Wednesday, October 31, 2018

ຟ້ອນມວຍລາຍລາວ ຍາດໄດ້ອັນດັບ 3 ໃນການແຂ່ງຂັນງານ​ບຸນ­ມະ­ໂຫ­ລານ 2018 ທີ່ ສ ເກົາຫຼີ


ອີງ​ຕາມ​ຂໍ້​ມູນ​ຈາກ​ເຟດ​ບຸກ​ຂອງ​ສະ­ຫະ­ພັນ​ກີ­ລາ​ມວຍ​ລາວ​ແຫ່ງ​ຊາດ ໄດ້​ລາຍ​ງານ​ໃຫ້​ຊາບ​ວ່າ: ລະ­ຫວ່າງ​ວັນ​ທີ 26-28 ຕຸ­ລາ 2018 ຜ່ານ​ມາ ຢູ່​ເມືອງ​ຊູງ​ຈູ ແຂວງ​ຊຸງ​ຊອງ​ເໜືອ ສ ເກົາ­ຫຼີ ສະ­ຫະ­ພັນ​ມວຍ​ແຫ່ງ​ຊາດ​ລາວ ໄດ້​ສົ່ງ​ນັກ­ກີ­ລາ 2 ຄົນ ເຂົ້າ​ຮ່ວມ​ງານ​ບຸນ­ມະ­ໂຫ­ລານ 2018 ຫຼື “2018 International Martial Arts Contest” ໃນ​ປະ­ເພດ​ຟ້ອນ​ມວຍ​ລາຍ​ລາວ ແບບ​ປະ­ຍຸກ ບໍ່​ມີ​ອຸ­ປະ­ກອນ ຄື: ທ້າວ ທິ​ລາ​ວັນ ຈັນ­ທະ​ກາ­ລີ ແລະ ທ້າວ ວິ­ທະ­ຍາ ໂພ­ທິ​ສານ ເຊິ່ງ​ການ​ເດີນ­ທາງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໃນ​ຄັ້ງ​ນີ້ ນຳ­ພາ​ໂດຍ​ທ່ານ ສາຍ­ສະ­ໝອນ ໄຊ​ຍະ​ສອນ ປະ­ທານ​ສະ­ຫະ­ພັນ​ກີ­ລາ​ມວຍ​ລາວ​ແຫ່ງ​ຊາດ ປະ­ທານ​ສະ­ຫະ­ພັນ​ມວຍ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ຫຼື ອາ​ຊຽນ ຄະ­ນະ​ກຳ­ມາ​ການ​ສະ­ຫະ­ພັນ​ມວຍ​ໂອ​ແລມ​ປີກ ແລະ ປະ­ທານ​ສະ­ຫະ­ພັນ​ມວຍ​ໂລກ.
    ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ທິ​ລາ​ວັນ ຈັນ­ທະ​ກາ­ລີ ສາ­ມາດ​ຍາດ​ໄດ້​ອັນ​ດັບ 3 ໃນ​ປະ­ເພດ​ສະ­ແດງ​ຟ້ອນ​ດ່ຽວ​ຊາຍ ມວຍ​ລາຍ​ລາວ​ແບບ​ປະ­ຍຸກ​ມາ​ຄອງ​ໄດ້​ສຳ­ເລັດ ຈາກ​ຈຳ­ນວນ​ນັກ­ກີ­ລາ​ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ທັງ​ໝົດ 100 ກວ່າ​ຄົນ ຈາກ​ທັງ​ໝົດ 29 ປະ­ເທດ ພ້ອມ​ຮັບ​ເງິນ​ລາ­ງວັນ 4 ແສນ​ວອນ​ເກົາ­ຫຼີ (ປະ­ມານ 3 ລ້ານ​ກີບ) ຂະ­ນະ​ທີ່​ປະ­ເພດ​ຟ້ອນ​ຄູ່​ຊາຍ ແມ່ນ​ເຮັດ​ໄດ້​ພຽງ​ຮັບ​ລາ­ງວັນ​ຊົມ­ເຊີຍ (Popularity Award) ຈາກ 70 ສະ­ໂມ­ສອນ​ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ ສຳ­ລັບ​ການ​ແຂ່ງ­ຂັນ​ຄັ້ງ​ນີ້ ແຕ່​ລະ​ຊາດ​ທີ່​ເຂົ້າ​ຮ່ວມ​ແມ່ນ​ຈະ​ນຳ​ເອົາ​ມວຍ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ແຕ່​ລະ​ຊາດ ເຂົ້າ​ຮ່ວມ​ແຂ່ງ­ຂັນ.
    ຢ່າງ­ໃດ​ກໍ່​ຕາມ ເຖິງ​ຈະ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໃນ​ຄັ້ງ​ນີ້ ແຕ່​ມັນ​ກໍ່​ເປັນ​ອີກ​ທ່າ­ແຮງ​ໜຶ່ງ​ໃນ​ການ​ນຳ​ເອົາ​ສິ­ລະ​ປະ​ວັດ­ທະ­ນະ­ທຳ​ຂອງ​ຊາດ​ລາວ ໄປ​ສະ­ແດງ​ໃຫ້​ນາໆຊາດ​ໄດ້​ຮັບ​ຮູ້​ເຖິງ​ປະ­ຫວັດ​ຄວາມ​ເປັນ​ມາ ຄຳ​ວ່າ “ມວຍ​ລາຍ​ລາວ” ໃນ​ເມື່ອ​ກ່ອນ​ມີ​ຄວາມ​ແຂງ​ແກ່ນ​ແນວ­ໃດ ແລະ ຖ້າ​ມາ​ສົມ​ທຽບ­ໃສ່​ມວຍ​ລາວ​ໃນ​ປັດ­ຈຸ­ບັນ ເພາະ​ມວຍ​ລາວ ກໍ່​ບໍ່​ຍອມ​ໃຜ​ໃນ​ເວ­ທີ​ສາ­ກົນ ແລະ ແມ່ນ​ການ​ຕໍ່­ສູ້​ທີ່​ໃຊ້​ຄວາມ​ສາ­ມາດ​ທີ່­ແທ້​ຈິງ.

ພົບວັດຖຸຕ້ອງສົງໃສລັກສະນະເຮືອບິນ MH370 ຕົກຢູ່ກາງປ່າຂອງນະຄອນປະນົມເປນ ປະເທດກຳປູເຈຍ


ເມື່ອວັນທີ 30 ຕຸລາ 2018 ຂ່າວເດິຊັນລາຍງານຄວາມຄືບໜ້າການຄົ້ນພົບທີ່ອາດຢຸດຕິປິດສະໜາ ເຮືອບິນ MH370 ສາຍການບິນມາເລເຊຍແອຣ໌ໄລນ໌ ເຊິ່ງຫາຍໄປຢ່າງບໍ່ມີຮ່ອງຮອຍພ້ອມກັບຜູ່ໂດຍສານ ແລະ ລູກເຮືອນ 239 ຄົນຕັ້ງແຕ່ປີ 2014.

ຫຼັງຈາກທີ່ ເດນຽວ ໂບເຢີ ນັກບິນຊາວອັງກິດ ເປີດເຜີຍວ່າພົບເຄື່ອງຍົນ ແລະ ຊາກຊິ້ນສ່ວນຂອງເຮືອບິນມໍລະນະໃນເຂດປ່າເລິກທາງຕາເວັນຕົກສຽງເໜືອຂອງນະຄອນພະນົມເປນ ປະເທດກຳປູເຈຍ ພາຍຫຼັງທີ່ລະບຸເມື່ອບໍ່ດົນມານີ້ວ່າພົບສ່ວນຫ້ອງບັງຄັບການ ແລະ ຫາງຂອງເຮືອບິນເຊິ່ງມີສັນຍາລັກສາຍການບິນມາເລເຊຍແອຣໄລນ໌.

ທ່ານ ໂບເຢີໃຫ້ສຳພາດກັບ ເດລີສະຕາວ່າ ຈາກການກວດສອບຜ່ານໂປຣແກຣມກູເກີເອີດເຜີຍໃຫ້ເຫັນວັດຖຸຕ້ອງສົງໃສສີຂາວໃນຂະໜາດຕ່າງໆ ຮວມເຖິງພາບຂອງວັດຖຸທີ່ມີລັກສະນະກົງກັບເຄື່ອງຍົນຂອງເຮືອບິນ ໂບອິ້ງ 777 ວັດຄວາມຍາວໄດ້ 4.3 ແມັດ ຍາວ 2.7 ແມັກ ແລະ ຢູ່ຫ່າງປະມານ 16 ກິໂລແມັດຈາກຈຸດທີ່ ທ່ານ ອຽນ ວິລສັນ ຜູ່ຊ່ຽວຊານດ້ານເທັກໂນໂລຢີຊາວອັງກິດລະບຸວ່າພົບຊາກເຮືອນບິນ MH370 ເມື່ອເດືອນ ກັນຍາທີ່ຜ່ານມາ.

Tuesday, October 30, 2018

ລາວມີໜີ້ສາທາລະນະສູງຫຼາຍກວ່າ 60% ຂອງ ຈີດີພີ! ຄສຄຊ ສະເໜີພາກລັດເລັ່ງແກ້ໄຂ 6 ບັນຫາ


ທິດທາງເສດຖະກິດຂອງປະເທດລາວ ໃນປີນີ້ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານ, ທັງຂະແໜງກະສິກຳ, ໄຟຟ້າ, ບໍ່ແຮ່ທີ່ມີອັດຕາຂະຫຍາຍຕົວຫຼຸດລົງ ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໃຫ້ຮູ້ວ່າ ສາເຫດຫຼັກມາຈາກຜົນກະທົບນອກຕົວແມ່ນເກີດຈາກໄພທຳມະຊາດ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ແລະ ຊັບສິນຂອງປະຊາຊົນ ທັງພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ, ໃນປີນີ້ລາຄານ້ຳມັນໂລກອາດເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ ເຊິ່ງໄດ້ສົ່ງຜົນຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ແລະ ຜົນກະທົບດ້ານໃນຕົວຄືເສດຖະກິດຂອງປະເທດຂາດດຸນຕໍ່ເນື່ອງຫຼາຍປີ ຈິ່ງເຮັດໃຫ້ມີໜີ້ສິນສາທາລະນະສູງ ແລະ ຢູ່ໃນລະດັບຫຼາຍກວ່າ 60% ຂອງ ຈີດີພີ, ສາກົນໄດ້ຈັດໃຫ້ ສປປ ລາວເຂົ້າຢູ່ໃນປະເທດທີ່ມີຄວາມຫຍຸ້ງຍາກໃນການໃຊ້ແທນຄືນໜີ້ສິນ, ໂຄງສ້າງເສດຖະກິດລາວປັດຈຸບັນຖືເປັນໂຄງສ້າງເສດຖະກິດແບບເກົ່າ ຫຼື ອັນນາລ໊ອກ (Analog) ບໍ່ທັນຫັນປ່ຽນໄປເປັນໂຄງສ້າງເສດຖະກິດ ດິຈິຕອລ.

