Friday, October 12, 2018
ລາຄາຄ່າບໍລິການຝາກລົດ ແລະ ຄ່າສຳປະທານສະຖານທີ່ຄ້າຂາຍ ສຳລັບບຸນຊ່ວງເຮືອທ່າວັດຈັນ
ສໍາລັບງານບຸນຊ່ວງເຮືອ ປີ 2018 ທີ່ທ່າວັດຈັນ ເຊິ່ງປີນີ້ມື້ອອກພັນສາແມ່ນກົງກັບວັນພຸດວັນທີ 24 ຕຸລາ 2018 ຜູ້ສໍາປະທານສະຖານທີ່ຄ້າຂາຍເຜີຍເປີດໃຫ້ຈັບຈອງພື້ນທີ່ແລ້ວ ສ່ວນລາຄາເລີ່ມແຕ່ 1 – 3 ລ້ານກີບຕໍ່ຫ້ອງ, ຄ່າບໍລິການຝາກລົດ 5 – 15 ພັນກີບ.
ທ່ານ ຄໍາເສັງ ສູນດາລາ ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໄດ້ກ່າວວ່າ: ງານບຸນຊ່ວງເຮືອປະຈຳປີ 2018 ນີ້ ທີ່ທ່າວັດຈັນ ສຳລັບເນື້ອທີ່ຂອງບໍລິສັດຈັດສັນໄວ້ມີ 200 ກວ່າລັອກ ເຊິ່ງລາຄາເລີ່ມແຕ່ 1 – 3 ລ້ານກີບ. ປັດຈຸບັນມີຜູ້ມາຈັບຈອງພື້ນທີ່ຄ້າຂາຍແລ້ວ 15% ເຊິ່ງຖ້າທຽບໃສ່ກັບແຕ່ລະປີຖືວ່າຍັງບໍ່ທັນຄຶກຄື້ນ; ສໍາລັບການບໍລິການຝາກລົດຂອງປະຊາຊົນໃນປີນີ້ ພວກເຮົາໄດ້ວາງໄວ້ 6 ຈຸດ ສ່ວນການເກັບຄ່າຝາກແມ່ນປະຕິບັດຄືກັບປີຜ່ານໆມາ ລົດຈັກ ເກັບ 5 ພັນກີບ, ລົດໃຫຍ່ 15 ພັນກີບ. ຢ່າງໃດກໍ່ຕາມ, ກໍ່ຂໍເຊີນຊວນຊາວຄ້າຂາຍຜູ້ທີ່ຍັງບໍ່ທັນມີພື້ນທີ່ຄ້າຂາຍໃຫ້ເຂົ້າມາຈັບຈອງໄດ້ແລ້ວຢູ່ຫ້ອງການຈັດສັນຢູ່ສາມແຍກປາກປ່າສັກໄດ້.
ສໍາລັບລັອກທີ່ພວກເຮົາໄດ້ຈັດສັນເພື່ອໃຫ້ຊາວຄ້າຂາຍໄດ້ເຂົ້າມາຈັບຈອງ ແບ່ງອອກເປັນ 2 ປະເພດ ຄື: ລັອກສໍາລັບຂາຍສິນຄ້າຫັດຖະກໍາ, ອຸດສາຫະກໍາຈາກບັນດາບໍລິສັດຕ່າງໆ ເຊິ່ງຈະໄດ້ຈັດແບ່ງເປັນເຕັ້ນຕາມຄວາມຕ້ອງການຂອງລູກຄ້າ ຫຼື ລູກຄ້າສາມາດເຂົ້າມາຕົກແຕ່ງເອງກໍ່ໄດ້. ນອກນັ້ນ, ແມ່ນລັອກສໍາລັບຄ້າຂາຍສິນຄ້າປະເພນີ ເປັນຕົ້ນແມ່ນສໍາລັບຂາຍເຂົ້າຫຼາມ, ປີ້ງໄກ່, ການບໍລິການອາຫານ ແລະ ອື່ນໆ.
ໃນວຽກງານປະກອບສ່ວນເພື່ອສ້າງບັນຍາກາດ ແລະ ສີສັນຂອງງານ ປີນີ້ບໍລິສັດຄໍາເສັງໄດ້ປະກອບສ່ວນໃນການປະກອບເຮືອໄຟ, ບັ້ງໄຟລະໄລ, ກີລາຕີມວຍ ສ່ວນວຽກງານຮັກສາຄວາມປອດໄພໄດ້ຕິດຕັ້ງດອກໄຟ, ປະກອບສ່ວນຕິດຕັ້ງກ້ອງວົງຈອນປິດ ຈໍານວນ 16 ໜ່ວຍ.
ແຫຼ່ງຂ່າວ: ເສດຖະກິດ-ການຄ້າ
Subscribe to:
Post Comments (Atom)

No comments:
Post a Comment