວຽກງານຍຸດທະສາດການພັດທະນາປະເທດຊາດ ໃນການຜັນປ່ຽນປະເທດລາວ ຈາກການເປັນປະເທດບໍ່ມີທາງອອກສູ່ທະເລ (ຫຼື Landlocked) ມາເປັນປະເທດເຊື່ອມຕໍ່ທາງບົກ (Land-linked) ແລະໂຄງການ Belt and Road Initiative” ທ່ານ ຈິນດາສັກ ກ່າວ.
ເຈົ້າໜ້າທີ່ດ່ານມິດຕະພາບ 1! ຈັບ 3 ຜູ່ຖືກຫາກຽມຂົນເງິນຕ່າງປະເທດອອກນອກປະເທດ ພ້ອມຢຶດເງິນເປັນຂອງກາງ
ອີງຕາມການລາຍງານຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ ໃນເວລາ 10:25 ໂມງ ຂອງວັນທີ 31 ຕຸລາ 2018 , ເຈົ້າໜ້າພາສີ ໄດ້ຮັບແຫຼ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ. ພ້ອມກັນນັ້ນ, ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 ໂມງ ໄດ້ພົບເຫັນລົດເປົ້າໝາຍ, ຈຶ່ງຂໍອະນຸຍາດກວດກາລະອຽດ ພົບເຫັນເງິນໂດລາສະຫະລັດຈໍານວນ 170.000 ໂດລາ, ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດຳໃນລົດກະບະໝາຍເລກທະບຽນ ຂກ 6633 ກໍາແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ, ຊຶ່ງປັດຈຸບັນ ເງິນຈໍານວນດັ່ງກ່າວ ແລະ ພາຫະນະເຈົ້າໜ້າທີ່ພາສີໄດ້ຢຶດໄວ້ເປັນຂອງກາງ ເພື່ອດຳເນີນການຕາມລະບຽບພາສີ ແລະ ລະບຽບການຕ່າງໆ, ສ່ວນຜູ່ຖືກຫາຈຳນວນ 3 ຄົນ (ຊາຍ 1, ຍິງ 2) ໄດ້ມອບໃຫ້ເຈົ້າໜ້າທີ່ ຕມ ປະຈຳດ່າ ສືບສວນ-ສອບສວນຕາມວິຊາສະເພາະ ແລະ ດໍາເນີນຄະດີຕາມລະບຽບການ ແລະ ກົດໝາຍຂັ້ນຕໍ່ໄປ.
ທ່ານ ບຸນແອງ ພັນທະວົງ ໄດ້ໃຫ້ຮູ້ຕື່ມວ່າ ນັບແຕ່ເດືອນມັງກອນຫາເດືອນຕຸລາ 2018 ທີ່ດ່ານພາສີສາກົນຂົວມິດຕະພາບ 1 ໄດ້ມີປະກົດການຫຍໍ້ທໍ້ ກ່ຽວກັບຄະດີເງິນ 7 ຄະດີ ຕີເປັນມູນຄ່າເງິນກີບຫລາຍກວ່າ 6 ຕື້ກວ່າກີບ. ໃນນັ້ນ, ວັນທີ 17 ມັງກອນ 2018 ສາມາດຢຶດໄດ້ 602.000 ບາດ, ວັນທີ 9 ເມສາ 2018 ຢຶດໄດ້ 2.050.000 ບາດ, ວັນທີ 18 ພຶດສະພາ 2018 ຢຶດໄດ້ 4.000.000 ບາດ, ວັນທີ 4 ກັນຍາ 2018 ຢຶດໄດ້ 230.000 ໂດລາສະຫະລັດ, ວັນທີ 20 ກັນຍາ 2018 ຢຶດໄດ້ 2.000.000 ບາດ, ວັນທີ 29 ຕຸລາ 2018 ຢຶດໄດ້ 1.400.000 ບາດ ແລະ ວັນທີ 31 ຕຸລາ 2018 ຢຶດໄດ້ 170.000 ໂດລາສະຫະລັດ, 7.470 ໂດລາອົດສະຕຣາລີ ແລະ 3.145 ເອີໂຣ.
ສຳລັບຄະດີດັ່ງກ່າວ, ໄດ້ສະສາງໄປແລ້ວ 5 ຄະດີ ມີມູນຄ່າທັງໝົດ 2,66 ຕື້ກວ່າກີບ, ໄດ້ປັບໃໝ່ເງິນເຂົ້າງົບປະມານ 576 ລ້ານກວ່າກີບ, ຍັງຄ້າງສະສາງ 2 ຄະດີ, ຊຶ່ງປັດຈຸບັນກໍາລັງລາຍງານຂັ້ນເທິງ ເພື່ອຂໍທິດຊີ້ນຳໃນການແກ້ໄຂຄະດີດັ່ງກ່າວ ລວມມູນຄ່າ 3,49 ຕື້ກວ່າກີບ, ຖ້າສະສາງແລ້ວຈະໄດ້ເງິນເຂົ້າງົບປະມານ 1,6 ຕື້ກວ່າກີບ.
Wednesday, October 31, 2018
ຟ້ອນມວຍລາຍລາວ ຍາດໄດ້ອັນດັບ 3 ໃນການແຂ່ງຂັນງານບຸນມະໂຫລານ 2018 ທີ່ ສ ເກົາຫຼີ
ອີງຕາມຂໍ້ມູນຈາກເຟດບຸກຂອງສະຫະພັນກີລາມວຍລາວແຫ່ງຊາດ ໄດ້ລາຍງານໃຫ້ຊາບວ່າ: ລະຫວ່າງວັນທີ 26-28 ຕຸລາ 2018 ຜ່ານມາ ຢູ່ເມືອງຊູງຈູ ແຂວງຊຸງຊອງເໜືອ ສ ເກົາຫຼີ ສະຫະພັນມວຍແຫ່ງຊາດລາວ ໄດ້ສົ່ງນັກກີລາ 2 ຄົນ ເຂົ້າຮ່ວມງານບຸນມະໂຫລານ 2018 ຫຼື “2018 International Martial Arts Contest” ໃນປະເພດຟ້ອນມວຍລາຍລາວ ແບບປະຍຸກ ບໍ່ມີອຸປະກອນ ຄື: ທ້າວ ທິລາວັນ ຈັນທະກາລີ ແລະ ທ້າວ ວິທະຍາ ໂພທິສານ ເຊິ່ງການເດີນທາງເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ນຳພາໂດຍທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນກີລາມວຍລາວແຫ່ງຊາດ ປະທານສະຫະພັນມວຍອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຄະນະກຳມາການສະຫະພັນມວຍໂອແລມປີກ ແລະ ປະທານສະຫະພັນມວຍໂລກ.
ຜ່ານການແຂ່ງຂັນຜົນປາກົດວ່າ: ທິລາວັນ ຈັນທະກາລີ ສາມາດຍາດໄດ້ອັນດັບ 3 ໃນປະເພດສະແດງຟ້ອນດ່ຽວຊາຍ ມວຍລາຍລາວແບບປະຍຸກມາຄອງໄດ້ສຳເລັດ ຈາກຈຳນວນນັກກີລາທີ່ເຂົ້າຮ່ວມແຂ່ງຂັນທັງໝົດ 100 ກວ່າຄົນ ຈາກທັງໝົດ 29 ປະເທດ ພ້ອມຮັບເງິນລາງວັນ 4 ແສນວອນເກົາຫຼີ (ປະມານ 3 ລ້ານກີບ) ຂະນະທີ່ປະເພດຟ້ອນຄູ່ຊາຍ ແມ່ນເຮັດໄດ້ພຽງຮັບລາງວັນຊົມເຊີຍ (Popularity Award) ຈາກ 70 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນ ສຳລັບການແຂ່ງຂັນຄັ້ງນີ້ ແຕ່ລະຊາດທີ່ເຂົ້າຮ່ວມແມ່ນຈະນຳເອົາມວຍທີ່ເປັນເອກະລັກຂອງແຕ່ລະຊາດ ເຂົ້າຮ່ວມແຂ່ງຂັນ.
ຢ່າງໃດກໍ່ຕາມ ເຖິງຈະບໍ່ໄດ້ຕາມເປົ້າໝາຍໃນການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແຕ່ມັນກໍ່ເປັນອີກທ່າແຮງໜຶ່ງໃນການນຳເອົາສິລະປະວັດທະນະທຳຂອງຊາດລາວ ໄປສະແດງໃຫ້ນາໆຊາດໄດ້ຮັບຮູ້ເຖິງປະຫວັດຄວາມເປັນມາ ຄຳວ່າ “ມວຍລາຍລາວ” ໃນເມື່ອກ່ອນມີຄວາມແຂງແກ່ນແນວໃດ ແລະ ຖ້າມາສົມທຽບໃສ່ມວຍລາວໃນປັດຈຸບັນ ເພາະມວຍລາວ ກໍ່ບໍ່ຍອມໃຜໃນເວທີສາກົນ ແລະ ແມ່ນການຕໍ່ສູ້ທີ່ໃຊ້ຄວາມສາມາດທີ່ແທ້ຈິງ.
ພົບວັດຖຸຕ້ອງສົງໃສລັກສະນະເຮືອບິນ MH370 ຕົກຢູ່ກາງປ່າຂອງນະຄອນປະນົມເປນ ປະເທດກຳປູເຈຍ
ເມື່ອວັນທີ 30 ຕຸລາ 2018 ຂ່າວເດິຊັນລາຍງານຄວາມຄືບໜ້າການຄົ້ນພົບທີ່ອາດຢຸດຕິປິດສະໜາ ເຮືອບິນ MH370 ສາຍການບິນມາເລເຊຍແອຣ໌ໄລນ໌ ເຊິ່ງຫາຍໄປຢ່າງບໍ່ມີຮ່ອງຮອຍພ້ອມກັບຜູ່ໂດຍສານ ແລະ ລູກເຮືອນ 239 ຄົນຕັ້ງແຕ່ປີ 2014.
ຫຼັງຈາກທີ່ ເດນຽວ ໂບເຢີ ນັກບິນຊາວອັງກິດ ເປີດເຜີຍວ່າພົບເຄື່ອງຍົນ ແລະ ຊາກຊິ້ນສ່ວນຂອງເຮືອບິນມໍລະນະໃນເຂດປ່າເລິກທາງຕາເວັນຕົກສຽງເໜືອຂອງນະຄອນພະນົມເປນ ປະເທດກຳປູເຈຍ ພາຍຫຼັງທີ່ລະບຸເມື່ອບໍ່ດົນມານີ້ວ່າພົບສ່ວນຫ້ອງບັງຄັບການ ແລະ ຫາງຂອງເຮືອບິນເຊິ່ງມີສັນຍາລັກສາຍການບິນມາເລເຊຍແອຣໄລນ໌.
ທ່ານ ໂບເຢີໃຫ້ສຳພາດກັບ ເດລີສະຕາວ່າ ຈາກການກວດສອບຜ່ານໂປຣແກຣມກູເກີເອີດເຜີຍໃຫ້ເຫັນວັດຖຸຕ້ອງສົງໃສສີຂາວໃນຂະໜາດຕ່າງໆ ຮວມເຖິງພາບຂອງວັດຖຸທີ່ມີລັກສະນະກົງກັບເຄື່ອງຍົນຂອງເຮືອບິນ ໂບອິ້ງ 777 ວັດຄວາມຍາວໄດ້ 4.3 ແມັດ ຍາວ 2.7 ແມັກ ແລະ ຢູ່ຫ່າງປະມານ 16 ກິໂລແມັດຈາກຈຸດທີ່ ທ່ານ ອຽນ ວິລສັນ ຜູ່ຊ່ຽວຊານດ້ານເທັກໂນໂລຢີຊາວອັງກິດລະບຸວ່າພົບຊາກເຮືອນບິນ MH370 ເມື່ອເດືອນ ກັນຍາທີ່ຜ່ານມາ.
