ພາວະນໍ້າຄາວປາອຸດຕັນປອດ ເປັນພາວະທີ່ອັນຕະລາຍທີ່ສຸດສຳລັບແມ່ຍິງຖືພາ ເຊິ່ງຫຼາຍທ່ານອາດຈະບໍ່ຄຸ້ນຫູໃນເລື່ອງນີ້ ເຊິ່ງພາວະນໍ້າຄາວປາອຸດຕັນປອດເປັນພາວະສຸກເສີນທີ່ພົບໃນແມ່ຍິງຖືພາ ແຕ່ມີອັດຕາການເກີດພາວະແບບນີ້ໜ້ອຍທີ່ສຸດສະເລ່ຍ 1 ຕໍ່ 80,000ຄົນ ແຕ່ກໍ່ຈັດໄດ້ວ່າເປັນພາວະແຊກຊ້ອນທີ່ມີຄວາມຮຸນແຮງຫຼາຍ ເພາະຜູ້ປ່ວຍສ່ວນໃຫຍ່ມີອັດຕາການເສຍຊີວິດສູງ ແລະ ໃນປັດຈບັນຍັງບໍ່ສາມາດສະລຸບສາເຫດຂອງການເກີດໄດ້ຊັດເຈນເທື່ອ ແຕ່ປັດໄຈທີ່ມີສ່ວນກ່ຽວຂ້ອງກັບພາວະນີ້ ປະກອບດ້ວຍ ແມ່ຍິງຖືພາທີ່ມີອາຍຸຫຼາຍ, ອ້ວນ, ການຖືພາຫຼາຍກວ່າ 5 ຄັ້ງ, ການເກີດລູກກ່ອນກຳນົດ, ການຊັກນຳການເກີດດ້ວຍຢາ, ການຜ່າຕັດເກີດລູກ,ພາວະສາຍແຮ່ເກາະຕ່ຳ, ພາວະສາຍແຮ່ລອກຕົວກ່ອນກຳນົດ, ພາວະຊັກຈາກຄັນເປັນພິດ ແລະ ພາວະລູກຄຽດໃນຄັນ ເຖິງແມ່ນວ່າປັດໄຈເຫຼົ່ານີ້ອາດຈະບໍ່ແມ່ນສາເຫດໂດຍກົງ ແຕ່ມີຄວາມກ່ຽວຂ້ອງກັບພາວະນ້ຳຄາວປາອຸດຕັນປອດ ແລະ ບໍ່ສາມາດຄາດເດົາໄດ້ວ່າ ຈະເກີດຂຶ້ນ ຫຼື ບໍ່ ແລະ ຈະເກີດຂຶ້ນເມື່ອໃດ ອີກທັງຍັງບໍ່ສາມາດປ້ອງກັນໄດ້.
ຄວາມຜິດປົກກິຕິທີ່ເກີດຂຶ້ນພາໃນຄັນ
ຖົງນ້ຳຄາວປາທີ່ຫຸ້ມຕົວລູກຂະນະທີ່ຢູ່ໃນທ້ອງເກີດແຕກອອກໃນຊ່ວງທີ່ແມ່ເລີ່ມເຈັບທ້ອງ ຫຼື ຊ່ວງເກີດ ເຮັດໃຫ້ນ້ຳຄາວປາ ແລະ ຊິ້ນສ່ວນຂອງລູກເກີດຫຼຸດເຂົ້າໄປຕາມຮູແຕກບ່ອນເສັ້ນເລືອດທີ່ຕົວມົດລູກ ໄປອຸດຕັນຢູ່ຕາມເສັ້ນເລືອດນ້ອຍໆ ຂອງອະໄວຍະວະຕ່າງໆ ພາຍໃນຮ່າງກາຍ ແລະ ທີ່ສຳຄັນທີ່ສຸດຄື ປອດ ເຮັດໃຫ້ເກີດການອຸດຕັນ ແລະ ການຫົດຕົວຂອງເສັ້ນເລືອດໃນປອດ ຮ່າງກາຍຈິ່ງຂາດອາກາດ ແລະ ເຮັດໃຫ້ຫົວໃຈລົ້ມເຫຼວ ເຫດການເຫຼົ່ານີ້ຈະເກີດຂຶ້ນຢ່າງໄວວາ ຈົນຄາດບໍ່ເຖິງ ແລະ ອະທິບາຍບໍ່ໄດ້ ເມື່ອເກີດພາວະນ້ຳຄາວປາອຸດຕັນປອດຂຶ້ນແລ້ວຈະພົບອັດຕາການເສຍຊີວິດ ໄດ້ເຖິງ 20-90% ຂຶ້ນຢູ່ກັບຄວາມພ້ອມຂອງໂຮງໝໍໃນແຕ່ລະແຫ່ງ.
