ເມື່ອວັນທີ 03 ຕຸລາ 2018 ຜູ່ໃຊ້ເຟສບຸກທີ່ມີຊື່ວ່າ Sourioudong
Sundara ໄດ້ອອກມາເຜີຍແຜ່ຂໍ້ມູນ ແລະ ຮູບພາບວັດຖຸບູຮານ
ທີ່ຖືກຄົ້ນພົບຫຼາຍລາຍການ ອາຍຸຫຼາຍຮ້ອຍປີ ພາຍໃນເດີ່ນພຣະທາດອີງຮັງ
ທີ່ກຳລັງມີການບູລະນະປະຕິສັງຂອນ ຢູ່ເບື້ອງຕາເວັນອອກຂອງຂ້າງກຳແພງພະທາດ ເມື່ອຊ່ວງໄລຍະວັນທີ
28 ກັນຍາ 2018 ທີ່ຜ່ານມາ.
ວັດຖຸບູຮານທັງໝົດແມ່ນໄດ້ຖືກຄົ້ນພົບໃນໄລຍະເວລາໄລ່ເລ່ຍກັນນັບແຕ່ວັນທີ
28 ກັນຍາ 2018 ເປັນຕົ້ນມາ ຈາກນັ້ນກໍ່ໄດ້ມີການຄົ້ນພົບເລື້ອຍໆມາ
ເຊິ່ງຈຸດທີ່ມີການຄົ້ນພົບມີທັງໝົດ 03 ຈຸດ ຂອງກຳແພງອ້ອມພຣະທາດເບື້ອງທິດຕາເວັນອອກ
ເຊິ່ງໄດ້ຄົ້ນພົບ ວັດຖຸບູຮານເກົ່າແກ່ຈໍານວນ 10 ກວ່າລາຍການ ໃນນັ້ນປະກອບມີ:
1. ລູກຕິ່ງ 18 ອັນ,
2. ໄຫ 02 ໜ່ວຍ ແລະ ບາດ,
3. ພຣະພຸດທະຮູບທອງສໍາລິດ,ທອງແດງ,ທອງເຫຼືອງ ແລະ ເງິນທີ່ຄົ້ນພົບຢູ່ໃນໄຫ 264
ອົງ,
4. ນອກຈາກນັ້ນ ກໍ່ຍັງມີຈໍານວນເສດພຣະພຸດທະຮູບໄມ້
ທີ່ຄົ້ນພົບຢູ່ໄຫອີກ 44 ອັນ,
5. ລວມພຣະພຸດທະຮູບທອງທີ່ຄົ້ນພົບຢູ່ບາດ 118
ອົງບໍ່ສົມບູນ ເຮັດດ້ວຍທອງ 12 ອົງ ພະເງິນ 1 ອົງ, ເສດສິ້ນສ່ວນທອງທີ່ພົບໃນບາດນໍ້າໜັກລວມ
ເກືອບ 06 ກິໂລກລາມ, ເສດກະສັດ 05 ອັນ ແລະ ເງິນຣາດ 01 ອັນ;
(4) ສັນນິຖານວ່າວັດຖຸບູຮານທັງໝົດແມ່ນສ້າງຂຶ້ນພ້ອມໆກັບການສ້າງອົງພຣະທາດອີງຮັງ
ໃນປີ ພສ 400 ປະຈຸບັນລວມມີອາຍຸປະມານ 2.000 ກວ່າປີ;
ວັດຖຸບູຮານທັງໝົດທີ່ຄົ້ນພົບແມ່ນຈະມີການເກັບຮັກສາໄວ້ໃນພຣະທາດດັ່ງກ່າວ
ເພື່ອໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ມາເຄົາລົບບູຊາ ເພື່ອເປັນສິລິມົງຄຸນຕໍ່ການດໍາລົງຊີວິດ
ແລະ ການຂຸດຄົ້ນນັ້ນ ແມ່ນຍັງຈະມີການສືບຕໍ່ຕື່ມອີກ.











No comments:
Post a Comment