ຕໍ່ສະພາບອັດຕາການເຕີບໂຕຂອງເສດຖະກິດທີ່ຫຼຸດລົງດັ່ງກ່າວ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໄດ້ສະເໜີໃນທີ່ກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ເຊິ່ງຈັດຂຶ້ນໃນວັນທີ 30 ຕຸລາ 2018 ໂດຍສະເໜີໃຫ້ພາກລັດຄວນມີມາດຕະການຕົວຈິງ ເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ແກ້ໄຂບັນຫາໂຄງສ້າງເສດຖະກິດ ເພື່ອຮັບປະກັນການພັດທະນາໄວ ແລະ ຍືນຍົງ ໂດຍເນັ້ນ 6 ບັນຫາທີ່ຄວນເອົາໃຈໃສ່ດັ່ງນີ້:
  1. ຕ້ອງຕັດສິນໃຈແກ້ໄຂໜີ້ສິນທີ່ຄຸມເຄືອແກ່ຍາວລະຫວ່າງລັກກັບທຸລະກິດ ແລະ ທຸລະກິດກັັບທະນາຄານ.
  2. ຕ້ອງຈັດຫາເມັດເງິນໃໝ່ເພື່ອເພີ່ມສະພາບຄ່ອງໃຫ້ແກ່ທະນາຄານ ໄດ້ພ້ອມກັບການປັບອັດຕາດອກເບ້ຍ ແລະ ເງື່ອນໄຂກູ້ຢືມເພື່ອອຳນວຍໃຫ້ທຸລະກິດສາມາດຟື້ນຕົວ ແລະ ເກີດໃໝ່ໄດ້.
  3. ມີນະໂຍບາຍສະໜັບສະໜູນດ້ານເງິນທຶນ ແລະ ນະໂຍບາຍພາສີ-ອາກອນຕໍ່ປະເພດທຸລະກິດທີ່ລັດຖະບານສົ່ງເສີມເຊັ່ນ: ທຸລະກິດທີ່ນຳໃຊ້ເຕັກນິກ-ເຕັກໂນໂລຊີໃໝ່ ຮວມທັງທຸລະກິດທີ່ນຳໃຊ້ເສດຖະກິດິຈີຕອລ, ທຸລະກິດນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ນຳໃຊ້ພະລັງງານຢ່າງປະຢັດ ແລະ ຮັກສາສິ່ງແວດລ້ອມ.
  4. ແກ້ໄຂຂັ້ນຕອນຂໍອະນຸຍາດລົງທຶນ (ພາຍໃນ ແລະ ຕ່າງປະເທດ) ໃຫ້ໄວກວ່າເກົ່າ.
  5. ແກ້ໄຂລະບຽບການນຳເຂົ້າ - ສົ່ງອອກສິນຄ້າ ແລະ ຫຼຸດຜ່ອນຂັ້ນຂອດການຈ່າຍຄ່າທຳນຽມຕ່າງໆ.
  6. ຮັບປະກັນການປະຕິບັດລະບຽບກດໝາຍ ແລະ ພັນທະສັນຍາຕ່າງໆທີ່ໄດ້ລົງນາມແລ້ວ ເພື່ອສ້າງຄວາມເຊື່ອໝັ້້ນໃຫ້ແກ່ນັກລົງທຶນ ແລະ ຜູ່ປະກອບການພາຍໃນ ແລະ ຕ່າງປະເທດ.
ສ່ວນບັນຫາທີ່ຄວນປັບປຸງ ເພື່ອການຜ່ອນຄາຍຄວາມຫຍຸ້ງຍາກ ແລະ ເພື່ອອານາຄົດທີ່ດີກວ່າ ໃນການດຳເນີນທຸລະກິດ ສຳລັບພາກທຸລະກິດຄວນເອົາໃຈໃສ່ຕື່ມຄ:
  1. ຕ້ອງສຶກສາຄົ້ນຄວ້າ ແລະ ວິເຄາະສະພາບການດຳເນີນທຸລະກິດໃນໄລຍະຜ່ານມາຢ່າງພາວະວິໄສ ເພື່ອໃຫ້ເຫັນໄດ້ສະພາບແວດລ້ອມ, ຈຸດແຂງ-ຈຸດອ່ອນ, ກາລະໂອກາດ-ສິ່ງທ້າທາຍ ແລະ ທາງອອກໃໝ່ຂອງການດຳເນີນທຸລະກິດ.
  2. ຄົ້ນຄວ້າປັບປຸງຍຸດທະສາດ ແລະ ຍຸດໂທບາຍຂອງບໍລິສັດແຕ່ລະໄລຍະ, ປັບປຸງການບໍລິຫານຈັດການ, ປັບປຸງເຕັກນິກ-ເຕັກໂນໂລຊີ, ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ, ປັບປຸງດ້ານການຕະລາດ ແລະ ຄູ່ຮ່ວມທຸລະກິດ.
  3. ໝັ່ນສຶກສາຮຽນຮູ້ສິ່ງໃໝ່ໆ ແລະ ໝັ່ນສຶກສາສະພາວະຄວາມເປັນຈິງແຕ່ລະໄລຍະ ເພື່ອປັບທິດທາງຂອງບໍລິສັດໃຫ້ທັນເວລາ.


ຂ່າວ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ

ລັດໃຫ້ເຫດຜົນນ້ຳມັນໂລກສູງຂຶ້ນລັດຈຳເປັນຕ້ອງປັບລາຄາຂຶ້ນ ເພື່ອບໍ່ໃຫ້ເສດຖະກິດປະເທດໄດ້ຮັບຜົນກະທົບ


ການປັບຂຶ້ນລາຄານ້ຳມັນມັກເປັນທີ່ວິພາກວິຈານການໃນກຸ່ມຜູ້ຊົມໃຊ້ ແຕ່ກໍ່ມີຄວາມຈຳເປັນຕ້ອງປະຕິບັດຕາມກົນໄກຂອງສາກົນ ເນື່ອງຈາກການເໜັງຕີງເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ, ສປປ ລາວເອງຖືວ່ານໍາເຂົ້ານ້ຳມັນເຊື້ອໄຟ 100%. ສະນັ້ນ, ໃນເມື່ອລາຄາຕະຫຼາດໂລກ ກໍ່ຄືພາກພື້ນເໜັງຕີງເພີ່ມຂຶ້ນ, ພາຍໃນປະເທດກໍ່ຈຳເປັນຕ້ອງໄດ້ປັບເພື່ອໃຫ້ແທດເໝາະ, ແຕ່ຖ້າຈະປັບຂຶ້ນແຮງບາດດຽວກໍ່ຈະມີຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດ ແຕ່ຖ້າບໍ່ປັບຜູ້ປະກອບການອາດຫຼຸດຜ່ອນການນໍາເຂົ້າ ເຊິ່ງຈະສົ່ງຜົນກະທົບກັບການຊົມໃຊ້ພາຍໃນໄດ້ ຫຼື ຮ້າຍແຮງໄປກວ່ານັ້ນ ເກີດການນຳເຂົ້ານອກລະບົບ ເຊິ່ງຈະເຮັດໃຫ້ລັດສູນເສຍລາຍຮັບເຂົ້າງົບປະມານ.

ດັ່ງນັ້ນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈິ່ງໄດ້ຮ່ວມກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ກໍ່ຄືຜູ່ປະກອບການຄົ້ນຄວ້າ ແລະ ສະເໜີຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໂດຍຂໍປັບລາຄານ້ຳມັນແອັດຊັງພິເສດຂຶ້ນ 230 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ 200 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 200 ກີບຕໍ່ລິດ ເຊິ່ງທາງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນກໍ່ເຫັນດີ, ສະນັ້ນ ຈິ່ງມີການປັບລາຄານ້ຳມັນຂຶ້ນໃນເມື່ອວັນທີ 4 ຕຸລາ 2018 ທີ່ຜ່ານມາ.


ຕໍ່ກັບສະພາບການເໜັງຕີຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ທາງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຮຽກຮອງໃຫ້ປວງຊົນລາວຈົ່ງເຂົ້້າໃຈ ແລະ ຊ່ວຍກັນປະຢັດໃນການຊົມໃຊ້ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ ແລະ ຮຽກຮ້ອງມາຍັງຜູ່ນຳເຂົ້າ ກໍ່ຄືບັນດາທຸລະກິດປ້ຳຕົວແບບ ແລະ ປ້ຳຕົວແທນ ຢ່າໄດ້ສວາຍໂອກາດຂຶ້ນລາຄານ້ຳມັນຕາມລຳພັງໃຈ ແລະ ກັກຕຸນນ້ຳມັນເຊື້ອໄຟໄວ້ ໃນໄລຍະລາຄານ້ຳມັນເຊື້ອໄຟເໜັງຕີງສູງຂຶ້ນ ແລະ ຖ້າຫາກພົບເຫັນການສວາຍໂອກາດຂຶ້ນລາຄາສິນຄ້າແມ່ນຈະໄດ້ໃຊ້ມາດຕະການຕາມລະບຽບການ.




ຂ່າວຈາກ: ເສດຖະກິດ-ການຄ້າ

ເບຍລາວແຈ້ງການຂຶ້ນລາຄາ ເລີ່ມ 30 ຕຸລາ 2018ເປັນຕົ້ນໄປ


ເນື່ອງຈາກອັດຕາເງິນເຟີ້ ແລະ ລາຄາຜະລິດຕົ້ນທຶນການຜະລິດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບໍລິສັດເບຍລາວ ໄດ້ອອກແຈ້ງການໃນວັນທີ 29 ຕຸລາ 2018, ເລກທີ 2713/ບລ; ເຖິງບັນດາລູກຄ້າ ແລະ ຕົວແທນຈຳໜ່າຍເບຍລາວທົ່ວປະເທດ ກ່ຽວກັບການປັບປຸງລາຄາຂາຍຜະລິດຕະພັນສິນຄ້າຂອງບໍລິສັດເບຍລາວ ເພື່ອເຮັດໃຫ້ການດຳເນີນທຸລະກິດຂອງບໍລິສັດມີສະພາບຄ່ອງ, ສາມາດແຂ່ງຂັນໃນຕະຫຼາດ ແຈ້ງການດັ່ງກ່າວ, ເລີ່ມປະຕິບັດແຕ່ມື້ນີ້ ວັນທີ 30 ຕູລາ 2018 ເປັນຕົ້ນໄປ.
ໃນການປັບລາຄາເບຍເປັນຕົ້ນແມ່ນ ເບຍລາວແກ້ວໃຫຍ່ 640ml ລັງຢາງຈາກລາຄາເກົ່າ 90.000 ກີບຕໍ່ລັງ ປັບເປັນ 93.000 ກີບຕໍ່ລັງ, ລາຄາລວມລັງ 108.000 ກີບຕໍ່ລັງ; ເບຍລາວແກ້ວໃຫຍ່ 640ml ແກັດເຈ້ຍຈາກລາຄາເກົ່າ 94.000 ກີບຕໍ່ລັງ ເປັນ 97.000 ກີບຕໍ່ລັງ, ລາຄາລວມລັງ 103.000 ກີບຕໍ່ລັງ; ເບຍລາວແກ້ວນ້ອຍ 330ml ແກັດເຈ້ຍຈາກລາຄາເກົ່າ 105.000 ກີບຕໍ່ລັງ ເປັນ 115.000 ກີບຕໍ່ລັງ, ລາຄາລວມລັງ 125.000 ກີບຕໍ່ລັງ; ເບຍດຳແກ້ວນ້ອຍ 330ml ແກັດເຈ້ຍຈາກລາຄາເກົ່າ 135.000 ກີບຕໍ່ລັງ ເປັນ 145.000 ກີບຕໍ່ລັງ, ລາຄາລວມລັງ 155.000 ກີບຕໍ່ລັງ; ເບຍລ້ານຊ້າງແກ້ວໃຫຍ່ 640 ml ລັງຢາງຈາກລາຄາເກົ່າ 55.000 ກີບຕໍ່ລັງ ເປັນ 60.000 ກີບຕໍ່ລັງ, ລາຄາລວມລັງ 75.000 ກີບຕໍ່ລັງ; ເບຍສົດ-ເບຍລາວ ລາຄາເກົ່າ 11.000 ກີບຕໍ່ລິດ ເປັນ 11.500 ກີບຕໍ່ລິດ (ລາຄາລວມລັງ).

Monday, October 29, 2018

ໄລຍະວັນທີ 1-4 ພະຈິກ 2018ນີ້! ທຸກພາກຂອງປະເທດລາວກຽມຮັບມືກັບລົມໜາວ



ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 29 -31 ຕຸລາ 2018 ຈະເກີດມີຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ພ້ອມດຽວກັນລົມຕາເວັນອອກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ, ຈາກນັ້ນໄລຍະວັນທີ 1-4 ພະຈິກ ຄວາມກົດອາກາດດັນສູງຂອງອາກາດເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ - ຕາເວັນອອກສຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 1-3 ອົງສາ ໂດຍສະເພາະແຂວງ ໄຊສົມບູນ, ເຂດເມືອງ ນາກາຍ, ຫຼັກ 20, ເມືອງວຽງທອງ ແລະ ເຂດພູພຽງບໍລິເວນ ພ້ອມຈະມີໝອກບາງປົກຄຸມຫຼາຍຂຶ້ນ ແລະ ຈະມີໝອກໝອກໜາປົກກຸ້ມຢູ່ບາງທ້ອງຖິ່ນເຂດຮ້ອນ,​ສຳລັບພາກໃຕ້ຍັງຈະຮ້ອນໃນຕອນກາງເວັນ ແລະ ມີລົມພັດແຮງເປັນບາງໂອກາດ.



ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

MDG ​ບັນ­ລຸ​ຄາດ­ໝາຍ! ຕົວເລກຄອບຄົວທຸກຍາກໃນ ສປປ ລາວ ຫຼຸດລົງທຸກປີ


ເມື່ອວັນທີ 26 ຕຸລາ 2018ທີ່ຜ່ານມາ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະເມີນຄືນກ່ຽວກັບການແກ້ໄຂຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ຕິດພັນກັບການລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາ.
ບັນຫາການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດເປັນບັນຫາທີ່ພັກ-ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າລຸດລົງເປັນກ້າວໆ ໂດຍໄດ້ຮ່ວມກັບພະນັກງານລົງກໍ່ສ້າງຮາກຖານພັດທະ ນາຊົນນະບົດເປັນຕົ້ນ ວຽກງານສາມສ້າງຜ່ານການຈັດຕັ້ງປະຕິບັດແຕ່ປີ 2000ເປັນຕົ້ນມາ ໄດ້ມີຜົນສຳເລັດຫຼາຍດ້ານ ເຊິ່ງສະ ແດງອອກອັດຕາຄວາມທຸກຍາກໄດ້ຫຼຸດລົງຕໍ່ເນື່ອງຄື:
  • ປີ 2011 ຄອບຄົວທຸກຍາກມີ 198,678 ຄອບຄົວ
  • ປີ 2015 ຄອບຄົວທຸກຍາກມີ 76,604 ຄອບຄົວ
  • ປີ 2017 ຄອບຄົວທຸກຍາກມີ 64,593 ຄອບຄົວ
ນອກນີ້, ຕົວຊີ້ວັດທາງສັງຄົມອື່ນໆກໍ່ມີຄວາມຄືບໜ້າເປັນຕົ້ນ ຫຼາຍຄອບຄົວມີບ່ອນຢູ່ອາໄສ ແລະ ມີສຸຂະອະນາໄມດີຂຶ້ນ ເປັນເຈົ້າຂອງຊັບສິນລາຍຂຶ້ນ ສາມາດເຂົ້າເຖິງການບໍລິການຂັ້ນພື້ນຖານໄດ້ດີກວ່າເກົ່າ ຫຼາຍຕົວຊີ້ວັດບອກໃນ MDG ສາ­ມາດ​ບັນ­ລຸ​ຄາດ­ໝາຍ ຄື: ອັດ­ຕາ​ເຂົ້າ​ຮຽນ​ສຸດ­ທິ​ຊັ້ນ​ປະ­ຖົມ ແລະ ອັດ­ຕາ​ການ​ຕາຍ​ຂອງ​ເດັກ​ອາ­ຍຸ​ລຸ່ມ 1 ປີ ດັດ​ສະ​ນີ​ພັດ­ທະ­ນາ​ມະ­ນຸດ​ຂອງ ສປປ ລາວ ໄດ້​ຮັບ​ການ​ປັບ­ປຸງ​ດີ​ຂຶ້ນ​ຈາກ 0,473 ໃນ​ປີ 2000 ເປັນ 0,586 ໃນ​ປີ 2015 ທະ­ນາ­ຄານ​ໂລກ ໄດ້​ເລື່ອນ​ຖາ­ນະ​ຂອງ​ປະ­ເທດ​ລາວ​ຂຶ້ນ ຈາກ​ປະ­ເທດ​ລາຍ​ຮັບ​ຕ່ຳ ເປັນ​ປະ­ເທດ​ລາຍ​ຮັບ​ປານ​ກາງ ໃນ​ປີ 2011.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ສຸມ​ໃສ່​ປຶກ­ສາ​ຫາ­ລື​ບັນ­ຫາ​ດັ່ງ­ກ່າວ ເພື່ອ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ຂົງ­ເຂດ​ວຽກ​ງານ​ຕົນ ແຕ່​ລະ​ທ້ອງ­ຖິ່ນ​ໃຫ້​ໄດ້​ຮັບ​ຜົນ­ສຳ­ເລັດ ເຮັດ​ໃຫ້​ອັດ­ຕາ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ທົ່ວ​ປະ­ເທດ​ຮອດ​ປີ 2020 ໃຫ້​ຫຼຸດ​ລົງ​ຍັງ​ເຫຼືອ 10% ເພື່ອ​ນຳ­ພາ​ປະ­ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ທີ່​ພັກ-ລັດ​ວາງ​ໄວ້ ດັ່ງ­ນັ້ນ ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ເປັນ​ບັນ­ຫາ​ສຳ­ຄັນ ເປັນ​ໜ້າ­ທີ່​ຂອງ​ທຸກ​ພາກ­ສ່ວນ ແລະ ສັງ­ຄົມ.



ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່

Sunday, October 28, 2018

Lion Air ອິນໂດເນເຊຍຕົກກາງທະເລຫຼັງບິນຂຶ້ນພຽງ 13 ນາທີ! ຜູ່ໂດຍສານ 188 ຊີວິດບໍ່ຮູ້ຊະຕາກຳ


ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ຕຸລາ 2018ວ່າ ສຳນັກງານການບິນພົນລະເຮືອແຫ່ງຊາດອິນໂດເນເຊຍອອກະແຫຼງການວ່າ ເຮືອບິນໂບອິ້ງ 737 Max8 ທ້ຽວບິນ JT610 ຂອງສາຍການບິນ Lion Air ທີ່ອອກເດີນທາງຈາກນະຄອນຈາກາຣ໌ຕາ ມຸ່ງໜ້າໄປສູ່ເມືອງ Pangkal Pinang ທາງພາກເໜືອຂອງອິນໂດເນເຊຍ ເມື່ອເວລາ 06.33 (ຕາມເວລາທ້ອງຖິ່ນ) ໄດ້ເກີດອຸບັດເຫດຕົກຫຼັງຈາກຂຶ້ນບິນໄດ້ພຽງ 13 ນາທີ.

ໂດຍລະຫວ່າງບິນທີ່ລະດັບ 1,524 ແມັດ ນັກບິນໄດ້ຕິດຕໍ່ມາທີ່ຫໍບັງຄັບການເພື່ອຂໍອະນຸຍາດວົນກັບຄືນສະໜາມ ບິນ ແຕ່ຍັງບໍ່ທັນດຳເນີນການເຮືອບິນລຳດັ່ງກ່າວກໍ່ຫາຍໄປຈາກຈໍເລດ້າ ແລະ ຫໍບັງຄັບການບິນບໍ່ສາມາດຕິດຕໍ່ໄດ້ອີກເລີຍ ເຊິ່ງຕໍ່ມາກໍ່ໄດ້ຮັບການຢືນຢັນວ່າເຮືອບິນດັ່ງກ່າວເກີດອຸບັດເຫດຕົກລົງທະເລນອກຝັ່ງເມືອງເບຄາຊີ ແຂວງ ຊວາຕາເວັນຕົກ ຂອງອິນໂດເນເຊຍ.

ໄຕ້ຝຸ່ນຢີ່ຖູ່ກຽມຂຶ້ນຈີນແຜ່ນດິນໃຫຍ່ ລະວັງຝົນຕົກໜັກນັບຕັ້ງແຕ່ວັນພຸດເປັນຕົ້ນໄປ


ສຳນັກງານບໍລິຫານບັນຍາກາດ ພູມສາດ ແລະ ດາລາສາດຂອງຟີລິປິນ (ປາກາຊາ) ອອກປະກາດໃຫ້ປະຊາຊົນໃນເກາະລູຊອນ ທາງເໜືອຂອງປະເທດ ກຽມພ້ອມຮັບມືກັບພາຍຸໄຕ້ຝຸ່ນຢີ່ຖູ່ ຫຼື ທີ່ຟິລິບປິນຮຽກວ່າໄຕ້ຝຸ່ນໂຣຊີຕາ ໂດຍຄາດວ່າຈະພັດຂຶ້ນຝັ່ງໃນວັນທີ 29-30 ຕຸລາ 2018ນີ້.

ເມື່ອເວລາປະມານ 02.00 ໂມງ ຂອງວັນທີ 29 ຕຸລາ 2018 ກົມອຸຕຸນິຍົມວິທະຍາຂອງໄຕ້ຫວັນພະຍາກອນອາກາດວ່າ ເນື່ອງຈາກໄດ້ຮັບຜົນກະທົບຈາກຄວາມກົດດັນອາກາດສູງໃນມະຫາສະໝຸດແປຊີຟິກ ຢີ່ຖູ່ ພາຍຸໄຕ້ຝຸ່ນກຳລັງແຮງເຊິ່ງເປັນພາຍຸຫົວທີ 26 ຂອງປີນີ້ ມີຈຸດສູນກາງຢູ່ຫ່າງຈາກແລມເອີ໋ຫຼວນປີ໋ ທາງໃຕ້ສຸດຂອງເກາະໄຕ້ຫວັນປະມານ 850 ກມ. ກຳລັງເຄື່ອນຕົວໄປທາງທິດຕາເວັນຕົກດ້ວຍຄວາມໄວລົມ 17 ກມ/ຊົ່ວໂມງ  ກຳລັງເຄື່ອນຕົວໄປທາງທິດຕາເວັນອອກຕໍ່ເນື່ອງ ຄາດວ່າຫຼັງພັດຜ່ານເກາະລູຊອນຂອງຟິລິປິນແລ້ວ ຈະເຈົ້າສູ່ທະເລຈີນໃຕ້ ແລະ ມຸ່ງໜ້າໄປທີ່ຈີນແຜ່ນດິນໃຫຍ່ ກໍ່ຈະສົ່ງຜົນກະທົບຕໍ່ພາກໃຕ້ ແລະ ພາກຕາເວັນຕົກຂອງເກາະໄຕ້ຫວັນ ໃນຊ່ວງວັນທີ 31 ຕຸລາ - 1 ພະຈິກ 2018ນີ້ ແລະ ເນື່ອງຈາກອິດທິພົນຮອບນອກຂອງພາຍຸໄຕ້ຝຸ່ນ ບວກກັບລົມມໍລະສຸມຕາເວັນອອກສຽງເໜືອ ເຮັດໃຫ້ຕັ້ງແຕ່ວັນທີ 31 ຕຸລາ ຈົນເຖິງວັນທີ 3 ພະຈິກ 2018ນີ້ ໄຕ້ຫວັນຈະມີສະພາບອາກາດເຢັນ ແລະ ຊຸມຂຶ້ນ ໂດຍສະເພາະພາກເໜືອ ແລະ ພາກຕາເວັນອອກ.

ໜີ້ໄຟເຍືອງທາງ ນວ 40 ຕື້ກີບ ຟຟລ ບໍ່ຮັບຈ່າຍ! ສະເໜີພາກສ່ວນທີ່ກ່ຽວຂ້ອງແກ້ໄຂຮ່ວມກັນ


ບັນຫາໜີ້ຄ້າງຈ່າຍຄ່າໄຟຟ້າເຍືອງທາງທີ່ມີໜີ້ສູງເຖິງ 40 ຕື້ກີບ ຍັງເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈ ເນື່ອງຈາກປັດຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າໜີ້ໃນຮ້ວງດັ່ງກ່າວນີ້ແມ່ນພາກສ່ວນໃດຈະຮັບຊຳລະ ຫຼື ຈະມີວິທີທາງແກ້ໄຂແນວໃດແທ້.

ໃນທ້າຍອາທິດທີ່ຜ່ານມາ, ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ໄດ້ເປີດເຜີຍຂໍ້ມູນກ່ຽວກັບປະເດັນໄຟຟ້າເຍືອງທາງ ທີ່ມີໜີ້ຄ້າງຈ່າຍໃຫ້ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ເຊິ່ງບັນຫາດັ່ງກ່າວຍັງບໍ່ທັນໄດ້ມີພາກສ່ວນໃດເຂົ້າມາແກ້ໄຂພິຈາລະນາຫາທາງອອກຮ່ວມກັນຢ່າງເໝາະສົມເທື່ອ.

ນັບຕັ້ງແຕ່ປີ 2002 ເປັນຕົ້ນມາເບື້ອງຕົ້ນແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອວຽງຈັນ; ແຕ່ມາຮອດປີ 2012 ອົງການປົກຄອງນະຄອນຫຼວງວຽງຈັນໄດ້ມອບໃຫ້ ຟຟລ ເປັນຜູ່ຄຸ້ມຄອງບຳລຸງຮັກສາ ເນື່ອງຈາກມີເຄື່ອງມີຄົບຊຸດ ແລະ ຮູ້ຈັກເຕັກນິກໄຟຟ້າດີກວ່າພາກສ່ວນອື່ນ.

ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນລວງ ໃຫ້ຮູ້ວ່າ ນັບແຕ່ປີ 2012 ເປັນຕົ້ນມາ ຟຟລ ໄດ້ຮັບຜິດຊອບພຽງການສ້ອມແປງ ແລະ ບຳລຸງຮັກສາແບບສຸກເສີນເທົ່ານັ້ນ ແຕ່ບໍ່ແມ່ນການເສຍຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ ເພາະຄ່າໄຟຟ້າເຍືອງທາງທີ່ຕ້ອງຈ່າຍແຕ່ລະເດືອນແມ່ນ 500-600ລ້ານກີບ. ດັ່ງນັ້ນ, ຈິ່ງບໍ່ມີພາກສ່ວນໃດຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ.

ທ່ານ ຈັນສົມ ຍັງກ່າວຕື່ມອີກວ່າ ນັບແຕ່ປີ 2012 ຮອດເດືອນ ພຶດສະພາ 2018 ນີ້ ໜີ້ຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນທີ່ຄ້າງຈ່າຍແມ່ນເພີ່ມຂຶ້ນເປັນ 40 ຕື້ກີບ ເນື່ອງຈາກໄຟຟ້າເຍືອງທາງເປັນໄຟສາທາລະນະ. ດັ່ງນັ້ນ, ຖ້າຫາກຈະອາໄສແຕ່ ຟຟລ ສ້ອມແປງ ແລະ ບຳລຸງຮັກສາພຽງຝ່າຍດຽວນັ້ນແມ່ນຄົງເປັນໄປໄດ້ຍາກ; ສ່ວນວິທີທີ່ດີທີ່ສຸດກໍ່ຄືພາກສ່ວນທີ່ກ່ຽວຂ້ອງຕ້ອງເຂົ້າມາມີສ່ວນຮ່ວມນຳກັນ, ປຶກສາຫາລືຊອກຫາວິທີແກ້ໄຂເພື່ອຮັບປະກັນບໍ່ໃຫ້ໜີ້ສິນຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນເກີດຂຶ້ນອີກໃນຕໍ່ໜ້າ.


ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ

ເຈົ້າຂອງເລສເຕີ້ ຊີຕີ້ ແລະ ຄິງພາວເວີ້ ຈົບຊີວິດ ເຫດເຮີຄັອບເຕີ້ຕົກ ທາງການອັງກິດເລັ່ງສອບສວນຫາສາເຫດ



ເມື່ອວັນທີ 29 ຕຸລາ 2018 ທາງບໍລິສັດເລໂອນາໂດ SPA ໜຶ່ງໃນຜູ່ຜະລິດ ແລະ ພັດທະນາເຮືອບິນລາຍໃຫຍ່ຂອງໂລກຈາກອິຕາລີ ອອກຖະແຫຼງການເມື່ອວັນທີ 28 ຕຸລາ ສະແດງຄວາມເສຍໃຈຢ່າງສູງສຸດໄປຍັງຄອບຄົວ ແລະ ຍາດພີ່ນ້ອງຂອງຜູ່ເສຍຊີວິດຈາກອຸບັດຕິເຫດທາງອາກາດທີ່ເກີດຂຶ້ນທີ່ສະໜາມຄິງ ພາວເວີ້ ສະເຕດຽມ ຂອງສະໂມສອນບານເຕະ ເລສເຕີ ຊີຕີ້.

ເປັນເຫດການສຸດຊັອກຂອງວົງການບານລະດັບໂລກ ເມື່ອເຮລິຄອບເຕີ້ຂອງທີມເລສເຕີ້ ຊີຕີ້ ເກີດອຸບັດຕິເຫດຕົກຂ້າງສະໜາມແຂ່ງຂັນຫຼັງຈົບເກມທີ່ເລສເຕີ້ ຊີຕີ້ ສະເໝີກັບ ເວສແຮມ ຢູໄນເຕັດ ໃນຄືນຂອງວັນທີ 27 ຕຸລາ 2018ທີ່ຜ່ານມາ. ເຊິ່ງໄດ້ສ້າງຄວາມແຕກຕື່ນໃຫ້ກັບແຟນບານ ໂດຍສະເພາະແຟນບານຊາວໄທເມື່ອມີລາຍງານວ່າ ເຈົ້າສົວວິໄຊ ສີວັດທະນາປະພາ ເຈົ້າຂອງທີມເລສເຕີ້ ຊີຕີ້ ແລະ ຜູ່ບໍລິຫານ ຄິງພາວເວີ້ ເປັນໜຶ່ງໃນ 8 ຜູ່ໂດຍສານທີ່ຢູ່ເຖິງເຮລິຄັອບເຕີ້ລຳນີ້.

ຂະນະທີ່ເຈົ້າໜ້າທີ່ຕຳຫຼວດແຫ່ງເລສເຕີເຊຍເຜີຍຖະແຫຼງການຫຼ້າສຸດວ່າມີຜູ່ເສຍຊີວິດທັງໝົດ 5 ຄົນ ເຖິງແມ່ນວ່າຈະຍັງບໍ່ທັນມີການພິສູດເອກະລັກບຸກຄົນ ແຕ່ເຊື່ອວ່າປະກອບມີ: ທ່ານ ວິໄຊ ສີວັດທະນາປະພາ, ນາງ ນຸສະຣາ ສຸກໜ້າໄມ້, ທ້າວ ກະວີພອນ ພັນນະພອນ ແລະ ນັກບິນອີກ 2 ຄົນຄື: ເອຣິກ ສະວາຟເຟີ ແລະ ອິຊາເບລາ ໂຣຊາ.

ບໍລິສັດເລໂອນາໂດຢືນຢັນວ່າ ເຮລີຄັອບເຕີ້ທີ່ຕົກເປັນຮຸ່ນ AW169 ເຊິ່ງເປັນເຮືອບິນໃບພັດແບບ 2 ເຄື່ອງຍົນ ບັນຈຸໄດ້ 10 ບ່ອນນັ່ງ ແລະ ຖືວ່ານີ້ເປັນຄັ້ງທຳອິດທີ່ເຮລິຄັອບເຕີ້ຮຸ່ນດັ່ງກ່າວເກີດອຸບັດຕິເຫດ ເຊິ່ງທາງບໍລິສັດພ້ອມໃຫ້ຄວາມຮ່ວມມືຢ່າງເຕັມທີ່ກັບພະນັກງານສອບສວນຂອງອັງກິດ; ດ້ານສຳນັກງານກວດສອບອຸບັດຕິເຫດທາງອາກາດ (AAIB) ຈະເປັນຜູ່ນຳໃນການສືບສວນສອບສວນຫາສາເຫດຂອງອຸບັດຕິເຫດໃນຄັ້ງນີ້.

Monday, October 15, 2018

ລັດມີແຜນໃຫ້ຊາວນະຄອນຫຼວງຊ່ວຍຈ່າຍໜີ້ໄຟຟ້າເຍືອງທາງ 40 ຕື້ກີບ


ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້າ ນວ ໃຫ້ສຳພາດເມື່ອວັນທີ 11 ຕຸລາ 2018 ທີ່ຜ່ານມາວ່າ ຍ້ອນມີການພັດທະນາຢ່າງວ່ອງໄວ ຈຶ່ງເຮັດໃຫ້ຕາໜ່າງການສະໜອງໄຟຟ້າຮັບໃຊ້ສັງຄົມນັບມື້ນັບກວ້າງຂວາງ ແບະ ກວມທຸກພື້ນທີ່ສະແດງຮອດປີ 2018 ການນຳໃຊ້ໄຟຟ້າຂອງລູກຄ້າທົ່ວ ນວ ມີ 307.331ລູກຄ້າ ຄຽງຄູ່ກັບຜົນສຳເລັດນັ້ນການດຳເນີນທຸລະກິດຍັງມີຂໍ້ຫຍຸ້ງຍາກບາງດ້ານເປັນຕົ້ນ ບັນຫາໜີ້ຄ້າງຈ່າຍຂອງຜູ່ຊົມໃຊ້ໂດຍຜ່ານມາມີລູກຄ້າບາງພາກສ່ວນເປັນໜີ້ຄຸມເຄືອມາຫຼາຍປີທີ່ບໍ່ສາມາດແກ້ໄຂຕົກມາຮອດເດືອນສິງຫາ 2018 ສະເພາະ 7 ປະເພດລູກຄ້າເກັບເງິນໄດ້ 99.67% ຍັງຄ້າງປະມານ 125 ຕື້ກີບ; ປະເພດລັດບໍລິຫານ ແລະ ກະສິກຳເກັບເງິນ 33.97% ປະເພດບໍລິຫານມີໜີ້ຄ້າງ 384.42 ຕື້ກີບ ໃນນີ້ມີສຳນັກງານອົງການຂອງລັດ 232.7 ຕື້ກີບ ກະສິກຳ 111.6 ຕື້ກີບ ແບະ ໄຟເຍືອງທາງ 40 ຕື້ກີບ ນວມເງິນທຸກປະເພດເກັບໄດ້ຮອດເດືອນສິງຫາ 2018 ເທົ່າກັບ 93.15% ແລະ ມີໜີ້ຄ້າງທັງໝົດ 509.56 ຕື້ກີບ.

ສຳລັບໜີ້ຄ້າງຈ່າຍກະແສໄຟຟ້າເຍືອງທາງ 40 ຕື້ກີບ ເຊິ່ງເປັນບັນຫາໜັກບໍ່ຮູ້ວ່າຈະໃຫ້ພາກສ່ວນໃດຮັບຜິດຊອບໄລຍະຜ່ານມາຄະນະກຳມະການປັບປຸງແສງສະຫວ່າງ ນວ (ພະແນກພະລັງງານ ແລະ ບໍ່ແຮ່; ພະແນກໂຍທາທິການ ແລະ ຂົນສົ່ງ; ໄຟຟ້ານະຄອນຫຼວງ; ຮອງເຈົ້າເມືອງ 9 ຕົວເມືອງ ແລະ ຫ້ອງວ່າການ ນວ) ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາດັ່ງກ່າວຄື: ຕ້ອງປັບປຸງລະບົບໄຟເຍືອງທາງໃຫ້ປະຢັດໄຟແຕ່ມີຄວາມຍືນຍົງເພື່ອບໍ່ໃຫ້ລັດມີໜີ້ຄຸມເຄືອ ສ່ວນໜີ້ຄ້າງຈ່າຍ 40 ຕື້ກີບໃຫ້ເພີ່ມເງິນ 2.000-3.000 ກີບ ເຂົ້າຢູ່ໃນການເກັບຄ່າໄຟຟ້າແຕ່ລະລູກຄ້າ ເຊິ່ງແຜນນີ້ຕ້ອງໄດ້ສະເໜີລັດວິສາຫະກິດໄຟຟ້າລາວ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອນຳສະເໜີຕໍ່ລັດຖະບານພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດຫາກຂັ້ນເທິງເຫັນດີກໍ່ຈະໄດ້ນຳມາຈັດຕັ້ງປະຕິບັດຖ້າຂັ້ນເຖິງບໍ່ເຫັນດີກໍ່ຈະຄົ້ນຄວ້າຊອກຫາທາງອື່ນແທນ.


ຂ່າວຈ່າກ: ໜັງສືພິມວຽງຈັນໃໝ່

ທະນາຄານກາງ ຫ້າມບໍ່ໃຫ້ນຳເອົາເງິນກີບໃບໃໝ່ ໄປວາງຂາຍເພື່ອເອົາກຳໄລ


ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ (ທະນາຄານກາງ) ໄດ້ອອກແຈ້ງການ ສະບັບເລກທີ 424/ທຫລ ບໍ່ໃຫ້ນຳເອົາທະນາບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫລື ແລກປ່ຽນ ເພື່ອເອົາກຳໄລ ໃນຮູບແບບຕ່າງໆ ເຊັ່ນ: ວາງຂາຍຕາມຮ້ານຂາຍວັດຖຸມີຄ່າ ແລະ ເຮັດເປັນຕົ້ນກາ ລະພຶກເພື່ອວາງຂາຍ ແລະ ອື່ນໆ. ການກະທຳດັ່ງກ່າວ, ຖືເປັນການກະທຳທີ່ບໍ່ຖືກຕ້ອງ, ຂັດຕໍ່ການ ຮັກສາຄ່າຂອງເງິນກີບ ແລະ ຂໍ້ຫ້າມໃນກົດໝາຍຂອງທະນາຄານ ແຫ່ງ ສປປ ລາວ ສະບັບປັບປຸງເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018. 