Tuesday, October 30, 2018
ລາວມີໜີ້ສາທາລະນະສູງຫຼາຍກວ່າ 60% ຂອງ ຈີດີພີ! ຄສຄຊ ສະເໜີພາກລັດເລັ່ງແກ້ໄຂ 6 ບັນຫາ
ທິດທາງເສດຖະກິດຂອງປະເທດລາວ ໃນປີນີ້ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານ, ທັງຂະແໜງກະສິກຳ, ໄຟຟ້າ, ບໍ່ແຮ່ທີ່ມີອັດຕາຂະຫຍາຍຕົວຫຼຸດລົງ ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໃຫ້ຮູ້ວ່າ ສາເຫດຫຼັກມາຈາກຜົນກະທົບນອກຕົວແມ່ນເກີດຈາກໄພທຳມະຊາດ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ແລະ ຊັບສິນຂອງປະຊາຊົນ ທັງພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ, ໃນປີນີ້ລາຄານ້ຳມັນໂລກອາດເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ ເຊິ່ງໄດ້ສົ່ງຜົນຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ແລະ ຜົນກະທົບດ້ານໃນຕົວຄືເສດຖະກິດຂອງປະເທດຂາດດຸນຕໍ່ເນື່ອງຫຼາຍປີ ຈິ່ງເຮັດໃຫ້ມີໜີ້ສິນສາທາລະນະສູງ ແລະ ຢູ່ໃນລະດັບຫຼາຍກວ່າ 60% ຂອງ ຈີດີພີ, ສາກົນໄດ້ຈັດໃຫ້ ສປປ ລາວເຂົ້າຢູ່ໃນປະເທດທີ່ມີຄວາມຫຍຸ້ງຍາກໃນການໃຊ້ແທນຄືນໜີ້ສິນ, ໂຄງສ້າງເສດຖະກິດລາວປັດຈຸບັນຖືເປັນໂຄງສ້າງເສດຖະກິດແບບເກົ່າ ຫຼື ອັນນາລ໊ອກ (Analog) ບໍ່ທັນຫັນປ່ຽນໄປເປັນໂຄງສ້າງເສດຖະກິດ ດິຈິຕອລ.
ຕໍ່ສະພາບອັດຕາການເຕີບໂຕຂອງເສດຖະກິດທີ່ຫຼຸດລົງດັ່ງກ່າວ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໄດ້ສະເໜີໃນທີ່ກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ເຊິ່ງຈັດຂຶ້ນໃນວັນທີ 30 ຕຸລາ 2018 ໂດຍສະເໜີໃຫ້ພາກລັດຄວນມີມາດຕະການຕົວຈິງ ເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ແກ້ໄຂບັນຫາໂຄງສ້າງເສດຖະກິດ ເພື່ອຮັບປະກັນການພັດທະນາໄວ ແລະ ຍືນຍົງ ໂດຍເນັ້ນ 6 ບັນຫາທີ່ຄວນເອົາໃຈໃສ່ດັ່ງນີ້:
- ຕ້ອງຕັດສິນໃຈແກ້ໄຂໜີ້ສິນທີ່ຄຸມເຄືອແກ່ຍາວລະຫວ່າງລັກກັບທຸລະກິດ ແລະ ທຸລະກິດກັັບທະນາຄານ.
- ຕ້ອງຈັດຫາເມັດເງິນໃໝ່ເພື່ອເພີ່ມສະພາບຄ່ອງໃຫ້ແກ່ທະນາຄານ ໄດ້ພ້ອມກັບການປັບອັດຕາດອກເບ້ຍ ແລະ ເງື່ອນໄຂກູ້ຢືມເພື່ອອຳນວຍໃຫ້ທຸລະກິດສາມາດຟື້ນຕົວ ແລະ ເກີດໃໝ່ໄດ້.
- ມີນະໂຍບາຍສະໜັບສະໜູນດ້ານເງິນທຶນ ແລະ ນະໂຍບາຍພາສີ-ອາກອນຕໍ່ປະເພດທຸລະກິດທີ່ລັດຖະບານສົ່ງເສີມເຊັ່ນ: ທຸລະກິດທີ່ນຳໃຊ້ເຕັກນິກ-ເຕັກໂນໂລຊີໃໝ່ ຮວມທັງທຸລະກິດທີ່ນຳໃຊ້ເສດຖະກິດິຈີຕອລ, ທຸລະກິດນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ນຳໃຊ້ພະລັງງານຢ່າງປະຢັດ ແລະ ຮັກສາສິ່ງແວດລ້ອມ.
- ແກ້ໄຂຂັ້ນຕອນຂໍອະນຸຍາດລົງທຶນ (ພາຍໃນ ແລະ ຕ່າງປະເທດ) ໃຫ້ໄວກວ່າເກົ່າ.
- ແກ້ໄຂລະບຽບການນຳເຂົ້າ - ສົ່ງອອກສິນຄ້າ ແລະ ຫຼຸດຜ່ອນຂັ້ນຂອດການຈ່າຍຄ່າທຳນຽມຕ່າງໆ.
- ຮັບປະກັນການປະຕິບັດລະບຽບກດໝາຍ ແລະ ພັນທະສັນຍາຕ່າງໆທີ່ໄດ້ລົງນາມແລ້ວ ເພື່ອສ້າງຄວາມເຊື່ອໝັ້້ນໃຫ້ແກ່ນັກລົງທຶນ ແລະ ຜູ່ປະກອບການພາຍໃນ ແລະ ຕ່າງປະເທດ.
- ຕ້ອງສຶກສາຄົ້ນຄວ້າ ແລະ ວິເຄາະສະພາບການດຳເນີນທຸລະກິດໃນໄລຍະຜ່ານມາຢ່າງພາວະວິໄສ ເພື່ອໃຫ້ເຫັນໄດ້ສະພາບແວດລ້ອມ, ຈຸດແຂງ-ຈຸດອ່ອນ, ກາລະໂອກາດ-ສິ່ງທ້າທາຍ ແລະ ທາງອອກໃໝ່ຂອງການດຳເນີນທຸລະກິດ.
- ຄົ້ນຄວ້າປັບປຸງຍຸດທະສາດ ແລະ ຍຸດໂທບາຍຂອງບໍລິສັດແຕ່ລະໄລຍະ, ປັບປຸງການບໍລິຫານຈັດການ, ປັບປຸງເຕັກນິກ-ເຕັກໂນໂລຊີ, ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ, ປັບປຸງດ້ານການຕະລາດ ແລະ ຄູ່ຮ່ວມທຸລະກິດ.
- ໝັ່ນສຶກສາຮຽນຮູ້ສິ່ງໃໝ່ໆ ແລະ ໝັ່ນສຶກສາສະພາວະຄວາມເປັນຈິງແຕ່ລະໄລຍະ ເພື່ອປັບທິດທາງຂອງບໍລິສັດໃຫ້ທັນເວລາ.
ຂ່າວ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ
ລັດໃຫ້ເຫດຜົນນ້ຳມັນໂລກສູງຂຶ້ນລັດຈຳເປັນຕ້ອງປັບລາຄາຂຶ້ນ ເພື່ອບໍ່ໃຫ້ເສດຖະກິດປະເທດໄດ້ຮັບຜົນກະທົບ
ການປັບຂຶ້ນລາຄານ້ຳມັນມັກເປັນທີ່ວິພາກວິຈານການໃນກຸ່ມຜູ້ຊົມໃຊ້ ແຕ່ກໍ່ມີຄວາມຈຳເປັນຕ້ອງປະຕິບັດຕາມກົນໄກຂອງສາກົນ ເນື່ອງຈາກການເໜັງຕີງເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ, ສປປ ລາວເອງຖືວ່ານໍາເຂົ້ານ້ຳມັນເຊື້ອໄຟ 100%. ສະນັ້ນ, ໃນເມື່ອລາຄາຕະຫຼາດໂລກ ກໍ່ຄືພາກພື້ນເໜັງຕີງເພີ່ມຂຶ້ນ, ພາຍໃນປະເທດກໍ່ຈຳເປັນຕ້ອງໄດ້ປັບເພື່ອໃຫ້ແທດເໝາະ, ແຕ່ຖ້າຈະປັບຂຶ້ນແຮງບາດດຽວກໍ່ຈະມີຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດ ແຕ່ຖ້າບໍ່ປັບຜູ້ປະກອບການອາດຫຼຸດຜ່ອນການນໍາເຂົ້າ ເຊິ່ງຈະສົ່ງຜົນກະທົບກັບການຊົມໃຊ້ພາຍໃນໄດ້ ຫຼື ຮ້າຍແຮງໄປກວ່ານັ້ນ ເກີດການນຳເຂົ້ານອກລະບົບ ເຊິ່ງຈະເຮັດໃຫ້ລັດສູນເສຍລາຍຮັບເຂົ້າງົບປະມານ.
ດັ່ງນັ້ນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈິ່ງໄດ້ຮ່ວມກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ກໍ່ຄືຜູ່ປະກອບການຄົ້ນຄວ້າ ແລະ ສະເໜີຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໂດຍຂໍປັບລາຄານ້ຳມັນແອັດຊັງພິເສດຂຶ້ນ 230 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ 200 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 200 ກີບຕໍ່ລິດ ເຊິ່ງທາງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນກໍ່ເຫັນດີ, ສະນັ້ນ ຈິ່ງມີການປັບລາຄານ້ຳມັນຂຶ້ນໃນເມື່ອວັນທີ 4 ຕຸລາ 2018 ທີ່ຜ່ານມາ.
ຕໍ່ກັບສະພາບການເໜັງຕີຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ທາງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຮຽກຮອງໃຫ້ປວງຊົນລາວຈົ່ງເຂົ້້າໃຈ ແລະ ຊ່ວຍກັນປະຢັດໃນການຊົມໃຊ້ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ ແລະ ຮຽກຮ້ອງມາຍັງຜູ່ນຳເຂົ້າ ກໍ່ຄືບັນດາທຸລະກິດປ້ຳຕົວແບບ ແລະ ປ້ຳຕົວແທນ ຢ່າໄດ້ສວາຍໂອກາດຂຶ້ນລາຄານ້ຳມັນຕາມລຳພັງໃຈ ແລະ ກັກຕຸນນ້ຳມັນເຊື້ອໄຟໄວ້ ໃນໄລຍະລາຄານ້ຳມັນເຊື້ອໄຟເໜັງຕີງສູງຂຶ້ນ ແລະ ຖ້າຫາກພົບເຫັນການສວາຍໂອກາດຂຶ້ນລາຄາສິນຄ້າແມ່ນຈະໄດ້ໃຊ້ມາດຕະການຕາມລະບຽບການ.
ຂ່າວຈາກ: ເສດຖະກິດ-ການຄ້າ
ເບຍລາວແຈ້ງການຂຶ້ນລາຄາ ເລີ່ມ 30 ຕຸລາ 2018ເປັນຕົ້ນໄປ
ເນື່ອງຈາກອັດຕາເງິນເຟີ້ ແລະ ລາຄາຜະລິດຕົ້ນທຶນການຜະລິດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບໍລິສັດເບຍລາວ ໄດ້ອອກແຈ້ງການໃນວັນທີ 29 ຕຸລາ 2018, ເລກທີ 2713/ບລ; ເຖິງບັນດາລູກຄ້າ ແລະ ຕົວແທນຈຳໜ່າຍເບຍລາວທົ່ວປະເທດ ກ່ຽວກັບການປັບປຸງລາຄາຂາຍຜະລິດຕະພັນສິນຄ້າຂອງບໍລິສັດເບຍລາວ ເພື່ອເຮັດໃຫ້ການດຳເນີນທຸລະກິດຂອງບໍລິສັດມີສະພາບຄ່ອງ, ສາມາດແຂ່ງຂັນໃນຕະຫຼາດ ແຈ້ງການດັ່ງກ່າວ, ເລີ່ມປະຕິບັດແຕ່ມື້ນີ້ ວັນທີ 30 ຕູລາ 2018 ເປັນຕົ້ນໄປ.