ອາການຜິດປົກກະຕິຂອງຮ່າງກາຍທີ່ພົບ
ອາການຜິດປົກກະຕິຂອງຮ່າງກາຍທີ່ພົບ
- ກະວົນກະວາຍ
- ຫາຍໃຈລຳບາກ
- ປາກ, ເລັບ ແລະ ຜິວໜັງຕາມຕົວຂຽວຊ້ຳ
- ຊັອກ ຊັກຕົວແຂງ ໝົດສະຕິ
- ເລືອດບໍ່ແຂງຕົວ ແລະ ເສຍຊີວິດໃນທີ່ສຸດ
ສ່ວນລູກຈະເສຍຊີວິດຕາມແມ່ເພາະຂາດອົກຊີເຈນ ແຕ່ກໍ່ຈະມີແມ່ສ່ວນໜ້ອຍທີ່ຈະລອດຊີວິດ ເຊິ່ງອາດເປັນເພາະນ້ຳຄາວປາທີ່ຫຼຸດເຂົ້າມີຈຳນວນບໍ່ຫຼາຍ ແລະ ການອຸດຕັນບໍ່ເກີດຊ້ຳ ຮ່າງກາຍຈິ່ງຂາດອາກາດບໍ່ດົນ ແລະ ບໍ່ຫຼາຍ ເຮັດໃຫ້ແພດມີເວລາຊ່ວຍເຫຼືອ ແລະ ແກ້ໄຂບັນຫາໄດ້ສຳເລັດ ແລະ ຫາກແມ່ລອດຊີວິດກໍ່ຈະພົບວ່າມີການບາດເຈັບທາງລະບົບປະສາດຢ່າງຮຸນແຮງໄດ້ຫຼາຍເຖິງ 85% ສ່ວນລູກໃນຄັນນັ້ນຍັງມີອັດຕາການເສຍຊີວິດເຖິງ 20-60% ແລະ ໃນສ່ວນຂອງລູກທີ່ລອດຊີວິດຈະມີລະບົບປະສາດປົກກະຕິ 50%ເທົ່ານັ້ນ.
ແນວທາງການຮັກສາ ແລະ ປ້ອງກັນ
ປັດຈຸບັນຍັງບໍ່ມີວິທີໃດທີ່ແນ່ນອນ ທີ່ຈະບອກວ່າເປັນໂຣກນີ້ ແລະ ຍັງບໍ່ມີວິທີໃດທີ່ດີທີ່ສຸດໃນການຮັກສາພາວະນີ້ໄດ້ ມີພຽງການຮັກສາຕາມອາການ ແລະ ແກ້ໄຂເຫດການສະເພາະໜ້າ ເຊັ່ນ: ການໃສ່ທໍ່ຊ່ວຍຫາຍໃຈ ການໃຫ້ເລືອດ ຫຼື ການໃຫ້ຢາບາງຕົວ ເພື່ອບໍ່ໃຫ້ໂຣກນີ້ເກີດຊໍ້າ ແຕ່ເຖິງຢ່າງໃດກໍ່ຕາມໂອກາດທີ່ແມ່ຈະລອດຊີວິດກໍ່ຍາກ.
ເຖິງແມ່ນວ່າພາວະແຊກຊ້ອນຫຼາຍໆຢ່າງທີ່ອາດເກີດຂຶ້ນໃນທ້ອງ ແຕ່ວ່າການຝາກທ້ອງຕັ້ງແຕ່ເລີ່ມຕົ້ນຖືພາ ແລະ ສະໝ່ຳສະເໝີກໍ່ເປັນສິ່ງທີ່ຄົນຖືພາຄວນປະຕິບັດ ເພາະຊ່ວຍລຸດຄວາມສ່ຽງຂອງບັນຫາທີ່ຈະເກີດໂຣກຕ່າງໆ ແລະ ແພດຈະໄດ້ປ້ອງກັນຄວາມຜິດປົກກະຕິທີ່ຈະເກີດຂຶ້ນ ເພື່ອຊ່ວຍໃຫ້ແມ່ ແລະ ລູກມີສຸຂະພາບແຂງແຮງສົມບູນ.

No comments:
Post a Comment