Thursday, October 11, 2018

ເຈົ້າໜ້າທີ່ໄທດ່ານໜອງຄາຍຈັບ 3 ຊາວລາວກຽມຂົນເງິນ 38 ລ້ານບາດເຂົ້າ ສປປ ລາວ! ຢຶດ 32 ລ້ານບາດພ້ອມລົດເກັງເປັນຂອງຫຼວງໄທ


ເມື່ອເວລາ 10:00 ໂມງ ຂອງວັນທີ 11 ຕຸລາ 2018 ທີ່ດ່ານຂົວມິດຕະພາບລາວ-ໄທ 1 ເມືອງ ໜອງຄາຍ ຜູ່ອຳນວຍການດ່ານຊາຍແດນພາກທີ 2 ພ້ອມດ້ວຍເຈົ້າໜ້າທີ່ດ່ານໜອງຄາຍ ໄດ້ຖະແລງຮ່ວມກັນກ່ຽວກັບການຈັບກຸມຕົວຄົນລາວ 3 ຄົນ; ເປັນຊາຍ 1 ຄົນ, ຍິງ 2 ຄົນ (ບໍ່ເປີດເຜີຍຊື່ ແລະ ນາມສະກຸນ) ຊຸກເຊື່ອງທະນະບັດໃບ 1.000 ບາດ ຈຳນວນ 10 ລ້ານບາດ ແລະ ເຊື່ອງໄວ້ບ່ອນມ້ຽນເຄື່ອງສ່ວນກາງເບາະລົດດ້ານຫຼັງ 28 ລ້ານບາດ ລວມທັງໝົດເປັນ 38 ລ້ານບາດ ໃນລົດເກັງ ໂຕໂຢຕ້າ ແຄັມຣີ ສີບອນ ທະບຽນ ຄວ 9889 ກຳແພງນະຄອນຫຼວງວຽງຈັນ.

ການຈັບກຸມໃນຄັ້ງນີ້ເຈົ້າໜ້າທີ່ດ່ານ ໄດ້ເຝົ້າລະວັງຂະບວນການລັກລອບນຳເງິນຕາອອກນອກປະເທດ ໂດຍຜິດກົດໝາຍ ເຊິ່ງລົດເກັງຄັນດັ່ງກ່າວຂັບເຂົ້າອອກປະເທດໄທຫຼາຍຄັ້ງ ຈົນມາຮອດເວລາປະມານ 20.30 ນາທີ ຂອງວັນທີ 10 ຕຸລາ 2018 ລົດເກັງຄັນດັ່ງກ່າວຂັບເຂົ້າມາບໍລິເວນດ່ານຊາຍແດນ ແລະ ກຳລັງຈະເດີນທາງອອກນອກປະເທດມຸ່ງໜ້າເຂົ້າ ສປປ ລາວ ເຈົ້າໜ້າທີ່ດ່ານ ຈິ່ງໄດ້ກວດຄົ້ນກໍ່ພົບຂອງກາງດັ່ງກ່າວ.

ຈາກການສອບສວນເບື້ອງຕົ້ນ ຜູ່ຖືກຫາທັງ 3 ຄົນຍອມຮັບສາລະພາບວ່າໄດ້ເຊື່ອງເງິນທັງໝົດໄວ້ແທ້ ໂດຍຕ່າງຄົນຕ່າງກໍ່ມີທຸລະກິດເປັນຂອງຕົນເອງ ສ່ວນເງິນທັງໝົດທີ່ຖືກເຈົ້າໜ້າທີ່ກວດຢຶດເປັນເງິນທີ່ໄດ້ມາຈາກການຂາຍອາຫານສົດ ແລະ ອາຫານແຫ້ງ ຮວມທັງທຸລະກິດແລກປ່ຽນເງິນຕາໃນນະອນຫຼວງວຽງຈັນ ຫຼັງຈາກຖືກຈັບກຸມໄດ້ມີການຍິນຍອມໃນຊັ້ນດ່ານ.

ຜູ່ອຳນວຍການດ່ານຊາຍແດນພາກທີ 2 ກ່າວວ່າການຢຶດເງິນໃນຄັ້ງນີ້ຖືເປັນຄັ້ງທີ 3 ທີ່ທາງດ່ານໜອງຄາຍໄດ້ຈັບກຸມ, ຄັ້ງທຳອິດ 98 ລ້ານບາດ, ຄັ້ງທີສອງ 30 ລ້ານບາດ ແລະ ຄັ້ງທີສາມ 38 ລ້ານບາດ, ເຊິ່ງການລັກລອບນຳເງິນອອກນອກປະເທດແມ່ນເປັນຄວາມຜິດຕາມ ບົດບັນຍັດ ດາ່ນຊາຍແດນ ໂດຍທາງດ່ານຈະປະສານງານກັບໜ່ວຍງານປາບປາມການຟອກເງິນ ເຮັດການກວດສອບແຫຼ່ງທີ່ມາຂອງເງິນວ່າເປັນເງິນທີ່ກ່ຽວຂ້ອງກັບທຸລະກິດຜິດກົດໝາຍ ແລະ ຢາເສບຕິດ ຫຼື ບໍ່ ແຕ່ຄາດວ່າໜ້າຈະເປັນຂະ ບວນການຄ້າເງິນ ເມື່ອຜູ່ກະທຳຜິດຍອມຮັບຜິດ ແລະ ຍິນຍອມລະງັບຄະດີໃນຊັ້ນດ່ານ ກໍ່ຈະຖືກປັບໄໝຄົນລະ 20.000ບາດ ແລະ ຄືນເງິນໃຫ້ຄົນລະ 2 ລ້ານບາດຕາມສິດທິ ສ່ວນເງິນທີ່ເຫຼືອ 32 ລ້ານບາດ ແລະ ລົດເກັງແມ່ນຢຶດເຂົ້າຄັງຫຼວງ.

No comments:

Post a Comment