ໃນການປັບລາຄາເບຍເປັນຕົ້ນແມ່ນ ເບຍລາວແກ້ວໃຫຍ່ 640ml ລັງຢາງຈາກລາຄາເກົ່າ 90.000 ກີບຕໍ່ລັງ ປັບເປັນ 93.000 ກີບຕໍ່ລັງ, ລາຄາລວມລັງ 108.000 ກີບຕໍ່ລັງ; ເບຍລາວແກ້ວໃຫຍ່ 640ml ແກັດເຈ້ຍຈາກລາຄາເກົ່າ 94.000 ກີບຕໍ່ລັງ ເປັນ 97.000 ກີບຕໍ່ລັງ, ລາຄາລວມລັງ 103.000 ກີບຕໍ່ລັງ; ເບຍລາວແກ້ວນ້ອຍ 330ml ແກັດເຈ້ຍຈາກລາຄາເກົ່າ 105.000 ກີບຕໍ່ລັງ ເປັນ 115.000 ກີບຕໍ່ລັງ, ລາຄາລວມລັງ 125.000 ກີບຕໍ່ລັງ; ເບຍດຳແກ້ວນ້ອຍ 330ml ແກັດເຈ້ຍຈາກລາຄາເກົ່າ 135.000 ກີບຕໍ່ລັງ ເປັນ 145.000 ກີບຕໍ່ລັງ, ລາຄາລວມລັງ 155.000 ກີບຕໍ່ລັງ; ເບຍລ້ານຊ້າງແກ້ວໃຫຍ່ 640 ml ລັງຢາງຈາກລາຄາເກົ່າ 55.000 ກີບຕໍ່ລັງ ເປັນ 60.000 ກີບຕໍ່ລັງ, ລາຄາລວມລັງ 75.000 ກີບຕໍ່ລັງ; ເບຍສົດ-ເບຍລາວ ລາຄາເກົ່າ 11.000 ກີບຕໍ່ລິດ ເປັນ 11.500 ກີບຕໍ່ລິດ (ລາຄາລວມລັງ).
Monday, October 29, 2018
ໄລຍະວັນທີ 1-4 ພະຈິກ 2018ນີ້! ທຸກພາກຂອງປະເທດລາວກຽມຮັບມືກັບລົມໜາວ
ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 29 -31 ຕຸລາ 2018 ຈະເກີດມີຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ພ້ອມດຽວກັນລົມຕາເວັນອອກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ, ຈາກນັ້ນໄລຍະວັນທີ 1-4 ພະຈິກ ຄວາມກົດອາກາດດັນສູງຂອງອາກາດເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ - ຕາເວັນອອກສຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1-3 ອົງສາ ໂດຍສະເພາະແຂວງ ໄຊສົມບູນ, ເຂດເມືອງ ນາກາຍ, ຫຼັກ 20, ເມືອງວຽງທອງ ແລະ ເຂດພູພຽງບໍລິເວນ ພ້ອມຈະມີໝອກບາງປົກຄຸມຫຼາຍຂຶ້ນ ແລະ ຈະມີໝອກໝອກໜາປົກກຸ້ມຢູ່ບາງທ້ອງຖິ່ນເຂດຮ້ອນ,ສຳລັບພາກໃຕ້ຍັງຈະຮ້ອນໃນຕອນກາງເວັນ ແລະ ມີລົມພັດແຮງເປັນບາງໂອກາດ.
ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
MDG ບັນລຸຄາດໝາຍ! ຕົວເລກຄອບຄົວທຸກຍາກໃນ ສປປ ລາວ ຫຼຸດລົງທຸກປີ
ເມື່ອວັນທີ 26 ຕຸລາ 2018ທີ່ຜ່ານມາ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະເມີນຄືນກ່ຽວກັບການແກ້ໄຂຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ຕິດພັນກັບການລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາ.
ບັນຫາການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດເປັນບັນຫາທີ່ພັກ-ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າລຸດລົງເປັນກ້າວໆ ໂດຍໄດ້ຮ່ວມກັບພະນັກງານລົງກໍ່ສ້າງຮາກຖານພັດທະ ນາຊົນນະບົດເປັນຕົ້ນ ວຽກງານສາມສ້າງຜ່ານການຈັດຕັ້ງປະຕິບັດແຕ່ປີ 2000ເປັນຕົ້ນມາ ໄດ້ມີຜົນສຳເລັດຫຼາຍດ້ານ ເຊິ່ງສະ ແດງອອກອັດຕາຄວາມທຸກຍາກໄດ້ຫຼຸດລົງຕໍ່ເນື່ອງຄື:
- ປີ 2011 ຄອບຄົວທຸກຍາກມີ 198,678 ຄອບຄົວ
- ປີ 2015 ຄອບຄົວທຸກຍາກມີ 76,604 ຄອບຄົວ
- ປີ 2017 ຄອບຄົວທຸກຍາກມີ 64,593 ຄອບຄົວ
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ສຸມໃສ່ປຶກສາຫາລືບັນຫາດັ່ງກ່າວ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂົງເຂດວຽກງານຕົນ ແຕ່ລະທ້ອງຖິ່ນໃຫ້ໄດ້ຮັບຜົນສຳເລັດ ເຮັດໃຫ້ອັດຕາການແກ້ໄຂຄວາມທຸກຍາກທົ່ວປະເທດຮອດປີ 2020 ໃຫ້ຫຼຸດລົງຍັງເຫຼືອ 10% ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາທີ່ພັກ-ລັດວາງໄວ້ ດັ່ງນັ້ນ ການແກ້ໄຂຄວາມທຸກຍາກເປັນບັນຫາສຳຄັນ ເປັນໜ້າທີ່ຂອງທຸກພາກສ່ວນ ແລະ ສັງຄົມ.
ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່
Sunday, October 28, 2018
Lion Air ອິນໂດເນເຊຍຕົກກາງທະເລຫຼັງບິນຂຶ້ນພຽງ 13 ນາທີ! ຜູ່ໂດຍສານ 188 ຊີວິດບໍ່ຮູ້ຊະຕາກຳ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ຕຸລາ 2018ວ່າ ສຳນັກງານການບິນພົນລະເຮືອແຫ່ງຊາດອິນໂດເນເຊຍອອກະແຫຼງການວ່າ ເຮືອບິນໂບອິ້ງ 737 Max8 ທ້ຽວບິນ JT610 ຂອງສາຍການບິນ Lion Air ທີ່ອອກເດີນທາງຈາກນະຄອນຈາກາຣ໌ຕາ ມຸ່ງໜ້າໄປສູ່ເມືອງ Pangkal Pinang ທາງພາກເໜືອຂອງອິນໂດເນເຊຍ ເມື່ອເວລາ 06.33 (ຕາມເວລາທ້ອງຖິ່ນ) ໄດ້ເກີດອຸບັດເຫດຕົກຫຼັງຈາກຂຶ້ນບິນໄດ້ພຽງ 13 ນາທີ.
ໂດຍລະຫວ່າງບິນທີ່ລະດັບ 1,524 ແມັດ ນັກບິນໄດ້ຕິດຕໍ່ມາທີ່ຫໍບັງຄັບການເພື່ອຂໍອະນຸຍາດວົນກັບຄືນສະໜາມ ບິນ ແຕ່ຍັງບໍ່ທັນດຳເນີນການເຮືອບິນລຳດັ່ງກ່າວກໍ່ຫາຍໄປຈາກຈໍເລດ້າ ແລະ ຫໍບັງຄັບການບິນບໍ່ສາມາດຕິດຕໍ່ໄດ້ອີກເລີຍ ເຊິ່ງຕໍ່ມາກໍ່ໄດ້ຮັບການຢືນຢັນວ່າເຮືອບິນດັ່ງກ່າວເກີດອຸບັດເຫດຕົກລົງທະເລນອກຝັ່ງເມືອງເບຄາຊີ ແຂວງ ຊວາຕາເວັນຕົກ ຂອງອິນໂດເນເຊຍ.
ໄຕ້ຝຸ່ນຢີ່ຖູ່ກຽມຂຶ້ນຈີນແຜ່ນດິນໃຫຍ່ ລະວັງຝົນຕົກໜັກນັບຕັ້ງແຕ່ວັນພຸດເປັນຕົ້ນໄປ
ສຳນັກງານບໍລິຫານບັນຍາກາດ ພູມສາດ ແລະ ດາລາສາດຂອງຟີລິປິນ (ປາກາຊາ) ອອກປະກາດໃຫ້ປະຊາຊົນໃນເກາະລູຊອນ ທາງເໜືອຂອງປະເທດ ກຽມພ້ອມຮັບມືກັບພາຍຸໄຕ້ຝຸ່ນຢີ່ຖູ່ ຫຼື ທີ່ຟິລິບປິນຮຽກວ່າໄຕ້ຝຸ່ນໂຣຊີຕາ ໂດຍຄາດວ່າຈະພັດຂຶ້ນຝັ່ງໃນວັນທີ 29-30 ຕຸລາ 2018ນີ້.
ເມື່ອເວລາປະມານ 02.00 ໂມງ ຂອງວັນທີ 29 ຕຸລາ 2018 ກົມອຸຕຸນິຍົມວິທະຍາຂອງໄຕ້ຫວັນພະຍາກອນອາກາດວ່າ ເນື່ອງຈາກໄດ້ຮັບຜົນກະທົບຈາກຄວາມກົດດັນອາກາດສູງໃນມະຫາສະໝຸດແປຊີຟິກ ຢີ່ຖູ່ ພາຍຸໄຕ້ຝຸ່ນກຳລັງແຮງເຊິ່ງເປັນພາຍຸຫົວທີ 26 ຂອງປີນີ້ ມີຈຸດສູນກາງຢູ່ຫ່າງຈາກແລມເອີ໋ຫຼວນປີ໋ ທາງໃຕ້ສຸດຂອງເກາະໄຕ້ຫວັນປະມານ 850 ກມ. ກຳລັງເຄື່ອນຕົວໄປທາງທິດຕາເວັນຕົກດ້ວຍຄວາມໄວລົມ 17 ກມ/ຊົ່ວໂມງ ກຳລັງເຄື່ອນຕົວໄປທາງທິດຕາເວັນອອກຕໍ່ເນື່ອງ ຄາດວ່າຫຼັງພັດຜ່ານເກາະລູຊອນຂອງຟິລິປິນແລ້ວ ຈະເຈົ້າສູ່ທະເລຈີນໃຕ້ ແລະ ມຸ່ງໜ້າໄປທີ່ຈີນແຜ່ນດິນໃຫຍ່ ກໍ່ຈະສົ່ງຜົນກະທົບຕໍ່ພາກໃຕ້ ແລະ ພາກຕາເວັນຕົກຂອງເກາະໄຕ້ຫວັນ ໃນຊ່ວງວັນທີ 31 ຕຸລາ - 1 ພະຈິກ 2018ນີ້ ແລະ ເນື່ອງຈາກອິດທິພົນຮອບນອກຂອງພາຍຸໄຕ້ຝຸ່ນ ບວກກັບລົມມໍລະສຸມຕາເວັນອອກສຽງເໜືອ ເຮັດໃຫ້ຕັ້ງແຕ່ວັນທີ 31 ຕຸລາ ຈົນເຖິງວັນທີ 3 ພະຈິກ 2018ນີ້ ໄຕ້ຫວັນຈະມີສະພາບອາກາດເຢັນ ແລະ ຊຸມຂຶ້ນ ໂດຍສະເພາະພາກເໜືອ ແລະ ພາກຕາເວັນອອກ.
