ເວັບຂ່າວ ຊິນຫົວ ລາຍງານເມື່ອວັນທີ 31 ຕຸລາທີ່ຜ່ານມາວ່າ ຢູ່ທີ່ດ່ານຊາຍແດນລາວ-ຈີນ ເມືອງບໍ່ແຕນ ບໍລີສັດ PetroChina ຂອງຈີນ ໄດ້ສົ່ງມອບນ້ຳມັນກາຊວນກວ່າ 64 ຕັນ ໃຫ້ແກ່ບໍລິສັດລາວ ຖືເປັນຄັ້ງທຳອິດທີ່ຈີນສົ່ງອອກນ້ຳມັນຣີໄຟນ໌ (Refined Oil) ສູ່ຕະຫຼາດລາວ.
ກ່ອນທີ່ຈະສົ່ງນ້ຳມັນຈີນອອກສູ່ຕະຫຼາດນ້ຳມັນລາວນັ້ນ ບໍລິສັດ PetroChina International (Yunnan) Co. Ltd ເຊິ່ງເປັນບໍລິສັດລູກຂອງກຸ່ມບໍລິສັດ PetroChina Group ໄດ້ທຳການສຶກສາຄົ້ນຄວ້າແລະກະກຽມມາເປັນເວລາ 2 ປີ ນັບຕັ້ງແຕ່ປີ 2016.
ໂດຍມີເປົ້າໝາຍໃນການຂະຫຍາຍສິນຄ້າປິໂຕຣລຽມອອກສູ່ອາຊີຕາເວັນອອກສ່ຽງໃຕ້ ແລະເພື່ອເປັນການຊອກຫາເສັ້ນທາງໃໝ່ສູ່ຕະຫຼາດ ບໍລິສັດ PetroChina ພ້ອມດ້ວຍຄູ່ຮ່ວມຍຸດທະສາດລາວ ໄດ້ມີການສຶກສາຄົ້ນຄວ້າ ບໍ່ວ່າຈະເປັນເລື່ອງຄວາມຕ້ອງການຂອງຕະຫຼາດ, ການເຂົ້າເຖິງຕະຫຼາດ, ຂັ້ນຕອນລະບຽບການພາສີ, ການຂົນສົ່ງ ແລະອື່ນໆ.
ຈົນໃນທີ່ສຸດ ນ້ຳມັນຖັງທຳອິດຂອງຈີນ ບັນທຸກໃສ່ລົດ ຈາກຂຸນໝິງ ແຂວງຢຸນໜານ ກໍໄດ້ອອກເດີນທາງໃນໄລຍະທາງກວ່າ 700 ກິໂລແມັດ ສູ່ຈຸດນຳເຂົ້າທີ່ດ່ານບໍ່ແຕນ ເຂດຊາຍແດນລາວ-ຈີນ ຫ່າງຈາກນະຄອນຫຼວງວຽງຈັນໄປທາງພາກເໜືອກວ່າ 370 ກິໂລແມັດ.
ທ່ານ ຈິນດາສັກ ຍົດໝັ້ນຄົງ ອຳນວຍການບໍລິສັດ Nationwide Trading Petroleum Public Company (NTP) ບໍລິສັດລາວຜູ້ນຳເຂົ້ານ້ຳມັນຈາກຈີນ ໄດ້ກ່າວກັບສຳນັກຂ່າວ Xinhua ໃນວັນພຸດທີ່ຜ່ານມາວ່າ ຜົນສຳເລັດນີ້ ເປັນຂີດໝາຍອັນສຳຄັນ ເພາະເຮັດໃຫ້ປະເທດລາວມີເສັ້ນທາງແລະແຫຼ່ງນຳເຂົ້າປິໂຕຣລຽມ ເພີ່ມຂຶ້ນອີກແຫ່ງ ແຕ່ກ່ອນ ປະເທດລາວ ນຳເຂົ້າສິນຄ້າປິໂຕຣລຽມຈາກຫຼືຜ່ານ ໄທແລະຫວຽດນາມ ເປັນສ່ວນໃຫຍ່.
“ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ ທີ່ໄດ້ມີສ່ວນຮ່ວມໃນວຽກງານຍຸດທະສາດການພັດທະນາປະເທດຊາດ ໃນການຜັນປ່ຽນປະເທດລາວ ຈາກການເປັນປະເທດບໍ່ມີທາງອອກສູ່ທະເລ (ຫຼື Landlocked) ມາເປັນປະເທດເຊື່ອມຕໍ່ທາງບົກ (Land-linked) ແລະໂຄງການ Belt and Road Initiative” ທ່ານ ຈິນດາສັກ ກ່າວ.

No comments:
Post a Comment