Wednesday, November 21, 2018

ປະທານ PS ພ້ອມຄະນະຖືກສານຕັດສິນທັງຈຳທັງປັບ! ສານຢຶດຊັບສິນມາໃຊ້ແທນໃຫ້ບັນດາຜູ້ເສຍຫາຍ


ໃນວັນທີ 21 ພະຈິກ 2018 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດຕັດອິດສະຫຼະພາບນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ (PS) ຈໍາຄຸກ 29 ປີ ແລະ ທ້າວ ປໍເຮີ ຈໍາຄຸກ 27 ປີ  ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ, ສໍ້ໂກງຊັບພົນລະເມືອງ, ຄອບຄອງສິ້ນສ່ວນ-ອະໄວຍະວະສັດປ່າປະເພດຫວງຫ້າມ ແລະ ຟອກເງິນ, ແຕ່ອີງຕາມຫລັກການຂອງມາດຕາ 45 ວັກ 2 ຂອງກົດໝາຍອາຍາສະບັບປັບປຸງປີ 2005 ສານຈຶ່ງເຫັນຄວນໃຫ້ ນາງ ສຸກນາລີ ເທບສີເມືອງ ໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.856 ລ້ານກີບ ແລະ ທ້າວ ປໍເຮີ ໃຫ້ປະຕິບັດໂທດຕົວຈິງ 15 ປີ, ພ້ອມປັບໃໝ 2.846 ລ້ານກີບ.

ນອກຈາກນີ້, ສານຍັງໄດ້ຕັດສິນລົງໂທດຜູ້ສົມຮູ້ຮ່ວ່ມຄິດມີ: ທ້າວ ຈັນຄໍາ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 6 ລ້ານກີບ ໃນຂໍ້ຫາມີອາວຸດເສິກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ອານົງສັກ ພົງສະຫວັດ ຈໍາຄຸກ 12 ປີກັບ 3 ເດືອນ, ພ້ອມປັບໃໝ 704 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ຟອກເງິນ. ຕັດສິນລົງໂທດ ນາງ ໄມວັນ ພູມະນີວົງ ຈໍາຄຸກ 2 ປີ 6 ເດືອນ, ພ້ອມປັບໃໝ 5 ລ້ານກີບ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ຄໍາສິງ ພູມະນີວົງ ຈໍາຄຸກ 3 ປີກັບ 3 ເດືອນ, ພ້ອມປັບໃໝ 7 ລ້ານກີບ ໃນຂໍ້ຫາຊື້-ຂາຍອາວຸດເສີກຜິດກົດໝາຍ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ໄຊຊົງ ຈໍາຄຸກ 4 ປີກັບ 9 ເດືອນ, ພ້ອມປັບໃໝ 26 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ບຸນທໍາ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ແກ້ວ ຈໍາຄຸກ 5 ປີ, ພ້ອມປັບໃໝ 28 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດນາງ ຈັນສະໝອນ ແກ້ວມະນີ ຈໍາຄຸກ 5 ປີ, ພ້ອມປັບໃໝ 27 ລ້ານກີບ ໃນຂໍ້ຫາເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສີນລົງໂທດທ້າວ ໄຊດວງສີ ຊົງຈື ຈໍາຄຸກ 4 ປີກັບ 6 ເດືອນ, ພ້ອມປັບໃໝ 25 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ ແລະ ສໍ້ໂກງຊັບພົນລະເມືອງ. ຕັດສິນລົງໂທດທ້າວ ໄຈເຮີ ຈໍາຄຸກ 5 ປີ, ພ້ອມປັບໃໝ 30 ລ້ານກີບ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ, ເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ແລະ ສໍ້ໂກງຊັບພົນລະເມືອງ.

ສ່ວນວັດຖຸຊັບສິນຕ່າງໆ ເຊັ່ນ: ເງິນ, ທີ່ດິນ, ອາຄານ, ​ພາຫະນະ, ກົນຈັກ ແລະ ອື່ນໆ ຂອງພວກກ່ຽວ ໂດຍເຈົ້າໜ້າທີ່ໄດ້ກວດກາລະອຽດແລ້ວ ແລະ ໄດ້ອາຍັດ ແລະ ຍຶດໄວ້ນັ້ນ ສານໄດ້ຕັດສິນນໍາເອົາວັດຖຸຊັບສິນດັ່ງກ່າວມາປະຕິບັດພາງໃຊ້ແທນໃຫ້ບັນດາໂຈດທາງແພ່ງຕາມລະບຽບກົດໝາຍ.

No comments:

Post a Comment