ໜີ້ໄຟເຍືອງທາງ ນວ 40 ຕື້ກີບ ຟຟລ ບໍ່ຮັບຈ່າຍ! ສະເໜີພາກສ່ວນທີ່ກ່ຽວຂ້ອງແກ້ໄຂຮ່ວມກັນ
ບັນຫາໜີ້ຄ້າງຈ່າຍຄ່າໄຟຟ້າເຍືອງທາງທີ່ມີໜີ້ສູງເຖິງ 40 ຕື້ກີບ ຍັງເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈ ເນື່ອງຈາກປັດຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າໜີ້ໃນຮ້ວງດັ່ງກ່າວນີ້ແມ່ນພາກສ່ວນໃດຈະຮັບຊຳລະ ຫຼື ຈະມີວິທີທາງແກ້ໄຂແນວໃດແທ້.
ໃນທ້າຍອາທິດທີ່ຜ່ານມາ, ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ໄດ້ເປີດເຜີຍຂໍ້ມູນກ່ຽວກັບປະເດັນໄຟຟ້າເຍືອງທາງ ທີ່ມີໜີ້ຄ້າງຈ່າຍໃຫ້ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ເຊິ່ງບັນຫາດັ່ງກ່າວຍັງບໍ່ທັນໄດ້ມີພາກສ່ວນໃດເຂົ້າມາແກ້ໄຂພິຈາລະນາຫາທາງອອກຮ່ວມກັນຢ່າງເໝາະສົມເທື່ອ.
ນັບຕັ້ງແຕ່ປີ 2002 ເປັນຕົ້ນມາເບື້ອງຕົ້ນແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອວຽງຈັນ; ແຕ່ມາຮອດປີ 2012 ອົງການປົກຄອງນະຄອນຫຼວງວຽງຈັນໄດ້ມອບໃຫ້ ຟຟລ ເປັນຜູ່ຄຸ້ມຄອງບຳລຸງຮັກສາ ເນື່ອງຈາກມີເຄື່ອງມີຄົບຊຸດ ແລະ ຮູ້ຈັກເຕັກນິກໄຟຟ້າດີກວ່າພາກສ່ວນອື່ນ.
ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນລວງ ໃຫ້ຮູ້ວ່າ ນັບແຕ່ປີ 2012 ເປັນຕົ້ນມາ ຟຟລ ໄດ້ຮັບຜິດຊອບພຽງການສ້ອມແປງ ແລະ ບຳລຸງຮັກສາແບບສຸກເສີນເທົ່ານັ້ນ ແຕ່ບໍ່ແມ່ນການເສຍຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ ເພາະຄ່າໄຟຟ້າເຍືອງທາງທີ່ຕ້ອງຈ່າຍແຕ່ລະເດືອນແມ່ນ 500-600ລ້ານກີບ. ດັ່ງນັ້ນ, ຈິ່ງບໍ່ມີພາກສ່ວນໃດຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ.
ທ່ານ ຈັນສົມ ຍັງກ່າວຕື່ມອີກວ່າ ນັບແຕ່ປີ 2012 ຮອດເດືອນ ພຶດສະພາ 2018 ນີ້ ໜີ້ຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນທີ່ຄ້າງຈ່າຍແມ່ນເພີ່ມຂຶ້ນເປັນ 40 ຕື້ກີບ ເນື່ອງຈາກໄຟຟ້າເຍືອງທາງເປັນໄຟສາທາລະນະ. ດັ່ງນັ້ນ, ຖ້າຫາກຈະອາໄສແຕ່ ຟຟລ ສ້ອມແປງ ແລະ ບຳລຸງຮັກສາພຽງຝ່າຍດຽວນັ້ນແມ່ນຄົງເປັນໄປໄດ້ຍາກ; ສ່ວນວິທີທີ່ດີທີ່ສຸດກໍ່ຄືພາກສ່ວນທີ່ກ່ຽວຂ້ອງຕ້ອງເຂົ້າມາມີສ່ວນຮ່ວມນຳກັນ, ປຶກສາຫາລືຊອກຫາວິທີແກ້ໄຂເພື່ອຮັບປະກັນບໍ່ໃຫ້ໜີ້ສິນຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນເກີດຂຶ້ນອີກໃນຕໍ່ໜ້າ.
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ
ເຈົ້າຂອງເລສເຕີ້ ຊີຕີ້ ແລະ ຄິງພາວເວີ້ ຈົບຊີວິດ ເຫດເຮີຄັອບເຕີ້ຕົກ ທາງການອັງກິດເລັ່ງສອບສວນຫາສາເຫດ
ເມື່ອວັນທີ 29 ຕຸລາ 2018 ທາງບໍລິສັດເລໂອນາໂດ SPA ໜຶ່ງໃນຜູ່ຜະລິດ ແລະ ພັດທະນາເຮືອບິນລາຍໃຫຍ່ຂອງໂລກຈາກອິຕາລີ ອອກຖະແຫຼງການເມື່ອວັນທີ 28 ຕຸລາ ສະແດງຄວາມເສຍໃຈຢ່າງສູງສຸດໄປຍັງຄອບຄົວ ແລະ ຍາດພີ່ນ້ອງຂອງຜູ່ເສຍຊີວິດຈາກອຸບັດຕິເຫດທາງອາກາດທີ່ເກີດຂຶ້ນທີ່ສະໜາມຄິງ ພາວເວີ້ ສະເຕດຽມ ຂອງສະໂມສອນບານເຕະ ເລສເຕີ ຊີຕີ້.
ເປັນເຫດການສຸດຊັອກຂອງວົງການບານລະດັບໂລກ ເມື່ອເຮລິຄອບເຕີ້ຂອງທີມເລສເຕີ້ ຊີຕີ້ ເກີດອຸບັດຕິເຫດຕົກຂ້າງສະໜາມແຂ່ງຂັນຫຼັງຈົບເກມທີ່ເລສເຕີ້ ຊີຕີ້ ສະເໝີກັບ ເວສແຮມ ຢູໄນເຕັດ ໃນຄືນຂອງວັນທີ 27 ຕຸລາ 2018ທີ່ຜ່ານມາ. ເຊິ່ງໄດ້ສ້າງຄວາມແຕກຕື່ນໃຫ້ກັບແຟນບານ ໂດຍສະເພາະແຟນບານຊາວໄທເມື່ອມີລາຍງານວ່າ ເຈົ້າສົວວິໄຊ ສີວັດທະນາປະພາ ເຈົ້າຂອງທີມເລສເຕີ້ ຊີຕີ້ ແລະ ຜູ່ບໍລິຫານ ຄິງພາວເວີ້ ເປັນໜຶ່ງໃນ 8 ຜູ່ໂດຍສານທີ່ຢູ່ເຖິງເຮລິຄັອບເຕີ້ລຳນີ້.
ຂະນະທີ່ເຈົ້າໜ້າທີ່ຕຳຫຼວດແຫ່ງເລສເຕີເຊຍເຜີຍຖະແຫຼງການຫຼ້າສຸດວ່າມີຜູ່ເສຍຊີວິດທັງໝົດ 5 ຄົນ ເຖິງແມ່ນວ່າຈະຍັງບໍ່ທັນມີການພິສູດເອກະລັກບຸກຄົນ ແຕ່ເຊື່ອວ່າປະກອບມີ: ທ່ານ ວິໄຊ ສີວັດທະນາປະພາ, ນາງ ນຸສະຣາ ສຸກໜ້າໄມ້, ທ້າວ ກະວີພອນ ພັນນະພອນ ແລະ ນັກບິນອີກ 2 ຄົນຄື: ເອຣິກ ສະວາຟເຟີ ແລະ ອິຊາເບລາ ໂຣຊາ.
ບໍລິສັດເລໂອນາໂດຢືນຢັນວ່າ ເຮລີຄັອບເຕີ້ທີ່ຕົກເປັນຮຸ່ນ AW169 ເຊິ່ງເປັນເຮືອບິນໃບພັດແບບ 2 ເຄື່ອງຍົນ ບັນຈຸໄດ້ 10 ບ່ອນນັ່ງ ແລະ ຖືວ່ານີ້ເປັນຄັ້ງທຳອິດທີ່ເຮລິຄັອບເຕີ້ຮຸ່ນດັ່ງກ່າວເກີດອຸບັດຕິເຫດ ເຊິ່ງທາງບໍລິສັດພ້ອມໃຫ້ຄວາມຮ່ວມມືຢ່າງເຕັມທີ່ກັບພະນັກງານສອບສວນຂອງອັງກິດ; ດ້ານສຳນັກງານກວດສອບອຸບັດຕິເຫດທາງອາກາດ (AAIB) ຈະເປັນຜູ່ນຳໃນການສືບສວນສອບສວນຫາສາເຫດຂອງອຸບັດຕິເຫດໃນຄັ້ງນີ້.
Monday, October 15, 2018
ລັດມີແຜນໃຫ້ຊາວນະຄອນຫຼວງຊ່ວຍຈ່າຍໜີ້ໄຟຟ້າເຍືອງທາງ 40 ຕື້ກີບ
ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້າ ນວ ໃຫ້ສຳພາດເມື່ອວັນທີ 11 ຕຸລາ 2018 ທີ່ຜ່ານມາວ່າ ຍ້ອນມີການພັດທະນາຢ່າງວ່ອງໄວ ຈຶ່ງເຮັດໃຫ້ຕາໜ່າງການສະໜອງໄຟຟ້າຮັບໃຊ້ສັງຄົມນັບມື້ນັບກວ້າງຂວາງ ແບະ ກວມທຸກພື້ນທີ່ສະແດງຮອດປີ 2018 ການນຳໃຊ້ໄຟຟ້າຂອງລູກຄ້າທົ່ວ ນວ ມີ 307.331ລູກຄ້າ ຄຽງຄູ່ກັບຜົນສຳເລັດນັ້ນການດຳເນີນທຸລະກິດຍັງມີຂໍ້ຫຍຸ້ງຍາກບາງດ້ານເປັນຕົ້ນ ບັນຫາໜີ້ຄ້າງຈ່າຍຂອງຜູ່ຊົມໃຊ້ໂດຍຜ່ານມາມີລູກຄ້າບາງພາກສ່ວນເປັນໜີ້ຄຸມເຄືອມາຫຼາຍປີທີ່ບໍ່ສາມາດແກ້ໄຂຕົກມາຮອດເດືອນສິງຫາ 2018 ສະເພາະ 7 ປະເພດລູກຄ້າເກັບເງິນໄດ້ 99.67% ຍັງຄ້າງປະມານ 125 ຕື້ກີບ; ປະເພດລັດບໍລິຫານ ແລະ ກະສິກຳເກັບເງິນ 33.97% ປະເພດບໍລິຫານມີໜີ້ຄ້າງ 384.42 ຕື້ກີບ ໃນນີ້ມີສຳນັກງານອົງການຂອງລັດ 232.7 ຕື້ກີບ ກະສິກຳ 111.6 ຕື້ກີບ ແບະ ໄຟເຍືອງທາງ 40 ຕື້ກີບ ນວມເງິນທຸກປະເພດເກັບໄດ້ຮອດເດືອນສິງຫາ 2018 ເທົ່າກັບ 93.15% ແລະ ມີໜີ້ຄ້າງທັງໝົດ 509.56 ຕື້ກີບ.