ກໍລະນີພົບເຫັນຈະຖືກປະຕິບັດມາດຕະການ ຈາກເຈົ້າໜ້າທີ່ຕຳຫລວດຕາມກໍລະນີເບົາ ຫລື ໜັກ ເຊັ່ນ: ພົບເຫັນຄັ້ງທຳອິດ ຈະຖືກກ່າວເຕືອນ ແລະ ເຮັດບົດບັນທຶກເປັນລາຍລັກອັກສອນ, ພົບເຫັນຄັ້ງທີສອງ ຈະຖືກປັບໄໝ 1 ລ້ານກີບ, ພົບເຫັນຄັ້ງທີສາມ ຈະຖືກປັບໄໝ 3 ລ້ານກີບ ແລະ ກໍລະນີສືບຕໍ່ກະທຳ ຫລື ທໍາເປັນອາຈີນ ຈະຖືກປັບໄໝ 20 ລ້ານກີບ.


ແຫຼ່ງຂ່າວ: ຂ່າວສານປະເທດລາວ

Friday, October 12, 2018

ລາຄາຄ່າບໍລິການຝາກລົດ ແລະ ຄ່າສຳປະທານສະຖານທີ່ຄ້າຂາຍ ສຳລັບບຸນຊ່ວງເຮືອທ່າວັດຈັນ


ສໍາລັບງານບຸນຊ່ວງເຮືອ ປີ 2018 ທີ່ທ່າວັດຈັນ  ເຊິ່ງປີນີ້ມື້ອອກພັນສາແມ່ນກົງກັບວັນພຸດວັນທີ 24 ຕຸລາ 2018 ຜູ້ສໍາປະທານສະຖານທີ່ຄ້າຂາຍເຜີຍເປີດໃຫ້ຈັບຈອງພື້ນທີ່ແລ້ວ ສ່ວນລາຄາເລີ່ມແຕ່ 1 – 3 ລ້ານກີບຕໍ່ຫ້ອງ, ຄ່າບໍລິການຝາກລົດ 5 – 15 ພັນກີບ.

ທ່ານ ຄໍາເສັງ ສູນດາລາ ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໄດ້ກ່າວວ່າ: ງານບຸນຊ່ວງເຮືອປະຈຳປີ 2018 ນີ້ ທີ່ທ່າວັດຈັນ ສຳລັບເນື້ອທີ່ຂອງບໍລິສັດຈັດສັນໄວ້ມີ 200 ກວ່າລັອກ ເຊິ່ງລາຄາເລີ່ມແຕ່ 1 – 3 ລ້ານກີບ. ປັດຈຸບັນມີຜູ້ມາຈັບຈອງພື້ນທີ່ຄ້າຂາຍແລ້ວ 15% ເຊິ່ງຖ້າທຽບໃສ່ກັບແຕ່ລະປີຖືວ່າຍັງບໍ່ທັນຄຶກຄື້ນ; ສໍາລັບການບໍລິການຝາກລົດຂອງປະຊາຊົນໃນປີນີ້ ພວກເຮົາໄດ້ວາງໄວ້ 6 ຈຸດ ສ່ວນການເກັບຄ່າຝາກແມ່ນປະຕິບັດຄືກັບປີຜ່ານໆມາ ລົດຈັກ ເກັບ 5 ພັນກີບ, ລົດໃຫຍ່ 15 ພັນກີບ. ຢ່າງໃດກໍ່ຕາມ, ກໍ່ຂໍເຊີນຊວນຊາວຄ້າຂາຍຜູ້ທີ່ຍັງບໍ່ທັນມີພື້ນທີ່ຄ້າຂາຍໃຫ້ເຂົ້າມາຈັບຈອງໄດ້ແລ້ວຢູ່ຫ້ອງການຈັດສັນຢູ່ສາມແຍກປາກປ່າສັກໄດ້.

ສໍາລັບລັອກທີ່ພວກເຮົາໄດ້ຈັດສັນເພື່ອໃຫ້ຊາວຄ້າຂາຍໄດ້ເຂົ້າມາຈັບຈອງ ແບ່ງອອກເປັນ 2 ປະເພດ ຄື: ລັອກສໍາລັບຂາຍສິນຄ້າຫັດຖະກໍາ, ອຸດສາຫະກໍາຈາກບັນດາບໍລິສັດຕ່າງໆ ເຊິ່ງຈະໄດ້ຈັດແບ່ງເປັນເຕັ້ນຕາມຄວາມຕ້ອງການຂອງລູກຄ້າ ຫຼື ລູກຄ້າສາມາດເຂົ້າມາຕົກແຕ່ງເອງກໍ່ໄດ້. ນອກນັ້ນ, ແມ່ນລັອກສໍາລັບຄ້າຂາຍສິນຄ້າປະເພນີ ເປັນຕົ້ນແມ່ນສໍາລັບຂາຍເຂົ້າຫຼາມ, ປີ້ງໄກ່, ການບໍລິການອາຫານ ແລະ ອື່ນໆ.

ໃນວຽກງານປະກອບສ່ວນເພື່ອສ້າງບັນຍາກາດ ແລະ ສີສັນຂອງງານ ປີນີ້ບໍລິສັດຄໍາເສັງໄດ້ປະກອບສ່ວນໃນການປະກອບເຮືອໄຟ, ບັ້ງໄຟລະໄລ, ກີລາຕີມວຍ ສ່ວນວຽກງານຮັກສາຄວາມປອດໄພໄດ້ຕິດຕັ້ງດອກໄຟ, ປະກອບສ່ວນຕິດຕັ້ງກ້ອງວົງຈອນປິດ ຈໍານວນ 16 ໜ່ວຍ.

ແຫຼ່ງຂ່າວ:  ເສດຖະກິດ-ການຄ້າ

Thursday, October 11, 2018

ເຈົ້າໜ້າທີ່ໄທດ່ານໜອງຄາຍຈັບ 3 ຊາວລາວກຽມຂົນເງິນ 38 ລ້ານບາດເຂົ້າ ສປປ ລາວ! ຢຶດ 32 ລ້ານບາດພ້ອມລົດເກັງເປັນຂອງຫຼວງໄທ


ເມື່ອເວລາ 10:00 ໂມງ ຂອງວັນທີ 11 ຕຸລາ 2018 ທີ່ດ່ານຂົວມິດຕະພາບລາວ-ໄທ 1 ເມືອງ ໜອງຄາຍ ຜູ່ອຳນວຍການດ່ານຊາຍແດນພາກທີ 2 ພ້ອມດ້ວຍເຈົ້າໜ້າທີ່ດ່ານໜອງຄາຍ ໄດ້ຖະແລງຮ່ວມກັນກ່ຽວກັບການຈັບກຸມຕົວຄົນລາວ 3 ຄົນ; ເປັນຊາຍ 1 ຄົນ, ຍິງ 2 ຄົນ (ບໍ່ເປີດເຜີຍຊື່ ແລະ ນາມສະກຸນ) ຊຸກເຊື່ອງທະນະບັດໃບ 1.000 ບາດ ຈຳນວນ 10 ລ້ານບາດ ແລະ ເຊື່ອງໄວ້ບ່ອນມ້ຽນເຄື່ອງສ່ວນກາງເບາະລົດດ້ານຫຼັງ 28 ລ້ານບາດ ລວມທັງໝົດເປັນ 38 ລ້ານບາດ ໃນລົດເກັງ ໂຕໂຢຕ້າ ແຄັມຣີ ສີບອນ ທະບຽນ ຄວ 9889 ກຳແພງນະຄອນຫຼວງວຽງຈັນ.

ການຈັບກຸມໃນຄັ້ງນີ້ເຈົ້າໜ້າທີ່ດ່ານ ໄດ້ເຝົ້າລະວັງຂະບວນການລັກລອບນຳເງິນຕາອອກນອກປະເທດ ໂດຍຜິດກົດໝາຍ ເຊິ່ງລົດເກັງຄັນດັ່ງກ່າວຂັບເຂົ້າອອກປະເທດໄທຫຼາຍຄັ້ງ ຈົນມາຮອດເວລາປະມານ 20.30 ນາທີ ຂອງວັນທີ 10 ຕຸລາ 2018 ລົດເກັງຄັນດັ່ງກ່າວຂັບເຂົ້າມາບໍລິເວນດ່ານຊາຍແດນ ແລະ ກຳລັງຈະເດີນທາງອອກນອກປະເທດມຸ່ງໜ້າເຂົ້າ ສປປ ລາວ ເຈົ້າໜ້າທີ່ດ່ານ ຈິ່ງໄດ້ກວດຄົ້ນກໍ່ພົບຂອງກາງດັ່ງກ່າວ.

ຈາກການສອບສວນເບື້ອງຕົ້ນ ຜູ່ຖືກຫາທັງ 3 ຄົນຍອມຮັບສາລະພາບວ່າໄດ້ເຊື່ອງເງິນທັງໝົດໄວ້ແທ້ ໂດຍຕ່າງຄົນຕ່າງກໍ່ມີທຸລະກິດເປັນຂອງຕົນເອງ ສ່ວນເງິນທັງໝົດທີ່ຖືກເຈົ້າໜ້າທີ່ກວດຢຶດເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ຮວມທັງທຸລະກິດແລກປ່ຽນເງິນຕາໃນນະອນຫຼວງວຽງຈັນ ຫຼັງຈາກຖືກຈັບກຸມໄດ້ມີການຍິນຍອມໃນຊັ້ນດ່ານ.

ຜູ່ອຳນວຍການດ່ານຊາຍແດນພາກທີ 2 ກ່າວວ່າການຢຶດເງິນໃນຄັ້ງນີ້ຖືເປັນຄັ້ງທີ 3 ທີ່ທາງດ່ານໜອງຄາຍໄດ້ຈັບກຸມ, ຄັ້ງທຳອິດ 98 ລ້ານບາດ, ຄັ້ງທີສອງ 30 ລ້ານບາດ ແລະ ຄັ້ງທີສາມ 38 ລ້ານບາດ, ເຊິ່ງການລັກລອບນຳເງິນອອກນອກປະເທດແມ່ນເປັນຄວາມຜິດຕາມ ບົດບັນຍັດ ດາ່ນຊາຍແດນ ໂດຍທາງດ່ານຈະປະສານງານກັບໜ່ວຍງານປາບປາມການຟອກເງິນ ເຮັດການກວດສອບແຫຼ່ງທີ່ມາຂອງເງິນວ່າເປັນເງິນທີ່ກ່ຽວຂ້ອງກັບທຸລະກິດຜິດກົດໝາຍ ແລະ ຢາເສບຕິດ ຫຼື ບໍ່ ແຕ່ຄາດວ່າໜ້າຈະເປັນຂະ ບວນການຄ້າເງິນ ເມື່ອຜູ່ກະທຳຜິດຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນດ່ານ ກໍ່ຈະຖືກປັບໄໝຄົນລະ 20.000ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດຕາມສິດທິ ສ່ວນເງິນທີ່ເຫຼືອ 32 ລ້ານບາດ ແລະ ລົດເກັງແມ່ນຢຶດເຂົ້າຄັງຫຼວງ.

