Tuesday, October 30, 2018

ລັດໃຫ້ເຫດຜົນນ້ຳມັນໂລກສູງຂຶ້ນລັດຈຳເປັນຕ້ອງປັບລາຄາຂຶ້ນ ເພື່ອບໍ່ໃຫ້ເສດຖະກິດປະເທດໄດ້ຮັບຜົນກະທົບ


ການປັບຂຶ້ນລາຄານ້ຳມັນມັກເປັນທີ່ວິພາກວິຈານການໃນກຸ່ມຜູ້ຊົມໃຊ້ ແຕ່ກໍ່ມີຄວາມຈຳເປັນຕ້ອງປະຕິບັດຕາມກົນໄກຂອງສາກົນ ເນື່ອງຈາກການເໜັງຕີງເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ, ສປປ ລາວເອງຖືວ່ານໍາເຂົ້ານ້ຳມັນເຊື້ອໄຟ 100%. ສະນັ້ນ, ໃນເມື່ອລາຄາຕະຫຼາດໂລກ ກໍ່ຄືພາກພື້ນເໜັງຕີງເພີ່ມຂຶ້ນ, ພາຍໃນປະເທດກໍ່ຈຳເປັນຕ້ອງໄດ້ປັບເພື່ອໃຫ້ແທດເໝາະ, ແຕ່ຖ້າຈະປັບຂຶ້ນແຮງບາດດຽວກໍ່ຈະມີຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດ ແຕ່ຖ້າບໍ່ປັບຜູ້ປະກອບການອາດຫຼຸດຜ່ອນການນໍາເຂົ້າ ເຊິ່ງຈະສົ່ງຜົນກະທົບກັບການຊົມໃຊ້ພາຍໃນໄດ້ ຫຼື ຮ້າຍແຮງໄປກວ່ານັ້ນ ເກີດການນຳເຂົ້ານອກລະບົບ ເຊິ່ງຈະເຮັດໃຫ້ລັດສູນເສຍລາຍຮັບເຂົ້າງົບປະມານ.

ດັ່ງນັ້ນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈິ່ງໄດ້ຮ່ວມກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ກໍ່ຄືຜູ່ປະກອບການຄົ້ນຄວ້າ ແລະ ສະເໜີຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໂດຍຂໍປັບລາຄານ້ຳມັນແອັດຊັງພິເສດຂຶ້ນ 230 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ 200 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 200 ກີບຕໍ່ລິດ ເຊິ່ງທາງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນກໍ່ເຫັນດີ, ສະນັ້ນ ຈິ່ງມີການປັບລາຄານ້ຳມັນຂຶ້ນໃນເມື່ອວັນທີ 4 ຕຸລາ 2018 ທີ່ຜ່ານມາ.


ຕໍ່ກັບສະພາບການເໜັງຕີຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ທາງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຮຽກຮອງໃຫ້ປວງຊົນລາວຈົ່ງເຂົ້້າໃຈ ແລະ ຊ່ວຍກັນປະຢັດໃນການຊົມໃຊ້ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ ແລະ ຮຽກຮ້ອງມາຍັງຜູ່ນຳເຂົ້າ ກໍ່ຄືບັນດາທຸລະກິດປ້ຳຕົວແບບ ແລະ ປ້ຳຕົວແທນ ຢ່າໄດ້ສວາຍໂອກາດຂຶ້ນລາຄານ້ຳມັນຕາມລຳພັງໃຈ ແລະ ກັກຕຸນນ້ຳມັນເຊື້ອໄຟໄວ້ ໃນໄລຍະລາຄານ້ຳມັນເຊື້ອໄຟເໜັງຕີງສູງຂຶ້ນ ແລະ ຖ້າຫາກພົບເຫັນການສວາຍໂອກາດຂຶ້ນລາຄາສິນຄ້າແມ່ນຈະໄດ້ໃຊ້ມາດຕະການຕາມລະບຽບການ.




ຂ່າວຈາກ: ເສດຖະກິດ-ການຄ້າ

No comments:

Post a Comment