ສຳລັບໜີ້ຄ້າງຈ່າຍກະແສໄຟຟ້າເຍືອງທາງ 40 ຕື້ກີບ ເຊິ່ງເປັນບັນຫາໜັກບໍ່ຮູ້ວ່າຈະໃຫ້ພາກສ່ວນໃດຮັບຜິດຊອບໄລຍະຜ່ານມາຄະນະກຳມະການປັບປຸງແສງສະຫວ່າງ ນວ (ພະແນກພະລັງງານ ແລະ ບໍ່ແຮ່; ພະແນກໂຍທາທິການ ແລະ ຂົນສົ່ງ; ໄຟຟ້ານະຄອນຫຼວງ; ຮອງເຈົ້າເມືອງ 9 ຕົວເມືອງ ແລະ ຫ້ອງວ່າການ ນວ) ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາດັ່ງກ່າວຄື: ຕ້ອງປັບປຸງລະບົບໄຟເຍືອງທາງໃຫ້ປະຢັດໄຟແຕ່ມີຄວາມຍືນຍົງເພື່ອບໍ່ໃຫ້ລັດມີໜີ້ຄຸມເຄືອ ສ່ວນໜີ້ຄ້າງຈ່າຍ 40 ຕື້ກີບໃຫ້ເພີ່ມເງິນ 2.000-3.000 ກີບ ເຂົ້າຢູ່ໃນການເກັບຄ່າໄຟຟ້າແຕ່ລະລູກຄ້າ ເຊິ່ງແຜນນີ້ຕ້ອງໄດ້ສະເໜີລັດວິສາຫະກິດໄຟຟ້າລາວ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອນຳສະເໜີຕໍ່ລັດຖະບານພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດຫາກຂັ້ນເທິງເຫັນດີກໍ່ຈະໄດ້ນຳມາຈັດຕັ້ງປະຕິບັດຖ້າຂັ້ນເຖິງບໍ່ເຫັນດີກໍ່ຈະຄົ້ນຄວ້າຊອກຫາທາງອື່ນແທນ.
ຂ່າວຈ່າກ: ໜັງສືພິມວຽງຈັນໃໝ່
ທະນາຄານກາງ ຫ້າມບໍ່ໃຫ້ນຳເອົາເງິນກີບໃບໃໝ່ ໄປວາງຂາຍເພື່ອເອົາກຳໄລ
ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ (ທະນາຄານກາງ) ໄດ້ອອກແຈ້ງການ ສະບັບເລກທີ 424/ທຫລ ບໍ່ໃຫ້ນຳເອົາທະນາບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫລື ແລກປ່ຽນ ເພື່ອເອົາກຳໄລ ໃນຮູບແບບຕ່າງໆ ເຊັ່ນ: ວາງຂາຍຕາມຮ້ານຂາຍວັດຖຸມີຄ່າ ແລະ ເຮັດເປັນຕົ້ນກາ ລະພຶກເພື່ອວາງຂາຍ ແລະ ອື່ນໆ. ການກະທຳດັ່ງກ່າວ, ຖືເປັນການກະທຳທີ່ບໍ່ຖືກຕ້ອງ, ຂັດຕໍ່ການ ຮັກສາຄ່າຂອງເງິນກີບ ແລະ ຂໍ້ຫ້າມໃນກົດໝາຍຂອງທະນາຄານ ແຫ່ງ ສປປ ລາວ ສະບັບປັບປຸງເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018.
ກໍລະນີພົບເຫັນຈະຖືກປະຕິບັດມາດຕະການ ຈາກເຈົ້າໜ້າທີ່ຕຳຫລວດຕາມກໍລະນີເບົາ ຫລື ໜັກ ເຊັ່ນ: ພົບເຫັນຄັ້ງທຳອິດ ຈະຖືກກ່າວເຕືອນ ແລະ ເຮັດບົດບັນທຶກເປັນລາຍລັກອັກສອນ, ພົບເຫັນຄັ້ງທີສອງ ຈະຖືກປັບໄໝ 1 ລ້ານກີບ, ພົບເຫັນຄັ້ງທີສາມ ຈະຖືກປັບໄໝ 3 ລ້ານກີບ ແລະ ກໍລະນີສືບຕໍ່ກະທຳ ຫລື ທໍາເປັນອາຈີນ ຈະຖືກປັບໄໝ 20 ລ້ານກີບ.
ແຫຼ່ງຂ່າວ: ຂ່າວສານປະເທດລາວ
Friday, October 12, 2018
ລາຄາຄ່າບໍລິການຝາກລົດ ແລະ ຄ່າສຳປະທານສະຖານທີ່ຄ້າຂາຍ ສຳລັບບຸນຊ່ວງເຮືອທ່າວັດຈັນ
ສໍາລັບງານບຸນຊ່ວງເຮືອ ປີ 2018 ທີ່ທ່າວັດຈັນ ເຊິ່ງປີນີ້ມື້ອອກພັນສາແມ່ນກົງກັບວັນພຸດວັນທີ 24 ຕຸລາ 2018 ຜູ້ສໍາປະທານສະຖານທີ່ຄ້າຂາຍເຜີຍເປີດໃຫ້ຈັບຈອງພື້ນທີ່ແລ້ວ ສ່ວນລາຄາເລີ່ມແຕ່ 1 – 3 ລ້ານກີບຕໍ່ຫ້ອງ, ຄ່າບໍລິການຝາກລົດ 5 – 15 ພັນກີບ.
ທ່ານ ຄໍາເສັງ ສູນດາລາ ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໄດ້ກ່າວວ່າ: ງານບຸນຊ່ວງເຮືອປະຈຳປີ 2018 ນີ້ ທີ່ທ່າວັດຈັນ ສຳລັບເນື້ອທີ່ຂອງບໍລິສັດຈັດສັນໄວ້ມີ 200 ກວ່າລັອກ ເຊິ່ງລາຄາເລີ່ມແຕ່ 1 – 3 ລ້ານກີບ. ປັດຈຸບັນມີຜູ້ມາຈັບຈອງພື້ນທີ່ຄ້າຂາຍແລ້ວ 15% ເຊິ່ງຖ້າທຽບໃສ່ກັບແຕ່ລະປີຖືວ່າຍັງບໍ່ທັນຄຶກຄື້ນ; ສໍາລັບການບໍລິການຝາກລົດຂອງປະຊາຊົນໃນປີນີ້ ພວກເຮົາໄດ້ວາງໄວ້ 6 ຈຸດ ສ່ວນການເກັບຄ່າຝາກແມ່ນປະຕິບັດຄືກັບປີຜ່ານໆມາ ລົດຈັກ ເກັບ 5 ພັນກີບ, ລົດໃຫຍ່ 15 ພັນກີບ. ຢ່າງໃດກໍ່ຕາມ, ກໍ່ຂໍເຊີນຊວນຊາວຄ້າຂາຍຜູ້ທີ່ຍັງບໍ່ທັນມີພື້ນທີ່ຄ້າຂາຍໃຫ້ເຂົ້າມາຈັບຈອງໄດ້ແລ້ວຢູ່ຫ້ອງການຈັດສັນຢູ່ສາມແຍກປາກປ່າສັກໄດ້.
ສໍາລັບລັອກທີ່ພວກເຮົາໄດ້ຈັດສັນເພື່ອໃຫ້ຊາວຄ້າຂາຍໄດ້ເຂົ້າມາຈັບຈອງ ແບ່ງອອກເປັນ 2 ປະເພດ ຄື: ລັອກສໍາລັບຂາຍສິນຄ້າຫັດຖະກໍາ, ອຸດສາຫະກໍາຈາກບັນດາບໍລິສັດຕ່າງໆ ເຊິ່ງຈະໄດ້ຈັດແບ່ງເປັນເຕັ້ນຕາມຄວາມຕ້ອງການຂອງລູກຄ້າ ຫຼື ລູກຄ້າສາມາດເຂົ້າມາຕົກແຕ່ງເອງກໍ່ໄດ້. ນອກນັ້ນ, ແມ່ນລັອກສໍາລັບຄ້າຂາຍສິນຄ້າປະເພນີ ເປັນຕົ້ນແມ່ນສໍາລັບຂາຍເຂົ້າຫຼາມ, ປີ້ງໄກ່, ການບໍລິການອາຫານ ແລະ ອື່ນໆ.
ໃນວຽກງານປະກອບສ່ວນເພື່ອສ້າງບັນຍາກາດ ແລະ ສີສັນຂອງງານ ປີນີ້ບໍລິສັດຄໍາເສັງໄດ້ປະກອບສ່ວນໃນການປະກອບເຮືອໄຟ, ບັ້ງໄຟລະໄລ, ກີລາຕີມວຍ ສ່ວນວຽກງານຮັກສາຄວາມປອດໄພໄດ້ຕິດຕັ້ງດອກໄຟ, ປະກອບສ່ວນຕິດຕັ້ງກ້ອງວົງຈອນປິດ ຈໍານວນ 16 ໜ່ວຍ.
ແຫຼ່ງຂ່າວ: ເສດຖະກິດ-ການຄ້າ
Thursday, October 11, 2018
ເຈົ້າໜ້າທີ່ໄທດ່ານໜອງຄາຍຈັບ 3 ຊາວລາວກຽມຂົນເງິນ 38 ລ້ານບາດເຂົ້າ ສປປ ລາວ! ຢຶດ 32 ລ້ານບາດພ້ອມລົດເກັງເປັນຂອງຫຼວງໄທ
ເມື່ອເວລາ 10:00 ໂມງ ຂອງວັນທີ 11 ຕຸລາ 2018 ທີ່ດ່ານຂົວມິດຕະພາບລາວ-ໄທ 1 ເມືອງ ໜອງຄາຍ ຜູ່ອຳນວຍການດ່ານຊາຍແດນພາກທີ 2 ພ້ອມດ້ວຍເຈົ້າໜ້າທີ່ດ່ານໜອງຄາຍ ໄດ້ຖະແລງຮ່ວມກັນກ່ຽວກັບການຈັບກຸມຕົວຄົນລາວ 3 ຄົນ; ເປັນຊາຍ 1 ຄົນ, ຍິງ 2 ຄົນ (ບໍ່ເປີດເຜີຍຊື່ ແລະ ນາມສະກຸນ) ຊຸກເຊື່ອງທະນະບັດໃບ 1.000 ບາດ ຈຳນວນ 10 ລ້ານບາດ ແລະ ເຊື່ອງໄວ້ບ່ອນມ້ຽນເຄື່ອງສ່ວນກາງເບາະລົດດ້ານຫຼັງ 28 ລ້ານບາດ ລວມທັງໝົດເປັນ 38 ລ້ານບາດ ໃນລົດເກັງ ໂຕໂຢຕ້າ ແຄັມຣີ ສີບອນ ທະບຽນ ຄວ 9889 ກຳແພງນະຄອນຫຼວງວຽງຈັນ.
ການຈັບກຸມໃນຄັ້ງນີ້ເຈົ້າໜ້າທີ່ດ່ານ ໄດ້ເຝົ້າລະວັງຂະບວນການລັກລອບນຳເງິນຕາອອກນອກປະເທດ ໂດຍຜິດກົດໝາຍ ເຊິ່ງລົດເກັງຄັນດັ່ງກ່າວຂັບເຂົ້າອອກປະເທດໄທຫຼາຍຄັ້ງ ຈົນມາຮອດເວລາປະມານ 20.30 ນາທີ ຂອງວັນທີ 10 ຕຸລາ 2018 ລົດເກັງຄັນດັ່ງກ່າວຂັບເຂົ້າມາບໍລິເວນດ່ານຊາຍແດນ ແລະ ກຳລັງຈະເດີນທາງອອກນອກປະເທດມຸ່ງໜ້າເຂົ້າ ສປປ ລາວ ເຈົ້າໜ້າທີ່ດ່ານ ຈິ່ງໄດ້ກວດຄົ້ນກໍ່ພົບຂອງກາງດັ່ງກ່າວ.
ຈາກການສອບສວນເບື້ອງຕົ້ນ ຜູ່ຖືກຫາທັງ 3 ຄົນຍອມຮັບສາລະພາບວ່າໄດ້ເຊື່ອງເງິນທັງໝົດໄວ້ແທ້ ໂດຍຕ່າງຄົນຕ່າງກໍ່ມີທຸລະກິດເປັນຂອງຕົນເອງ ສ່ວນເງິນທັງໝົດທີ່ຖືກເຈົ້າໜ້າທີ່ກວດຢຶດເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ຮວມທັງທຸລະກິດແລກປ່ຽນເງິນຕາໃນນະອນຫຼວງວຽງຈັນ ຫຼັງຈາກຖືກຈັບກຸມໄດ້ມີການຍິນຍອມໃນຊັ້ນດ່ານ.