Wednesday, October 10, 2018

ລາວກວດພົບຜັກ-ໝາກໄມ້ທີ່ມີສານເຄມີ ຈໍານວນ 19 ລາຍການ ນໍາເຂົ້າຈາກ ສສ ຫວຽດນາມ

ວິຊາການຂະແໜງປູກຝັງ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ກວດພົບພືດຜັກ-ໝາກໄມ້ທີ່ມີສານເຄມີ ຈໍານວນ 19 ລາຍການ ນໍາເຂົ້າຈາກ ສສ ຫວຽດນາມ ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໃນວັນ ວັນທີ 28 ຕຸລາ 2018 ທີ່ຜ່ານມາ.
       ທ່ານນາງ ມະຍູລີ ຫົງສາທິລາດ ວິຊາການຂະແໜງປູກຝັງ, ພະແນກກະສິກໍາ-ປ່າໄມ້ແຂວງ ໄດ້ນໍາພາຄະນະທີມງານ ລົງກວດກາເກັບຕົວຢ່າງພືດຜັກ ແລະ ໝາກໄມ້ຈໍານວນໜຶ່ງ ທີ່ນໍາເຂົ້າຈາກ ສສ ຫວຽດນາມ ຜ່ານດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອວິໄຈກວດຫາສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ. ສາມາດກັກກັນພືດທັງໝົດ 19 ລາຍການ, ຈາກການກວດກາ ແລະ ວິໄຈຫາສານພິດທີ່ຕົກຄ້າງໃນພືດຜັກ ແລະ ໝາກໄມ້ ປາກົດວ່າ: ມີພືດຜັກ-ໝາກທີ່ພົບສານພິດທີ່ປົນເປື້ອນຢູ່ໃນລະດັບປອດໄພ 11 ລາຍການຄື: ຈຳພວກໝາກກະຈຽບຂຽວ, ໝາກຖົ່ວແຂກ,  ຜັກສະຫຼັດ; ໝາກນາວ, ໝາກເລັ່ນໃຫຍ່, ໝາກເຜັດຢອນ, ຫົວຜັກບົ່ວແດງນ້ອຍ, ຜັກບົວລະພາໝາກສາລີ້ໝາກໜອດ, ໝາກສົ້ມໂອ, ໝາກແອັບເປີ້ນ,  ໝາກກ້ຽງ. ສໍາລັບພືດຜັກ-ໝາກໄມ້ທີ່ພົບສານພິດເຈືອປົນທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກຮ້າຍແຮງມີ 5 ລາຍການໄດ້ແກ່່ໝາກເຜັດແດງ, ຜັກໜອກ; ໝາກອາໂວຄາໂດ້, ໝາກລາແຊ໋ງແດງໃຫຍ່ ແລະ ໝາກມັງກອນ.
        ສຳລັບການກວດຄັ້ງນີ້, ໄດ້ນໍາໃໍຊ້ຊຸດກວດ GT Test Kit ເຂົ້າໃນການວິເຄາະເບື້ອງຕົ້ນ ສາມາດກວດຫາສານເຄມີໃນ 2 ກຸ່ມຄື: ກຸ່ມອໍກາໂນໂຟສເຟດ ແລະ ກຸ່ມຄາບາເມດ ທີ່ພົບເຫັນໃນຢາຂ້າພະຍາດ ແລະ ຂ້າແມງໄມ້-ສັດຕູພືດ ໂດຍຈໍານວນພືດຜັກ ແລະ ໝາກໄມ້ທີ່ນໍາໃຊ້ໃນການກວດສານພິດຕົກຄ້າງແມ່ນຊື້ມາຈາກຕະຫຼາດບ່າວລາວ ສສ ຫວຽດນາມ.
ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

Tuesday, October 9, 2018

ລີມູຊີນຂາຊິ້ງ! ຕຳຄົນລວດດຽວເສຍຊີວິດ 20 ຄົນ

ສຳນັກຂ່າວບີບີຊີ ລາຍງານອ້າງອີງຂໍ້ມູນຈາກສຳນັກງານຄະນະກຳມະການຄວາມປອດໄພແຫ່ງຊາດຂອງສະຫະລັດ ລາຍງານວ່າ ໃນຕອນບ່າຍຂອງວັນທີ 7 ຕຸລາ 2018ທີ່ຜ່ານມາ ມີລົດ 2 ຄັນຕຳກັນຢູ່ເຂດໂຊຮາຣີ ໃກ້ກັບເມືອງອໍບານີ ເມືອງຫຼວງຂອງລັດນິວຢອກ ເຊິ່ງລົດທີ່ຕຳກັນນັ້ນ ຄັ້ນໜຶ່ງລົດລີມູຊີນປະເພດເອສຢູວີທີ ຂັບລົງມາຈາກພູດ້ວຍຄວາມໄວສູງ ແລະ ຕຳຄົນຍ່າງຕາມຖະໜົນດ້ານໜ້າຂອງ ແອັບເປິ່ນ ບາຣເຣລ ເຄົາຕີ້ ເຮັດໃຫ້ມີຜູ່ເສຍຊີວິດທັງໝົດ 20 ຄົນ.

ລາວນໍາສະເໜີນະໂຍບາຍ 3 ເປີດຕໍ່ນັກທຸລະກິດຍີ່ປຸ່ນ


ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາສະເໜີນະໂຍບາຍ 3 ເປີດຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ ຕໍ່ນັກທຸລະກິດຍີ່ປຸ່ນ ໃນ ກອງປະຊຸມເວ ທີປຶກສາການລົງທຶນແມ່ນໍ້າຂອງ-ຍີ່ປຸ່ນໃນວັນທີ 9 ຕຸລາ 2018ນີ້.
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕື່ມວ່າ: ເພື່ອຕ້ອນຮັບ ແລະ ຮອງຮັບນັກລົງທຶນ ແລະ ນັກພັດທະນາຂອງຍີ່ປຸ່ນໃນປັດຈຸບັນ ແລະ ຕໍ່ໜ້າ ເພື່ອໃຫ້ບັນດານັກທຸ ລະກິດໄດ້ພິຈາລະ ນາເອົາ ສປປ ລາວ ເປັນປະເທດໜຶ່ງໃນການລົງທຶນ ແລະ ຂະຫຍາຍທຸລະກິດໃນອານາຄົດອັນໃກ້ນີ້. ພ້ອມນີ້ ສປປ ລາວ ກໍຈະເອົາໃຈໃສ່ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງຕໍ່ການນນໍາໃຊ້ທ່າແຮງ ແລະ ການປະກອບສ່ວນ ຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດອົງປະກອບໜຶ່ງສໍາຄັນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ນອກນີ້ລັດຖະບານກໍຈະ ສົ່ງເສີມການລົງທຶນທີ່ມີຄຸນນະພາບນໍາໃຊ້ພູມປັນຍາ ແລະ ແຮງງານຢ່າງມີປະ ສິດທິພາບນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງປະຢັດ ແລະ ເປັນມິດກັບສິ່ງ ແວດລ້ອມ. ພ້ອມນີ້ກໍຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນລວມທັງ ການປັບປຸງນະໂຍບາຍ, ນິຕິກໍາ ແລະ ກົນໄກການປະສານງານພາຍໃນ ໃຫ້ມີ ຂັ້ນຕອນກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ຜ່ານປະຕູດຽວ ເພື່ອຫລຸດຜ່ອນ ອຸປະສັກໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ.


ແຫຼ່ງຂ່າວ: ຂ່າວສານປະເທດລາວ

Monday, October 8, 2018

ຄູ່ໝັ້ນ "ຟ່ານ ປິງປິງ" ປະກາດຂາຍເຮືອນສຸດຫຼູ ມູນຄ່າ 100 ລ້ານຢວນ ສົມທົບເງິນຈ່າຍຄ່າປັບຊ່ວຍແຟນສາວ


ນັກສະແດງຊາຍຊື່ດັງ ຫຼີ່ເສິນ ຄູ່ໝັ້ນຂອງ ຟ່ານ ປິງປິງ ປະກາດຂາຍເຮືອນສຸດຫຼູກາງໃຈເມືອງນະຄອນປັກກິ່ງ ມູນຄ່າກວ່າ 100 ລ້ານຢວນ ເພື່ອສົມທົບເງິນຊ່ວຍ ຟ່ານ ປິງປິງ ຈ່າຍຄ່າປັບ ແລະ ຈ່າຍພາສີຍ້ອນຫຼັງໃຫ້ລັດເປັນເງິນກວ່າ 880 ລ້ານຢວນ ຫຼື 130 ລ້ານໂດລາ.

ຫຼັງຈາກສຳນັກຂ່າວຊິນຫົວຂອງທາງລັດຖະບານຈີນ ເປີດເຜີຍວ່າ ລັດຖະບານຈີນມີຄຳສັ່ງໃຫ້ ນາງ ຟ່ານ ປິງປິງ ຮັບໂທດເສຍຄ່າປັບ ແລະ ຄ່າພາສີຍ້ອນຫຼັງເປັນເງິນ 880 ລ້ານຢວນ ຫຼື 130 ລ້ານໂດລາ ໃນຄະດີຫຼີກລ່ຽງຈ່າຍພາສີ ໂດຍຖືເປັນຄວາມຄືບໜ້າຢ່າງເປັນທາງການຄັ້ງທຳອິດ ໂດຍຕາມລາຍງານນາງຕ້ອງຈ່າຍເງິນຈຳນວນນີ້ພາຍໃນ 15 ວັນ ແຕ່ເຈົ້າໜ້າທີ່ສານພິພາກສາພິຈາລະນາແລ້ວເຫັນວ່າເປັນເງິນກ້ອນມະຫາສານ ຈິ່ງໄດ້ຂະຫຍາຍເວລາໃຫ້ນາງຈ່າຍພາຍໃນໝົດປີນີ້.

ທັງນີ້, ຊັບສິນ ຟ່ານ ປິງປິງ ລວມທັງໝົດມີຫຼາຍກວ່າ 7.000 ລ້ານຢວນ ໂດຍນາງໄດ້ນຳເງິນໄປຊື້ອະສັງຫາລິມະຊັບ, ຫຸ້ນ ແລະ ອື່ນໆ ຈິ່ງເຮັດໃຫ້ຕອນນີ້ນາງຕ້ອງໄດ້ປະກາດຂາຍຄອນໂດໃຈກາງນະຄອນຫລວງປັກກິ່ງ ຕາມລາຍງານຂ່າວບອກວ່ານາງຍອມຂາຍໃນລາຄາຕ່ຳກວ່າທ້ອງຕະຫຼາດເຖິງ 30%.

ຫຼີ່ເສິນ ອອກມາສະແດງຄວາມຄິດເຫັນຜ່ານເວ່ຍປໍສ່ວນຕົວຂອງລາວ ໃນວັນທີ 5 ຕຸລາ 2018 ທີ່ຜ່ານມາວ່າ "ບໍ່ວ່າຈະຢາກລຳບາກພຽງໃດ ເຮົາຈະສູ້ຊົນໄປນຳກັນ".

"ເປ້ຍ ເຫຼົາພັກດີ" ນັກກິລາຍົກນ້ຳໜັກຄົນພິການລາວຄວ້າຫຼຽນຄຳມາຄອງ


ງານມະຫະກຳກິລາ ເອເຊຍ ພາຣາເກມ 2018, ຄັ້ງທີ XII ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເປັນເຈົ້າພາບລະຫວ່າງວັນທີ 6-13 ຕຸລາ 2018 ໃນລາຍການແຂ່ງຂັນກີລາຍົກນ້ຳໝັກຊາຍ ລຸ້ນ 49 ກິໂລກຣາມ ເຊິ່ງໄດ້ແຂ່ງຂັນໃນວັນທີ 7 ຕຸລາ 2018 ເຊິ່ງນັກກິລາຄົນພິການລາວໄດ້ສ້າງປະຫວັດສາດໃຫ້ກັບວົງການກີລາຍົກນ້ຳໜັກລາວ ດ້ວຍການຄວ້າຫຼຽນຄຳ ມາຄອງ.

ໃນລາຍການແຂ່ງຂັນກີລາຍົກທ້າວ ເປ້ຍ ເຫຼົາພັກດີ ນັກກິລາຍົກນ້ຳໜັກຄົນພິການຈາກ ສປປ ລາວ ໄດ້ຕໍ່ສູ້ກັບທ້າວ ບາຊາ ຟາແມນ ນັກກິລາຍົກນ້ຳໜັກຄົນພິການຈາກອິນເດຍ, ທັງສອງໄດ້ພະຍາຍາມຍົກນ້ຳໝັກຂຶ້ນສູງສຸດ 133 ກິໂລກຣາມ ແລະ ເປັນຝ່າຍທ້າວ ເປ້ຍ ນັກກີລາຈາກລາວ ສາມາດຍົກນ້ຳໜັກຂຶ້ນໄດ້ຢ່າງສົມບູນແບບ ແລະ ເປັນຝ່າຍຊະນະໄດ້ຮັບຫຼຽນຄຳມາຄອງ. ເຖິງແມ່ນວ່າລາວຈະໃຊ້ເວລາໃນການຝຶກຊ້ອມພຽງ 6 ເດືອນກໍ່ຕາມ.

