Wednesday, September 19, 2018

ພຣະເຈົ້າໄຊເສດຖາທິຣາດກັບຄວາມມະຫັດສະຈັນ


ເປັນເລື່ອງເລົ່າຕໍ່ກັນມາແຕ່ບູຮານນະການສະໄໝ ພຣະເຈົ້າໄຊເສດຖາທິຣາດ ບູລະນະສ້ອມແປງ ວັດອິນແປງ ທີ່ມີມາແຕ່ດົນນານແລ້ວ ແລະ ສຸດໂຊມຫຼາຍແລ້ວນັ້ນໃຫ້ດີງາມແລ້ວພຣະອົງກໍ່ອາໃສລານວັດອິນແປງນັ້ນ ເພື່ອດຳເນີນການສ້າງວັດອົງຕື້ ຊຶ່ງພຣະອົງໄດ້ສ້າງ 2 ວັດພ້ອມກັນຄື: ຫໍພຣະແກ້ວ ແລະ ວັດອົງຕື້ ຂະນະທີ່ພຣະເຈົ້າໄຊເສດຖາ ກຳລັງສ້າງສາວັດອົງຕື້ຢູ່ນັ້ນ ທະຫານພຣະມ້າກໍ່ເຂົ້າມາປິດລ້ອມວຽງຈັນ ແມ່ທັບພະມ້າໄດ້ຊາບວ່າພຣະອົງກຳລັງວຸ້ນຢູ່ກັບການສ້າງວັດວາອາຮາມ ແລະ ພະມ້າກໍ່ເປັນຊາວພຸດ ຈິ່ງແຕ່ງເອົາທູດນຳເອົາສານທ້າຮົບມາມອບໃຫ້ພຣະອົງ.

ພຣະເຈົ້າໄຊເສດຖາອ່ານສານນັ້ນແລ້ວຈິ່ງບໍ່ຄິດອັນໃດ ຂຽນສານຕອບໄປວ່າ "ເຮົາກຳລັງສ້າງພຣະໃຫຍ່ອົງສຳຄັນ ເພື່ອເປັນບຸນເປັນກຸສົນ ຈຶ່ງຂໍເຊີນມາຮ່ວມນຳ"

ແມ່ທັບໃຫຍ່ພະມ້າໄດ້ຮັບສານຂອງພຣະອົງແລ້ວ ກໍ່ແຕ່ງທູດເຂົ້າມາຮ່ວມໃນງານເທທອງສຳຣິດ ໃສ່ເບົ້າພຣະໃຫຍ່ອົງຕື້.

ພໍແຕ່ໝໍ້ຕົ້ມທອງສຳລິດຝົດເດືອດແລ້ວ ໄດ້ທີ່ແລ້ວ ພຣະເຈົ້າໄຊເສດຖາ ກໍ່ໃຊ້ສອງມືອຸ້ມໂຈມເອົາໝໍ້ສຳຣິດນັ້ນໄປເທໃສ່ເປົ້າ ທູດພະມ້າແນມເຫັນກໍ່ຕົກສະເງີ້ ເພາະບໍ່ເຫັນມີແຂນພຣະອົງປູດໂພງໄໝ້ພອງແຕ່ປະການໃດ ຈິ່ງນຳຄວາມໄປເລົ່າສູ່ແມ່ທັບໃຫຍ່ຟັງ ແມ່ທັບໃຫຍ່ພະມ້າຈິ່ງບໍ່ຕັດສິນໃຈໄດ້ເທື່ອວ່າ ຈະຕີ ຫຼື ຈະຖອຍ?

ພໍຕົກທ່ຽງຄືນພຣະອົງພາອົງຄະລັກ 7-8 ຄົນ ໄປຢ້ຽມຢາມທັບພະມ້າເຫນນອນເດຍລະດາດ ເພາະເດີນທັບມາໄກຈິ່ງອິດເມື່ອຍ.

ນາຍທະຫານພຣະອົງເປັນໂອກາດ ຈິ່ງຖອດດາບອອກຈະຕັດຄໍແຕ່ພຣະອົງຫ້າມເອົາໄວ້ ແລ້ວເອົາປູນຂາວມາປ້າຍທາທະຫານພະມ້າຫຼາຍຄົນ.

ຕື່ນເຊົ້າມານາຍທະຫານພະມ້າຕົກໃຈ ແລະ ທັງເກງກົວທັງເຫຼື້ອມໃສໃນນ້ຳໃຈຂອງພຣະອົງ ຖ້າພຣະອົງຈະຕັດຄໍກໍ່ຈະຕັດໄປແລ້ວ ຈິ່ງພາກັນມາຄາຣະວະພຣະອົງ ແລະ ຂໍເຂົ້າຮ່ວມພິທີສ້າງພຣະອົງຕື້ ທັງຂໍເອົາຫີນມາຄວັດເປັນຮູບໂຕມອມ (ໂຕສິງເທບ) ສອງໂຕເປັນທີ່ລະນຶກໄວ້ທີ່ວັດອິນແປງຕາບເທົ່າເຖິງປັດຈຸບັນ

No comments:

Post a Comment