ຜູ່ອຳນວຍການດ່ານຊາຍແດນພາກທີ 2 ກ່າວວ່າການຢຶດເງິນໃນຄັ້ງນີ້ຖືເປັນຄັ້ງທີ 3 ທີ່ທາງດ່ານໜອງຄາຍໄດ້ຈັບກຸມ, ຄັ້ງທຳອິດ 98 ລ້ານບາດ, ຄັ້ງທີສອງ 30 ລ້ານບາດ ແລະ ຄັ້ງທີສາມ 38 ລ້ານບາດ, ເຊິ່ງການລັກລອບນຳເງິນອອກນອກປະເທດແມ່ນເປັນຄວາມຜິດຕາມ ບົດບັນຍັດ ດາ່ນຊາຍແດນ ໂດຍທາງດ່ານຈະປະສານງານກັບໜ່ວຍງານປາບປາມການຟອກເງິນ ເຮັດການກວດສອບແຫຼ່ງທີ່ມາຂອງເງິນວ່າເປັນເງິນທີ່ກ່ຽວຂ້ອງກັບທຸລະກິດຜິດກົດໝາຍ ແລະ ຢາເສບຕິດ ຫຼື ບໍ່ ແຕ່ຄາດວ່າໜ້າຈະເປັນຂະ ບວນການຄ້າເງິນ ເມື່ອຜູ່ກະທຳຜິດຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນດ່ານ ກໍ່ຈະຖືກປັບໄໝຄົນລະ 20.000ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດຕາມສິດທິ ສ່ວນເງິນທີ່ເຫຼືອ 32 ລ້ານບາດ ແລະ ລົດເກັງແມ່ນຢຶດເຂົ້າຄັງຫຼວງ.
Wednesday, October 10, 2018
ລາວກວດພົບຜັກ-ໝາກໄມ້ທີ່ມີສານເຄມີ ຈໍານວນ 19 ລາຍການ ນໍາເຂົ້າຈາກ ສສ ຫວຽດນາມ
ວິຊາການຂະແໜງປູກຝັງ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ກວດພົບພືດຜັກ-ໝາກໄມ້ທີ່ມີສານເຄມີ ຈໍານວນ 19 ລາຍການ ນໍາເຂົ້າຈາກ ສສ ຫວຽດນາມ ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໃນວັນ ວັນທີ 28 ຕຸລາ 2018 ທີ່ຜ່ານມາ.
ທ່ານນາງ ມະຍູລີ ຫົງສາທິລາດ ວິຊາການຂະແໜງປູກຝັງ, ພະແນກກະສິກໍາ-ປ່າໄມ້ແຂວງ ໄດ້ນໍາພາຄະນະທີມງານ ລົງກວດກາເກັບຕົວຢ່າງພືດຜັກ ແລະ ໝາກໄມ້ຈໍານວນໜຶ່ງ ທີ່ນໍາເຂົ້າຈາກ ສສ ຫວຽດນາມ ຜ່ານດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອວິໄຈກວດຫາສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ. ສາມາດກັກກັນພືດທັງໝົດ 19 ລາຍການ, ຈາກການກວດກາ ແລະ ວິໄຈຫາສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ ປາກົດວ່າ: ມີພືດຜັກ-ໝາກທີ່ພົບສານພິດທີ່ປົນເປື້ອນຢູ່ໃນລະດັບປອດໄພ 11 ລາຍການຄື: ຈຳພວກໝາກກະຈຽບຂຽວ, ໝາກຖົ່ວແຂກ, ຜັກສະຫຼັດ; ໝາກນາວ, ໝາກເລັ່ນໃຫຍ່, ໝາກເຜັດຢອນ, ຫົວຜັກບົ່ວແດງນ້ອຍ, ຜັກບົວລະພາໝາກສາລີ້ໝາກໜອດ, ໝາກສົ້ມໂອ, ໝາກແອັບເປີ້ນ, ໝາກກ້ຽງ. ສໍາລັບພືດຜັກ-ໝາກໄມ້ທີ່ພົບສານພິດເຈືອປົນທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກຮ້າຍແຮງມີ 5 ລາຍການໄດ້ແກ່່ໝາກເຜັດແດງ, ຜັກໜອກ; ໝາກອາໂວຄາໂດ້, ໝາກລາແຊ໋ງແດງໃຫຍ່ ແລະ ໝາກມັງກອນ.
ສຳລັບການກວດຄັ້ງນີ້, ໄດ້ນໍາໃໍຊ້ຊຸດກວດ GT Test Kit ເຂົ້າໃນການວິເຄາະເບື້ອງຕົ້ນ ສາມາດກວດຫາສານເຄມີໃນ 2 ກຸ່ມຄື: ກຸ່ມອໍກາໂນໂຟສເຟດ ແລະ ກຸ່ມຄາບາເມດ ທີ່ພົບເຫັນໃນຢາຂ້າພະຍາດ ແລະ ຂ້າແມງໄມ້-ສັດຕູພືດ ໂດຍຈໍານວນພືດຜັກ ແລະ ໝາກໄມ້ທີ່ນໍາໃຊ້ໃນການກວດສານພິດຕົກຄ້າງແມ່ນຊື້ມາຈາກຕະຫຼາດບ່າວລາວ ສສ ຫວຽດນາມ.
ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ
Tuesday, October 9, 2018
ລີມູຊີນຂາຊິ້ງ! ຕຳຄົນລວດດຽວເສຍຊີວິດ 20 ຄົນ
ສຳນັກຂ່າວບີບີຊີ ລາຍງານອ້າງອີງຂໍ້ມູນຈາກສຳນັກງານຄະນະກຳມະການຄວາມປອດໄພແຫ່ງຊາດຂອງສະຫະລັດ ລາຍງານວ່າ ໃນຕອນບ່າຍຂອງວັນທີ 7 ຕຸລາ 2018ທີ່ຜ່ານມາ ມີລົດ 2 ຄັນຕຳກັນຢູ່ເຂດໂຊຮາຣີ ໃກ້ກັບເມືອງອໍບານີ ເມືອງຫຼວງຂອງລັດນິວຢອກ ເຊິ່ງລົດທີ່ຕຳກັນນັ້ນ ຄັ້ນໜຶ່ງລົດລີມູຊີນປະເພດເອສຢູວີທີ ຂັບລົງມາຈາກພູດ້ວຍຄວາມໄວສູງ ແລະ ຕຳຄົນຍ່າງຕາມຖະໜົນດ້ານໜ້າຂອງ ແອັບເປິ່ນ ບາຣເຣລ ເຄົາຕີ້ ເຮັດໃຫ້ມີຜູ່ເສຍຊີວິດທັງໝົດ 20 ຄົນ.
ລາວນໍາສະເໜີນະໂຍບາຍ 3 ເປີດຕໍ່ນັກທຸລະກິດຍີ່ປຸ່ນ
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາສະເໜີນະໂຍບາຍ 3 ເປີດຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ ຕໍ່ນັກທຸລະກິດຍີ່ປຸ່ນ ໃນ ກອງປະຊຸມເວ ທີປຶກສາການລົງທຶນແມ່ນໍ້າຂອງ-ຍີ່ປຸ່ນໃນວັນທີ 9 ຕຸລາ 2018ນີ້.
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕື່ມວ່າ: ເພື່ອຕ້ອນຮັບ ແລະ ຮອງຮັບນັກລົງທຶນ ແລະ ນັກພັດທະນາຂອງຍີ່ປຸ່ນໃນປັດຈຸບັນ ແລະ ຕໍ່ໜ້າ ເພື່ອໃຫ້ບັນດານັກທຸ ລະກິດໄດ້ພິຈາລະ ນາເອົາ ສປປ ລາວ ເປັນປະເທດໜຶ່ງໃນການລົງທຶນ ແລະ ຂະຫຍາຍທຸລະກິດໃນອານາຄົດອັນໃກ້ນີ້. ພ້ອມນີ້ ສປປ ລາວ ກໍຈະເອົາໃຈໃສ່ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງຕໍ່ການນນໍາໃຊ້ທ່າແຮງ ແລະ ການປະກອບສ່ວນ ຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດອົງປະກອບໜຶ່ງສໍາຄັນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ນອກນີ້ລັດຖະບານກໍຈະ ສົ່ງເສີມການລົງທຶນທີ່ມີຄຸນນະພາບນໍາໃຊ້ພູມປັນຍາ ແລະ ແຮງງານຢ່າງມີປະ ສິດທິພາບນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງປະຢັດ ແລະ ເປັນມິດກັບສິ່ງ ແວດລ້ອມ. ພ້ອມນີ້ກໍຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນລວມທັງ ການປັບປຸງນະໂຍບາຍ, ນິຕິກໍາ ແລະ ກົນໄກການປະສານງານພາຍໃນ ໃຫ້ມີ ຂັ້ນຕອນກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ຜ່ານປະຕູດຽວ ເພື່ອຫລຸດຜ່ອນ ອຸປະສັກໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ.
ແຫຼ່ງຂ່າວ: ຂ່າວສານປະເທດລາວ
Monday, October 8, 2018
ຄູ່ໝັ້ນ "ຟ່ານ ປິງປິງ" ປະກາດຂາຍເຮືອນສຸດຫຼູ ມູນຄ່າ 100 ລ້ານຢວນ ສົມທົບເງິນຈ່າຍຄ່າປັບຊ່ວຍແຟນສາວ
ນັກສະແດງຊາຍຊື່ດັງ ຫຼີ່ເສິນ ຄູ່ໝັ້ນຂອງ ຟ່ານ ປິງປິງ ປະກາດຂາຍເຮືອນສຸດຫຼູກາງໃຈເມືອງນະຄອນປັກກິ່ງ ມູນຄ່າກວ່າ 100 ລ້ານຢວນ ເພື່ອສົມທົບເງິນຊ່ວຍ ຟ່ານ ປິງປິງ ຈ່າຍຄ່າປັບ ແລະ ຈ່າຍພາສີຍ້ອນຫຼັງໃຫ້ລັດເປັນເງິນກວ່າ 880 ລ້ານຢວນ ຫຼື 130 ລ້ານໂດລາ.
ຫຼັງຈາກສຳນັກຂ່າວຊິນຫົວຂອງທາງລັດຖະບານຈີນ ເປີດເຜີຍວ່າ ລັດຖະບານຈີນມີຄຳສັ່ງໃຫ້ ນາງ ຟ່ານ ປິງປິງ ຮັບໂທດເສຍຄ່າປັບ ແລະ ຄ່າພາສີຍ້ອນຫຼັງເປັນເງິນ 880 ລ້ານຢວນ ຫຼື 130 ລ້ານໂດລາ ໃນຄະດີຫຼີກລ່ຽງຈ່າຍພາສີ ໂດຍຖືເປັນຄວາມຄືບໜ້າຢ່າງເປັນທາງການຄັ້ງທຳອິດ ໂດຍຕາມລາຍງານນາງຕ້ອງຈ່າຍເງິນຈຳນວນນີ້ພາຍໃນ 15 ວັນ ແຕ່ເຈົ້າໜ້າທີ່ສານພິພາກສາພິຈາລະນາແລ້ວເຫັນວ່າເປັນເງິນກ້ອນມະຫາສານ ຈິ່ງໄດ້ຂະຫຍາຍເວລາໃຫ້ນາງຈ່າຍພາຍໃນໝົດປີນີ້.