ທ້າວ ເປ້ຍ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: "ເຂົາຮູ້ສຶກຕື່ນເຕັ້ນຫຼາຍເມື່ອເຫັນທ້າວ ຟີແມນກຳລັງພະຍາຍົກນ້ຳໜັກໃນລະດັບສຸດທ້າຍ ນີ້ຄືເຫດການໃໝ່ສຳລັບຂ້ອຍ ແຕ່ນັກກີລາອິນເດຍເຄີຍໄດ້ແຊັ້ມ ນັ້ນຄືເຫດຜົນທີ່ເຮັດໃຫ້ຂ້ອຍຕື່ນເຕັ້ນຫຼາຍ"

ທ້າວ ເປ້ຍ ມີແຜນທີ່ຈະໄປແຂ່ງຂັນທີ່ດູໄບໃນຄັ້ງຕໍ່ໄປເຊິ່ງເປັນລາຍການແຂ່ງຂັນລະດັບໂລກ ແລະ ຫຼັງຈາກນັ້ນລາວຈະໄປເຂົ້າຮ່ວມການແຂ່ງຂັນລາຍການ ພາລາລິມປິກ 2020 ທີ່ໂຕກຽວ.

Wednesday, October 3, 2018

ພັກຄອມມູນິດຫວຽດນາມຕົກລົງເລືອກ ທ່ານ ຫງຽນ ຟູ້ ຈ່ອງ ເປັນປະທານປະເທດຄົນໃໝ່


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ, ປະທດຫວຽດນາມ ເມື່ອວັນທີ 3 ຕຸລາ 2018 ວ່າ ພັກຄອມມູນິດຫວຽດນາມຖະແຫຼງການຜ່ານເວັບໄຊສ໌ວ່າ ຄະນະກຳມະການກາງ ຂອງພັກຄອມມູນິດປະກາດຜົນການສະເໜີຊື່ຜູ້ສະໝັກ ຊຶ່ງມີຢູ່ພຽງຄົນດຽວໃນຕຳແໜ່ງປະທານປະເທດຄົນໃໝ່ຂອງຫວຽດນາມ ເພື່ອຮັບຕຳແໜ່ງຜູ້ນຳສູງສຸດຂອງປະເທດ, ພາຍຫຼັງການ ເຖິງແກ່ມໍລະນະກຳຂອງທ່ານ ເຈິ໋ນ ດ໋າຍ ກວາງ, ອະດີດປະທານປະເທດແຫ່ງຫວຽດນາມ ເມື່ອເດືອນ ກັນຍາ 2018 ທີ່ຜ່ານມາ, ໂດຍພັກຕົກລົງສະເໜີຊື່ທ່ານ ຫງຽນ ຟູ້ ຈ່ອງ ເລຂາທິການພັກຄອມມູນິດຫວຽດນາມ ເປັນຜູ້ດຳລົງຕຳແໜ່ງປະທານປະເທດ.

ທັງນີ້, ສະພາມະຕິແຫ່ງຊາດຈະເປັນຜູ້ລົງມະຕິຮັບຮອງການສະເໜີຊື່ຂອງທ່ານ ຫງຽນ ຟູ້ ຈ່ອງ ໄວອາຍຸ 74 ປີ ຊຶ່ງເປັນສະມາຊິກຄະນະກຳມະການກາງກົມການເມືອງສູນກາງພັກຄອມມູນິດຫວຽດນາມ ໃນສະໄໝປະຊຸມໜ້າ ກຳນົດການຈະເລີ່ມປະຊຸມໃນວັນທີ 22 ຕຸລາ 2018 ນີ້. ຈາກນັ້ນ ທ່ານ ຫງຽນ ຟູ້ ຈ່ອງ ຈະຂຶ້ນເປັນປະທານປະເທດ ແລະ ເລຂາທິການພັກຄອມມູນິດພ້ອມກັນສອງຕຳແໜ່ງສຳຄັນ.

ຜູ້ຂາຍສິນຄ້າໃນເຟສບຸກຄວນຄຳນຶງ "ແທັກຫຼາຍ" ເພື່ອນໃນເຟສອາດບໍ່ພໍໃຈ

ທຸກວັນນີ້ຕ້ອງຍອມຮັບເລີຍວ່າເຟສບຸກແມ່ນມີອິດທິພົນຕໍ່ການດຳລົງຊີວິດຂອງຄົນເຮົາ ເນື່ອງຈາກເຟສບຸກໄດ້ຊ່ວຍໃຫ້ເຮົາຕິດຕໍ່ສື່ສານ, ຫາເພື່ອນ, ຫາແຟນ, ຫາເງິນ, ຫາຄວາມບັນເທີງ, ຂ່າວສານ,​ ສາລະຄວາມຮູ້ ແລະ ເຮັດກິດຈະກຳຮ່ວມກັນໄດ້ຫຼາຍດ້ານງ່າຍຂຶ້ນ ເຊັ່ນ: ແຊັດລົມກັນ, ຫຼິ້ນເກມເປັນກຸ່ມ, ຂາຍສິນຄ້າອອນໄລນ໌ ແລະ ອື່ນໆ. 

ດັ່ງທີ່ທຸກຄົນຮູ້ກັນແລ້ວວ່າ ເຟສບຸກນອກຈາກຈະເຮັດໃຫ້ເຮົາໃກ້ຊິດກັນຫຼາຍຂຶ້ນແລ້ວ ມັນກໍ່ຍັງສາມາດເຮັດໃຫ້ມິດກາຍເປັນສັດຕູໄດ້ຄືກັນ ເນື່ອງຈາກມັນຂຶ້ນກັບພຶດຕິກຳຂອງຜູ່ຫຼິ້ນເຟສບຸກນັ້ນເອງ ໂດຍສະເພະຄົນທີ່ນຳໃຊ້ເຟສບຸກໄປໃນທາງພານິດ (ທາງທຸລະກິດ), ຄົນທີ່ຂາຍສິນຄ້າທາງອອນໄລນ໌ ສ່ວນຫຼາຍຈະມຸ່ງເນັ້ນໄປໃນທາງເພີ່ມຍອດຂາຍສິນຄ້ານັ້ນ ແລະ ຕ້ອງການໃຫ້ຜູ່ຄົນໄດ້ເຫັນສິນຄ້າຂອງຕົນເອງຫຼາຍທີ່ສຸດຈົນບາງຄັ້ງເຮັດໃຫ້ລືມຄຳນຶງເຖິງຈຸດສຳຄັນ ເພາະການແທັກໂພສສິນຄ້າຂອງຕົນໄປຫາເພື່ອນເລື່ອຍໆ ຫຼື ແທັກໄປຫຼາຍຈົນເກີນງາມມັນຈະເຮັດໃຫ້ເພື່ອນໃນເຟສບຸກຂອງທ່ານເກີດຄວາມຮູ້ສຶກບໍ່ພໍໃຈເພາະປຽບເໝືອນທ່ານເຂົ້າໄປບຸກລຸກພື້ນທີ່ສ່ວນຕົວຂອງເຂົາໂດຍບໍ່ໄດ້ຮັບອະນຸຍາດນັ້ນເອງ ພຶດຕິກຳນີ້ມັນຈະເຮັດໃຫ້ຄວາມສຳພັນຂອງທ່ານ ແລະ ເພື່ອນໃນເຟສບຸກເກີດບັນຫາຂຶນໄດ້ ບາງຄົນອາດຮູ້ສຶກລຳຄານຈາກທີ່ເປັນໝູ່ເພື່ອນລົມກັນດີໆອາດເຮັດໃຫ້ເກີດຄວາມເຫີນຫ່າງ, ບາດໝາງ ຈົນເຖິງຂັ້ນລົບທ່ານອອກຈາກການເປັນເພື່ອນເລີຍກໍ່ມີ, ສຳລັບໃນຮູບແບບທາງດ້ານທຸລະກິດແລ້ວທ່ານຄວນໃຊ້ເຟສບຸກຢ່າງລະມັດລະວັງ ແລະ ມີວິຈາລະນະຍານທີ່ສຸດ ເພາະບາງຄັ້ງໃນການທີ່ທ່ານແທັກສິນຄ້າຂອງຕົນເອງອອກໄປມັນອາດໄປລົບກວນການຂາຍຂອງຄົນອື່ນໂດຍເປັນຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍ່ຕາມ ແຕ່ນັ້ນຄືພຶດຕິກຳທີ່ບໍ່ສົມຄວນ ເພາະພວກເຂົາໄດ້ຮັບແຕ່ຜົນກະທົບ ເນື່ອງຈາກທ່ານໄປນຳໃຊ້ພື້ນທີ່ກິນຂອງຄົນອື່ນເປັນພື້ນທີ່ຫາກິນຂອງຕົນເອງໂດຍບໍ່ໄດ້ຮັບອະນຸຍາດ, ອີກຢ່າງມັນປຽບເໝືອນທ່ານກຳລັງລ້ຳເສັ້ນເຄືອຂ່າຍທາງທຸລະກິດຂອງຄ້າຍອື່ນນັ້ນເອງ, ຍົກຕົວຢ່າງມີຜູ່ໃຊ້ເຟສບຸກລາຍໜຶ່ງທີ່ມີອາຊີບຂາຍສິນຄ້າອອນໄລນ໌ ແຕ່ຖືກລົບກວນຈາກສິນຄ້າຍີ່ຫໍ້ອື່ນເປັນປະຈຳ.
ການເຮັດທຸລະກິດ ຫຼື ຂາຍສິນຄ້າທາງອອນໄລນ໌ ບໍ່ວ່າຈະຂາຍຜະລິດຕະພັນໃດກໍ່ດີ, ຈະຂາຍຄຣີມ, ຂາຍອາຫານເສີມ ຫຼື ເຮັດສິ່ງໃດກໍ່ດີ, ເພື່ອຫຼີກລ່ຽງບໍ່ໃຫ້ເກີດບັນຫາກັບພາກສ່ວນໃດຂໍໃຫ້ທ່ານຂາຍຢ່າງມີຂອບເຂດ ບໍ່ບຸກລຸກໃຜ ບໍ່ສ້າງຄວາມເດືອດຮ້ອນໃຫ້ໃຜ ບໍ່ລ້ຳເສັ້ນໃຜກໍ່ພໍ ເພາະການສ້າງມິດເປັນສິ່ງທີ່ດີກວ່າການສ້າງສັດຕູເຖິງແມ່ນວ່າຈະຢູ່ໃນໂລກອອນໄລນ໌ກໍ່ຕາມ.




ເລີ່ມປະຕິບັດແລ້ວ! ເກັບ 1 ໂດລາກັບນັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າມາທ່ຽວ ສປປ ລາວ


