Wednesday, October 3, 2018

ຜູ້ຂາຍສິນຄ້າໃນເຟສບຸກຄວນຄຳນຶງ "ແທັກຫຼາຍ" ເພື່ອນໃນເຟສອາດບໍ່ພໍໃຈ

ທຸກວັນນີ້ຕ້ອງຍອມຮັບເລີຍວ່າເຟສບຸກແມ່ນມີອິດທິພົນຕໍ່ການດຳລົງຊີວິດຂອງຄົນເຮົາ ເນື່ອງຈາກເຟສບຸກໄດ້ຊ່ວຍໃຫ້ເຮົາຕິດຕໍ່ສື່ສານ, ຫາເພື່ອນ, ຫາແຟນ, ຫາເງິນ, ຫາຄວາມບັນເທີງ, ຂ່າວສານ,​ ສາລະຄວາມຮູ້ ແລະ ເຮັດກິດຈະກຳຮ່ວມກັນໄດ້ຫຼາຍດ້ານງ່າຍຂຶ້ນ ເຊັ່ນ: ແຊັດລົມກັນ, ຫຼິ້ນເກມເປັນກຸ່ມ, ຂາຍສິນຄ້າອອນໄລນ໌ ແລະ ອື່ນໆ. 

ດັ່ງທີ່ທຸກຄົນຮູ້ກັນແລ້ວວ່າ ເຟສບຸກນອກຈາກຈະເຮັດໃຫ້ເຮົາໃກ້ຊິດກັນຫຼາຍຂຶ້ນແລ້ວ ມັນກໍ່ຍັງສາມາດເຮັດໃຫ້ມິດກາຍເປັນສັດຕູໄດ້ຄືກັນ ເນື່ອງຈາກມັນຂຶ້ນກັບພຶດຕິກຳຂອງຜູ່ຫຼິ້ນເຟສບຸກນັ້ນເອງ ໂດຍສະເພະຄົນທີ່ນຳໃຊ້ເຟສບຸກໄປໃນທາງພານິດ (ທາງທຸລະກິດ), ຄົນທີ່ຂາຍສິນຄ້າທາງອອນໄລນ໌ ສ່ວນຫຼາຍຈະມຸ່ງເນັ້ນໄປໃນທາງເພີ່ມຍອດຂາຍສິນຄ້ານັ້ນ ແລະ ຕ້ອງການໃຫ້ຜູ່ຄົນໄດ້ເຫັນສິນຄ້າຂອງຕົນເອງຫຼາຍທີ່ສຸດຈົນບາງຄັ້ງເຮັດໃຫ້ລືມຄຳນຶງເຖິງຈຸດສຳຄັນ ເພາະການແທັກໂພສສິນຄ້າຂອງຕົນໄປຫາເພື່ອນເລື່ອຍໆ ຫຼື ແທັກໄປຫຼາຍຈົນເກີນງາມມັນຈະເຮັດໃຫ້ເພື່ອນໃນເຟສບຸກຂອງທ່ານເກີດຄວາມຮູ້ສຶກບໍ່ພໍໃຈເພາະປຽບເໝືອນທ່ານເຂົ້າໄປບຸກລຸກພື້ນທີ່ສ່ວນຕົວຂອງເຂົາໂດຍບໍ່ໄດ້ຮັບອະນຸຍາດນັ້ນເອງ ພຶດຕິກຳນີ້ມັນຈະເຮັດໃຫ້ຄວາມສຳພັນຂອງທ່ານ ແລະ ເພື່ອນໃນເຟສບຸກເກີດບັນຫາຂຶນໄດ້ ບາງຄົນອາດຮູ້ສຶກລຳຄານຈາກທີ່ເປັນໝູ່ເພື່ອນລົມກັນດີໆອາດເຮັດໃຫ້ເກີດຄວາມເຫີນຫ່າງ, ບາດໝາງ ຈົນເຖິງຂັ້ນລົບທ່ານອອກຈາກການເປັນເພື່ອນເລີຍກໍ່ມີ, ສຳລັບໃນຮູບແບບທາງດ້ານທຸລະກິດແລ້ວທ່ານຄວນໃຊ້ເຟສບຸກຢ່າງລະມັດລະວັງ ແລະ ມີວິຈາລະນະຍານທີ່ສຸດ ເພາະບາງຄັ້ງໃນການທີ່ທ່ານແທັກສິນຄ້າຂອງຕົນເອງອອກໄປມັນອາດໄປລົບກວນການຂາຍຂອງຄົນອື່ນໂດຍເປັນຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍ່ຕາມ ແຕ່ນັ້ນຄືພຶດຕິກຳທີ່ບໍ່ສົມຄວນ ເພາະພວກເຂົາໄດ້ຮັບແຕ່ຜົນກະທົບ ເນື່ອງຈາກທ່ານໄປນຳໃຊ້ພື້ນທີ່ກິນຂອງຄົນອື່ນເປັນພື້ນທີ່ຫາກິນຂອງຕົນເອງໂດຍບໍ່ໄດ້ຮັບອະນຸຍາດ, ອີກຢ່າງມັນປຽບເໝືອນທ່ານກຳລັງລ້ຳເສັ້ນເຄືອຂ່າຍທາງທຸລະກິດຂອງຄ້າຍອື່ນນັ້ນເອງ, ຍົກຕົວຢ່າງມີຜູ່ໃຊ້ເຟສບຸກລາຍໜຶ່ງທີ່ມີອາຊີບຂາຍສິນຄ້າອອນໄລນ໌ ແຕ່ຖືກລົບກວນຈາກສິນຄ້າຍີ່ຫໍ້ອື່ນເປັນປະຈຳ.
ການເຮັດທຸລະກິດ ຫຼື ຂາຍສິນຄ້າທາງອອນໄລນ໌ ບໍ່ວ່າຈະຂາຍຜະລິດຕະພັນໃດກໍ່ດີ, ຈະຂາຍຄຣີມ, ຂາຍອາຫານເສີມ ຫຼື ເຮັດສິ່ງໃດກໍ່ດີ, ເພື່ອຫຼີກລ່ຽງບໍ່ໃຫ້ເກີດບັນຫາກັບພາກສ່ວນໃດຂໍໃຫ້ທ່ານຂາຍຢ່າງມີຂອບເຂດ ບໍ່ບຸກລຸກໃຜ ບໍ່ສ້າງຄວາມເດືອດຮ້ອນໃຫ້ໃຜ ບໍ່ລ້ຳເສັ້ນໃຜກໍ່ພໍ ເພາະການສ້າງມິດເປັນສິ່ງທີ່ດີກວ່າການສ້າງສັດຕູເຖິງແມ່ນວ່າຈະຢູ່ໃນໂລກອອນໄລນ໌ກໍ່ຕາມ.




No comments:

Post a Comment