ທັງນີ້, ຊັບສິນ ຟ່ານ ປິງປິງ ລວມທັງໝົດມີຫຼາຍກວ່າ 7.000 ລ້ານຢວນ ໂດຍນາງໄດ້ນຳເງິນໄປຊື້ອະສັງຫາລິມະຊັບ, ຫຸ້ນ ແລະ ອື່ນໆ ຈິ່ງເຮັດໃຫ້ຕອນນີ້ນາງຕ້ອງໄດ້ປະກາດຂາຍຄອນໂດໃຈກາງນະຄອນຫລວງປັກກິ່ງ ຕາມລາຍງານຂ່າວບອກວ່ານາງຍອມຂາຍໃນລາຄາຕ່ຳກວ່າທ້ອງຕະຫຼາດເຖິງ 30%.
ຫຼີ່ເສິນ ອອກມາສະແດງຄວາມຄິດເຫັນຜ່ານເວ່ຍປໍສ່ວນຕົວຂອງລາວ ໃນວັນທີ 5 ຕຸລາ 2018 ທີ່ຜ່ານມາວ່າ "ບໍ່ວ່າຈະຢາກລຳບາກພຽງໃດ ເຮົາຈະສູ້ຊົນໄປນຳກັນ".
"ເປ້ຍ ເຫຼົາພັກດີ" ນັກກິລາຍົກນ້ຳໜັກຄົນພິການລາວຄວ້າຫຼຽນຄຳມາຄອງ
ງານມະຫະກຳກິລາ ເອເຊຍ ພາຣາເກມ 2018, ຄັ້ງທີ XII ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເປັນເຈົ້າພາບລະຫວ່າງວັນທີ 6-13 ຕຸລາ 2018 ໃນລາຍການແຂ່ງຂັນກີລາຍົກນ້ຳໝັກຊາຍ ລຸ້ນ 49 ກິໂລກຣາມ ເຊິ່ງໄດ້ແຂ່ງຂັນໃນວັນທີ 7 ຕຸລາ 2018 ເຊິ່ງນັກກິລາຄົນພິການລາວໄດ້ສ້າງປະຫວັດສາດໃຫ້ກັບວົງການກີລາຍົກນ້ຳໜັກລາວ ດ້ວຍການຄວ້າຫຼຽນຄຳ ມາຄອງ.
ໃນລາຍການແຂ່ງຂັນກີລາຍົກທ້າວ ເປ້ຍ ເຫຼົາພັກດີ ນັກກິລາຍົກນ້ຳໜັກຄົນພິການຈາກ ສປປ ລາວ ໄດ້ຕໍ່ສູ້ກັບທ້າວ ບາຊາ ຟາແມນ ນັກກິລາຍົກນ້ຳໜັກຄົນພິການຈາກອິນເດຍ, ທັງສອງໄດ້ພະຍາຍາມຍົກນ້ຳໝັກຂຶ້ນສູງສຸດ 133 ກິໂລກຣາມ ແລະ ເປັນຝ່າຍທ້າວ ເປ້ຍ ນັກກີລາຈາກລາວ ສາມາດຍົກນ້ຳໜັກຂຶ້ນໄດ້ຢ່າງສົມບູນແບບ ແລະ ເປັນຝ່າຍຊະນະໄດ້ຮັບຫຼຽນຄຳມາຄອງ. ເຖິງແມ່ນວ່າລາວຈະໃຊ້ເວລາໃນການຝຶກຊ້ອມພຽງ 6 ເດືອນກໍ່ຕາມ.
ທ້າວ ເປ້ຍ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: "ເຂົາຮູ້ສຶກຕື່ນເຕັ້ນຫຼາຍເມື່ອເຫັນທ້າວ ຟີແມນກຳລັງພະຍາຍົກນ້ຳໜັກໃນລະດັບສຸດທ້າຍ ນີ້ຄືເຫດການໃໝ່ສຳລັບຂ້ອຍ ແຕ່ນັກກີລາອິນເດຍເຄີຍໄດ້ແຊັ້ມ ນັ້ນຄືເຫດຜົນທີ່ເຮັດໃຫ້ຂ້ອຍຕື່ນເຕັ້ນຫຼາຍ"
ທ້າວ ເປ້ຍ ມີແຜນທີ່ຈະໄປແຂ່ງຂັນທີ່ດູໄບໃນຄັ້ງຕໍ່ໄປເຊິ່ງເປັນລາຍການແຂ່ງຂັນລະດັບໂລກ ແລະ ຫຼັງຈາກນັ້ນລາວຈະໄປເຂົ້າຮ່ວມການແຂ່ງຂັນລາຍການ ພາລາລິມປິກ 2020 ທີ່ໂຕກຽວ.
Wednesday, October 3, 2018
ພັກຄອມມູນິດຫວຽດນາມຕົກລົງເລືອກ ທ່ານ ຫງຽນ ຟູ້ ຈ່ອງ ເປັນປະທານປະເທດຄົນໃໝ່
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ, ປະທດຫວຽດນາມ ເມື່ອວັນທີ 3 ຕຸລາ 2018 ວ່າ ພັກຄອມມູນິດຫວຽດນາມຖະແຫຼງການຜ່ານເວັບໄຊສ໌ວ່າ ຄະນະກຳມະການກາງ ຂອງພັກຄອມມູນິດປະກາດຜົນການສະເໜີຊື່ຜູ້ສະໝັກ ຊຶ່ງມີຢູ່ພຽງຄົນດຽວໃນຕຳແໜ່ງປະທານປະເທດຄົນໃໝ່ຂອງຫວຽດນາມ ເພື່ອຮັບຕຳແໜ່ງຜູ້ນຳສູງສຸດຂອງປະເທດ, ພາຍຫຼັງການ ເຖິງແກ່ມໍລະນະກຳຂອງທ່ານ ເຈິ໋ນ ດ໋າຍ ກວາງ, ອະດີດປະທານປະເທດແຫ່ງຫວຽດນາມ ເມື່ອເດືອນ ກັນຍາ 2018 ທີ່ຜ່ານມາ, ໂດຍພັກຕົກລົງສະເໜີຊື່ທ່ານ ຫງຽນ ຟູ້ ຈ່ອງ ເລຂາທິການພັກຄອມມູນິດຫວຽດນາມ ເປັນຜູ້ດຳລົງຕຳແໜ່ງປະທານປະເທດ.
ທັງນີ້, ສະພາມະຕິແຫ່ງຊາດຈະເປັນຜູ້ລົງມະຕິຮັບຮອງການສະເໜີຊື່ຂອງທ່ານ ຫງຽນ ຟູ້ ຈ່ອງ ໄວອາຍຸ 74 ປີ ຊຶ່ງເປັນສະມາຊິກຄະນະກຳມະການກາງກົມການເມືອງສູນກາງພັກຄອມມູນິດຫວຽດນາມ ໃນສະໄໝປະຊຸມໜ້າ ກຳນົດການຈະເລີ່ມປະຊຸມໃນວັນທີ 22 ຕຸລາ 2018 ນີ້. ຈາກນັ້ນ ທ່ານ ຫງຽນ ຟູ້ ຈ່ອງ ຈະຂຶ້ນເປັນປະທານປະເທດ ແລະ ເລຂາທິການພັກຄອມມູນິດພ້ອມກັນສອງຕຳແໜ່ງສຳຄັນ.
ຜູ້ຂາຍສິນຄ້າໃນເຟສບຸກຄວນຄຳນຶງ "ແທັກຫຼາຍ" ເພື່ອນໃນເຟສອາດບໍ່ພໍໃຈ
ທຸກວັນນີ້ຕ້ອງຍອມຮັບເລີຍວ່າເຟສບຸກແມ່ນມີອິດທິພົນຕໍ່ການດຳລົງຊີວິດຂອງຄົນເຮົາ ເນື່ອງຈາກເຟສບຸກໄດ້ຊ່ວຍໃຫ້ເຮົາຕິດຕໍ່ສື່ສານ, ຫາເພື່ອນ, ຫາແຟນ, ຫາເງິນ, ຫາຄວາມບັນເທີງ, ຂ່າວສານ, ສາລະຄວາມຮູ້ ແລະ ເຮັດກິດຈະກຳຮ່ວມກັນໄດ້ຫຼາຍດ້ານງ່າຍຂຶ້ນ ເຊັ່ນ: ແຊັດລົມກັນ, ຫຼິ້ນເກມເປັນກຸ່ມ, ຂາຍສິນຄ້າອອນໄລນ໌ ແລະ ອື່ນໆ.
ດັ່ງທີ່ທຸກຄົນຮູ້ກັນແລ້ວວ່າ ເຟສບຸກນອກຈາກຈະເຮັດໃຫ້ເຮົາໃກ້ຊິດກັນຫຼາຍຂຶ້ນແລ້ວ ມັນກໍ່ຍັງສາມາດເຮັດໃຫ້ມິດກາຍເປັນສັດຕູໄດ້ຄືກັນ ເນື່ອງຈາກມັນຂຶ້ນກັບພຶດຕິກຳຂອງຜູ່ຫຼິ້ນເຟສບຸກນັ້ນເອງ ໂດຍສະເພະຄົນທີ່ນຳໃຊ້ເຟສບຸກໄປໃນທາງພານິດ (ທາງທຸລະກິດ), ຄົນທີ່ຂາຍສິນຄ້າທາງອອນໄລນ໌ ສ່ວນຫຼາຍຈະມຸ່ງເນັ້ນໄປໃນທາງເພີ່ມຍອດຂາຍສິນຄ້ານັ້ນ ແລະ ຕ້ອງການໃຫ້ຜູ່ຄົນໄດ້ເຫັນສິນຄ້າຂອງຕົນເອງຫຼາຍທີ່ສຸດຈົນບາງຄັ້ງເຮັດໃຫ້ລືມຄຳນຶງເຖິງຈຸດສຳຄັນ ເພາະການແທັກໂພສສິນຄ້າຂອງຕົນໄປຫາເພື່ອນເລື່ອຍໆ ຫຼື ແທັກໄປຫຼາຍຈົນເກີນງາມມັນຈະເຮັດໃຫ້ເພື່ອນໃນເຟສບຸກຂອງທ່ານເກີດຄວາມຮູ້ສຶກບໍ່ພໍໃຈເພາະປຽບເໝືອນທ່ານເຂົ້າໄປບຸກລຸກພື້ນທີ່ສ່ວນຕົວຂອງເຂົາໂດຍບໍ່ໄດ້ຮັບອະນຸຍາດນັ້ນເອງ ພຶດຕິກຳນີ້ມັນຈະເຮັດໃຫ້ຄວາມສຳພັນຂອງທ່ານ ແລະ ເພື່ອນໃນເຟສບຸກເກີດບັນຫາຂຶນໄດ້ ບາງຄົນອາດຮູ້ສຶກລຳຄານຈາກທີ່ເປັນໝູ່ເພື່ອນລົມກັນດີໆອາດເຮັດໃຫ້ເກີດຄວາມເຫີນຫ່າງ, ບາດໝາງ ຈົນເຖິງຂັ້ນລົບທ່ານອອກຈາກການເປັນເພື່ອນເລີຍກໍ່ມີ, ສຳລັບໃນຮູບແບບທາງດ້ານທຸລະກິດແລ້ວທ່ານຄວນໃຊ້ເຟສບຸກຢ່າງລະມັດລະວັງ ແລະ ມີວິຈາລະນະຍານທີ່ສຸດ ເພາະບາງຄັ້ງໃນການທີ່ທ່ານແທັກສິນຄ້າຂອງຕົນເອງອອກໄປມັນອາດໄປລົບກວນການຂາຍຂອງຄົນອື່ນໂດຍເປັນຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍ່ຕາມ ແຕ່ນັ້ນຄືພຶດຕິກຳທີ່ບໍ່ສົມຄວນ ເພາະພວກເຂົາໄດ້ຮັບແຕ່ຜົນກະທົບ ເນື່ອງຈາກທ່ານໄປນຳໃຊ້ພື້ນທີ່ກິນຂອງຄົນອື່ນເປັນພື້ນທີ່ຫາກິນຂອງຕົນເອງໂດຍບໍ່ໄດ້ຮັບອະນຸຍາດ, ອີກຢ່າງມັນປຽບເໝືອນທ່ານກຳລັງລ້ຳເສັ້ນເຄືອຂ່າຍທາງທຸລະກິດຂອງຄ້າຍອື່ນນັ້ນເອງ, ຍົກຕົວຢ່າງມີຜູ່ໃຊ້ເຟສບຸກລາຍໜຶ່ງທີ່ມີອາຊີບຂາຍສິນຄ້າອອນໄລນ໌ ແຕ່ຖືກລົບກວນຈາກສິນຄ້າຍີ່ຫໍ້ອື່ນເປັນປະຈຳ.
