Wednesday, September 19, 2018

ອະດີດນັກຂ່າວມຽນມາຖືກສານຕັດສິນຈຳຄຸກ 7 ປີ ຖານໂພສເຟສບຸກ "ໝິ່ນປະໝາດ" ອອງຊານ ຊູຈີ


ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ເມື່ອວັນທີ 20 ກັນຍາ 2018 ວ່າ ສານແຂວງຢາງກຸ້ງຕາເວັນຕົກມີຄຳຕັດສິນເມື່ອວັນອັງຄານ ໃຫ້ທ້າວ ງາຣ໌ ມິນ ສ່ວຍ ອະດີດນັກຂ່າວ ແລະ ນັກຂຽນບົດຄວາມສັງກັດສື່ແຫ່ງໜຶ່ງໃນເຄືອຂ່າຍອະດີດລັດຖະບານທະຫານ ຮັບໂທດຈຳຄຸກເປັນເວລາ 7 ປີ ຖານມີຄວາມຜິດແທ້ຕາມກົດໝາຍການປຸກລະດົມ ດ້ວຍການໂພສຮູບ ແລະ ຂໍ້ຄວາມເທິງເຟສບຸ໊ກ ໂດຍມີເນື້ອໃນ "ໝິ່ນປະໝາດ" ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມນຕີກະຊວງການຕ່າງປະເທດມຽນມາ ຊຶ່ງຖືວ່າເປັນເຈດຕະນາປູກຝັງໃຫ້ປະຊາຊົນມີການຮັບຮູ້ ແລະ ທັດສະນະຄະຕິ "ທີ່ບໍ່ຖືກຕ້ອງ" ຕໍ່ນາງ ຊູຈີ.


No comments:

Post a Comment