ທຸລະກິດຂາຍເຄື່ອງອອນໄລນ໌ແມ່ນໄດ້ຮັບຄວາມນິຍົມສູງໃນທົ່ວໂລກ ແລະ ໃນປັດຈຸບັນການຂາຍເຄື່ອງທາງອອນໄລນ໌ໃນປະເທດລາວກຳລັງເຕີບໂຕຂຶ້ນຢ່າງຕໍ່ເນື່ອງ ຍ້ອນຄ່ານິຍົມຂອງສັງຄົມທີ່ມີການຫັນປ່ຽນໃຫ້ເຂົ້າກັບຍຸກ 4.0 ຫຼາຍຂຶ້ນ ເຮັດໃຫ້ການຊື້-ການຂາຍງ່າຍພຽງທ່ານສຳພັດໜ້າຈໍ ແລະ ເຫດຜົນຫຼັກທີ່ຄົນໃຫ້ຄວາມສົນຫັນມາຂາຍເຄື່ອງທາງອອນໄລນ໌ຫຼາຍຂຶ້ນກໍ່ຍ້ອນວ່າ: ບໍ່ຕ້ອງເສຍຄ່າເຊົ່າຮ້ານສະຖານທີ່ຂາຍເຄື່ອງ, ຕະຫຼາດໃນອອນໄລນ໌ເປັນຕະຫຼາດໃຫຍ່ຄົນທົ່ວໂລກສາມາດເຫັນສິນຄ້າຂອງເຮົາ, ງົບໃນການຈ່າຍຄ່າໂຄສະນາແມ່ນຖືກກວ່າການໂຄສະນາໃນຮູບແບບອື່ນ, ຄົນທີ່ມີວຽກເຮັດປະຈຳ ຫຼື ກຳລັງຮຽນຢູ່ກໍ່ສາມາດຂາຍເຄື່ອງອອນໄລນ໌ໄດ້, ການຕິດຕໍ່ກັບລູກຄ້າກໍ່ວ່ອງໄວທັນໃຈ.
ອາຊີບຂາຍເຄື່ອງທາງອອນໄລນ໌ແມ່ນໄດ້ສ້າງລາຍຮັບໃຫ້ກັບຄົນທຸກເພດທຸກໄວ, ມື້ນີ້ພວກເຮົາກໍ່ມີບຸກຄົນທີ່ປະສົບຄວາມສຳເລັດຈັດໃນອັນດັບຕົ້ນໆໃນວົງການຂາຍເຄື່ອງທາງອອນໄລນ໌ ຈົນຫຼາຍຄົນຍອມໃຫ້ ແລະ ໃຫ້ສາຍາວ່າ "ເຈົ້າແມ່ແຫ່ງວົງການຂາຍເຄື່ອງອອນໄລນ໌" ນັ້ນກໍ່ຄື ສາວເອື້ອຍ "ສາວິກາ ທຳມະວົງ" ສາວງາມທີ່ເຕັມໄປດ້ວຍຄວາມສາມາດໃນການບໍລິຫານ ແລະ ມີທັກສະໃນການຂາຍທີ່ເປັນເລີດຈົນກາຍເປັນບຸກຄົນຕົ້ນແບບຂອງຫຼາຍຄົນ ດ້ວຍປະສົບ ການໃນການຂາຍທີ່ມີມາຫຼາຍກວ່າ 5 ປີ ແລະ ປັດຈຸບັນສາວເອື້ອຍ ສາວິກາ ມີສະມາຊິກຕົວແທນຈຳໜ່າຍທົ່ວປະເທດ.
ສາວເອື້ອຍ ສາວິກາ ຍັງໄດ້ໃຫ້ຄຳປຶກສາແກ່ສະມາຊິກທີ່ຮັກໃນການຂາຍພ້ອມຊ່ວຍພັກດັນ ການສ້າງຍອດຂາຍໃຫ້ສະມາຊິກເລີ່ມຈາກ 100.000-200.000 ກີບ ໃຫ້ເກີດຜົນກຳໄລ 10.000.000 - 20.000.000ກີບ ແລະ 40.000.000 - 50.000.000 ກີບ ແລະ ບາງຄົນມີຍອດຂາຍຫຼັກ 100 ລ້ານ ພາຍໃນ 1ເດືອນ.
ຄືດັ່ງທີ່ເຮົາຮູ້ກັນແລ້ວວ່າການຂາຍເຄື່ອງອອນໄລນ໌ແມ່ນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງເປັນເງິນໄດ້ ສຳລັບຄົນທີ່ສົນໃຈສາມາດຕິດຕໍ່ເພິ່ນໄດ້ທີ່ ເຟສບຸ໊ກ Savika Thammavong ຫຼື ເຂົ້າໄປຕິດຕາມເຟສບຸ໊ກຂອງເພິ່ນໄດ້ ເພາະໄລຍະນີ້ທາງເພສເພິ່ນມີການແຈກລາງວັນ.





No comments:
Post a Comment