Sunday, October 28, 2018

ໜີ້ໄຟເຍືອງທາງ ນວ 40 ຕື້ກີບ ຟຟລ ບໍ່ຮັບຈ່າຍ! ສະເໜີພາກສ່ວນທີ່ກ່ຽວຂ້ອງແກ້ໄຂຮ່ວມກັນ


ບັນຫາໜີ້ຄ້າງຈ່າຍຄ່າໄຟຟ້າເຍືອງທາງທີ່ມີໜີ້ສູງເຖິງ 40 ຕື້ກີບ ຍັງເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈ ເນື່ອງຈາກປັດຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າໜີ້ໃນຮ້ວງດັ່ງກ່າວນີ້ແມ່ນພາກສ່ວນໃດຈະຮັບຊຳລະ ຫຼື ຈະມີວິທີທາງແກ້ໄຂແນວໃດແທ້.

ໃນທ້າຍອາທິດທີ່ຜ່ານມາ, ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ໄດ້ເປີດເຜີຍຂໍ້ມູນກ່ຽວກັບປະເດັນໄຟຟ້າເຍືອງທາງ ທີ່ມີໜີ້ຄ້າງຈ່າຍໃຫ້ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ປະມານ 40 ຕື້ກີບ ເຊິ່ງບັນຫາດັ່ງກ່າວຍັງບໍ່ທັນໄດ້ມີພາກສ່ວນໃດເຂົ້າມາແກ້ໄຂພິຈາລະນາຫາທາງອອກຮ່ວມກັນຢ່າງເໝາະສົມເທື່ອ.

ນັບຕັ້ງແຕ່ປີ 2002 ເປັນຕົ້ນມາເບື້ອງຕົ້ນແມ່ນຢູ່ໃນຄວາມຮັບຜິດຊອບຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອວຽງຈັນ; ແຕ່ມາຮອດປີ 2012 ອົງການປົກຄອງນະຄອນຫຼວງວຽງຈັນໄດ້ມອບໃຫ້ ຟຟລ ເປັນຜູ່ຄຸ້ມຄອງບຳລຸງຮັກສາ ເນື່ອງຈາກມີເຄື່ອງມີຄົບຊຸດ ແລະ ຮູ້ຈັກເຕັກນິກໄຟຟ້າດີກວ່າພາກສ່ວນອື່ນ.

ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນລວງ ໃຫ້ຮູ້ວ່າ ນັບແຕ່ປີ 2012 ເປັນຕົ້ນມາ ຟຟລ ໄດ້ຮັບຜິດຊອບພຽງການສ້ອມແປງ ແລະ ບຳລຸງຮັກສາແບບສຸກເສີນເທົ່ານັ້ນ ແຕ່ບໍ່ແມ່ນການເສຍຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ ເພາະຄ່າໄຟຟ້າເຍືອງທາງທີ່ຕ້ອງຈ່າຍແຕ່ລະເດືອນແມ່ນ 500-600ລ້ານກີບ. ດັ່ງນັ້ນ, ຈິ່ງບໍ່ມີພາກສ່ວນໃດຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ.

ທ່ານ ຈັນສົມ ຍັງກ່າວຕື່ມອີກວ່າ ນັບແຕ່ປີ 2012 ຮອດເດືອນ ພຶດສະພາ 2018 ນີ້ ໜີ້ຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນທີ່ຄ້າງຈ່າຍແມ່ນເພີ່ມຂຶ້ນເປັນ 40 ຕື້ກີບ ເນື່ອງຈາກໄຟຟ້າເຍືອງທາງເປັນໄຟສາທາລະນະ. ດັ່ງນັ້ນ, ຖ້າຫາກຈະອາໄສແຕ່ ຟຟລ ສ້ອມແປງ ແລະ ບຳລຸງຮັກສາພຽງຝ່າຍດຽວນັ້ນແມ່ນຄົງເປັນໄປໄດ້ຍາກ; ສ່ວນວິທີທີ່ດີທີ່ສຸດກໍ່ຄືພາກສ່ວນທີ່ກ່ຽວຂ້ອງຕ້ອງເຂົ້າມາມີສ່ວນຮ່ວມນຳກັນ, ປຶກສາຫາລືຊອກຫາວິທີແກ້ໄຂເພື່ອຮັບປະກັນບໍ່ໃຫ້ໜີ້ສິນຄ່າໄຟຟ້າເຍືອງທາງໃນນະຄອນຫຼວງວຽງຈັນເກີດຂຶ້ນອີກໃນຕໍ່ໜ້າ.


ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ

No comments:

Post a Comment