ເລີ່ມແຕ່ວັນທີ 1 ຕຸລາ ເປັນຕົ້ນໄປ ລັດຈະດຳເນີນໜ້າທີ່ກ່ຽວກັບການເກັບພັນທະຈາກນັກທ່ອງທ່ຽວ ຈຳນວນ 1 ໂດລາສະຫະລັດ/ຄົນ ທີ່ເດີນທາງເຂົ້າມາຍັງ ສປປ ລາວ ໃນພາກພື້ນທົ່ວປະເທດ ເພື່ອລະດົມທຶນເຂົ້າໃນກອງທຶນການທ່ອງທ່ຽວ ແລະ ນໍາໃຊ້ເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວ.
ໃນວັນພະຫັດ ທີ່ຜ່ານມາ, ຮອງຫົວໜ້າກົມແຜນການ-ການເງິນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ນາງ ຄຳໄມ ເພັງສະຫວັດ ກ່າວວ່າ ກອງທຶນທ່ອງທ່ຽວໄດ້ຮັບການຈັດຕັ້ງຂື້ນຕາມໜັງສືແຈ້ງການຂອງລັດຖະບານ ສະບັບເລກທີ 119, ໃນເດືອນ ເມສາ 2017, ໂດຍໄດ້ຮັບການຮ່ວມມືລະຫວ່າງ ກົມແຜນການ-ການເງີນ ແລະ ກະຊວງການເງິນໃນການເປັນເຈົ້າການຕໍ່ການດຳເນີນງານ ພ້ອມເຜີຍແຜ່ຂໍ້ມູນໄປຍັງພະແນກທີ່ກ່ຽວຂ້ອງທົ່ວປະເທດໃຫ້ໄດ້ຮັບຮູ້ຕໍ່ສິດ ແລະ ໜ້າທີ່.
ຫົວໜ້າພະແນກຂໍ້ມູນຂ່າວສານ, ວັດທະນະທຳ ແລະ ການທ່ອງທ່ຽວ ທ່ານ ເຄນ ລໍມະນີ ໃຫ້ຂໍ້ມູນຕື່ມວ່າ ນີ້ເປັນການດີທີ່ຈະລະດົມທຶນເຂົ້າໃນການພັດທະນາດ້ານການທ່ອງທ່ຽວ ແລະ ເພື່ອໃຫ້ເກີດຄວາມໂປ່ງໃສໃນຂະນະທີ່ເກັບການບໍລິການ ຈາກນັກທ່ອງທ່ຽວທີ່ຜ່ານດ່ານເຂົ້າມາ ພວກເຮົາຈະນຳໃຊ້ມາຕະການທີ່ຄຸມເຂັ້ມ, ສັງລວມລາຍລະອຽດຢ່າງຖີ່ຖ້ວນ ຕໍ່ກັບຈຳນວນນັກທ່ອງທ່ຽວທີ່ເຂົ້າມາໃນປະເທດ ແລະ ຄ່າບໍລິການໃຫ້ມີຄວາມສົມດຸນ.
ຕໍ່ກຳນົດການດັ່ງກ່າວ ເຮັດໃຫ້ມີຫາງສຽງຈາກຄົນຕ່າງປະເທດ ຫຼື ນັກທ່ອງທ່ຽວທີ່ເດີນທາງເຂົ້າມາຍັງ ສປປ ລາວ ດັ່ງຮູບການສະແດງຄວາມຄິດເຫັນໃນ Facebook Page ຂອງເວັບໄຊສ໌ຂ່າວ laotiantimes.com ລຸ່ມນີ້:
ຫຼາຍຄົນວ່າ ເປັນຫຍັງຈື່ງເກັບ 1 ໂດລາສະຫະລັດ ເພີ່ມຂື້ນ ? ແລ້ວຄ່າວີຊ່າທີ່ເກັບຈາກດ່ານ 30 ໂດລາສະຫະລັດ ແມ່ນບໍ່ໄດ້ນຳໃຊ້ເຂົ້າໃນກອງທຶນສະສົມບໍ? ນີ້ຈະເປັນການເພີ່ມຂັ້ນຕອນເຂົ້າໃນການມາທ່ອງທ່ຽວ ທີ່ຈະເຮັດໃຫ້ຫຍຸ້ງຍາກ ເພາະຈາກເດີມແມ່ນຄ່ອນຂ້າງຈະໃຊ້ເວລາພໍສົມຄວນ ເປັນໄປໄດ້ບໍທີ່ຈະປັບປ່ຽນໃຫ້ສະດວກວ່ອງໄວ ແລະ ງ່າຍສຳລັບນັກທ່ອງທ່ຽວ ເພາະປີນີ້ກໍແມ່ນປີແຫ່ງການທ່ອງທ່ຽວ ຈະດີກວ່າບໍຖ້າໃຫ້ຄວາມສະດວກສະບາຍແກ່ຜູ້ເຂົ້າມາຢ້ຽມຢາມປະເທດລາວ. ນອກຈາກຈະເປັນການດີຕໍ່ເສດຖະກິດຂອງປະເທດແລ້ວ ຍັງເຮັດໃຫ້ປະເທດອື່ນໄດ້ຮັບຮູ້ເຖີງ ສປປ ລາວ ອີກດ້ວຍ, ການເພີ່ມມາຕະການຂຶ້ນຕື່ມ ຈະບໍ່ເຮັດໃຫ້ນັກທ່ອງທ່ຽວຫັນໄປທ່ຽວປະເທດອ້ອມຂ້າງແທນບໍ? ປະເທດທີ່ບໍ່ເສຍຄ່າວີຊ່າ ແລະ ຄ່າບໍລິການເສີມອື່ນໆ.

ແຫຼ່ງຂ່າວຈາດ: ລາວໂພສ, laotiantimes.com

Tuesday, October 2, 2018

ຊີວິດພັງທັງງານ! ເສຍທັງເງິນ "ຟ່ານ ປິງປີງ" ຖືກທາງການຈີນຕັດສິນໃຫ້ຈ່າຍຄ່າປັບໃນຄະດີລົບຫຼີກພາສີ 126 ລ້ານໂດລາ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 3 ຕຸລາ 2018ວ່າ ສຳນັກຂ່າວຊິນຫົວຂອງລັດຖະບານຈີນ ເຜີຍແ່ຖະແລງການຂອງສຳນັກງານພາສີແຫ່ງມົນທົນຈຽງຊູ ເຊິ່ງມີເນື້ອໃນວ່າ ນາງ ຟ່ານ ປິງປິງ ຊຸບເປີ້ສະຕຣາແຫ່ງວົງການບັນເທີງຈີນ ໄວອາຍຸ 37 ປີ, ມີຄວາມປິດຖນເຈດຕະນາ ແລະ ບິດເບືອນຂໍ້ມູນກ່ຽວກັບລາຍໄດ້ຈາກການເຮັດວຽກ ດ້ວຍການເຮັດສັນຍາທີ່ຮຽກວ່າ "ຫຍິນ-ຫຍາງ" ສ້າງຄວາມເສຍຫາຍໃຫຍ່ຫຼວງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ເນື່ອງຈາກເປັນພຶດຕິກຳລົບຫຼີກພາສີຢ່າງຊັດເຈນ.

ດ້ວຍເຫດນີ້, ນາງ ຟ່ານ ປິງປິງ ຕ້ອງຈ່າຍຄ່າເສຍຫາຍເປັນຈຳນວນເງິນປະມານ 86 ລ້ານໂດລາຈາກຄວາມຜິດດັ່ງກ່າວ ແລະ ຕ້ອງຈ່າຍພາສີຍ້ອນຫຼັງພ້ອມຄ່າທຳນຽມລວມອີກປະມານ 42 ລ້ານໂດລາ ໂດຍໃຫ້ນາງ ຟ່ານ ປິງປິງ ຊຳລະເງິນທັງໝົດ "ພາຍໃນໄລຍະເວລາທີ່ກຳນົດ" ພະນັກງານສອບສວນຈະບໍ່ດຳເນີນຄະດີອາຍາກັບນາງ, ເຖິງຢ່າງໃດກໍ່ຕາມຍັງບໍ່ມີກນເປີດເຜີຍຢ່າງຊັດເຈນວ່າກຳນົດການນັ້ນຄືເມື່ອໃດ.

ຄົ້ນພົບວັດຖຸບູຮານອາຍຸນັບຮ້ອຍປີ! ກວ່າ 10 ລາຍການໃນເດີ່ນພຣະທາດອີງຮັງ ແຂວງສະຫວັນນະເຂດ



ເມື່ອວັນທີ 03 ຕຸລາ 2018 ຜູ່ໃຊ້ເຟສບຸກທີ່ມີຊື່ວ່າ Sourioudong Sundara ໄດ້ອອກມາເຜີຍແຜ່ຂໍ້ມູນ ແລະ ຮູບພາບວັດຖຸບູຮານ ທີ່ຖືກຄົ້ນພົບຫຼາຍລາຍການ ອາຍຸຫຼາຍຮ້ອຍປີ ພາຍໃນເດີ່ນພຣະທາດອີງຮັງ ທີ່ກຳລັງມີການບູລະນະປະຕິສັງຂອນ ຢູ່ເບື້ອງຕາເວັນອອກຂອງຂ້າງກຳແພງພະທາດ ເມື່ອຊ່ວງໄລຍະວັນທີ 28 ກັນຍາ 2018 ທີ່ຜ່ານມາ.
ວັດຖຸບູຮານທັງໝົດແມ່ນໄດ້ຖືກຄົ້ນພົບໃນໄລຍະເວລາໄລ່ເລ່ຍກັນນັບແຕ່ວັນທີ 28 ກັນຍາ 2018 ເປັນຕົ້ນມາ ຈາກນັ້ນກໍ່ໄດ້ມີການຄົ້ນພົບເລື້ອຍໆມາ ເຊິ່ງຈຸດທີ່ມີການຄົ້ນພົບມີທັງໝົດ 03 ຈຸດ ຂອງກຳແພງອ້ອມພຣະທາດເບື້ອງທິດຕາເວັນອອກ ເຊິ່ງໄດ້ຄົ້ນພົບ ວັດຖຸບູຮານເກົ່າແກ່ຈໍານວນ 10 ກວ່າລາຍການ ໃນນັ້ນປະກອບມີ:
1. ລູກຕິ່ງ 18 ອັນ,
2. ໄຫ 02 ໜ່ວຍ ແລະ ບາດ,
3. ພຣະພຸດທະຮູບທອງສໍາລິດ,ທອງແດງ,ທອງເຫຼືອງ ແລະ ເງິນທີ່ຄົ້ນພົບຢູ່ໃນໄຫ 264 ອົງ,
4. ນອກຈາກນັ້ນ ກໍ່ຍັງມີຈໍານວນເສດພຣະພຸດທະຮູບໄມ້ ທີ່ຄົ້ນພົບຢູ່ໄຫອີກ 44 ອັນ,
5. ລວມພຣະພຸດທະຮູບທອງທີ່ຄົ້ນພົບຢູ່ບາດ 118 ອົງບໍ່ສົມບູນ ເຮັດດ້ວຍທອງ 12 ອົງ ພະເງິນ 1 ອົງ, ເສດສິ້ນສ່ວນທອງທີ່ພົບໃນບາດນໍ້າໜັກລວມ ເກືອບ 06 ກິໂລກລາມ, ເສດກະສັດ 05 ອັນ ແລະ ເງິນຣາດ 01 ອັນ;
(4) ສັນນິຖານວ່າວັດຖຸບູຮານທັງໝົດແມ່ນສ້າງຂຶ້ນພ້ອມໆກັບການສ້າງອົງພຣະທາດອີງຮັງ ໃນປີ ພສ 400 ປະຈຸບັນລວມມີອາຍຸປະມານ 2.000 ກວ່າປີ;
ວັດຖຸບູຮານທັງໝົດທີ່ຄົ້ນພົບແມ່ນຈະມີການເກັບຮັກສາໄວ້ໃນພຣະທາດດັ່ງກ່າວ ເພື່ອໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ມາເຄົາລົບບູຊາ ເພື່ອເປັນສິລິມົງຄຸນຕໍ່ການດໍາລົງຊີວິດ ແລະ ການຂຸດຄົ້ນນັ້ນ ແມ່ນຍັງຈະມີການສືບຕໍ່ຕື່ມອີກ.











Monday, October 1, 2018

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ແບບບໍ່ເປັນທາງການ


ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ແບບບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາໃນວັນທີ 27 ກັນຍາ 2018 ທີ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ອາເມລິກາ ກັບ ທ່ານ John J. Sullivan ຮອງລັດຖະມົນຕີ ຕ່າງປະ ເທດສະຫະລັດ, ຊຶ່ງເປັນກອງປະຊຸມຄັ້ງທໍາອິດ ພາຍຫລັງທີ່ ສປປ ລາວ ໄດ້ຮັບໜ້າທີ່ເປັນປະເທດປະສານງານ ສໍາລັບການພົວພັນ ອາຊຽນ-ສະຫະລັດ ອາເມລິກາ ສຳລັບສົກປີ 2018-2021.

ກອງປະຊຸມ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງອາຊຽນ ແລະ ສະຫະລັດ ໃນຕໍ່ໜ້າ. ໃນນີ້, ສະຫະລັດ ອາເມລິກາ ຢໍ້າຄືນ ຍຸດທະສາດອິນໂດ-ປາຊີຟິກ ຂອງຕົນ ແນໃສ່ຮ່ວມມື ກັບບັນດາປະເທດ ໃນພາກພື້ນ ບົນພື້ນຖານຫລັກການ ເສລີ ແລະ ເປີດກວ້າງ ແລະ ເຄົາລົບຄວາມເປັນລະບຽບບົນພື້ນຖານ ຫລັກການຕ່າງໆ ເພື່ອສົ່ງເສີມການພັດທະນາແບບຍືນຍົງ. ຕໍ່ບັນຫານີ້, ບັນ ດາປະເທດສະມາຊິກອາຊຽນ ເນັ້ນໜັກການເຄົາລົບຕໍ່ຄວາມເປັນແກນກາງຂອງອາຊຽນ ແລະ ຍຸດທະສາດດັ່ງກ່າວ ຂອງ ສະຫະລັດ ອາເມລິກາ ຕ້ອງເສີມສ້າງ ໃຫ້ບັນດາກົນໄກຕ່າງໆ ທີ່ມີຢູ່ແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຮັ່ງມີຜາ ສຸກຮ່ວມກັນ.



ແຫຼ່ງຂ່າວ: ຂ່າວສານປະເທດລາວ