ດັ່ງທີ່ທຸກຄົນຮູ້ກັນແລ້ວວ່າ ເຟສບຸກນອກຈາກຈະເຮັດໃຫ້ເຮົາໃກ້ຊິດກັນຫຼາຍຂຶ້ນແລ້ວ ມັນກໍ່ຍັງສາມາດເຮັດໃຫ້ມິດກາຍເປັນສັດຕູໄດ້ຄືກັນ ເນື່ອງຈາກມັນຂຶ້ນກັບພຶດຕິກຳຂອງຜູ່ຫຼິ້ນເຟສບຸກນັ້ນເອງ ໂດຍສະເພະຄົນທີ່ນຳໃຊ້ເຟສບຸກໄປໃນທາງພານິດ (ທາງທຸລະກິດ), ຄົນທີ່ຂາຍສິນຄ້າທາງອອນໄລນ໌ ສ່ວນຫຼາຍຈະມຸ່ງເນັ້ນໄປໃນທາງເພີ່ມຍອດຂາຍສິນຄ້ານັ້ນ ແລະ ຕ້ອງການໃຫ້ຜູ່ຄົນໄດ້ເຫັນສິນຄ້າຂອງຕົນເອງຫຼາຍທີ່ສຸດຈົນບາງຄັ້ງເຮັດໃຫ້ລືມຄຳນຶງເຖິງຈຸດສຳຄັນ ເພາະການແທັກໂພສສິນຄ້າຂອງຕົນໄປຫາເພື່ອນເລື່ອຍໆ ຫຼື ແທັກໄປຫຼາຍຈົນເກີນງາມມັນຈະເຮັດໃຫ້ເພື່ອນໃນເຟສບຸກຂອງທ່ານເກີດຄວາມຮູ້ສຶກບໍ່ພໍໃຈເພາະປຽບເໝືອນທ່ານເຂົ້າໄປບຸກລຸກພື້ນທີ່ສ່ວນຕົວຂອງເຂົາໂດຍບໍ່ໄດ້ຮັບອະນຸຍາດນັ້ນເອງ ພຶດຕິກຳນີ້ມັນຈະເຮັດໃຫ້ຄວາມສຳພັນຂອງທ່ານ ແລະ ເພື່ອນໃນເຟສບຸກເກີດບັນຫາຂຶນໄດ້ ບາງຄົນອາດຮູ້ສຶກລຳຄານຈາກທີ່ເປັນໝູ່ເພື່ອນລົມກັນດີໆອາດເຮັດໃຫ້ເກີດຄວາມເຫີນຫ່າງ, ບາດໝາງ ຈົນເຖິງຂັ້ນລົບທ່ານອອກຈາກການເປັນເພື່ອນເລີຍກໍ່ມີ, ສຳລັບໃນຮູບແບບທາງດ້ານທຸລະກິດແລ້ວທ່ານຄວນໃຊ້ເຟສບຸກຢ່າງລະມັດລະວັງ ແລະ ມີວິຈາລະນະຍານທີ່ສຸດ ເພາະບາງຄັ້ງໃນການທີ່ທ່ານແທັກສິນຄ້າຂອງຕົນເອງອອກໄປມັນອາດໄປລົບກວນການຂາຍຂອງຄົນອື່ນໂດຍເປັນຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍ່ຕາມ ແຕ່ນັ້ນຄືພຶດຕິກຳທີ່ບໍ່ສົມຄວນ ເພາະພວກເຂົາໄດ້ຮັບແຕ່ຜົນກະທົບ ເນື່ອງຈາກທ່ານໄປນຳໃຊ້ພື້ນທີ່ກິນຂອງຄົນອື່ນເປັນພື້ນທີ່ຫາກິນຂອງຕົນເອງໂດຍບໍ່ໄດ້ຮັບອະນຸຍາດ, ອີກຢ່າງມັນປຽບເໝືອນທ່ານກຳລັງລ້ຳເສັ້ນເຄືອຂ່າຍທາງທຸລະກິດຂອງຄ້າຍອື່ນນັ້ນເອງ, ຍົກຕົວຢ່າງມີຜູ່ໃຊ້ເຟສບຸກລາຍໜຶ່ງທີ່ມີອາຊີບຂາຍສິນຄ້າອອນໄລນ໌ ແຕ່ຖືກລົບກວນຈາກສິນຄ້າຍີ່ຫໍ້ອື່ນເປັນປະຈຳ.
ການເຮັດທຸລະກິດ ຫຼື ຂາຍສິນຄ້າທາງອອນໄລນ໌ ບໍ່ວ່າຈະຂາຍຜະລິດຕະພັນໃດກໍ່ດີ, ຈະຂາຍຄຣີມ, ຂາຍອາຫານເສີມ ຫຼື ເຮັດສິ່ງໃດກໍ່ດີ, ເພື່ອຫຼີກລ່ຽງບໍ່ໃຫ້ເກີດບັນຫາກັບພາກສ່ວນໃດຂໍໃຫ້ທ່ານຂາຍຢ່າງມີຂອບເຂດ ບໍ່ບຸກລຸກໃຜ ບໍ່ສ້າງຄວາມເດືອດຮ້ອນໃຫ້ໃຜ ບໍ່ລ້ຳເສັ້ນໃຜກໍ່ພໍ ເພາະການສ້າງມິດເປັນສິ່ງທີ່ດີກວ່າການສ້າງສັດຕູເຖິງແມ່ນວ່າຈະຢູ່ໃນໂລກອອນໄລນ໌ກໍ່ຕາມ.
ເລີ່ມປະຕິບັດແລ້ວ! ເກັບ 1 ໂດລາກັບນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າມາທ່ຽວ ສປປ ລາວ
ເລີ່ມແຕ່ວັນທີ 1 ຕຸລາ ເປັນຕົ້ນໄປ ລັດຈະດຳເນີນໜ້າທີ່ກ່ຽວກັບການເກັບພັນທະຈາກນັກທ່ອງທ່ຽວ ຈຳນວນ 1 ໂດລາສະຫະລັດ/ຄົນ ທີ່ເດີນທາງເຂົ້າມາຍັງ ສປປ ລາວ ໃນພາກພື້ນທົ່ວປະເທດ ເພື່ອລະດົມທຶນເຂົ້າໃນກອງທຶນການທ່ອງທ່ຽວ ແລະ ນໍາໃຊ້ເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວ.
ໃນວັນພະຫັດ ທີ່ຜ່ານມາ, ຮອງຫົວໜ້າກົມແຜນການ-ການເງິນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ນາງ ຄຳໄມ ເພັງສະຫວັດ ກ່າວວ່າ ກອງທຶນທ່ອງທ່ຽວໄດ້ຮັບການຈັດຕັ້ງຂື້ນຕາມໜັງສືແຈ້ງການຂອງລັດຖະບານ ສະບັບເລກທີ 119, ໃນເດືອນ ເມສາ 2017, ໂດຍໄດ້ຮັບການຮ່ວມມືລະຫວ່າງ ກົມແຜນການ-ການເງີນ ແລະ ກະຊວງການເງິນໃນການເປັນເຈົ້າການຕໍ່ການດຳເນີນງານ ພ້ອມເຜີຍແຜ່ຂໍ້ມູນໄປຍັງພະແນກທີ່ກ່ຽວຂ້ອງທົ່ວປະເທດໃຫ້ໄດ້ຮັບຮູ້ຕໍ່ສິດ ແລະ ໜ້າທີ່.
ຫົວໜ້າພະແນກຂໍ້ມູນຂ່າວສານ, ວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ເຄນ ລໍມະນີ ໃຫ້ຂໍ້ມູນຕື່ມວ່າ ນີ້ເປັນການດີທີ່ຈະລະດົມທຶນເຂົ້າໃນການພັດທະນາດ້ານການທ່ອງທ່ຽວ ແລະ ເພື່ອໃຫ້ເກີດຄວາມໂປ່ງໃສໃນຂະນະທີ່ເກັບການບໍລິການ ຈາກນັກທ່ອງທ່ຽວທີ່ຜ່ານດ່ານເຂົ້າມາ ພວກເຮົາຈະນຳໃຊ້ມາຕະການທີ່ຄຸມເຂັ້ມ, ສັງລວມລາຍລະອຽດຢ່າງຖີ່ຖ້ວນ ຕໍ່ກັບຈຳນວນນັກທ່ອງທ່ຽວທີ່ເຂົ້າມາໃນປະເທດ ແລະ ຄ່າບໍລິການໃຫ້ມີຄວາມສົມດຸນ.
ຕໍ່ກຳນົດການດັ່ງກ່າວ ເຮັດໃຫ້ມີຫາງສຽງຈາກຄົນຕ່າງປະເທດ ຫຼື ນັກທ່ອງທ່ຽວທີ່ເດີນທາງເຂົ້າມາຍັງ ສປປ ລາວ ດັ່ງຮູບການສະແດງຄວາມຄິດເຫັນໃນ Facebook Page ຂອງເວັບໄຊສ໌ຂ່າວ laotiantimes.com ລຸ່ມນີ້:
ຫຼາຍຄົນວ່າ ເປັນຫຍັງຈື່ງເກັບ 1 ໂດລາສະຫະລັດ ເພີ່ມຂື້ນ ? ແລ້ວຄ່າວີຊ່າທີ່ເກັບຈາກດ່ານ 30 ໂດລາສະຫະລັດ ແມ່ນບໍ່ໄດ້ນຳໃຊ້ເຂົ້າໃນກອງທຶນສະສົມບໍ? ນີ້ຈະເປັນການເພີ່ມຂັ້ນຕອນເຂົ້າໃນການມາທ່ອງທ່ຽວ ທີ່ຈະເຮັດໃຫ້ຫຍຸ້ງຍາກ ເພາະຈາກເດີມແມ່ນຄ່ອນຂ້າງຈະໃຊ້ເວລາພໍສົມຄວນ ເປັນໄປໄດ້ບໍທີ່ຈະປັບປ່ຽນໃຫ້ສະດວກວ່ອງໄວ ແລະ ງ່າຍສຳລັບນັກທ່ອງທ່ຽວ ເພາະປີນີ້ກໍແມ່ນປີແຫ່ງການທ່ອງທ່ຽວ ຈະດີກວ່າບໍຖ້າໃຫ້ຄວາມສະດວກສະບາຍແກ່ຜູ້ເຂົ້າມາຢ້ຽມຢາມປະເທດລາວ. ນອກຈາກຈະເປັນການດີຕໍ່ເສດຖະກິດຂອງປະເທດແລ້ວ ຍັງເຮັດໃຫ້ປະເທດອື່ນໄດ້ຮັບຮູ້ເຖີງ ສປປ ລາວ ອີກດ້ວຍ, ການເພີ່ມມາຕະການຂຶ້ນຕື່ມ ຈະບໍ່ເຮັດໃຫ້ນັກທ່ອງທ່ຽວຫັນໄປທ່ຽວປະເທດອ້ອມຂ້າງແທນບໍ? ປະເທດທີ່ບໍ່ເສຍຄ່າວີຊ່າ ແລະ ຄ່າບໍລິການເສີມອື່ນໆ.
ແຫຼ່ງຂ່າວຈາດ: ລາວໂພສ, laotiantimes.com
Subscribe to:
Comments (Atom)














































