ເມື່ອວັນທີ 26 ຕຸລາ 2018ທີ່ຜ່ານມາ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະເມີນຄືນກ່ຽວກັບການແກ້ໄຂຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ຕິດພັນກັບການລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາ.
ບັນຫາການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດເປັນບັນຫາທີ່ພັກ-ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າລຸດລົງເປັນກ້າວໆ ໂດຍໄດ້ຮ່ວມກັບພະນັກງານລົງກໍ່ສ້າງຮາກຖານພັດທະ ນາຊົນນະບົດເປັນຕົ້ນ ວຽກງານສາມສ້າງຜ່ານການຈັດຕັ້ງປະຕິບັດແຕ່ປີ 2000ເປັນຕົ້ນມາ ໄດ້ມີຜົນສຳເລັດຫຼາຍດ້ານ ເຊິ່ງສະ ແດງອອກອັດຕາຄວາມທຸກຍາກໄດ້ຫຼຸດລົງຕໍ່ເນື່ອງຄື:
- ປີ 2011 ຄອບຄົວທຸກຍາກມີ 198,678 ຄອບຄົວ
- ປີ 2015 ຄອບຄົວທຸກຍາກມີ 76,604 ຄອບຄົວ
- ປີ 2017 ຄອບຄົວທຸກຍາກມີ 64,593 ຄອບຄົວ
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ສຸມໃສ່ປຶກສາຫາລືບັນຫາດັ່ງກ່າວ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂົງເຂດວຽກງານຕົນ ແຕ່ລະທ້ອງຖິ່ນໃຫ້ໄດ້ຮັບຜົນສຳເລັດ ເຮັດໃຫ້ອັດຕາການແກ້ໄຂຄວາມທຸກຍາກທົ່ວປະເທດຮອດປີ 2020 ໃຫ້ຫຼຸດລົງຍັງເຫຼືອ 10% ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາທີ່ພັກ-ລັດວາງໄວ້ ດັ່ງນັ້ນ ການແກ້ໄຂຄວາມທຸກຍາກເປັນບັນຫາສຳຄັນ ເປັນໜ້າທີ່ຂອງທຸກພາກສ່ວນ ແລະ ສັງຄົມ.
ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່

No comments:
Post a Comment